Lao
This article was added by the user . TheWorldNews is not responsible for the content of the platform.

ທາງການຈີນໃຫ້ທຶນການສຶກສາ ແກ່ບຸກຄະລາກອນລາວ ເພື່ອເຂົ້າຮ່ວມເຝິກອົບຮົມ ດ້ານເທັກນິກການລົດໄຟ

ທາງການຈີນໃຫ້ທຶນການສຶກສາແກ່ບຸກຄະລາກອນລາວ 40 ຄົນເພື່ອເຂົ້າຮ່ວມ ໃນການເຝິກອົບຮົມດ້ານເທັກນິກການລົດໄຟແນໃສ່ການພັດທະນາບຸກຄະລາກອນລາວໃຫ້ສາມາດບໍລິຫານກິດຈະການລົດໄຟໃຫ້ໄດ້ຢ່າງຄົບວົງຈອນ.

ຜູ້​ປະ​ສານ​ງານ​ໂຄງ​ການ​ທາ​ງ​ລົດ​ໄຟ ໄທ-ຈີນ ເປີດ​ເຜີຍ​ວ່າ​ລັດ​ຖະ​ບານ ຈີນ ໂດ​ຍ​ວິ​ທະ​ຍາ​ໄລ​ເທັກ​ການ​ລົ​ດ​ໄຟ​ແຂວງ ຢຸນ​ໜານ ໄດ້​ໃຫ້​ທຶນ​ການ​ສຶກ​ສາ​ແກ່​ບຸກ​ຄະ​ລາ​ກອນ​ລາວ​ຈຳ​ນວນ 40 ຄົນ​ເພື່ອ​ເຂົ້າ​ຮ່ວມ​ໃນ​ການ​ຝຶກ​ອົບ​ຮົມ​ດ້ານ​ເທັກ​ນິກ​ການ​ລົດ​ໄຟເມື່ອບໍ່​ດົນ​ມານີ້​ໂດຍ​ໃນ​ປັດ​ຈຸ​ບັນ​ບຸກ​ຄະ​ລາ​ກອນ​ລາວ​ທັງ 40 ຄົນ​ດັ່ງ​ກ່າວນີ້​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ຕາມ​ຄວາມ​ຖະ​ໜັດ ຫຼື ວິ​ຊາ​ສະ​ເພາະ​ຂອງ​ແຕ່​ລະ​ຄົນ​ ຊຶ່ງ​ເມື່ອ​ຈົບຫຼັກ​ສູດກາ​ນ​ຝຶກ​ອົບ​ຮົມ​ທີ່​ເມືອງ​ຄຸນ​ໝິງ​ແລ້ວ​ນັ້ນ​ບຸກ​ຄະ​ລາ​ກອນ​ລາວ​ທັງ 40 ຄົນ​ດັ່ງ​ກ່າວ​ກໍ​ຈະ​ຕ້ອງ​ນຳ​ເອົາ​ວິ​ຊາ​ສະ​ເພາະ​ໄປ​ສິດ​ສອນ​ທີ່​ວິ​ທະ​ຍາ​ໄລ​ເທັກ​ນິກ​ການ​ລົດ​ໄຟ​ທີ່​ນະ​ຄອນຫຼວງ ວຽງ​ຈັນ ດັ່ງ​ທີ່​ຜູ້​ປະ​ສານ​ງານ​ໃຫ້​ການ​ຢືນ​ຢັນ​ວ່າ

