Lao
This article was added by the user . TheWorldNews is not responsible for the content of the platform.

ສະພາບການປຸ້ນຈີ້ ແລະລັກຂະໂມຍຊັບສິນຢູ່ໃນນະ ຄອນຫຼວງວຽງຈັນ ກໍາລັງເພີ້ມຂຶ້ນນັບມື້ ຢ່າງໜ້າເປັນຫ່ວງ

ທ່າມກາງສະພາບເສດຖະກິດຝືດເຄືອງ ແລະການລັກລອບຄ້າຂາຍອາວຸດ ແລະ ຢາເສບຕິດເພີ້ມຂຶ້ເຮັດໃຫ້ສະພາບການປຸ້ນຈີ້ ແລະລັກຂະໂມຍຊັບສິນຢູ່ໃນ ລາວໂດຍສະເພາະໃນນະຄອນຫລວງວຽງຈັນນັ້ນ ເພີ້ມຂຶ້ນຢ່າງວ່ອງໄວໃນຊຸມ ປີຜ່ານມານີ້, ນັກຂ່າວຂອງພວກເຮົາມີລາຍລະອຽດເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນະຄອນຫລວງວຽງຈັນຊຶ່ງເມື່ອກ່ອນເຄີຍເປັນເມືອງທີ່ງຽບສະຫງົບ ແຕ່ປັດຈຸບັນ ໄດ້ປ່ຽນແປງໄປຫລາຍ ເມື່ອເສດຖະກິດຝືດເຄື່ອງ ແລະລະບົບການປ້ອງກັນ ຄວາມສະຫງົບບໍ່ເຂັ້ມແຂງພຽງພໍ ກັບການຂະຫຍາຍຕົວຂອງກຸ່ມກໍ່ອາຊະຍາກໍາ ສະນັ້ນ ການລັກລົດ, ປຸ້ນຈີ້ເອົາເງິນເອົາຄໍາ, ງັດເຮືອນ, ດຶງກະເປົາ, ດຶງສາຍຄໍ ບໍ່ວ່າໃນຍາມກາງຄືນ ຫລືກາງເວັນກໍຕາມ ໄດ້ກາຍເປັນປາກົດການຫຍໍ້ທໍ້ ທີ່ນັບມື້ນັບຫລາຍຂຶ້ນໃນສັງຄົມລາວ ໃນໄລຍະສອງສາມປີຜ່ານມານີ້ ຢູ່ໃນຕົວເມືອງໃຫຍ່ ເຊັ່ນນະຄອນຫຼວງວຽງຈັນ. ນຶ່ງໃນຫລາຍໆເຫດການຫຍໍ້ທໍ້ທີ່ວ່ານັ້ນ ໄດ້ເກີດຂຶ້ນໃນອາທິດແລ້ວນີ້ ໂດຍທີ່ມີຊາຍໜ້າຕາດີຄົນນຶ່ງດຶງເອົາສາຍຄໍຄໍາໜັກສາມບາດ ຈາກແມ່ຍິງໄວກາງຄົນຜູ້ນຶ່ງ ທີ່ກໍາລັງຈອດລົດຈັກຊື້ເຄື່ອງຢູ່ແຄມທາງເຂດຕະຫລາດຫົວຂົວ, ທາງຕາເວັນອອກຂອງນະຄອນຫລວງວຽງຈັນ ແລ້ວກໍຟ້າວຂີ່ລົດຈັກໜີ ແຕ່ບັງເອີນ ດ້ວຍຄວາມຟ້າວຟັ່ງຜູ້ກ່ຽວຂັບລົດໄປໄດ້ບໍ່ໄກປານໃດ ກໍໄດ້ໄປຕຳກັບລົດເກງຄັນນຶ່ງ ຈຶ່ງຖືກພວກທີ່ຂີ່ລົດໄລ່ຕາມນັ້ນ ນໍາທັນລາວ ແລ້ວກໍຈັບລາວໄດ້ ດັ່ງທີ່ຜູ້ເຫັນເຫດການຄົນນຶ່ງເລົ່າສູ່ຟັງວ່າ:

“ລົດລາວມາຕໍາກົ້ນລົດເຂົາ ລາວໄປບໍ່ໄດ້ລາວກະເລີຍຖືກເຂົາຈັບ ພຸ້ນນະຈັບໄດ້ຢູ່ພຸ້ນເກືອບຮອດສາມແຍກນະ ລາວລົ້ມແລ້ວລາວຊິໜີ ເຂົາກະເລີຍຈັບເອົາ.”

