Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະບານໄທ ວາງແຜນປະຕິບັດການເພື່ອຢຸດບັນຫາແຮງງານຕົກເປັນເຫຍື່ອ ຂອງການຄ້າມະນຸດຢ່າງສິ້ນ ເຊີງໃນປີ 2025

ລັດຖະບານໄທ ວາງແຜນປະຕິບັດການເພື່ອຢຸດບັນຫາແຮງງານຕົກເປັນເຫຍື່ອຂອງການຄ້າມະນຸດ ທັງການຄ້າປະເວນີ ແຮງງານໃນເຮືອປະມົງ ແລະເດັກຂໍທານ ໃຫ້ໄດ້ຢ່າງສິ້ນເຊີງ ໃນປີ 2025 ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສຸງໃນກະຊວງແຮງງານໄທ ເປີດເຜີຍວ່າ ຄະນະລັດຖະມົນຕີໄທ ຫຼື ຄຣມ ໄດ້ຕັ້ງເປົ້າໝາຍຈະດຳເນີນມາດຕະການປາບປາມການຄ້າມະນຸດໃຫ້ໝົດໄປຈາກປະເທດໄທໃຫ້ໄດ້ຢ່າງສິ້ນເຊີງ ພາຍໃນປີ 2025 ໂດຍສະເພາະແມ່ນການຄ້າປະເວນີ ແຮງງານເຖື່ອນໃນເຮືອປະມົງ ແລະເດັກຂໍທານ ຊຶ່ງຖືເປັນ 3 ຮູບແບບຂອງການຄ້າມະນຸດທີ່ຮຸນແຮງທີ່ສຸດໃນໄທ ແລະຍັງເປັນສາເຫດສຳຄັນທີ່ເຮັດໃຫ້ລັດຖະບານໄທ ຖືກກົດດັນຈາກສະຫະພາບຢູໂຣບ ລັດຖະບານສະຫະລັດອາເມຣິກາ ແລະສະຫະປະຊາຊາດ ເພື່ອໃຫ້ດຳເນີນມາດຕະການປາບປາມໃຫ້ໄດ້ຢາງຮີບດ່ວນທີ່ສຸດດ້ວຍນັ້ນ ກໍຄືເປັນເປົ້າໝາຍສຳຄັນທີ່ສຸດຂອງລັດຖະບານໄທ ທີ່ຕ້ອງການຈະໄດ້ຮັບການຍົກລະດັບຈາກ Tier 2 ຂຶ້ນເປັນ Tier 1 ຂອງລາຍງານວ່າດ້ວຍການຄ້າມະນຸດ (TIP Report) ຂອງລັດຖະບານສະຫະລັດນັ້ນ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງກະຊວງແຮງງານໄທ ໄດ້ໃຫ້ການຢືນຢັນວ່າ:

“ຕອນນີ້ໜິ ເຮົາເຮັດວຽກຮ່ວມກັນ 3 ຝ່າຍ ພະຍາຍາມທີ່ຈະເຮັດໃຫ້ຄຳວ່າ ຄ້າມະນຸດໜິ ມັນອອກຈາກປະເທດໄທໄປ ປັດຈຸບັນນີ້ ເຮົາຫລຸດຈາກ ເທຍ 3 ເຂົ້າສູ່ ເທຍ 2 ແຕ່ການທີ່ຈະຈາກເທຍ 2 ເຂົ້າສູ່ເທຍ 1 ຂ້າພະເຈົ້າວ່າ ບໍ່ງ່າຍ ເຊິ່ງສິ່ງເຫຼົ່ານີ້ ເຮົາຕ້ອງໃຫ້ EU ຍອມຮັບ ເຮົາໃຫ້ UN ຍອມຮັບ ໃຫ້ສະຫະລັດ ຍອມຮັບເຮົາ ຖ້າເຮົາແກ້ບັນຫາບ່ອນນີ້ຕົກ ຂ້າພະເຈົ້າວ່າ ເທຍ 2 ຂຶ້ນສູ່ ເທຍ 1 ບໍ່ຍາກ ເຮົາພະຍາຍາມເຕັມທີ່ເຮົາເຮັດເຖິງຈຸດທີ່ສາມາດພິສູດໄດ້ວ່າ ພວກເຮົາບໍ່ມີແຮງງານຄ້າມະນຸດ ເພາະທຸກສິ່ງທຸກຢ່າງມີເອກະສານຮອງຮັບ.”

