Lao
This article was added by the user . TheWorldNews is not responsible for the content of the platform.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ລາວ ຮຽກ​ຮ້ອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ວຍ​ສັນ​ຕິ​ວິ​ທີ ໃນ​ຄຳ​ປາ​ໄສຕໍ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸ​ມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ 78 ໃນ​ນະ​ຄອນ ນິວຢອກ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ. ທ່ານໄດ້​ກ່າວ ກ່ຽວ​ກັບ ຫຼາຍ​ບັນ​ຫາ​ ນັບ​ຈາກ​ບັນ​ຫາ​ສະ​ພາບ ​ອາ​ກາດ​ປ່ຽນ​ແປງ, ຄວາ​ມຂັດ​ແຍ້ງ​ໃນ​ໂລກ, ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ ແລະ ອື່ນໆ. ພຸດ​ທະ​ສອນ ມີ​ລາຍ​ງານ​ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ​ປີນີ້​ແມ່ນ​ຖືກ​ຄອບ​ງຳ​ດ້ວຍ​ບັນ​ຫາ​ຄວາມ​ວຸ້ນ​ວາຍ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ໂລກເຊັ່ນ​ສົງ​ຄາມ ຢູ​ເຄ​ຣນ, ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ທີ່​ກຳ​ລັງ​ຮ້າຍ​ແຮງ​ຂຶ້ນ​ທຸກມື້, ການ​ກໍ່​ລັດ​ຖະ​ປະ​ຫານ, ຊ່ອງ​ຫວ່າງ​ລະ​ຫວ່າງ​ປະ​ເທດທຸກ​ຍາກ​ ແລະ ຮັ່ງ​ມີ, ເຊິ່ງ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ກຳ​ລັງ​ຫຍັບ​ໃກ້​ເຂົ້າ​ການ​ແຕກ​ຫັກ​ຄັ້ງ​ໃຫຍ່.”

ໃນ​ຂ​ະ​ນະ​ທີ່​ທ່ານ ກູ​ເຕ​ເຣັ​ສ ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຂັດ​ແຍ້ງ​ທີ່​ໄດ້​ເກີດ​ຂຶ້​ນ​ມາ​ໃໝ່​ເຊັ່ນ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດ​ການ​ເມືອງທີ່​ກຳ​ລັງ​ຮຸນ​ແຮງ​ຂຶ້ນ, ສົງ​ຄາມ ຢູ​ເຄ​ຣນ ທີ່ບໍ່​ມີ​ທ່າ​ທີ​ວ່າ​ຈະ​ຢຸດ, ວິ​ກິດ​ການ​ຄ່າ​ຄອງ​ຊີບ ແລະ ການ​ຜິດ​ນັດ​ການ​ຈ່າຍ​ໜີ້​ທີ່​ກຳ​ລັງ​ກະ​ທົບ​ຕໍ່ຫຼາຍ​ປະ​ເທດ​ນັ້ນ, ທ່ານໄດ້​ກ່າວ​ວ່າ​ພວກ​ເຮົາ​ຕ້ອງ​ນຳ​ເອົາ​ຄວາມ​ຮີບ​ດ່ວນ​ຄັ້ງ​ໃໝ່​ມາ​ສູ່​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ ແລະ ຈຸດ​ປະ​ສົງ​ຮ່ວມ​ກັນ​ຂອງ​ພວກ​ເຮົາ.

ສ່ວນ​ຄຳ​ປາ​ໄສ​ຂອງ​ທ່ານ​ ໄບ​ເດັນ ນັ້​ນ, ທ່ານ​ກໍ​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ກັນ ແລະ ຫຼີກ​ລ່ຽງ​ການ​ສ້າງ​ຄວາມ​ຂັດ​ແຍ້ງ, ເຊິ່ງ​ທ່ານ​ໄດ້​ກ່າວ​ເຖິງ​ການ​ເດີ​ນ​ທາງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ​ ເມື່ອບໍ່​ດົນ​ມານີ້. ທ່ານ​ໄດ້​ເວົ້າ​ວ່າເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ, ທ່ານບໍ່​ຄິດ​ວ່າປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ຣິ​ກັນ ຈະ​ໄດ້​ມາ​ຢືນ​ຄຽງ​ຂ້າງ​ຜູ້​ນຳ ຫວຽດ​ນາມ ແລະ ປະ​ກາດ​ຄຳ​ໝັ້ນ​ສັນ​ຍາ​ສອງ​ຝ່າຍ​ຕໍ່​ການ​ເປັນ​ຄູ່​ຮ່ວມ​ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ເວົ້າ​ວ່າ “ດ້ວຍ​ການ​ນຳ​ພາ​ທີ່​ແນ່ນອນ ແລະ ຄວາມ​ພະ​ຍາ​ຍາມ​ທີ່​ລະ​ມັດ​ລະ​ວັງ, ຜູ້​ທີ່​ເປັນ​ສັດ​ຕູ​ກັນ​ກໍ​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ກັນ​ໄດ້, ສິ່ງ​ທ້າ​ທາຍ​ທີ່​ຖ້ວມ​ລົ້ນ​ກໍ​ສາ​ມາດ​ໄດ້​ຮັບ​ການ​ແກ້​ໄຂ ແລະ ບາດ​ແຜ​ທີ່​ເລິກ​ກໍ​ສາ​ມາດ​ຫາຍ​ດີ​ໄດ້.”

ທາງ​ດ້ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ສ​ປ​ປ ລາວ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ແມ່ນໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສໃນ​ວັນ​ເສົາ​ທີ 23 ກັນ​ຍາ​ທີ່​ຜ່ານ​ມາ. ໃນ​ປີນີ້​ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເສີມ​ຂະ​ຫຍາຍ​ຄວາມສຳ​ຄັນ ແລະ ​ປະ​ສິດ​ທິ​ພາບຂອງ​ເຂົາ​ເຈົ້າ ແລະ ຄວາມສາ​ມາດ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ທ້າ​ທາຍ​ຕ່າງໆຕໍ່​ສັນ​ຕິ​ພາບ​ໃນ​ໂລກ​, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕໍ່​ບັນ​ຫາ​ຂັດ​ແຍ້ງ ແລະ ສົງ​ຄາມ​ໃນ ຢູ​ເຄ​ຣນ ນັ້ນ, ທ່ານ ກົມ​ມະ​ສິດ ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ຢ່າງ​ສັນ​ຕິ.

ທ່ານ ສະ​ເຫຼີມໄຊ ກົມ​ມະ​ສິດ ກ່າວ​ວ່າ “ການ​ແກ້​ໄຂ​ບັນ​ຫາ​ຄວາມ​ຂັດ​ແຍ້ງ ແລະ ການ​ຜິດ​ຖຽງ​ກັນ​ໃນ​ໂລກ​ດ້ວຍ​ສັນ​ຕິວິ​ທີ​ ​ແມ່ນ​ພຽງ​ວິ​ທີ​ດຽວ​ທີ່​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ​ໄລ​ຍະ​ຍາວ ແລະ ການ​ຢູ່​ຮ່ວມ​ກັ​ນ. ໃນ​ກໍ​ລະ​ນີນີ້, ພວກ​ເຮົາ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ສິ້ນ​ສຸດ​ຄວາມ​ຂັດ​ແຍ້ງ​ໃນ ຢູ​ເຄ​ຣນ ໃນ​ທັນ​ທີ​ຜ່ານ​ການ​ເຈ​ລະ​ຈາ​ຢ່າງ​ສັນ​ຕິ, ເຊິ່ງ​ພວກ​ເຮົາ​ທຸກ​ຄົນ​ຈະ​ສືບ​ຕໍ່​ໄດ້​ຮັບ​ຜົນ​ກະ​ທົບ.”

ວີ​ໂອ​ເອ​ລາວ​ກໍ​ໄດ້​ຂໍ​ຄຳ​ເຫັນຜ່ານ​ທາງ​ອີ​ເມ​ລ ກ່ຽວ​ກັບ ຜົນ​ກະ​ທົບ​ຈາກ​ສົງ​ຄາມ ຢູ​ເຄ​ຣນ ຕໍ່ປະ​ເທດ ລາວ ຈາກ​ຫ້ອງ​ການ​ທູດ ສ​ປ​ປ​ລາວ ປະ​ຈຳ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ ນິວ​ຢອກ, ແຕ່​ກໍ​ບໍ່​ໄດ້​ຄຳ​ຕອບ​ໃດໆ.

