Lao
This article was added by the user . TheWorldNews is not responsible for the content of the platform.

ທ່ານ ແພຕຣິກ ພະນັກງານບໍລິສັດ Texas Environ- mental Plastics ທີ່ໝູນໃຊ້ພະລັງງານຄືນໃໝ່

ໃນລາຍການຊີວິດຊາວລາວສຳລັບວັນພະ ຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ທ່ານປ້ອງ ຫລື Patrick ຊຸມພົນພັັກດີ ພະນັກງານບໍລິສັດ Texas Environmental Plastics ມາ​ສະ​ເໜີ​ທ່ານ. ເຊິ່ງ​ລາວ​ແມ່ນ ຜູ້ທີ່ມີໜ້າທີ່ຮັບຜິດຊອບກ່ຽວກັບ ການຝັງເຄື່ອງເສດເຫລືອຈາກໂຮງງານອຸດສາຫະກຳຕ່າງໆລົງໃນຂຸມຂະ​ໜາດໃຫຍ່ ເພື່ອປ້ອງກັນບໍ່ໃຫ້ກະທົບຕໍ່ສິ່ງ ແວັດລ້ອມແລ້ວສິ່ງເສດເຫຼືອທັງຫຼາຍນັ້ນຈະກາຍມາເປັນ ແກັສເພື່ອນໍາໃຊ້ເປັນ ພະລັງງານຄືນໃໝ່ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ບໍລິສັດ Texas Environmental Plastics ແມ່ນບໍລິສັດເອກກະຊົນ ຕັ້ງຢູ່ໃນລັດເທັກຊັສ ຮັບເໜົາມ້ຽນສິ່ງເສດເຫລືອຈາກໂຮງຈັກ, ໂຮງງານເພື່ອ ປ້ອງກັນສິ່ງແວດລ້ອມທຳມະຊາດ ແລະ ຫັນປ່ຽນ ໃຫ້ເປັນພະລັງງານແກັສ. ບໍລິສັດ Texas Environmental Plastics ເປັນຜູ້ຊ່ຽວຊານຮັບເໝົາ ບໍ່ພຽງ ແຕ່ຢູ່ໃນສະຫະລັດເທົ່າ​ນັ້ນ ແຕ່ຢູ່ນອກປະເທດກໍ​ຮັບເຊັ່ນກັນ.

ທ່ານປ້ອງ ຫລື Patrick ອາຍຸ 62 ປີ ພະນັກງານລາວອາເມຣິກັນຄົນນຶ່ງທີ່ ເຮັດວຽກໃຫ້ບໍລິສັດ Texas Environmental Plastics ມາເປັນເວລາກວ່າ 20 ປີ ໄດ້ອະທິບາຍສູ່ຟັງວ່າ ເຂົາເຈົ້າມີໜ້າທີ່ປູຜ້າຢາງໃຫຍ່ໃສ່ເວີງຂຸມອັນ ກວ້າງໃຫຍ່ທີ່ຖືກຂຸດລໍຖ້າໄວ້ແລ້ວນັ້ນ ເພື່ອນຳເອົາສິ່ງເສດເຫລືອມາຝັງຖີ້ມໃສ່ ໄວ້ຊຶ່ງທ່ານແພຕຣິກ ໄດ້ກ່າວສູ່ີ ວີໂອເອ ຟັງດັ່ງນີ້:

ຫລັງຈາກສິ່ງເສດເຫລືອຕ່າງໆຖືກຖີ້ມລົງໃສ່ຂຸມທີ່ປູດ້ວຍຜ້າປາສຕິກ ທີ່ມີຄວາມ ໜາ ແລະສາມາດຕ້ານທານກັບດິນຟ້າອາກາດໄດ້ຮຽບຮ້ອຍແລ້ວ, ຂຸມຈະຖືກ ປິດ ແລະ ຖົມປົກດ້ວຍຂີ້ດິນຈົນກາຍເປັນເດີ່ນຫຍ້າ ແຕ່ສິ່ງເສດເຫລືອຢູ່ໃນດິນ ຈະກາຍມາເປັນເຊື້ອແກັສທີ່ນຳມາໃຊ້ໄດ້ ຊຶ່ງທ່ານ Patrick ກ່າວສູ່ຟັງດັ່ງນີ້:

ວຽກງານດັ່ງກ່າວນີ້ເປັນວຽກອອກແຮງງານ ທີ່ພົວພັນກັບດ້ານເທັກນິກ ແລະ ຕ້ອງໄດ້ເດີນທາງໄປປະຕິບັດງານຢູ່ຫລາຍແຫ່ງໃນສະຫະລັດ ແລະນອກປະ ເທດ ຊຶ່ງທ່ານ Patrick ໄດ້ກ່າວເຖິງລາຍໄດ້ປະຈຳປີດັ່ງນີ້

ນາງຜາດີ ຊຸມພົນພັກດີ ພັນລະຍາຂອງທ່ານ Patrick ແມ່ນແມ່ຍິງຄົນອາເມຣິ ກັນເຊື້ອສາຍລາວຄົນດຽວມີໜ້າທີ່ເຮັດວຽກທົ່ວໄປໃຫ້ແກ່ບໍລິສັດ Texas Environmental Plastics ເຊັ່ນ​ກັນ​ກໍໄດ້ກ່າວມ້ວນທ້າຍ ກ່ຽວກັບ ວຽກງານ ດັ່ງນີ້:

ທ່ານ Patrick ແລະພັນລະຍານາງຜາດີ ຄູ່ຜົວເມຍ ເຮັດວຽກເດີນທາງໄປມາ ຮ່ວມກັນ ໄດ້ເຫັນຫລາຍບ້ານຫລາຍເມືອງຢູ່ໃນສະຫະລັດ ແລະບາງຄັ້ງອອກ ນອກປະເທດ ມາເປັນເວລາ 20 ກວ່າປີ. ສ່ວນພວກລູກເຕົ້າພາໃຫຍ່ມີຄອບຄົວ ຂອງໃຜລາວ. ທ່ານແພຕຣິກ ແລະນາງຜາດີ ສາມາດສ້າງລາຍໄດ້ປີນຶ່ງເກືອບ ສອງແສນໂດລາ ແລະອີກບໍ່ດົນ​ກໍຈະອອກບໍານານ.