Lao
This article was added by the user . TheWorldNews is not responsible for the content of the platform.

ການອະນຸຍາດໃຫ້ສຳປະທານທີ່ດິນສ່ວນຫຼາຍ ໃນລາວ ບໍ່ໄດ້ປະຕິບັດຕາມກົດໝາຍສົ່ງເສີມການລົງທຶນ

ການອະນຸຍາດໃຫ້ສຳປະທານທີ່ດິນສ່ວນຫຼາຍໃນລາວບໍ່ໄດ້ປະຕິບັດຕາມກົດໝາຍສົ່ງເສີມການລົງທຶນ ແຕ່ເປັນການສວຍໃຊ້ອຳນາດເພື່ອຜົນປະໂຫຍດຂອງພະນັກ ງານລັດ ຈຶ່ງເກີດການຂັດແຍ່ງຢ່າງກວ້າງຂວາງ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ໃນສະພາແຫ່ງຊາດລາວ ເປີດເຜີຍວ່າການກວດກາສຳປະທານທີ່ດິນໃນ ທົ່ວປະເທດ ນັບຕັ້ງແຕ່ເດືອນມັງກອນ 2023 ເປັນຕົ້ນມາ ຈົນເຖິງປັດຈຸບັນ ເຊິ່ງ ສາມາດດຳເນີນການກວດກາໄດ້ 460 ກວ່າໂຄງການ ຫຼືຄິດເປັນ 20.7 ເປີເຊັນ ຂອງສຳປະທານທັງໝົດ 2,223 ໂຄງການນັ້ນ ພົບວ່າການອະນຸຍາດໃຫ້ສຳປະ ທານທີ່ດິນສ່ວນຫຼາຍບໍ່ໄດ້ປະຕິບັດຕາມກົດໝາຍສົ່ງເສີມການລົງທຶນແຕ່ຢ່າງໃດ ຫາກແຕ່ເປັນການສວຍໃຊ້ອຳນາດເພື່ອຜົນປະໂຫຍດຂອງພະນັກງານລັດທີ່ກ່ຽວຂ້ອງໃນທຸກຂັ້ນເປັນດ້ານຫຼັກ ອັນເຮັດໃຫ້ເກີດເປັນການຂັດແຍ່ງຢ່າງກວ້າງຂວາງ ກ່ຽວກັບສິດໃນການຖືຄອງທີ່ດິນລະຫວ່າງປະຊາຊົນລາວກັບບໍລິສັດທີ່ໄດ້ຮັບສຳປະທານທີ່ດິນນັ້ນ ເພາະປະຊາຊົນທີ່ຖືກເວນຄືນທີ່ດິນບຊ່ໄດ້ຮັບການຊົດເຊີຍຢ່າງຍຸດ ຕິທຳ ດັ່ງທີ່ເຈົ້າໜ້າທີ່ສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

ດິນນີ້ເປັນດິນຂອງວົງຄະນາຍາດແຫ່ງຊາດໂດຍສະເພາະແມ່ນດິນແຕ່ລະປະເພດ ຖ້າມີການຫັນປ່ຽນກໍ່ຕ້ອງໄດ້ຮັບອະນຸຍາດຈາກສະພາແຫ່ງຊາດ ເຊິ່ງຢູ່ໃນກົດໝາຍ ລາວເຮົາ ມາດຕາ 49 ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ດິນສະຫງວນນີ້ນະ ປ່າສະຫງວນ ດິນທີ່ມັນຖືກໂຄງການ ກໍ່ຕ້ອງໄດ້ອະນຸຍາດຈາກສະພາແຫ່ງຊາດ ມາດຕາ 50 ນີ້ ຖ້າເປັນດິນປອກຫຼົ່ນ 100 ເຮັກຕານີ້ ກໍ່ຕ້ອງໄດ້ຜ່ານສະພາປະ ຊາຊົນແຂວງຕິ ອັນນີ້ລະຜ່ານມານີ້ ຂ້າພະເຈົ້າສືບຖາມເບິ່ງ ມີແຕ່ຂໍ້ຕົກລົງຂອງ ເຈົ້າແຂວງ ແລ້ວກະເອົາລົດຈົກໄປບຸກໂລດນີ້ ມັນກະສົ່ງຜົນກະທົບໃດ ປະຊາຊົນ ນີ້ເອົາຫຼັກຮົ້ວອອກນຳກະບໍ່ທັນ ທັງໆທີ່ບໍ່ທັນຊົດເຊີຍ.”

ໂດຍອີງຕາມລາຍງານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ລະບຸວ່າທາງການລາວໄດ້ອະນຸຍາດໃຫ້ສຳປະທານທີ່ດິນເພື່ອການຜະລິດ ດ້ານກະສິກຳໄປແລ້ວຈຳນວນເຖິງ 2,223 ໂຄງການ ທີ່ມີພື້ນທີລວມກວ່າ 11 ລ້ານເຮັກຕາ ແຕ່ມີການໃຊ້ທີ່ດິນຕົວຈິງ 600,000 ກວ່າເຮັກຕາ ຫຼື 5 ເປີເຊັນ ເທົ່ານັ້ນຂອງພື້ນທີ່ສຳປະທານທັງໝົດ ສ່ວນສາເຫດສຳຄັນທີ່ເຮັດໃຫ້ເກີດການຂັດ ແຍ່ງກັນຢ່າງກວ້າງຂວາງໃນສັງຄົມລາວນັ້ນ ກໍເພາະວ່າພະນັກງານລັດໄດ້ໃຊ້ອຳ ນາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນໄປສົ່ງມອບໃຫ້ກັບນັກລົງທຶນໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວ ຂະນະທີ່ປະຊາຊົນທີ່ຖືກຍາດແຍ່ງ ເອົາທີ່ດິນກັບໄດ້ຮັບການຊົດເຊີຍໃນອັດຕາທີ່ຕໍ່າຫຼາຍ ເມື່ອສົມທຽບກັບລາຄາທີ່ດິນ ຕົວຈິງນັ້ນ ຈຶ່ງເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງກ່າວ ໄດ້ຮ້ອງຮຽນຕໍ່ຄະນະ ປະຈຳສະພາແຫ່ງຊາດເປັນຈຳນວນຫຼາຍ ແຕ່ກໍ່ສາມາດດຳເນີນມາດຕະການແກ້ ໄຂໄດ້ຢ່າງຈຳກັດ.

ໂດຍສາເຫດທີ່ເຮັດໃຫ້ການແກ້ໄຂບັນຫາສາມາດປະຕິບັດໄດ້ຕໍ່ານັ້ນ ກໍ່ເພາະວ່າບໍ່ ໄດ້ຮັບການຮ່ວມມືຈາກອຳນາດທ້ອງຖິ່ນທີ່ອະນຸຍາດໃຫ້ສຳປະທານທີ່ດິນທີ່ບໍ່ໂປ່ງ ໃສ ໂດຍບັນດາພະນັກງານລັດທີ່ກ່ຽວຂ້ອງໃນການອະນຸຍາດໃຫ້ສຳປະທານທີ່ດິນ ດັ່ງກ່າວ ໄດ້ພາກັນປົກປິດຂໍ້ມູນໂຄງການເພື່ອຈະຫຼົບລ້ຽງການຖືກລົງໂທດຕາມກົດ ໝາຍເປັນສຳຄັນ ເຊິ່ງເຮັດໃຫ້ການດຳເນີນງານໃນໄລຍະທີ່ຜ່ານມາ ສາມາດປະ ຕິບັດໄດ້ພຽງການບັນທຶກຂໍ້ມູນໂຄງການເຂົ້າສູ່ຖານຂໍ້ມູນໃນລະບົບ Electronic ໄດ້ໃນ 11 ແຂວງເທົ່ານັ້ນ ດັ່ງທີ່ທ່ານນາງບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ການຢືນຢັນວ່າ:

ການປ້ອນຂໍ້ມູນໂຄງການເຊົ່າສຳປະທານທີດິນຂອງລັດ ເຂົ້າໃນຖານຂໍ້ມູນໃນ ຂອບເຂດທົ່ວປະເທດມາຮອດປັດຈຸບັນມີຈຳນວນ 2,128 ໂຄງການ ໂດຍໄດ້ດຳ ເນີນການກວດກາ ແລະ ໄດ້ມອບລະຫັດປ້ອນຂໍ້ມູນ ແລະ ແກ້ໄຂຂໍ້ມູນໃຫ້ແກ່ບັນ ດາແຂວງສຳເລັດໃນທ້າຍເດືອນມັງກອນປີ 2023 ໃນ 11 ແຂວງ ຄື ສະຫວັນ ນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື, ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ.”

ທາງດ້ານທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ການຢືນຢັນໃນ ການພົບປະກັບບັນດານັກທຸລະກິດລາວວ່າ ທ່ານໄດ້ມີຄຳສັ່ງໄປເຖິງພາກສ່ວນທີ່ ກ່ຽວຂ້ອງ ເພື່ອໃຫ້ດຳເນີນການກວດກາສຳປະທານທີ່ດິນທຸກໂຄງການໃນທົ່ວປະ ເທດແລ້ວ ໂດຍຖ້າຫາກກວດກາພົບວ່າເປັນການໄດ້ຮັບສຳປະທານບໍ່ຖືກຕ້ອງ ຕາມກົດໝາຍ ຫຼືວ່າບໍ່ຈັດຕັ້ງປະຕິບັດຕາມສັນຍາການລົງທຶນຢ່າງແທ້ຈິງ ລວມ ເຖິງບັນດາໂຄງການທີ່ບໍ່ມີຄວາມຄືບໜ້າ ຫຼືບໍ່ມີການລົງທຶນຢ່າງແທ້ຈິງດ້ວຍນັ້ນ ກໍ່ໃຫ້ດຳເນີນການຍົກເລີກສຳປະທານໄດ້ໃນທັນທີ ແຕ່ວ່າກໍ່ສາມາດຍົກເລີກໄດ້ພຽງ 101 ໂຄງການເທົ່ານັ້ນ ສ່ວນການສຳຫຼວດສະພາບທີ່ດິນ ໂດຍກະຊວງຊັບພະ ຍາກອນທຳມະຊາດ ແລະສິ່ງແວດລ້ອມ ກໍ່ຍັງພົບດ້ວຍວ່າມີທີ່ິດິນຂອງປະຊາຊົນ ຕັ້ງຢູ່ໃນເຂດປ່າສະຫງວນກວ່າ 628,000 ຕອນ ແລະ ຫຼາຍກວ່າ 2,000 ບ້ານ ທີ່ຕັ້ງຢູ່ໃນເຂດປ່າສະຫງວນ ຂະນະທີ່ທາງການລາວຍັງບໍ່ມີແນວທາງທີ່ຊັດເຈນໃນ ການແກ້ໄຂບັນຫາດັ່ງກ່າວຈົນເຖິງປັດຈຸບັນ.