Lao
This article was added by the user . TheWorldNews is not responsible for the content of the platform.

ການຄ້າລະຫວ່າງໄທກັບຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ໃນລາວເພີ້ມຂຶ້ນນັບມື້

ການຄ້າລະຫວ່າງໄທກັບຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ໃນລາວເພີ້ມຂຶ້ນນັບມື້ ໃນຂະນະທີ່ລາວກັບຍັງຕ້ອງປະເຊີນກັບບັນກາຂາດຸນການຄ້າຕໍ່ປະເທດດໄທເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້່າໜ້າທີ່ໃນກະຊວງການຄ້າຂອງໄທ ເປີດເຜີຍວ່າການຄ້າລະຫວ່າງໄທກັບຈີນ ໂດຍຜ່ານທາງລົດໄຟລາວ-ຈີນໃນລາວ ໃນຊ່ວງເດືອນມັງກອນຫາກໍລະກົດ 2023 ຜ່ານມາມີມູນຄ່າລວມເຖິງ 201,878 ລ້ານບາດ ຊຶ່ງເພີ້ມຂຶ້ນເຖິງ 93,11 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022 ໂດຍປັດໃຈສຳຄັນທີ່ເຮັດໃຫ້ການຄ້າໄທ-ຈີນເພີ້ມຂຶ້ນ ໃນອັດຕາທີ່ສູງດັ່ງກ່າວກໍເພາະວ່າມີການຂົນສົ່ງສິນຄ້າໂດຍທາງລົດໄຟທີີີ່ມີຄວາມສະດວກ ແລະວ່ອງໄວ ໂດຍສະເພາະແມ່ນການບໍລິຫານງານ ໃນດ້ານການຂົນສົ່ງສິນຄ້າທີ່ມີປະສິດ
ທິພາບສູງ ຂອງວິສາຫະກິດການລົດໄຟຈີນ ທີ່ເມືອງຂຸນໝິງນັ້ນກໍຖືເປັນປັດໃຈທີ່ສຳຄັນເຊັ່ນດຽວກັນໂດຍສາມາດຂົນສົ່ງສິນຄ້າໄດ້ເຖິງ 1.6 ຕູ້ຄອນເທນເນີ ຕໍ່ປີ ດັ່ງເຈົ້າໜ້າທີ່ໄທຢືນຢັນວ່າ:

“ທີ່ນີ້ເປັນສະຖານີການຂົນສົ່ງຂະໜາດໃຫຍ່ ທີ່ໃຫ້ບໍລິການໄດ້ຫລາຍກວ່າ 1,600,000 ລ້ານຕູ້ຕໍ່ປີນັ້ນ ແລ້ວກໍສາມາດເຮັດໄດ້ບ່ອນດຽວພ້ອມໆກັນເຖິງເທື່ອລະ 20,000 ຕູ້ ມີການກະຈາຍເສັ້ນທາງສິນຄ້າເຊື່ອມຕໍ່ໄປຍັງລົດໄຟຈີນ ຢູໂຣບ ເຊື່ອມຕໍ່ມາຍັງລົດໄຟຈີນລາວ ທີ່ສົ່ງເຂົ້າມາອາຊຽນແລ້ວກໍຂົນສົ່ງ ໄປຍັງທ່່າເຮືອໃນມົນທົນກວງຊີ ເພື່ອກະຈາຍສິນຄ້າໄປຍັງພື້ນທີ່ຂອງອາຊຽນທາງນໍ້າ ອີກດ້ານນຶ່ງ ກໍຄືສະຖານີທີ່ແຫ່ງນີ້ກະຈາຍສິນຄ້າຍ້ອນກັບຂຶ້ນໄປໃນພື້ນທີ່ອື່ນໆຂອງຈີນທົ່ວປະເທດເລີຍ.”

ທັງນີ້ໂດຍໄທເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ຈີນໃນໄລຍະດັ່ງກ່າວ ຄິດເປັນມູນຄ່າ 2,115 ລ້ານບາດ ສ່ວນການຄ້າລະຫວ່າງລາວກັບໄທ ໃນໄລຍະດຽວກັນນີ້ກໍມີມູນຄ່າລວມ 428,037 ລ້ານບາດ ຊຶ່ງເພີ້ມຂຶ້ນເຖິງ 33.29 ເປີເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022 ໂດຍໄທຍັງຄົງເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ລາວ ຄິດເປັນມູນຄ່າລວມ 72,155 ລ້ານບາດ ຊຶ່ງເພີ້ມຂຶ້ນເຖິງ 30.60 ເປີເຊັນ ທຽບໃສ່ໄລະຍະດຽວກັນໃນປີ 2022 ທັງຍັງເຮັດໃຫ້ທາງການໄທຄາດໝາຍວ່າຈະໄດ້ປຽບດຸນການຄ້າຕໍ່ລາວຄິດເປັນມູນຄ່າລວມເກີນກວ່າ 123,700 ລ້ານບາດ ໃນຕະຫລອດປີ 2023 ນີ້.

