Lao
This article was added by the user . TheWorldNews is not responsible for the content of the platform.

ເຍົາວະຊົນລາວຢຸດເຊົາການຮຽນໜັງສື ແລະໄດ້ພາກັນເດີນທາງໄປລັກລອບເຮັດວຽກໃນໄທຫຼາຍຂຶ້ນ

ເຍົາວະຊົນລາວຢຸດເຊົາການຮຽນໜັງສື ແລະໄດ້ພາກັນເດີນທາງໄປລັກລອບເຮັດວຽກໃນໄທຫຼາຍຂຶ້ນ ເພາະເສດຖະກິດຕົກຕໍ່າຢ່າງໜັກ ໄດ້ເຮັດໃຫ້ຜູ້ປົກຄອງບໍ່ມີທຶນສະໜັບສະໜຸນການສຶກສາ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງພາຍໃນກະຊວງສຶກສາທິການ ແລະກິລາເປີດເຜີຍວ່າ ການຢຸດເຊົາການຮຽນ ຂອງບັນດານັກຮຽນ-ນັກສຶກສາໃນລາວ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນລະດັບມັດທະຍົມ ແລະອຸດົມສຶກສານັ້ນໄດ້ມີການຢຸດເຊົາການຮຽນຫຼາຍທີ່ສຸດ ໂດຍມີບັນຫາ ມາຈາກບັນຫາເສດຖະ ກິດຕົກຕໍ່າລົງຢ່າງໜັກທັງບັນຫາເງິນເຟີ້ ແລະຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງ ສ່ວນດັດຊະນີລາຄາການຊົມໃຊ້ ກໍປັບໂຕສູງຂຶ້ນ ເກີນກວ່າ 195 ເປີ ເຊັນໃນເດືອນສິງຫາ 2023 ແລະຍັງບໍ່ມີທ່າທາງວ່າ ຈະຫຼຸດລົງນັ້ນ ຈຶ່ງເຮັດໃຫ້ບັນດາຜູ້ປົກຄອງບໍ່ມີທຶນສະໜັບສະໜຸນການສຶກສາໃນລະດັບສູງຂຶ້ນສໍາລັບລູກຫຼານຂອງພວກເຂົາເຈົ້າ ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຢືນຢັນວ່າ:

“ອັດຕາປະລະການຮຽນນີ້ກະສູງ ເລີ້ມສົກຮຽນມານີ້ພວກເຮົາກະເຫັນວ່າ ນັກ ຮຽນເລີ້ມອອກໂຮງຮຽນແລ້ວ, ສະນັ້ນ ເມື່ອເຮົາໄປສະຫຼຸບ ໃນສົກຮຽນໜ້າ ມັນກໍຈະເປັນອັດຕາການປະລະໃນສົກຮຽນຕໍ່ໄປນີ້ລະ ແຕ່ວ່າການຕົກຫຼົ່ນ ກໍເລີ້ມເຫັນຫຼາຍ ປາກົດການຫຼາຍແທ້ ແຕ່ທ້າຍປີກາຍນີ້ ສ່ວນໃຫຍ່ກໍມາຈາກສະພາບເສດຖະກິດເນາະ ເສດຖະກິດຄອບຄົວເຮືອນຊານນີ້ລະ ແຕ່ມັນກໍກະທົບມາທາງເທິງກໍແມ່ນ ຮຽນໄປແລ້ວເຂົາເຈົ້າບໍ່ໄດ້ເຂົ້າເຮັດວຽກຫັ້ນນະ ສ່ວນໃຫຍ່ມັນກະຢາກເປັນວຽກລັດທີ່ຢາກເຂົ້າຫັ້ນນະເນາະ ແລະເອກະຊົນມັນກະບໍ່ມີບ່ອນໃຫ້ເຂົາເຈົ້າເຮັດຈັງຊັ້ນເນາະ ສຸດທ້າຍມາກໍເລິຍກະທົບໃສ່ບ່ອນການຮຽນ.”

ສ່ວນນັກທຸລະກິດຈີນໃນລາວໃຫ້ການຢືນຢັນວ່າ ສາເຫດສໍາຄັນທີ່ເຮັດໃຫ້ບັນ ດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນລາວບໍ່ຈ້າງແຮງງານລາວ ແລະຍັງຕ້ອງນໍາເຂົ້າແຮງງານຈາກຕ່າງປະເທດເປັນດ້ານຫຼັກກໍເພາະວ່າ ແຮງງານລາວບໍ່ສາ ມາດຕອບສະໜອງຕາມຄວາມຕ້ອງການຂອງບໍລິສັດຕ່າງຊາດໄດ້ຢ່າງພຽງພໍ ເນື່ອງຈາກແຮງງານລາວສ່ວນໃຫຍ່ນັ້ນ ເປັນແຮງງານທີ່ບໍ່ມີຝີມື ຫຼືວ່າບໍ່ມີຄວາມຮູ້ຄວາມສາມາດທາງດ້ານເທັກນິກສະໄໝໃໝ່ ໃນອຸດສາຫະກໍາການຜະລິດສິນຄ້າຕ່າງໆ.

