Lao
This article was added by the user . TheWorldNews is not responsible for the content of the platform.

ຍານາງມາຣີລິນ ບຸນນະຜົນ ນັກຕັດຫຍິບລະດັບສາກົນ

ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາມີການໂອ້ລົມ ກັບຍານາງມາຣີລິນ ບຸນນະຜົນ ຊ່າງຫຍິບເຄື່ອງແມ່ຍິງ ຢູ່​ທີ່ Old Town, Alexandria ໃນລັດເວີຈີເນຍ. ຮ້ານດັ່ງກ່າວ ເປັນຮ້ານທີ່ມີລາແພງ ຊຶ່ງລູກຄ້າສ່ວນໃຫຍ່ແມ່ນບຸກຄົນສຳຄັນ ຢູ່ໃນວົງການປົກຄອງຂອງລັດຖະບານສະຫະລັດ ພ້ອມດ້ວຍບັນ ດານັກທຸລະກິດ ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ.

ຍານາງມາຣິລິນ ບຸນນະຜົນ (ຂວາ) ແລະທ່ານນາງແນນຊີ ເພໂລຊີ ອະດີດປະທານສະພາຕໍ່າ ລູກຄ້າປະຈຳ ຮ້ານ Marilin's Stich House
ຍານາງມາຣິລິນ ບຸນນະຜົນ (ຂວາ) ແລະທ່ານນາງແນນຊີ ເພໂລຊີ ອະດີດປະທານສະພາຕໍ່າ ລູກຄ້າປະຈຳ ຮ້ານ Marilin's Stich House

ຢູ່ໃນເຂດ​ເມືອງ​ເກົ່າ ຫຼື Old Town Alexandria ມີຮ້ານຫຍິບເຄື່ອງຊື່ວ່າ Marilin’s Stich House ເປັນຮ້ານທີ່ມີລາຄາແພງແລະມີຄຸນນະພາບສູງ ແລະຕັ້ງຢູ່ໃນເມືອງສຳຄັນ ດ້ານປະຫວັດສາດຂອງສະຫະລັດ. ເຂດ Old Town Alexandria ຕັ້ງຢູ່ທາງພາກເໜືອ ຂອງລັດເວີຈີເນຍ ຕິດແຄມແມ່ນໍ້າໂປໂຕແມັກ ກົງກັນຂ້າມກັບນະຄອນຫຼວງວໍຊິງຕັນ. ບ້ານເຮືອນຈຳນວນນຶ່ງຖືກອະນຸລັກຮັກສາໄວ້ໃຫ້ຢູ່ໃນຮູບເດີມ ເປັນເຮືອນໄມ້ສອງຊັ້ນໃນສະໄໝຫົວເມືອງຂຶ້ນຂອງອັງກິດເມື່ອ 200 ກວ່າປີກ່ອນ. ຖະຫົນຫົນທາງບາງບ່ອນປູດ້ວຍກ້ອນຫີນ ສຳລັບລົດມ້າແລ່ນ ໄປມາໃນສະໄໝນັ້ນ.

ຊຸດສະຕີລາວສະໄໝໃໝ່ ອອກແບບ ໂດຍ ມາຣີລິນ ບຸນນະຜົນ
ຊຸດສະຕີລາວສະໄໝໃໝ່ ອອກແບບ ໂດຍ ມາຣີລິນ ບຸນນະຜົນ