ແຕ່ຢ່າງໃດກໍຕາມທາງການລາວກໍຄາດຫວັງວ່າ ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈະສົ່ງຜົນທີ່ດີີຕໍ່ການພັດທະນາລາວ ໃຫ້ເປັນສູນກາງທີ່ເຊື່ອມຕໍ່ທາງດ້ານຄົມມະນາຄົມ ຂົນສົ່ງລະຫວ່າງຈີນກັບອາຊຽນ ຊຶ່ງຈະເຮັດໃຫ້ລາວໄດ້ຮັບຜົນປະໂຫຍດໃນໄລຍະຍາວ ເພາະວ່າການທີ່ລາວເປັນເຂດເຊື່ອມຕໍ່ການຄົມມະນາຄົມຂົນສົ່ງດັ່ງກ່າວ ກໍຄືເປົ້າໝາຍດຽວກັນກັບແຜນການນຶ່ງແລວ-ນຶ່ງເສັນທາງ (BRI) ຂອງລັດຖະບານຈີນນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ໃນກະຊວງໂຍທາທິການ ແລະຂົນສົ່ງໃຫ້ການຢືນຢັນວ່າ:

“ອັນທີ່ນຶ່ງ ລະແມ່ນຕິດພັນກັບມູນເຊື້ອເປັນເພື່ອນມິດລະຫວ່າງ 2 ປະເທດເຮົານີ້ ມີປະຫວັດສາດທີ່ຍາວນານ ສຳຄັນລະສອງປະເທດເຮົານີ້ ເປັນປະເທດທີ່ມີອຸດົມການທາງດ້ານການເມືອງເປັນໄລຍະຍາວນານມາແລ້ວກະມີການພົວພັນທາງດ້ານການຄ້າຢູ່ໃນລະດັບສູງ ອັນທີສອງນີ້ກະເນື່ອງຈາກວ່າ ສປປ. ລາວ ຂອງພວກເຮົານີ້ ເປັນປະເທດທີ່ບໍ່ມີທາງອອກທະເລ ສະນັ້ນແນວຄວາມຄິດນຶ່ງແລວ-ນຶ່ງເສັ້ນທາງນີ້ ມັນກະສອດຄ່ອງກັບສິ່ງທີ່ອຸດົມການຂອງພັກລັດຂອງພວກເຮົາ ໂດຍສະເພາະແມ່ນການເຮັດແນວໃດ ໃຫ້ປະເທດເຮົາຈະເປັນປະເທດ Land Lock ກາຍມາເປັນປະເທດທີ່ເຊື່ອມຈອດໄດ້.”

ໂດຍການກໍ່ສ້າງທາງລົດໄຟລາວຈີນໃນລາວ ໄດ້ເວນຄືນທີ່ດິນ ແລະສິ່ງປູກສ້າງຕ່າງໆຂອງປະຊາຊົນລາວ 8,139 ຄອບຄົວ ຊຶ່ງໃນນີ້ກໍສາມາດຕົກລົງ ແລະຈ່າຍເງິນຊົດເຊີຍຕາມລະບຽບກົດໝາຍຂອງລາວໄດ້ແລ້ວ 7,306 ຄອບຄົວ ທີ່ຄິດເປັນມູນຄ່າການຊົດເຊີຍ 1.530.52 ຕື້ກີບ ຈຶ່ງຍັງເຫລືອອີກ 833 ຄອບຄົວທີ່ຍັງບໍ່ຍອມຮັບເອົາການຊົດເຊີຍ ທີ່ມີມູນຄ່າລວມ 313.48 ຕື້ກີບ ເພາະເຫັນວ່າເປັນການຊົດເຊີຍທີ່ມີອັດຕາທີ່ຕໍ່າກວ່າຄວາມເປັນຈິງ

ໂດຍການຊົດເຊີຍທີ່ດິນຢູ່ໃນແຂວງຫລວງນໍ້າທາ ອຸດົມໄຊ ຫລວງພະບາງນັ້ນມີອັດຕາສະເລ່ຍລະຫວ່າງ 11,000-80,000 ກີບ ຕໍ່ຕາແມັດ ສ່ວນແຂວງວຽງຈັນ ແລະນະຄອນຫລວງວຽງຈັນ ມີອັດຕາຄ່າຊົດເຊີຍລະຫວ່າງ 15,00-137,000 ກີບຕໍ່ຕາແມັດໃນຂະນະທີ່ກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນໃນລຸ່ມນໍ້າຂອງລາຍງານວ່າ ທີ່ດິນຢູ່ໃນເຂດເມືອງນາຊາຍທອງ ນະຄອນຫລວງວຽງຈັນ ມີລາຄາຊື້ຂາຍສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ.