Lao
This article was added by the user . TheWorldNews is not responsible for the content of the platform.

ທາງການແຂວງຢູໜານ ຂອງຈີນກຳໜົດໂຄຕາ ການນຳເຂົ້າງົວຈາກລາວພຽງ 3,000 ໂຕ ເທົ່ານັ້ນ

ທາງການແຂວງຢູໜານ ຂອງຈີນກຳໜົດໂຄຕາ ການນຳເຂົ້າງົວຈາກລາວພຽງ 3,000 ໂຕ ເທົ່ານັ້ນ ເພາະຍັງບໍ່ເຊື່ອໝັ້ນວ່າການລ້ຽງງົວສ່ວນຫລາຍໃນລາວ ຈະໄດ້ມາດຕະຖານສາກົນທາງດ້ານອານະໄມ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ຖະແຫລງວ່າການທີ່ລັດຖະບານຈີນ ໄດ້ໃຫ້ໂຄຕາການນຳເຂົ້າງົວຈາກລາວ 5 ແສນໂຕ ໃນແຕ່ລະປີນັ້ນ ບໍ່ໄດ້ໝາຍຄວາມວ່າ ຈີນຈະຕ້ອງນໍາເຂົ້າງົວຈາກລາວເຖີິງ 5 ແສນໂຕ ໃນການປະຕິບັດໂຕຈິງແຕ່ຢ່າງໃດ ເພາະໂຄຕາດັ່ງກ່າວ ເປັນການກຳໜົດພຽງໃນຫລັກການເທົ່ານັ້ນ ສ່ວນການນຳເຂົ້າໂຕຈິງນັ້ນຈະຕ້ອງຂຶ້ນຢູ່ກັບລະດັບຄວາມຕ້ອງ ການໂຕຈິງຂອງຈີນເປັນສຳຄັນ ໂດຍສຳລັບປິ 2023 ນີ້ ທາງການຈີນ ໂດຍແຂວງຢູໜານ ກໍໄດ້ກຳໜົດໂຄຕາໃຫ້ນຳເຂົ້າງົວຈາກລາວແລ້ວ 3,000 ໂຕ ແລະຍັງດຳເນີນການເຈລະຈາ ເພື່ອຂໍໃຫ້ທາງການຈີນເພີ້ມໂຄຕານຳເຂົ້າ 17 ລາຍ ການສິນຄ້າກະສິກຳຂອງລາວທັງໝົດ 48 ລາຍການ ດັ່ງທີ່ທ່ານເພັດ ໄດ້ຖະ ແຫລງຢືນຢັນວ່າ:

"ປັດຈຸບັນ ເຈລະຈາທັງໝົດມີຢູ່ 48 ລາຍການ ຢູ່ໃນນັ້ນມີປະເທດຈີນ 17ລາຍ ການ ສຳລັບ ສປ.ຈີນ ແມ່ນພວກເຮົາຮ່າງສັນຍາແລ້ວມີ 2 ລາຍການ ມີ ໝາກມ່ວງ ກັບໝາກມ່ວງຫິມະພານ ແລະມາເບິ່ງມູນຄ່າສົ່ງອອກ 6 ເດືອນຕົ້ນປີນີ້ ສາມາດສົ່ງອອກໄດ້ 736 ລ້ານໂດລາສະຫະລັດ ຖ້າທຽບໃສ່ແຜນການກໍໄດ້ 61 ເປີເຊັນ ຂອງແຜນ ສ່ວນສັດໃຫຍ່ປີນີ້ ແຂວງຢູນານໃຫ້ 3,000 ໂຕ.”


ໃນປີ 2022 ລາວສົ່ງອອກສິນຄ້າກະສິກຳໄປຕ່າງປະເທດໃນມູນຄ່າລວມ 1,180 ລ້ານໂດລາສະຫະລັດ ເພີ້ມຂຶ້ນ 40 ເປີເຊັນ ທຽບໃສ່ປີ 2021 ໃນນີ້ ເປັນການສົ່ງອອກພືດ ແລະຜະລິດຕະພັນຈາກພືດທີ່ມີມູນຄ່າລວມ 1,120 ລ້ານໂດລາສະຫະລັດ ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະ ມີມູນຄ່າລວມ ພຽງແຕ່ 53 ລ້ານໂດລາສະຫະລັດເທົ່ານັ້ນ ເຖິງແມ່ນວ່າຈະໄດ້ຮັບໂຄຕາໃນການສົ່ງງົວໄປຈີນເຖິງ 5 ແສນໂຕໃນແຕ່ລະປີກໍຕາມ ແຕ່ດ້ວຍເຫດທີ່ລະບົບການລ້ຽງງົວ ຄວາຍໃນລາວຍັງບໍ່ໄດ້ມາດຕະຖານຕາມກຳນົດຂອງທາງການຈີນ ຈຶ່ງເຮັດໃຫ້ບໍ່ສາມາດຈັດສົ່ງງົວໄປຈີນໄດ້ຕາມໂຄຕາດັ່ງກ່າວ ເພາະລາວຍັງບໍ່ສາມາດຈະເພີ້ມການຜະລິດສິນຄ້າກະສິກຳ ແລະປະສຸສັດທີ່ໄດ້ມາດຕະຖານ ຕາມຕ້ອງການຂອງຕະຫລາດໃນຈີນນັ້ນເອງ.

