Lao
This article was added by the user . TheWorldNews is not responsible for the content of the platform.

ວຽງຈັນ ກຽມປະກາດລົບລ້າງບັນຫາຍາກຈົນ ໃນທ້າຍປີ 2022 ນີ້ ຫາກແຕ່ບັນຫາຍາກຈົນຂອງ ປຊຊ ລາວ ໃນເຂດຊົນນະ​ບົດ ກັບ​ຍັງ​ຄົງ​ເພີ້ມ​ຂຶ້ນ​ນັບ​ມື້

ອຳນາດການປົກຄອງເຂດນະຄອນວຽງຈັນ ກຽມປະກາດລົບລ້າງບັນຫາຍາກຈົນຢ່າງສິ້ນເຊີງ ໃນທ້າຍປີ 2022 ນີ້ ຫາກແຕ່ບັນຫາຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະ​ບົດ ກັບ​ຍັງ​ຄົງ​ເພີ້ມ​ຂຶ້ນ​ນັບ​ມື້ ຊຶ່ງ​ຊົງ​ລິດ​ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານອານຸພາບ ຕຸນາລົມ ເລຂາພັກນະຄອນວຽງຈັນ ຖະແຫລງວ່າ ໃນຈຳນວນ 9 ເມືອງທີ່ຢູ່ໃນອຳນາດການປົກຄອງຂອງເຂດນະຄອນວຽງຈັນ ໃນປັດຈຸບັນ ຍັງເຫຼືອພຽງເມືອງປາກງື່ມເທົ່ານັ້ນ ທີ່ຍັງບໍ່ທັນໄດ້ປະກາດ ໃຫ້ເປັນເມືອງທີ່ສາມາດລົບລ້າງບັນຫາຍາກຈົນຂອງປະຊາຊົນລາວ ໄດ້ຢ່າງສິ້ນເຊີງ ແລ້ວແຕ່ຈາກການສຳຫຼວດຕົວຈິງໃນປີ 2021 ທີ່ຜ່ານມາ ພົບວ່າ ເມືອງປາກງື່ມມີຄຸນສົມບັດຢ່າງຄົບຖ້ວນແລ້ວ ທີ່ຈະໄດ້ຮັບການປະກາດໃຫ້ເປັນເມືອງພົ້ນທຸກ ຫຼືຍໍ່ມີບັນຫາຍາກຈົນຂອງປະຊາຊົນອີກຕໍ່ໄປ ທັງນີ້ ໂດຍການປະກາດດັ່ງກ່າວ ຈະມີຂຶ້ນຢ່າງເປັນທາງການໃນທ້າຍປີນີ້ ດັ່ງທີ່ ທ່ານອານຸພາບ ໄດ້ຢືນຢັນວ່າ:

“ປັດຈຸບັນ ນະຄອນຫຼວງມີເມືອງທີ່ບັນລຸມາດຕະຖານເມືອງພົ້ນທຸກໄດ້ 8 ເມືອງ ຍັງ 1 ເມືອງບໍ່ທັນບັນລຸໄດ້ ຕາມການສະຫລຸບຜ່ານມາຫັ້ນ ແມ່ນເມືອງປາກງື່ມ ແຕ່ຜ່ານການລົງເກັບກຳຂໍ້ມູນໃນປີ 2021 ເຫັນວ່າ ບັນລຸໄດ້ແລ້ວ ແຕ່ວ່າ ປັດຈຸບັນກຳລັງຢູ່ໃນການກະກຽມລາຍງານຕໍ່ລັດຖະບານ ເພື່ອຮອງຮັບເປັນເມືອງພົ້ນທຸກ ໝາຍຄວາມວ່າ ຈະປະກາດທົ່ວນະຄອນຫຼວງວຽງຈັນ ບໍ່ມີເມືອງທຸກແລ້ວ ໃນທ້າຍປີນີ້.”