ໃນ​ພາກ​ສ່ວນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ນັ້ນ, ທ່ານໄດ້​ກ່າວ​ວ່າ​ຫຼາຍ​ປະ​ເທດ​ຍັງ​ຕາມຫຼັງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ເພື່ອການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ 2030. ທ່ານ​ເວົ້າ​ວ່າ​ອຸ​ປະ​ສັກ​ອັນ​ນຶ່ງ​ຕໍ່​ການ​ປະ​ຕິ​ບັດ​ການທີ່​ວ່າ​ນັ້ນ​ແມ່ນ​ການ​ຈັດ​ຫາ​ແຫຼ່ງ​ເງິນ​ທຶນ​ທີ່ບໍ່​ພຽງ​ພໍ. ການ​ມີ​ທຶນ​ຊ່​ວຍ​ເຫຼືອຈະ​ເຮັດ​ໃຫ້​ປະ​ເທດ​ຕ່າງໆມີ​ໂອ​ກາດ​ສູງ​ທີ່ຈະ​ທຳ​ຄວາມ​ກ້າວ​ໜ້າ ແລະ ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້.

ທ່ານ ສະ​ເຫຼີມ​ໄຊ ກໍໄດ້​ອ້າງ​ເຖິງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ຕ່າງໆ​ທີ່​ສາ​ມາດ​ສະ​ໜອງ​ໂອ​ກາດ​ສຳ​ລັບ​ກາ​ນ​ພັດ​ທະ​ນາ​ປະ​ເທດ​ວ່າ “ສ​ປ​ປ ລາວ ມີ​ແຫຼ່ງ​ຊັ​ບ​ພະ​ຍາ​ກອນ​ທີ່ຫຼາຍ​ພໍ​ສົມ​ຄົນ, ມີ​ຊີ​ວະ​ນາ​ນາ​ພັນ​ທີ່​ອຸ​ດົມ​ສົມ​ບູນ, ມີແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ​ຢ່າງຫຼວງຫຼາຍ​ພ້ອມ​ກັບ​ໂອ​ກາດ​ສຳ​ລັບ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ທົດ​ແທນ ແລະ ການ​ລົງ​ທຶນ​ໃນ​ການ​ເກັບ ແລະ ກັກ​ອາຍ​ຄາ​ບອນ ເຊິ່ງ​ສາ​ມາດ​ສະ​ໜອງ​ໂອ​ກາດ​ການ​ພັດ​ທະ​ນາ​ທີ່​ສຳ​ຄັນ​ໃຫ້​ປະ​ເທດ.”

ທ່ານ​ເວົ້າ​ວ່າ​ປະ​ເທດລາວ ແມ່ນ​ຜູ້​ເຄາະ​ຮ້າຍ​ຂອງ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຄື​ກັບ​ປະ​ເທດ​ອື່ນໆ​, ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ເປັນ​ຜູ້​ປ່ອຍ​ອາຍ​ພິດ​ຄາ​ບອນ​ໜ້ອຍ​ທີ່​ສຸດ​ໃນ​ໂລກ ແລະ ພວກ​ເຮົາ​ກໍ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເຂັ້ມ​ແຂງ​ຕໍ່​ພັນ​ທະດ້ານດິນ​ຟ້າ​ອາ​ກາດສາ​ກົນ. ພ້ອມ​ກັນ​ນັ້ນ, ​ການ​ສາ​ມາດ​ທີ່​ຈະ​ເຂົ້າ​ຫາ​ແຫຼ່ງ​ເງິນ​ທຶນ​ດ້ານ​ດິນ​ຟ້າອ​າ​ກາດ ແລະ ແຫຼ່ງ​ເງິນ​ທຶນ​ອື່ນໆ​ກໍຈະ​ເປັນ​ການ​ສະ​ໜັບ​ສະ​ໜູ​ນ​ແກ່ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ເປັນ​ຢ່າງ​ຍິ່ງ.