Lao
This article was added by the user . TheWorldNews is not responsible for the content of the platform.

ຍານາງຊູຫົວ ໂບເວິນ ຄົນອາເມຣິກັນເຊື້ອສາຍລາວ ຖືກເລືອກເປັນສະມາຊິກ ສະພາປົກຄອງ ເຂດ 5 ເມືອງ ແຊນ ລຽນໂດຣ ລັດຄາລິຟໍເນຍ

ໃນລາຍການຊີວິດຊາວລາວ ໃນຕ່າງແດນຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບຍານາງຊູຫົົວ ໂບເວີນ ອາຍຸ 41 ປີ ຄົນອາເມຣິກັນເຊື້ອສາຍລາວ ຊຶ່ງ​ໃນປັດຈຸບັນນີ້ຍານາງຊິວຫົວ ເປັນສະມາຊິກສະພາເມືອງ​ແຊນ ລຽນໂດຣ (San Leandro) ໃນລັດຄາລິຟໍເນຍ.

ຍານາງຊູຫົວ ໂບເວີນ ອາຍຸ 41 ປີ ຄົນອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ທີ່ໄດ້ຮັບໃຊ້ຢູ່ໃນ ອົງການຈັດຕັ້ງທີ່ບໍ່ຫາຜົນກຳໄລ ຕະຫລອດໄລຍະການປະກອບວິຊາອາຊີບ. ຍານາງໄດ້ມີບົດບາດອັນສຳຄັນໃຫ້ເຫັນຫຼາຍໆຢ່າງໂດຍການຮັບໃຊ້ສັງຄົມທົ່ວໄປ. ຍານາງເປັນປາກສຽງໃຫ້ແກ່ສັງຄົມ ໂດຍສະເພາະ ໃຫ້ແກ່ພວກແມ່ຍິງ ເດັກນ້ອຍ ແລະຄອບຄົວທີ່ມີໂອກາດໜ້ອຍ.

ໃນເດືອນພະຈິກ ປີ 2022 ຍານາງຊູຫົວ ເປັນແມ່ຍິງຄົນເອເຊຍ ແລະຄົນອາເມຣິກັນເຊື້ອສາຍລາວ ຄົນທຳອິດທີ່ຖືກເລືກຕັ້ງເປັນສະມາຊິກສະພາເມືອງແຊນ ລຽນໂດຣ ເຂດ 5 ຕັ້ງຢູ່ກົງກັນຂ້າມອ່າວນະຄອນແຊນແຟຣນຊິສໂກ ລັດຄາລິຟໍເນຍ ຊຶ່ງຍານາງຊູຫົວ ໄດ້ອະທິບາຍເຖິງໜ້າທີ່ຄວາມຮັບຜິດຊອບຕໍ່ວີໂອເອ ຟັງ ດັ່ງນີ້”

ບັນດາຍາ່ດຄິພີ່ນ້ອງ ແລະເພື່ອນຝູງ ທີ່ໃຫ້ການສະໜັບສະໜູນ
ບັນດາຍາ່ດຄິພີ່ນ້ອງ ແລະເພື່ອນຝູງ ທີ່ໃຫ້ການສະໜັບສະໜູນ