“ວິ​ທະ​ຍາ​ໄລ​ເທັກ​ນິກ​ຂອງ​ຄຸນ​ໝິງ ເປັນ​ສະ​ຖາ​ບັນ​ທີ່​ຕັ້ງ​ຂຶ້ນ​ມາ​ເພື່ອ​ທີ່​ຈະ​ຜະ​ລິດ​ບຸກ​ຄະ​ລາ​ກອນ​ເຂົ້າ​ສູ່​ອາ​ຊີບ​ທີ່​ກ່ຽວ​ຂ້ອງ​ກັບ​ລະ​ບົບ​ລາງ​ເປັນຫຼັກ ກໍ​ມີ​ການ​ໃຫ້​ການ​ຮຽນ​ການ​ສອນ​ຢູ່​ໃນ 5 ສາ​ຂາ​ວິ​ຊາ​ຄື ວິ​ສະ​ວະ​ກຳ​ໄຟ​ຟ້າ, ການ​ຂົນ​ສົ່ງ​ທາງ​ລາງ, ເຄື່ອງ​ກົນ​ໄຟ​ຟ້າ, ສາ​ລະ​ສົນ​ເທດ ແລະ ການ​ສື່​ສານ​ແລ້ວ​ກໍ​ການ​ຂົນ​ສົ່ງ​ໃນ​ລະ​ບົບ​ລົດ​ໄຟ​ຄວາມ​ໄວ​ສູງ ແລ້ວ​ລັດ​ຖະ​ບານ ຈີນ ກໍ​ເອື້ອ​ເຟື້ອ​ໃຫ້​ແກ່​ທາງ​ລັດ​ຖະ​ບານ​ລາວ ກໍ​ຄື​ໃຫ້​ທຶນ​ການ​ສຶກ​ສາ 40 ຄົນ​ເຂົ້າ​ໄປ​ຮຽນ​ໃນ 5 ໝວດ​ໝູ່​ທີ່​ວ່ານີ້. ຮຽນ​ຈົບ​ແລ້ວ​ເຂົາ​ກໍ​ຈະ​ກັບ​ໄປ​ເປັນ​ອາ​ຈານ​ລຸ້ນ​ທຳ​ອິດ​ທີ່​ຈະ​ໄປ​ສອນ​ໃນ ສ​ປ​ປ ລາວ.”

ວິ​ທະ​ຍາ​ໄລ​ເທັກ​ນິກ​ການ​ລົດ​ໄຟ​ແຫ່ງ​ທຳ​ອິດ​ ຊຶ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທຸກ​ດ້ານ​ຈາກ​ລັດ​ຖະ​ບານ ຈີນ ນັ້ນ​ໄດ້​ເລີ່ມ​ໄຂ​ສົກ​ຮຽນ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 15 ກັນ​ຍາ 2023 ໂດຍ​ມີ​ນັກ​ສຶກ​ສາ​ລຸ້ນ​ທີ 1 ຈຳ​ນວນ 360 ຄົນ ທີ່​ຈະ​ໄດ້​ຮຽນ​ວິ​ຊາ​ສະ​ເພາະ​ໃນ 6 ດ້ານ​ເຊັ່ນ ການ​ຂັບ​ລົດ​ໄຟ, ການ​ສ້ອມ​ແປງ​ລະ​ບົບ​ໄຟ​ຟ້າ, ຄວບ​ຄຸມ​ສັນ​ຍານ ແລະ ການ​ສື່​ສານ, ການ​ບໍ​ລິ​ຫານ ແລະ ການ​ບໍ​ລິ​ການ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ເປັນ​ຕົ້ນ ດັ່ງ​ທີ່​ບຸກ​ຄະ​ລາ​ກອນ​ລາວ​ທີ່​ເຂົ້າ​ຮັບ​ການ​ຝຶກ​ອົບ​ຮົມ​ທີ່​ວິ​ທະ​ຍາ​ໄລ​ເທັກ​ນິກ​ທີ່​ເມືອງ ຄຸນ​ໝິງ ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ

“ເຮົາ​ຕ້ອງ​ຝຶກ​ໃຫ້​ສາ​ມາດ​ເປັນ​ວິ​ສະ​ວະ​ກຳ​ວິ​ຊາ​ສະ​ເພາະ​ດ້ານ​ໃດ​ດ້ານ​ນຶ່ງກໍ​ຄື ເຮົາ​ມາ​ຮຽນ​ວິ​ຊາ​ສະ​ເພາະ​ໂຕນີ້​ມັນ​ຈະ​ມີ​ຢູ່ 6 ດ້ານ​ຄື​ຂ້າ​ພ​ະ​ເຈົ້າ​ຮຽນ​ແມ່ນ​ການ​ສື່​ສານ​ສັນ​ຍານ​ທາງ​ລົດ​ໄຟ ສະ​ນັ້ນ​ເຮົາ​ມີ​ຄວາມ​ມຸ່ງ​ຫວັງ​ວ່າ​ຈະ​ນຳ​ເອົາ​ຄວາມ​ຮູ້​ດັ່ງ​ກ່າວ​ໄປ​ສິດ​ສອນ​ນັກ​ສຶກ​ສາ​ເພື່ອ​ໃຫ້​ເຂົາ​ສາ​ມາດ​ເປັນ​ພະ​ນັກ​ງານຫຼັກ​ໄດ້​ຢູ່​ໃນ​ການ​ລົດ​ໄຟ​ລາວ ແລ້ວ​ກະ​ສາ​ມາດ​ຄວບ​ຄຸມ​ລະ​ບົບ​ຕ່າງໆ​ໄດ້​ຢູ່​ໃນ​ລະ​ຫວ່າງ​ເສັ້ນ​ທາງ​ການ​ລົດ​ໄຟ​ລາວ-ຈີນ ໂດຍ​ສະ​ເພາະ​ຢູ່​ພາຍ​ໃນ​ປະ​ເທດ ລາວ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ໂຄງການທາງລົດໄຟ ລາວ-ຈີນ ໃນລາວ ທີ່ໄດ້ເວນຄືນທີ່ ດິນກັບສິ່ງປູກສ້າງຕ່າງໆຂອງປະຊາຊົນ 8,139 ຄອບຄົວ ໃນນີ້ ກໍສາມາດຕົກ ລົງແລະຈ່າຍເງິນຊົດເຊີຍຕາມລະບຽບກົດໝາຍຂອງລາວ ໄດ້ແລ້ວ 7,306 ຄອບຄົວ ຄິດເປັນມູນຄ່າຊົດເຊີຍ 1,530.52 ຕື້ກີບ ຈຶ່ງຍັງເຫຼືອ 833 ຄອບຄົວທີ່ຍັງບໍ່ຍອມຮັບເອົາການຊົດເຊີຍ​ທີ່​ມີມູນຄ່າລວມ 313.48 ຕື້ກີບ ເພາະເຫັນວ່າ ເປັນ​ການຊົດເຊີຍມີອັດຕາທີ່ຕ່ຳກວ່າຄວາມເປັນຈິງ.

ປະ​ຊາ​ຊົນ​ລາວ​ທີ່​ຖືກ​ກະ​ທົບ​ທັງ 8,139 ຄອບ​ຄົວດັ່ງ​ກ່າວນີ້​ຢູ່ໃນເຂດ 13 ເມືອງຂອງແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ຊຶ່ງມີທີ່ດິນທີ່ຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫຼັງ ແລະ ຕົ້ນໄມ້ເກີນກວ່າ 1 ລ້ານຕົ້ນ. ໂດຍການຊົດເຊີຍຢູ່ໃນແຂວງຫລວງນ້ຳທາ, ອຸດົມໄຊ ຫລວງພະບາງ ມີອັດຕາສະເລ່ຍ 11,000 ຫາ 80,000 ກີບຕໍ່ຕາແມັດ ສ່ວນຢູ່ທີ່ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ມີອັດຕາຊົດເຊີຍ 15,000 ຫາ 137,000 ກີບຕໍ່ຕາແມັດ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນໃນ​ລຸ່ມ​ແມ່​ນ້ຳ​ຂອງ ລາຍງານວ່າ ທີ່ດິນຢູ່ທີ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍທີ່ 1.3 ລ້ານກີບຕໍ່ຕາແມັດ ແຕ່ກໍມີການຊົດເຊີຍທີ່ອັດຕາ 137,000 ກີບຕໍ່ຕາແມັດຊຶ່ງຄິດເປັນ 10 ເປີເຊັນເທົ່ານັ້ນຂອງລາຄາຊື້ຂາຍຕົວຈິງ ໃນ​ປັດ​ຈຸ​ບັນນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ຍັງ​ໄດ້​ຮັບ​ສິດ​ທິ​ໃນ​ການ​ເວນ​ຄືນ​ທີ່​ດິນ​ທີ່​ຕໍ່​ເນື່ອງ​ກັບ​ສະ​ຖາ​ນີ​ລົດ​ໄຟ 4 ແຫ່ງ​ໃນ​ລາວ​ອີກ​ດ້ວຍ ກໍ​ຄື​ສະ​ຖາ​ນີ​ນະ​ຄອນຫຼວງວຽງ​ຈັນ 1,000 ເຮັກ​ຕາ, ສະ​ຖາ​ນີ​ເມືອງ​ໄຊ 1,000 ເຮັກ​ຕາ, ສະ​ຖາ​ນີ​ວັງ​ວຽງ 500 ເຮັກ​ຕາ ແລະ ສະ​ຖາ​ນີຫຼວງ​ພະ​ບາງ 500 ເຮັກ​ຕາ.