ທັງນີ້ ໂດຍກອງທຶນຫລຸດຜ່ອນບັນຫາທຸກຍາແຫ່ງຊາດລາວ ໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດຫຼາຍກວ່າ 210 ລ້ານໂດລາ ເພື່ອການຈັດຕັ້ງປະຕິບັດ 6,670 ໂຄງການພັດທະນາ ໃນພື້ນທີ່ 2,841 ບ້ານ 55 ເມືອງ ແລະ 11 ແຂວງ ໃນຊ່ວງປີ 2003-2021 ຜ່ານມາ ຊຶ່ງສາມາດຫລຸດຜ່ານບັນຫາຍາກຈົນຂອງປະຊາ ຊົນລາວໄດ້ຢ່າງເປັນຮູບປະທຳໃນ 2,262 ບ້ານ ຫາກແຕ່ດ້ວຍການລະບາດໄວ ຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ ກໍເຮັດໃຫ້ຍັງມີປະຊາຊົນລາວ ຍັງຕ້ອງການຈະໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດຕໍ່ໄປອີກໃນ 4 ດ້ານດ້ວຍກັນຄືການພັດທະນາໂຄງລ່າງພື້ນຖານ ການສຶກສາ ສາທາລະນະສຸກ ແລະການຜະ ລິດດ້ານກະສິກຳ ໂດຍສະເພາະແມ່ນໃນເຂດຊົນນະບົດນັນ ຍັງຕ້ອງການທີ່ຈະໄດ້ຮັບການຊ່ອຍເຫຼືອຫຼາຍເປັນພິເສດ ເພາະວ່າ ຍັງເປັນເຂດທີ່ຂາດແຄນໃນທຸກດ້ານ ຈຶ່ງມີລະດັບການພັດທະນາທີ່ຕ່ຳກວ່າເຂດເມືອງ ແລະແຕກໂຕນກັນເພີ້ມຂຶ້ນນັບມື້ ດັ່ງທີ່ທ່ານເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳແລະປ່າໄມ້ ໄດ້ໃຫ້ການຢືນຢັນວ່າ:

“ປະຊາຊົນຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ຍັງທຸກຍາກຂາດເຂີນ ການສົ່ງ ເສີມການຜະລິດເປັນສິນຄ້າ-ການບໍລິການເພື່ອສ້າງລາຍຮັບໃຫ້ຊ່າວກະສິກອນຍັງເຮັດໄດ້ບໍ່ທັນຫຼາຍ ການຈັດຕັງກຳລັງການຜະລິດ ແລະການເຂົ້າເຖິງແຫລ່ງທຶນ ເຂົ້າເຖິງຕະຫຼາດຍັງບໍ່ທັນແຂງແຮງ ການປຸກລະດົມກຳລັງແຮງຂອງສັງຄົມບໍ່ທັນຫຼາຍ ບໍ່ທັນມີນະໂຍບາຍຊຸກຍູ້ສົ່ງເສີມທີ່ເປັນລະບົບຄົບຊຸດ ໃຫ້ແກ່ທຸກພາກສ່ວນເສດຖະກິດເຂົ້າຮ່ວມໃນວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຍັງບໍ່ທັນເຮັດໄດ້ຫຼາຍ.”

ໂດຍໃນປີ 2020-2021 ລັດຖະບານລາວ ສາມາດສະໜັບສະໜຸນງົບປະມານ ໃຫ້ແກ່ກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດລາວ ໄດ້ພຽງ 120 ຕື້ກີບ ຊຶ່ງພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສຸມເທົ່ານັ້ນ ຈາກເປົ້າໝາຍທີ່ວາງໄວ້ທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໂຄງການໄດ້ ໃນປີ 2020-2021 ນັ້ນ ກໍຕ້ອງເລື່ອນມາຈັດຕັ້ງປະຕິບັດໄປໃນປີ 2022-2023 ທີ່ຍັງມີຂໍ້ຈຳກັດທາງດ້ານງົບປະມານດ້ວຍເຊັ່ນກັນ.

ຍິ່ງໄປກວ່ານັນ ການລະບາດພະບາດໄວຣັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ອັນໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບການຂາດແຄນງົບປະມານສຳລັບນຳໃຊ້ໃນການຈັດຕັ້ງປະຕິບັດໂຄງການພັດທະນາເພື່ອລົບລ້າງບັນຫາຍາກຈົນຂອງປະຊາຊົນໃນເຂດຊົນນະບົດ ທັງຍັງປາກົດມີຈຳນວນປະຊາກອນລາວ ທີ່ທຸກຍາກເພີ້ມຂຶ້ນອີກດ້ວຍ ເພາະວ່າ ຖືກເລີກຈ້າງໂດຍບັນດາຫົວໜ່ວຍທຸລະກິດທີ່ຖືກກະທົບ ຈາກການລະບາດໄວຣັສໂຄວິດ-19 ນັບລ້ານຄົນ ທີ່ລວມແຮງງານລາວກວ່າ 6 ແສນຄົນ ທີ່ຖືກເລີກຈ້າງ ແລະເດີນທາງຈາກໄທກັບມາລາວດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ເປີດເຜີຍວ່າ ການຫລຸດຜ່ອນບັນຫາຍາກຈົນໃນລາວ ສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ຊຶ່ງເຫັນໄດ້ຈາກປະຊາຊົນລາວ 632,909 ຄົນ ທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຄິດເປັນ 9 ເປີເຊັນຂອງປະຊາກອນທັງໝົດ.