ທັງນີ້ໂດຍກະຊວງການຄ້າຈີນໄດ້ກຳນົດ 12 ເງື່ອນໄຂດ້ວຍກັນສຳລັບການນຳເຂົ້າງົວຈາກລາວ ຄືງົວຕ້ອງມີນໍ້າໜັກ 350 ກິໂລກຣາມຂຶ້ນໄປ ອາຍຸບໍ່ເກີນ 4 ປີຕ້ອງ ມາຈາກພືິ້ນທີ່ ທີ່ປາດສະຈາກພະຍາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ໃນເຂດທ້ອນໂຮມຢ່າງນ້ອຍ 45 ວັນ ຕ້ອງລ້ຽງແຍກເພດໃນ 6 ເດືອນ ຈະຕ້ອງມີການກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ ຕ້ອງຂື້ນທະບຽນສັດ ກວດການຖືພາ ສັກຢາພະຍາດປາກເປື່ອຍ 2 ເຂັມຈັດເກັບໂຕຢ່າງ ແລະວິໃຈພະຍາດເປັນປະຈຳ ຕິດຕາມການນໍາໃຊ້ອາຫານ ແລະການໃຊ້ຢາກັນພະຍາດ ຄວບຄຸມການເຄື່ອນຍ້າຍຢ່າງມີມາດຕະຖານສາກົນ ແລະຕ້ອງສັກຢາ 30 ວັນກ່ອນທີ່ຈະສົ່ງໄປຈີນ.

ນອກຈາກນີ້ ການຜະລິດທີ່ມີຕົ້ນທຶນສູງ ແລະການຂາດເທັກນິກ ການຜະລິດສະໄໝໃໝ່ ລວມເຖິງການ ຂາດເງິນທຶນສຳລັບການພັດທະນາຜະລິດຕະພັນ ໂດຍສະເພາະແມ່ນການພັດທະນາຜະລິດຈະພັນຂອງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ນັ້ນກໍຄືປັນຫາສຳຄັນທີ່ເຮັດໃຫ່້ສິນຄ້າທີ່ເປັນຜະລິດຕະພັນຕ່າງໆຂອງລາວຍັງບໍ່ສາມາດແຂ່ງຂັນໃນຕ່າງປະເທດໄດ້ ທັງບໍ່ສາມາດຜະລິດເພື່ອທົດແທນການນຳເຂົ້າຈາກຕ່າງປະເທດໄດ້ອີກດ້ວຍ ດັ່ງທີ່ນັກທຸລະກິດໃນດ້ານການຄ້າຂາອອກ ຂາເຂົ້າໃນລາວ ໄດ້ໃຫ້ການຢືນຢັນວ່າ:

“ການຜະລິດເພື່ອທົດແທນການນຳເຂົ້າ ພວກເຮົາຕ້ອງໄດ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະຂະໜາດກາງ ຫລືຜູ້ປະກອບການພາຍໃນ ແລະທີ່ຜ່ານມານີ້ກະມີຜູ້ປະກອບການພາຍໃນທີ່ມີຄວາມຂະຫບຍັນໃນການເຮັດທຸລະກິດ ໂດຍການສ້າງໂຮງງານປຸຍ ໂຮງງານຫົວອາຫານ ສ້າງຟາມຂະໜາດໃຫຍ່ ແຕ່ວ່າຍັງບໍ່ສາມາດທົດແທນການນຳເຂົ້າຫົວອາຫານ ແລະປຸຍໄດ້ ຈາກການສຳຫລວດເຜີໆ ສິນຄ້າຜະລິດ ຢູ່ພາຍໃນຫັ້ນແພງກວ່ານຳເຂົ້າ ສະນັ້ນພວກເຮົາ ມີານສຳຫລວດຄືນຕ່ອງໂສ້ການຜະລິດ ແລະຕ່ອງໂສ້ມູນຄ່າ ເຮົາຈຶ່ງສິຮູ້ວ່າເປັນຫຍັງມັນແພງ ເປັນຫຍັງມັນຈຶ່ງສິຖືກ ແລ້ວເຮົາຈຶ່ງສິຊອກຫາຈຸດສົ່ງເສີມໄດ້.”

ໂດຍການສົ່ງອອກສິນຄ້າກະສິກຳຂອງລາວໃນ 6 ເດືອນ ຕົ້ນປີ 2023 ມີມູນຄ່າເກີນກວ່າ 1,000 ລ້ານໃນນີ້ເປັນການສົ່ງໄປຈີນໃນສັດສ່ວນເຖິງ 85 ເປີເຊັນ.