ຍານາງມາຣີລິນ ບຸນນະຜົນ ເຈົ້າຂອງຮ້ານ Marilin’s Stich House ຄົນອາເມຣິກັນເຊື້ອສາຍລາວ ເປັນຊ່າງຫຍິບເຄື່ອງທີ່ມີພອນສະຫວັນ. ມາຣີລິນສຳເລັດ ການສຶກສາ ດ້ານຕັດຫຍິບ ຈາກສະຖາບັນ ESMOD Fashion Design & Business ຈາກນະຄອນຫລວງປາຣີ ປະເທດຝຣັ່ງ ແລະ KALAWIN International Fashion Institute ທີ່ເປັນສາຂາຢູ່ໃນປະເທດໄທ. ບັນດາລູກຄ້າປະຈຳຂອງມາຣິລິນ ມາຈາກວົງການລັດຖະບານສະຫະລັດ ແລະສັງຄົມຊັ້ນສູງ ເຊັ່ນວ່າ ຍານາງແນນຊີ ເພໂລຊີ ອະດີດປະ​ທານສະພາຕໍ່າ ທ່ານນາງຈິ​ລ ​ໄບ​ເດັນ ສະຕີໝາຍເລກນຶ່ງ ພັນລະຍາຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ. ນອກນັ້ນ ກໍຍັງມີລູກຄ້າຜູ້ສຳຄັນ ອີກຫລາຍໆຄົນ ຊຶ່ງຍານາງມາຣິລິນ ໄດ້ເລົ່າກ່ຽວກັບທຸລະກິດວຽກງານສູ່ ວີໂອເອ ຟັງດັ່ງນີ້:

ຍານາງຄອນນີ ວຽງທິສານ ແມ່ນລັດຖະກອນລັດຖະບານກາງ ຄົນນຶ່ງຢູ່ໃນນະ ຄອນຫລວງວໍຊິງຕັນ ແລະເປັນເພື່ອນໃກ້ຊິດກັບ ຍານາງມາຣິລິນ ໄດ້ກ່າວເຖິງ ຝິມື ແລະການວາງສະແດງຂອງມາຣີລິນວ່າ:

ຊຸດສາກົນ ອອກແບບໂດຍ ມາຣິລິນ ບຸນນະຜົນ
ຊຸດສາກົນ ອອກແບບໂດຍ ມາຣິລິນ ບຸນນະຜົນ

ຄອບຄົວຂອງ ມາຣີລິນ ບຸນນະຜົນ ມີພອນສະຫວັນດ້ານຕັດຫຍິບ ມາໄດ້ສາມຊົ່ວຄົນທີ່ໄດ້ເລີ້ມມາຈາກແມ່ຕູ້ ແມ່ ແລະຖ່າຍທອດສືບຕໍ່ລົງມາຈົນເຖິງມາຣີລິນ ຜູ້ທີ່ໄດ້ຮໍ່າຮຽນ ປັບປຸງດ້ານເທັກນິກຂອງສະໄໝໃໝ່ ຊຶ່ງ ມາຣີລິນ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ຮ້ານ Marilin's Stich House ທີ່ເມືອງເກົ່າ ອາເລັກຊານເດຣຍ ລັດເວີຈີເນຍ
ຮ້ານ Marilin's Stich House ທີ່ເມືອງເກົ່າ ອາເລັກຊານເດຣຍ ລັດເວີຈີເນຍ

ບັນຍາກາດສັງຄົມເຂດນະຄອນຫລວງວໍຊິງຕັນ ເປັນບ່ອນເຕົ້າໂຮມ ບັນດານັກການເມືອງ ຜູ້ບໍລິຫານປະເທດ ແລະວົງສັງຄົມຊັ້ນສູງ. ເພາະສະນັ້ນ ຕ້ອງໄດ້ມີການນຸ່ງຖື ຕົກແຕ່ງໃຫ້ທັນສະໄໝ ໃນເວລາລາດຊະການ ຊຸມນຸມກິນລ້ຽງສັງສັນຕ້ອນຮັບ ຢູ່ໃນພິທີຕ່າງໆ. ມາຣີລິນ ບຸນນາຜົນ ແມ່ນສະຕິອາເມຣິກັນເຊື້ອ ສາຍລາວ ທີ່ໄດ້ບັນລຸຜົນ​ສຳ​ເລັດ ແລະສ້າງຊື່ສຽງໃນການປະກອບວິຊາອາຊີບ.