Lao
This article was added by the user . TheWorldNews is not responsible for the content of the platform.

ຕຳຫຼວດ ໄທ ຢືນຢັນວ່າແກັ່ງຄ້າຢາເສບຕິດມີເຄືອຂ່າຍຢ່າງກວ້າງຂວາງ ແລະ ມີສ່ວນກ່ຽວຂ້ອງກັບການກໍ່ອາຊະຍາກຳທຸກຮູບແບບໃນເຂດລຸ່ມແມ່ນໍ້າຂອງ

ຕຳຫຼວດ ໄທ ຢືນຢັນວ່າແກັ່ງຄ້າຢາເສບຕິດມີເຄືອຂ່າຍຢ່າງກວ້າງຂວາງ ແລະ ມີສ່ວນກ່ຽວຂ້ອງກັບການກໍ່ອາຊະຍາກຳທຸກຮູບແບບໃນເຂດລຸ່ມແມ່ນໍ້າຂອງທີ່ພົວພັນເຖິງແກັ່ງອາຊະຍາກຳຈາກ ຈີນ ດ້ວຍ.

ຕຳຫຼວດໃນຝ່າຍປາບປາມຢາເສບຕິດຂອງ ໄທ ເປີດເຜີຍວ່າການເພີ່ມມາດຕະການເຂັ້ມງວດໃນການປາບປາມການຄ້າຢາເສບຕິດໃນແລວແມ່ນໍ້າຂອງລະຫວ່າງ ຈີນ, ມຽນມາ, ລາວ, ໄທ ນັບຈາກປີ 2011 ເປັນຕົ້ນມາຈົນເຖິງປັດຈຸບັນ ເຖິງແມ່ນວ່າຈະເຮັດໃຫ້ສາມາດຈັບກຸມຜູ້ຕ້ອງຫາ ແລະ ຍຶດຢາເສບຕິດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ ແຕ່ກໍຍັງປາກົດມີການລັກລອບຂົນສົ່ງຢາເສບຕິດເພີ່ມຂຶ້ນນັບມື້ດ້ວຍເຊັ່ນກັນ ທັງຍັງມີການຜະລິດຢາເສບຕິດຊະນິດໃໝ່ເພີ່ມຂຶ້ນອີກຕ່າງຫາກ ເຊັ່ນການປະສົມລະຫວ່າງຢາໄອຊ໌ ກັບສານທີ່ສະກັດຈາກກັນຊາ ແລະ ຢາໄອຊ໌ປະສົມກັບເຄື່ອງດື່ມຕ່າງໆທີ່ສາມາດຍຶດໄດ້ຫຼາຍຂຶ້ນໃນເຂດສາມຫຼ່ຽມຄຳທີ່ເປັນຊາຍແດນໃນແມ່ນໍ້າຂອງລະຫວ່າງ ມຽນມາ, ລາວ, ໄທ ນັ້ນໂດຍຢາເສບຕິດດັ່ງກ່າວນີ້ຍັງມີການຂາຍ ແລະ ສັ່ງຊື້ໄດ້ຈາກສື່ສັງຄົມອອນໄລນ໌ ອີກດ້ວຍຊຶ່ງສາເຫດທີ່ເຮັດໃຫ້ແກັ່ງຄ້າຢາເສບຕິດສາມາດດຳເນີນການໄດ້ດັ່ງກ່າວກໍເພະາວ່າມີເຄືອຂ່າຍກວ້າງ ຂວາງ, ມີການຈັດຕັ້ງເປັນແກັ່ງມາເຟຍຂະໜາດໃຫຍ່ທີ່ກໍ່ອາຊະຍາກຳທຸກຮູບແບບນັ້ນເອງ ດັ່ງທີ່ນາຍພົນຕຳ ຫຼວດໄທ ໄດ້ໃຫ້ການຢືນຢັນວ່າ

"ປັດຈຸບັນນີ້ຢາເສບຕິດມັນເຂົ້າໄປຢູ່ໃນທຸກອາຊະກຳໃນທຸກປະເພດ ສື່ສັງຄົມ ສັ່ງຂອງໄດ້ ມັນເອົາມາສົ່ງໜ້າບ້ານ ພໍ່-ແມ່ກໍຈ່າຍເງິນໃຫ້ລູກໄປຮຽນ ລູກກໍຊື້ຢາຈັ່ງຊີ້ ແລ້ວບໍ່ເບິ່ງແຍງລູກເຂົາແທນເຂົານີ້ ແລ້ວເຂົາຈະໄປຫາກິນຈັ່ງໃດ ປະເທດຈະພັດທະນາບ່ອນໃດ? ຖ້າເຈົ້າໄປເບິ່ງໃນປະເທດຂ້າງນອກ ບໍ່ແມ່ນປະເທດໄທ ມັນເປັນມາເຟຍກັນເລີຍ ມັນສັ່ງເປັນສັ່ງຕາຍກັນໄດ້ ແຕ່ເຮົານີ້ຍັງບໍ່ເຖິງຂະໜາດນັ້ນ."