ຍິ່ງໄປກວ່ານັ້ນ ເມື່ອສົມທົບກັບອັດຕາຄ່າຈ້າງໃນລາຍກໍຕໍ່າຫຼາຍ ໃນຂະນະທີ່ຄ່າຄອງຊີບກໍໄດ້ມີການປັບໂຕສູງຂຶ້ນນັບມື້ ຈຶ່ງເຮັດໃຫ້ນັກຮຽນນັກສຶກສາທີ່ຢຸດເຊົາການຮຽນສ່ວນໃຫຍ່ ພາກັນໄປລັກລອບເຮັດວຽກໃນໄທເພີ້ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ແມ່ຄ້າໃນນະຄອນຫຼວງວຽງຈັນຢືນຢັນວ່າ:

"ຜົນກະທົບຫຼາຍຍ້ອນເງິນນີ້ແຫຼະ ອີ່ຫຍັງກະແພງ ແປ້ງນົວເຄີຍຊື້ 12 ມາຂຶ້ນ 14-15 ຫໍ່ນ້ອຍໆ, ຍາກຢູ່ ລາຄາກະປັບໂຕສູງຂຶ້ນ ແຕ່ວ່າຜູ້ໃດກະມາຕໍ່ແຕ່ລາຄາເກົ່າ ເຂົາເຄີຍຊື້ແຕ່ລາຄາເກົ່າ, ສົມມຸດ ເຂົ້າຈີ່ປາເຕ້ນິນະຂຶ້ນ 10 ພັນ ເຂົາກະມາຕໍ່ 5​ ພັນ, 8 ພັນ, 7 ພັນຢູ່ນິ ຂາຍບໍ່ໄດ້ ຍອມເສດຖະກິດທຸກມື້ນີ້ນະ ແລ້ວລູກຫຼານແມ່ກະແລ່ນໄປຟຸ້ນໝົດແລ້ວ ຝັ່ງນັ້ນໝົດແລ້ວ ໄປຂາຍແຮງງານ 6 ຄົນພຸ້ນລະ, ເດືອນນຶ່ງມັນບໍ່ໄດ້ແທ້ໆ ມັນໝື່ນສອງ-ໝື່ນສີ່ ໝື່ນສອງກະປະມານ 6 ລ້ານ, ຄັນໝື່ນສີ່ກະເກືອບ 7 ລ້ານລະເນາະ."

ປັດຈຸບັນ ລະດັບການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະມັດທະຍົມປາຍໃນລາວ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລໍາດັບ ເຊິ່ງເຖິງແມ່ນວ່າຈະເປັນການພັດ ທະນາການສຶກສາທີ່ມີການຂະຫຍາຍໂຕເພີ້ມຂຶ້ນໃນທຸກລະດັບກໍຕາມ ຫາກແຕ່ການພັດທະນາການສຶກສາໃນລາວກໍຍັງບໍ່ມີຄຸນນະພາບ ເພາະຫຼັກສູດການສຶກສາຊັ້ນສູງໃນລາວນັ້ນ ບໍ່ສອດຄ່ອງກັບຄວາມຕ້ອງການໂຕຈິງຂອງບໍລິສັດຕ່າງຊາດທີ່ລົງທຶນໃນລາວ ຈຶ່ງເຮັດໃຫ້ເຍົາວະຊົນລາວທີ່ມີຖານະດີ ໄດ້ພາກັນໄປສຶກສາຕໍ່ໃນຕ່າງປະເທດເປັນດ້ານຫຼັກ.

ນອກຈາກນັ້ນ ການປະລະການຮຽນລະດັບປະຖົມສຶກສາ ໃນເຂດຊົນນະບົດທີ່ມີອັດຕາສະເລ່ຍສູງເຖິງ 25 ເປີເຊັນ ຂອງຈໍານວນນັກຮຽນທັງໝົດນັ້ນ ກໍຍັງຖືເປັນສາເຫດສໍາຄັນອີກປະການນຶ່ງ ທີ່ເຮັດໃຫ້ເຍົາວະຊົນລາວຕ້ອງຕົກຢູ່ໃນສະຖານະຫວ່າງງານ ສູງກວ່າ 40 ເປີເຊັນ ໃນປັດຈຸບັນ ອັນລວມເຖິງການຂາດແຄນງົບປະມານຂອງລັດຖະບານລາວ ສໍາລັບນໍາໃຊ້ເພື່ອການພັດ ທະນາຝີມືແຮງງານລາວອີກດ້ວຍ.