Lao
This article was added by the user . TheWorldNews is not responsible for the content of the platform.

ການກໍ່ສ້າງທາງລົດໄຟຄວາມໄວສູງ ໃນ ໄທ ຈະແລ້ວສຳເລັດ ແລະເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ໄດ້ຢ່າງສົມບູນ ໃນປີ 2028

ການກໍ່ສ້າງທາງລົດໄຟຄວາມໄວສູງໃນປະເທດ ໄທ ຈະແລ້ວສຳເລັດ ແລະເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ໄດ້ຢ່າງສົມບຸນໃນປີ 2028 ລວມເຖິງການກໍ່ສ້າງຂົວໃໝ່ຂ້າມນໍ້າຂອງດ້ວຍ.

ເຈົ້າໜ້າທີ່ໃນກະຊວງຄົມມະນາຄົມຂອງໄທ ເປີດເຜີຍວ່າການກໍ່ສ້າງທາງລົດໄຟຄວາມໄວສູງໄລຍະທີ 1 ຈາກບາງກອກ ໄປນະຄອນ ຣາຊະສີມາ ຫລື (ໂຄຣາດ) ມີຄວາມຄືບໜ້າແລ້ວ 23 ເປີເຊັນ ຂອງແຜນການ ສ່ວນໄລ ຍະທີ 2 ຈາກໂຄລາດ ໄປໜອງຄາຍນັ້ນຈະເລີ້ມກໍ່ສ້າງໃນປີ 2024 ໂດຍຄາດວ່າການກໍ່ສ້າງຈະແລ້ວເສັດທັງ 2 ໄລຍະ ແລະເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ໄດ້ຢ່າງສົມບຸນໃນປີ 2028 ຫລື ປີ ພ.ສ. 2571 ດັ່ງທີ່ເຈົ້າໜ້າທີ່ໃນກະຊວງຄົມມະນາຄົມຂອງໄທ ໃຫ້ການຢືນຢັນວ່າ:

“ໄລຍະ ກຸງເທບ ເຖິງນະຄອນ ຣາຊະສີມາ ເປັນໄລຍະທຳອິດຂອງເສັ້ນທາງ ລວມໄລຍະທາງ 253 ກິໂລແມັດ ຄວາມກ້າວໜ້າໂດຍລວມຂອງໂຄງການນີ້ ກໍປະມານ 23 ເປີເຊັນ ໂດຍຄາດວ່າຈະສາມາດເປີດໃຫ້ບໍລິການໄດ້ໃນປີ 2026 ໃນສ່ວນທີ 2 ໃນໄລຍະຂອງນະຄອນ ຣາຊະສີມາ ທີ່ຈະຕໍ່ໄປເຖິງ ໜອງຄາຍ ລວມໄລຍະທາງ 356 ກິໂລແມັດນັ້ນ ກໍຈະສາມາດເປີດໃຫ້ບໍລິການໄດ້ໃນປີ 2028.”

ເຈົ້າໜ້າທີ່ໄທ ໃຫ້ການຢືນຢັັນດ້ວຍວ່າ ການສຶກສາຄວາມເປັນໄປໄດ້ ແລະການອອກແບບກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ທີ່ຄູ່ຂະໜານກັບຂົວແຫ່ງທີ 1 ທີ່ເຊື່ອມຕໍ່ນະຄອນຫລວງວຽງຈັນ ກັບໜອງຄາຍ ທີ່ເອີ້ນວ່າຂົວຂ້າມແມ່ນໍ້າຂອງແຫ່ງທີ 1 ໄລຍະທີ 2 ເພື່ອເຊື່ອມຕໍ່ກັບທາງລົດໄຟລາວຈີນ ທີ່ນະຄອນຫລວງວຽງຈັນນັ້ນ ໄດ້ດຳເນີນການສຳເລັດແລ້ວ ແລະຄາດວ່າ ຈະນຳສະເໜີເພື່ອຂໍການອະນຸມັດຈາກລັດຖະບານໄທໃນໄວໆນີ້ ແລະຫລັງ ຈາກນັ້ນກໍຈະສະເໜີເຂົ້າສູ່ກອງປະຊຸມຄະນະເຮັດວຽກຮ່ວມ 3 ຝ່າຍ ລະຫວ່າງລາວ ຈີນ ໄທ ເພືຶ່ອພິຈາລະນາຮັບຮອງແຜນການກໍ່ສ້າງຮ່ວມກັນຕໍ່ໄປ.