ນອກຈາກນັ້ນ ກໍມີການປຸ້ນຈີ້ເອົາລົດຈັກ ໂດຍທີ່ພວກໂຈນມັກຈະເລືອກເຫຍື່ອໂດຍສະເພາະເປັນຜູ້ຍິງທີ່ຂີ່ລົດໄປຄົນດຽວ ຫຼື 2 ຄົນ ລວມທັງໄວລຸ້ນຜູ້ຊາຍທີ່ຂີ່ລົດໄປຄົນດຽວ ຊຶ່ງການກະທໍາຂອງພວກໂຈນນັ້ນ ແມ່ນຈະຢັນໃຫ້ລົດລົ້ມ ແລ້ວ ເອົາລົດໄປ ຊຶ່ງອາດເຮັດໃຫ້ຜູ້ເຄາະຮ້າຍ ນອກຈາກເສຍຊັບສິນແລ້ວ ຍັງໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ສະພາບການນີ້ເຮັດໃຫ້ຜູ້ຄົນມີຄວາມເປັນຫ່ວງ ແລະຈິດໃຈຫົດຫູ່ ດັ່ງທີ່ນາງສອນ (ນາມແຝງ) ກໍາມະກອນຢູ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເວົ້າສູ່ຟັງວ່າ:

“ໂອ້ຍບ້ານເມືອງສູ່ມື້ນີມັນເປັນຕາຢ້ານ ເງິນກະເພີ້ ຢາເສດຕິດກະຫລາຍສິນຄ້າກະຂຶ້ນລາຄາກະແພງ ຂີ້ລັກຂີ້ປຸ້ນກະຫລາຍເປັນຕາຢ້ານ ເປັນຕາຢ້ານອີ່ຫລີ່. ໄປຫລິ້ນໄປທ່ຽວ ໄປວຽກກາງຄືນກະເປັນຕາຢ້ານ ຢ້ານຢ້ານເຂົາມາປຸ້ນເອົາ ບຶດນຶ່ງກະດຶງສາຍຄໍ ບຶດນຶ່ງກະດຶງກະເປົາ ບຶດນຶ່ງກະດຶງສາຍຄໍຄໍາ ຫລ້າສຸດກະຢູ່ແຖວຕະຫລາດຫົວຂົວນີ້ ດຶງກັນກະຈັບໄດ້ເດ ໂດຍລວມກະແຫ່ງອັນຕະລາຍແຫລະ ບ້ານເຮົານະ. ”

ໂຄງການລິເລີ້ມຕ້ານການກໍ່ອາຊະຍາກໍາແບບມີການຈັດຕັ້ງຂ້າມຊາດ ຫລື Global Initiative Against Transnational Organized Crime ທີ່ໄດ້ ຮັບທຶນສະໜັບສະໜູນຈາກລັດຖະບານສະຫະລັດລາຍງານວ່າ ດັດຊະນີດ້ານ ການກໍ່ອາຊະຍາກໍາໃນລາວ ເພີ້ມຂຶ້ນຈາກ 5.51 ໃນປີ 2021 ມາເປັນ 6.12 ໃນປີນີ້ ຊຶ່ງສູງກວ່າດັດຊະນີສະເລ່ຍຂອງໂລກທີ່ຢູ່ໃນລະດັບ 5.03, ອີງຕາມເວັບຂອງ Global Organized Crime Index https://ocindex.net/country/laos.

ສ່ວນຄວາມແຂງແກ່ນຂອງລະບົບ ແລະສະຖາບັນຕ່າງໆ ຂອງລັດຖະບານ ຊໍ້າຜັດເພີ້ມຂຶ້ນພຽງແຕ່ໜ້ອຍດຽວ ຄືຈາກ 3.42 ເປັນ 3.46 ຊຶ່ງຕໍ່າກວ່າດັດຊະນີສະເລ່ຍ ຂອງໂລກທີ່ຢູ່ລະດັບ 4.81 ນັ້ນ.