ໂດຍນັບແຕ່ປີ 2020 ເຖິງເດືອນກັນຍາ 2023 າງການຕຳຫຼວດໄທ ສາມາດສະກັດການຄ້າມະນຸດໄດ້ເກີນກວ່າ 2,700 ກໍລະນີ ຈັບຜູ້ຕ້ອງຫາໄດ້ກວ່າ 4,300 ຄົນ ແລະສາມາດໃຫ້ການຊ່ອຍເຫຼືອແກ່ຜູ້ທີ່ຕົກເປັນເຫຍື່ອໄດ້ຫຼາຍກວ່າ 7,700 ຄົນ ໃນນີ້ເກີນກວ່າ 90 ເປີເຊັນ ກໍຄືແຮງງານມຽນມາ ແລະ ລາວທີ່ລັກລອບມາເຮັດວຽກໃນໄທ ໂດຍຜິດກົດໝາຍ ຈຶ່ງເຮັດໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ຕະຫຼອດເວລາ ເພາະການທີ່ເປັນແຮງງານຜິດກົດໝາຍນັ້ນ ນອກຈາກຈະບໍ່ໄດ້ຮັລການດູແລຈາກນາຍຈ້າງໃນໄທແລ້ວ ກໍຍັງຈະບໍ່ໄດ້ຮັບການຄຸ້ມຄອງສິດດ້ານສະຫວັດດີການຕ່າງໆ ຕາມກົດໝາຍແຮງງານໄທອີກດ້ວຍ ທັງນີ້ ໂດຍກຸ່ມແຮງງານທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນໄທ ຫຼາຍທີ່ສຸດ ກໍແມ່ນແຮງງານຍິງທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດ ສ່ວນແຮງງານເພດຊາຍນັ້ນ ຈະຖືກບັງຄັບໃຫ້ເປັນແຮງງານໃນເຮືອປະມົງ ແລະເດັກທີ່ຖືກລັກພາຕົວມາໄທ ກໍຈະຖືກບັງຄັບໃຫ້ເປັນຂໍທານ ທັງນີ້ໂດຍເພື່ອເປັນການຢຸດຢັ້ງບັນຫາດັ່ງກ່າວ ທາງການໄທ ຈຶ່ງເປີດຮັບແຮງງານມຽນມາ ກຳປູເຈຍ ແລະລາວ ທີ່ມີສັນຍາຈ້າງຢ່າງຖືກຕ້ອງ MOU ເທົ່ານັ້ນ ໃນໄລຍະຕໍ່ໄປນີ້ ທັງຍັງຈະຕໍ່ອາຍຸງານໃຫ້ກັບແຮງງານທີ່ຄົບກຳນົດອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງໄທ ຢືນຢັນວ່າ:

“ປັດຈຸບັນນີ້ ສາມາດນຳແຮງງານ MOU ເຂົ້າມາເຮັດວຽກໄດ້ຕະຫຼອດເວລາ ເຮົາເອີ້ນວ່າ MOU ກໍລະນີປົກກະຕິ ນາຍຈ້າງ-ຜູ້ປະກອບການ ກໍສາມາດທີ່ຈະໄປຍື່ນຄຳຂໍນຳຄົນຕ່າງດ້າວ ເຂົ້າມາເຮັດວຽກໄດ້ຕະຫຼອດເວລາ ແຕ່ທີ່ເຮົາສະເໜີ ຄຣມ ຫັ້ນ ເປັນ MOU ກໍລະນີທີ່ເຮັດວຽວຄົບກຳນົດການຈ້າງງານ 4 ປີ ເມື່ອກຳນົດໄວ້ 4 ປີຫັ້ນ ເຈົ້າຕ້ອງເດີນທາງກັບບ້ານກ່ອນ ແລ້ວຕ້ອງເວັ້ນ 30 ວັນ ບ່ອນນີ້ຫຼະ ເຮົາສະເໜີ ຄຣມ ເພື່ອທີ່ຈະພິຈາລະນາຍົກເວັ້ນໄວ້ ກໍບໍ່ຕ້ອງກັບໄປ 30 ວັນ ພ້ອມເມື່ອໃດ ກໍກັບເຂົ້າມາໄດ້ເລີຍ.”

ປັດຈຸບັນນີ້ ມີແຮງງານລາວ ທີ່ເຮັດວຽກຢ່າງຖືກຕ້ອງໃນໄທ 253,203 ຄົນ ແຕ່ນາຍຈ້າງໃນໄທ ຍັງຕ້ອງການແຮງງານເພີ້ມອີກເກີນກວ່າ 8 ແສນຄົນ ໂດຍທາງການໄທ ອະນຸຍາດໃຫ້ນຳເຂົ້າແຮງງານດັ່ງກ່າວຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກທາງການມຽນມາ ລາວ ແລະກຳປູເຈຍນ ຢ່າງຖືກຕ້ອງຕາມກົດໝາຍເທົ່ານັ້ນ ທາງດ້ານເຄືອຂ່າຍແຮງງານອົບພະຍົບໃນອາຊຽນ ກໍປະເມີນວ່າ ຈະມີແຮງງານລາວ ພາກັນເດີນທາງເຂົ້າໄປລັກລອບເຮັດວຽກໂດຍຜິດກົດໝາຍຢູ່ໃນໄທເພີ້ມຂຶ້ນຫຼາຍກວ່າ 5 ແສນຄົນ ເພາະບັນດາບໍລິສັດຈັດຫາງານໃນລາວ ໄດ້ກຳນົດຄ່າໃຊ້ຈ່າຍສູງກວ່າ 1,300 ໂດລາ ສຳລັບແຮງງານລາວ ແຕ່ລະຄົນທີ່ຕ້ອງການຈະເດີນທາງໄປເຮັດວຽກໃນໄທ ຊຶ່ງຖືເປັນຄ່າໃຊ້ຈ່າຍທີ່ສູງເກີນໄປສຳລັບແຮງງານລາວ ທີ່ໄດ້ຮັບຄ່າຈ້າງໃນໄທ ບໍ່ເກີນ 354 ບາດຕໍ່ວັນເທົ່ານັ້ນ.