Lao
This article was added by the user . TheWorldNews is not responsible for the content of the platform.

ວີ​ໂອ​ເອ​ລາວ ໂອ້​ລົມ​ກັບ​ບັນ​ດານັກລ່າເນື້ອ ລາວອາເມຣິກັນ ກ່ຽວ​ກັບປະສົບການ ຂອງ​ພວກ​ເຂົາ​ເຈົ້າ

ທ່ານຜູ້ຟັງທີ່ເຄົາລົບ ເດືອນຕຸລາຫາເດືອນພະຈິກ ແມ່ນລະດູລ່າເນື້ອ ໂດຍສະເພາະຍິງກວາງ ຢູ່ໃນສະຫະລັດ. ເພາະສະນັ້ນ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບບັນດານັກລ່າເນື້ອ ກ່ຽວກັບປະສົບການ ທີ່ເຂົາເຈົ້າໄດ້ປະຕິບັດມາ

ເລີ້ມແຕ່ເດືອນຕຸລາ ຫາເດືອນພະຈິກ ແມ່ນລະດູທີ່ທາງການອະນຸຍາດໃຫ້ລ່າເນື້ອຍິງກວາງຢູ່ໃນສະຫະລັດ ເພື່ອຄວບຄຸມຈຳນວນສັດ ໂດຍສະເພາະຢູ່ທາງພາກກາງ ແລະພາກເໜືອ ບ່ອນທີ່ອາກາດເລີ້ມເຢັນລົງ ຊຶ່ງເວລານີ້ ເປັນລະດູໃບໄມ້ຫລົ່ນ. ພວກນັກລ່າເນື້ອເຫລົ່ານີ້ ໄດ້ພາກັນລໍຖ້າລະດູການນີ້ໃຫ້ມາເຖິງ ຊຶ່ງເຂົາເຈົ້າໄດ້ປະຕິບັດກັນເປັນປະເພນີໃນແຕ່່ລະປີ. ແຕ່ຫລາຍຄົນກໍໄດ້ພາກັນຢຸດເຊົາ ຍ້ອນມີປະສົບການອີ່ດູຕົນສົງສານສັດ.

ທ່ານໂຕ້ນ ຈັນທະນາຄອນ ຢູ່ເມືອງອາມາຣິນໂລ ລັດເທັກຊັສ ທາງພາກກາງຕອນໃຕ້ຂອງສະຫະລັດ. ທ່ານເປັນນັກໂຮ່ເນື້ອ ທີ່ມີຊື່ສຽງ ແລະບົດບາດຂອງທ່ານໄດ້ຖືກບັນທຶກໄວ້ ຢູ່ຫໍສະໝຸດເມືອງອາມາຣິນໂລ ຍ້ອນວ່າ ທ່ານສາມາດປາບໝູ່ປ່າໃຫຍ່ທີ່ຮ້າຍແຮງ ເຂົ້າມາທຳລາຍເຄື່ອງປູກຂອງຝັງ ຢູ່ຮົ້ວສວນຂອງຊາວບ້ານເມື່ອຫລາຍປີທີ່ຜ່ານມາ. ແຕ່ວ່າຕົກມາບັດນີ້ ທ່ານໂຕ້ນໄດ້ປະລະການລ່າເນື້ອຢ່າງສິ້ນເຊີງ ຊຶ່ງທ່ານໂຕ້ນ ໄດ້ໃຫ້ເຫດຜົນສູ່ ວີໂອເອ ຟັງດັ່ງນີ້:

ໃນອີກດ້ານນຶ່ງ ທ່ານສົມພູ ນັນທະເສນ ​ທຳການລ້າເນື້ອຢູ່ແຕ່ລະປີ ໃນລັດອໍເຣກັນ ທາງພາກຕາເວັນຕົກສຽງ​ເໜືອ ຂອງສະຫະລັດ. ບ່ອນນີ້ ອຸດົມສົມ​ບູນໄປດ້ວຍສັດປ່າ ແລະປູປານານໍ້າ. ປະຊາຊົນຢູ່ເຂດນີ້ ພາກັນມ່ວນຊື່ນກັບລະດູການລ່າເນື້ອ ແລະຕຶກເບັດຫາປາ ຢູ່ຕະຫຼອດປີ ຊຶ່ງທ່ານສົມພູ ໄດ້ກ່າວເຖິງ ປະສົບການ ແລະລະບຽບການລ່າເນື້ອ ສູ່ຟັງດັ່ງນີ້:

ທ່ານໂຕ້ນ ອາຍຸ 64 ປີ ນັບຖືສາດສະໜາພຸດ ຫລັງຈາກໄດ້ລ່າເນື້ອມາເປັນເວ ລາຫລາຍປີ ແລະບັດນີ້ທ່ານໄດ້ບຳນານ ເປັນພໍ່ຕູ້ ມີລູກ ມີຫລານ ແລະບໍ່ຈັບປືນເຂົ້າປ່າຍິງສັດເໝືອນດັ່ງທີ່ເຄີຍປະຕິບັດມາຕໍ່ໄປອີກ. ຢູ່ຕາມຝາເຮືອນຂອງທ່ານມີເຂົາກວາງຫລາຍເຂົາ ຫ້ອຍໄວ້ເປັນອະນຸສອນ ໃຫ້ລູກຫລານໝູ່ຄູ່ໄດ້ເບິ່ງເຖິງຄວາມອົງອາດກ້າຫານ ແລະຄວາມຊຳນານ. ທ່ານໂຕ້ນ ໄດ້ກ່າວມ້ວນທ້າຍບອກສອນລູກສອນຫລານ ກ່ຽວກັບປະສົບການລ່າເນື້ອດັ່ງນີ້:

ແຕ່ລະປີ ລັດຖະບານຂອງແຕ່ລະລັດ ໃນສະຫະລັດອາເມຣິກາ ມີກົດລະບຽບທີ່ເຄັ່ງຂັດ ທີ່ພວກນັກລ່າເນື້ອຕ້ອງມີໃບອະນຸຍາດໃຫ້ລ່າເນື້ອຍິງກວາງໄດ້ປີນຶ່ງເທື່ອນຶ່ງ ເຫັດຜົນກໍເພື່ອຄວບຄຸມການແຜ່ຜາຍສັດ. ເພາະສະນັ້ນ ພວກນັກລ່າເນື້ອຈະສາມາດຍິງໄດ້ ແຕ່ກວງໂຕຜູ້ ທີ່ມີເຂົາຊີ້ອອກມາເທົ່ານັ້ນ ແລະກວງໂຕແມ່ສາມາດຍິງໄດ້ ໃນຂອບເຂດຈຳນວນຈຳກັດທີ່ສຸດ.