ສະມາຊິກສະພາເມືອງແຊນ ລຽນໂດຣ ມີຢູ່ເຈັດຄົນ ພ້ອມດ້ວຍຜູ້ປົກຄອງເມືອງ. ຂ້າພະເຈົ້າເປັນຜູ້ຕາງໜ້າເຂດ 5 ພວກເຮົາມີໜ້າທີ່ດູແລ ຜູ້ບໍລິຫານເມືອງ ແລະທະນາຍຄວາມຂອງເມືອງ ໃນການບໍລິຫານເມືອງທັງໝົດ. ພວກເຮົາວາງນະໂຍບາຍ ເປັນຜູ້ຕາງໜ້າຊ່ວຍບໍລິການສະມາຊິກປະຊາຄົມ ພວກເຮົາຢູ່ໃນແຕ່ລະເຂດ ຂອງໃຜລາວໃນເມືອງແຊນ ລຽນໂດຣ. ຫລັງຈາກນັ້ນພວກຂ້າພະເຈົ້າພົບປະ ກັບຄະ​ນະສະມາຊິກ ເພື່ອສົນທະນາວ່າ ຈະທຳການ ສ້າງສາຢ່າງໃດ. ປະຊາຊົນໃນເມືອງແຊນ ລຽນໂດຣ ມີຢູ່ປະມານ 95,000 ຄົນ ບໍ່ມີຊົນກຸ່ມໃຫຍ່ 38 ເປີເຊັນ ແມ່ນຄົນເອເຊຍທີ່ມາຈາກເຂດເອເຊຍປາຊິຟິກ ເພາະສະນັ້ນເກືອບ 40 ເປີເຊັນແມ່ນຄົນເຊຍ. ຄວາມຕ້ອງການອັນຮີບດ່ວນກໍຄືເຄຫະສະຖານທີ່ພັກເຊົາ ​ເມື່ອ​ກ່າວ​ເຖິງຄົນ ບໍ່ມີທີ່ຢູ່ອາໄສ ໂຄງຮ່າງ ແລະຄວາມປອດໄພສາທາລະນະ. ເທື່ອຫລ້າສຸດທີ່ພວກເຮົາໄດ້ນັບມີປະມານ 400 ກວ່າຄົນທີ່ບໍ່ມີທີ່ຢູ່ອາໄສ ໂຕເລກໄດ້ເພີ້ມຂຶ້ນ ນັບແຕ່ໄດ້ເກີດໂຄວິດ ຢູ່ໃນເຂດ Bay Area. ຢູ່ເມືອງແຊນ ລຽນໂດຣ ບໍ່ມີຄົນລາວຫລາຍ ໜ້າທີ່ວຽກການຂອງຂ້າພະເຈົ້າ ເປັນວຽກບໍ່ເຕັມເວລາ ແລະຂ້າພະເຈົ້າມີໜ້າທີ່ວຽກການຢູ່ກັບອົງການທີ່ບໍຫວັງຜົນກຳໄລ ແຫ່ງອື່ນ.”

ຍານາງສາຍສະໝອນ ພາພອນ ແມ່ນສະມາຊິກສັງຄົມເຊື້ອສາຍລາວຄົນນຶ່ງຢູ່ໃນເຂດເມືອງແຊນ ລຽນໂດຣ ແລະເປັນເພື່ອນຍານາງຊູຫົວ ຊຶ່ງໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:

ຍານາງຊິວຫົວ ມີແຊລ ຈິງ ນ້ອງສາວຂອງຍານາງຊູຫົວ ແມ່ນຄົນລາວອາເມຣິກັນ ເກີດຢູ່ໃນສະຫະລັດ ຫາກໍສຳເລັດປະລິນຍາເອກຈາກ ມະຫາວິທະນາໄລຮາເວີດ ຝ່າຍການສຶກສາ ແລະຕັ້ງຖິ່ນຖານຢູ່ເມືອງແຊນ ລຽນໂດຣ ໄດ້ກ່າວມ້ວນທ້າຍ ກ່ຽວກັບເອື້ອຍຂອງຍານາງສູ່ຟັງດັ່ງນີ້:

“ເອື້ອຍຂອງຂ້າພະເຈົ້າເປັນຄົນອີ່ດູຕົນຄົນ ສົນໃຈກັບບັນຫາທີ່ເປັນຜົນກະທົບຕໍ່ຄົນອື່ນ ແລະຄິດຊອກຫາສ່ອງທາງໃຫ້ການຊ່ວຍເຫລືອຢູ່ສະເໝີ. ລາວເປັນລູກສາວກົກ ລາວເຂົ້າໃຈວ່າຊີວິດສາມາດມີຄວາມລຳບາກ ແລະຢາກຊ່ວຍໃຫ້ດີຂຶ້ນ. ຂ້າພະເຈົ້າມີເອື້ອຍນ້ອງສາມຄົນ ຂ້າພະເຈົ້າເປັນນ້ອງສາວຫລ້າ ເກີດຢູ່ໃນສະ ຫະລັດ ແລະເອື້ອຍສອງຄົນ ເກີດຢູ່ສູນອົບພະຍົບ ປະເທດໄທ.”

ຍານາງຊູຫົວ ໂບເວິນ ໄດ້ຜ່ານປະສົບການຮັບໃຊ້ຢູ່ໃນອົງການທີ່ບໍ່ຫວັງຜົນກຳໄລຫລາຍໆອົງການ ໂດຍສະເພາະຢ່າງຍິງ ເປັນອະດີດອາສາສະໝັກ​ Peace Corp ຢູ່ຊົນນະບົດ ບ່ອນສອກຫລີກ ຂອງປະເທດ ກຽກກິສຖານ. ຍານາງສຳເລັດປະລິນຍາຕີ ຝ່າຍຈິດຕະວິທະຍາ ແລະຄວາມສຳພັນຕ່າງປະ ເທດຈາກມະຫາວິທະຍາໄລ Marquette ແລະປະລິນຍາໂທຝ່າຍໂຄງການບໍລິຫານ ຈາກມະຫາວິທະຍາໄລ Norwich.