ທັງນີ້ນັບແຕ່ເດືອນທັນວາ 2011 ເຖິງເດືອນກໍລະກົດ 2023 ທາງການຕຳຫຼວດຈີນ, ມຽນມາ, ລາວ, ໄທ ໄດ້ຮ່ວມ ກັນປະຕິບັດການລາດຕະເວນທາງເຮືອໃນແລວແມ່ນໍ້າຂອງລະຫວ່າງ 4 ປະເທດແລ້ວ ຈຳນວນທັງໝົດ 131 ຄັ້ງ ໂດຍໃນແຕ່ລະຄັ້ງຈະໃຊ້ເວລາ 4-5 ວັນເພື່ອການລາດຕະເວນໃນເຂດນໍ້າຂອງລະຫວ່າງ 4 ປະເທດທີ່ມີໄລຍະທາງຍາວ 620 ກິໂລແມັດ ແລະ ສຳລັບໃນຊ່ວງທີ່ບໍ່ມີປະຕິບັດການລາດຕະເວນນັ້ນກໍຈະເນັ້ນໜັກການແລກ ປ່ຽນຂໍ້ມູນຂ່າວສານດ້ານຢາເສບຕິດລະຫວ່າງກັນຢ່າງໃກ້ຊິດ ໂດຍສະເພາະໃນປີ 2022 ນັ້ນກໍເຮັດໃຫ້ທາງ ການລາວ ແລະ ໄທ ສາມາດສະກັດກັ້ນ ແລະ ປາບປາມການຄ້າຢາເສບຕິດຢູ່ເຂດຊາຍແດນ 2 ປະເທດໄດ້ຢ່າງມີປະສິດທິພາບສູງຂຶ້ນ ຊຶ່ງເຫັນໄດ້ຈາກການທີ່ຕຳຫຼວດໄທ ສາມາດຈັບນັກຄ້າຢາເສບຕິດໄດ້ຫຼາຍກວ່າ 1 ແສນຄົນ ແລະ ຍັງຂະຫຍາຍຜົນຈາກການສອບສວນໄປສູ່ການຍຶດຊັບຂອງຜູ້ຕ້ອງຫາໄດ້ຫຼາຍກວ່າ 17,000 ລ້ານບາດ ໃນຂະນະທີ່ທາງການລາວສາມາດຈັບກຸມນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນຊຶ່ງໃນນີ້ກໍລວມເຖິງຜູ້ຕ້ອງຫາສັນຊາດ ຈີນ, ມຽນມາ, ຫວຽດນາມ ແລະ ໄທ ດ້ວຍເຖິງ 2,083 ຄົນທັງຍັງກວດພົບດ້ວຍວ່າມີແມ່ຍິງລາວຈຳນວນຫຼາຍທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການຄ້າໂສເພນີໃນປະເທດເພື່ອນບ້ານອີກດ້ວຍ ດັ່ງທີ່ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ຖະແຫຼງຢືນຢັນວ່າ

“ພວກຄ້າມະນຸດມີການເຄື່ອນໄຫວ, ຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ຫຼອກລວງເພື່ອໃຫ້ຜູ້ຖືກເຄາະຮ້າຍກະທຳຜິດຖານການຄ້າໂສເພນີ, ການຂູດຮີດແຮງງານ ແລະ ອື່ນໆ. ການກະທຳດັ່ງກ່າວເປັນການກະທຳຜິດຕໍ່ກົດໝາຍ-ວັດທະນະທຳອັນດີງາມຂອງຊາດ ບັນຫາທີ່ໜ້າເປັນຫ່ວງທີ່ສຸດແມ່ນພົນລະເມືອງລາວຈຳນວນບໍ່ນ້ອຍຖືກນາຍໜ້າຕົວະຍົວະຫຼອກລວງໄປອອກແຮງງານແລ້ວຖືກຂູດຮີດແຮງງານຢູ່ປະເທດໃກ້ຄຽງ ຊຶ່ງໄດ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈຳນວນຫຼວງຫຼາຍ.”

ສ່ວນຜູ້ປະສານງານເຄືອຂ່າຍຄຸ້ມຄອງແຮງງານອົບພະຍົບໃນອາຊຽນເປີດເຜີຍວ່າແຮງງານຕ່າງຊາດທີ່ລັກລອບທຳງານໂດຍຜິດກົດໝາຍໃນປະເທດ ໄທ ໄດ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດເພີ່ມ ຂຶ້ນໃນໄລຍະ 6 ປີມານີ້ ຊຶ່ງເຫັນໄດ້ຈາກການທີ່ຕຳຫຼວດໄທ ສາມາດສະກັດກັ້ນການຄ້າມະນຸດໄດ້ເຖິງ 2,984 ກໍລະນີ ແລະ ຈັບຜູ້ຕ້ອງຫາໄດ້ 3,987 ຄົນ ໂດຍສາມາດໃຫ້ການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອໄດ້ເຖິງ 7,827 ຄົນ ແລະ ໃນນີ້ເກີນກວ່າ 90 ເປີເຊັນກໍຄື ແຮງງານມຽນມາ, ກຳປູເຈຍ ແລະ ລາວ ທີ່ລັກລອບທຳງານໂດຍຜິດກົດໝາຍໃນໄທ.