ທັງນີ້ ອົງການດັ່ງກ່າວ ອະທິບາຍວ່າ ສາເຫດອັນນຶ່ງກໍແມ່ນມາຈາກການລັກ ລອບຂາຍອາວຸດ ເພີ້ມຂຶ້ນຢ່າງຫລວງຫລາຍຢູ່ໃນລາວ ເມື່ອປະເທດດັ່ງກ່າວ ກາຍເປັນຈຸດຜ່ານຂອງການລັກລອບຂາຍອາວຸດເຂົ້າໄປໃນມຽນມາໃນຊຸມປີມໍ່ໆມານີ້. ເຖິງແມ່ນວ່າ ຈະມີການຫ້າມພົນລະເຮືອນບໍ່ໃຫ້ຖືປືນກໍຕາມ ແຕ່ການ ລັກລອບຊື້ຂາຍອາວຸດປືນ ເຮັດໃຫ້ຄົນຮ້າຍສາມາດມີປືນຢູ່ໃນຄອບຄອງໄດ້. ພ້ອມກັນນັ້ນ ຍັງມີລາຍງານວ່າ ມີການປະກາດຂາຍປືນຜ່ານສື່ສັງຄົມອອນລາຍ ເຊັ່ນເຟັສບຸກນັບມື້ນັບເພີ້ມຂຶ້ນ ຊຶ່ງສະທ້ອນໃຫ້ເຫັນ ທີ່ຄ້າຍກັບວ່າ ການຂາຍອາວຸດທາງອອນລາຍຂະຫຍາຍຕົວອອກຢ່າງວ່ອງໄວ ຊຶ່ງມັນເຮັດໃຫ້ມີການກໍ່ຄວາມຮຸນແຮງໃນຊຸມຊົນເພີ້ມຂຶ້ນ ແລະການກໍ່ອາຊະຍາກໍາທີ່ໃຊ້ປືນ ເຊັ່ນການປຸ້ນຈີ້ ແລະຄາດຕະກໍາໃນນະຄອນຫລວງວຽງຈັນເພີ້ມຂຶ້ນ ຢ່າງຫລວງຫລາຍເຊັ່ນກັນ.

ອີກດ້ານນຶ່ງກໍແມ່ນເປັນຍ້ອນສະພາບເສດຖະກິດຝືດເຄືອງທີ່ເຮັດໃຫ້ບາງຄົນ ທີ່ຂາດສະຕິ ແລະຂາດຄຸນນະທໍາ ໄປຊອກຫາທາງອອກແບບບໍ່ຊອບທໍາ ໂດຍ ການລັກຂະໂມຍ ປຸ້ນຈີ້ດັ່ງທີ່ກ່າວມາຂ້າງເທິງນັ້ນ. ບົດລາຍງານການຕິດຕາມ ເສດຖະກິດຂອງລາວໂດຍທະນາຄານໂລກ ຊີ້ແຈງວ່າ ເຖິງແມ່ນທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເດີນທາງ ​ແລະ​ການ​ຄ້າກໍຕາມ ແຕ່ການ​ຟື້ນ​ຕົວ​ຂອງເສດຖະກິດແມ່ນຫຍຸ້ງຍາກ ທັງນີ້ກໍເປັນຍ້ອນ​ໜີ້​ສິນສາທາລະນະຕ່າງ​ປະເທດ ​ມີ​ຈຳນວນ​ຫຼວງ​ຫຼາຍ, ລາຄາ​ສິນຄ້າ​ນຳ​ເຂົ້າ​ສູງ, ​ແລະ​ຂາດ​ແຄນ​ເງິນຕາ​ຕ່າງປະ​ເທດ. ສິ່ງເຫຼົ່ານີ້ໄດ້ປະກອບສ່ວນເຮັດໃຫ້ມູນຄ່າຂອງເງິນກີບຫຼຸດລົງຢ່າງຫຼວງຫຼາຍ ເຊິ່ງໄດ້ສູນເສຍມູນຄ່າໄປ 32 ເປີເຊັນ ເມື່ອທຽບໃສ່ກັບເງິນບາດຂອງໄທ ແລະ 43 ເປີເຊັນທຽບໃສ່ກັບເງິນໂດລາໃນເດືອນເມສາຜ່ານມາ. ອັດຕາເງິນເຟີ້ທີ່ສູງ ສົ່ງຜົນໃຫ້ລາຍໄດ້ຂອງຄົວເຮືອນທີ່ແທ້ຈິງຫຼຸດລົງສໍາລັບປະຊາຊົນສ່ວນໃຫຍ່ ຊຶ່ງເຮັດໃຫ້ການບໍລິໂພກ ແລະການລົງທຶນຫຼຸດລົງຄ້າຍໆກັນ, ທະນາຄານແຫ່ງປະເທດລາວ ກໍລາຍງານວ່າ ເຖິງແມ່ນອັດຕາເງິນເຟີ້ຂອງລາວ ຈະຫລຸດລົງຈາກ 40.3 ເປີເຊັນໃນເດືອນມັງກອນໃນປີນີ້ ມາເປັນ 25.69 ໃນເດືອນກັນຍາຜ່ານມາກໍຕາມ ແຕ່ດັດຊະນີສິນຄ້າບໍລິໂພກ ຫລືໃນໄລຍະດຽວກັນເພີ້ມຂຶ້ນຈາກ 169.93 ເປັນ 201.81ຊຶ່ງສູງອັນດັບສອງໃນກຸ່ມອາຊຽນຮອງຈາກມຽນມາ ທີ່ຢູ່ໃນອັດຕາ 205.18.