ໂດຍແບບກໍ່ສ້າງທີ່ທາງການໄທ ໄດ້ທຳການສຶກສານັ້ນ ປະກອບດ້ວຍ 3 ແບບຄືແບບທີ 1 ເປັນການກໍ່ສ້າງຂົວ ເພື່ອຮອງຮັບສະເພາະລົດໄຟເທົ່ານັ້ນ ແບບທີ 2 ຮອງຮັບທັງລົດໄຟ ແລະລົດຍົນ ແລະແບບທີ 3 ຮອງຮັບສະ ເພາະລົດໄຟ ແລະຂະຫຍາຍຂົວເກົ່າ ເພື່ອຮອງຮັບສະເພາະລົດຍົນ ຊຶ່ງຈາກການສຶກສາພົບວ່າແບບທີ 3 ມີຄວາມເປັນໄປໄດ້ຫລາຍທີ່ສຸດ ເພາະການແຍກຂົວເພື່ອຮອງຮັບການຂົນສົ່ງທາງລົດຍົນກັບທາງລົດໄຟເປັນການສະເພາະນັ້ນ ຍ່ອມເຮັດໃຫ້ມີຄວາມສະດວກວອງໄວ ແລະປະຫຍັດຄ່າໃຊ້ຈ່າຍໄດ້ເປັນຢ່າງດີ ໂດຍສະເພາະແມ່ນການເຊື່ອມຕໍ່ລະບົບ Logistic ລະຫວ່າງລາວໄທ ແລະຈີນນັ້ນ ດັ່ງທີ່ນັກທຸລະກິດການຄ້າລະຫວ່າງລາວ-ຈີນ-ໄທ ໄດ້ໃຫ້ທັດສະນະວ່າ:

“ຈຳນວນຜູ້ໂດຍສານລົດໄຟ ຖ້າສະເລ່ຍກໍຢູ່ໃນລະດັບ 140,000 ຄົນຕໍ່ເດືອນ ອັນນີ້ກໍຖືວ່າກະຍັງຈະມີທ່າອ່ຽງຂະຫຍາຍ ທາງດ້ານການຂົນສົ່ງເຮົາກະບັນລຸໄດ້ປະມານ 32 ລ້ານໂຕນ ຢູ່ໃນຫັ້ນສ່ວນໃຫຍ່ 70 ເປີເຊັນ ກໍແມ່ນການສົ່ງອອກອັນໜໍ່ແໜງ ອັນສຳຄັນ ກໍແມ່ນເລື້ອງການບໍລິການຂົນສົ່ງຈາກໄທໄປສູ່ ສປ.ຈີນ ຫລືວ່າມີສິນຄ້າຈາກ ສປ.ຈີິນ ໄປໄທ ອັນນີ້ກະເລີ້ມສ້າງລາຍຮັບໃຫ້ແກ່ລາວໃນການບໍລິການຜ່ານ ຄິດວ່າໃນຕໍ່ໜ້າມູນຄ່ານັບມື້ຈະເພີ້ມທະວີຂຶ້ນຫລາຍເທົ່າ.”

ຂົວຂ້າມນໍ້າຂອງແຫ່ງທີ່ 1 ລະຫວ່າງລາວ-ໄທ ໄດ້ນຳໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າ ແລະໂດຍສານທັງທາງລົດຍົນ ແລະລົດໄຟ ນັບແຕ່ປີ 1994 ເປັນຕົ້ນມາ ແຕ່ສຳລັບຂົວແຫ່ງໃໝ່ຈະແຍກການຂົນສົ່ງ ໂດຍທາງລົດໄຟ ແລະລົດຍົົນອອກຈາກກັນ ໂດຍສະເພາະແມ່ນການຂົນສົ່ງສິນຄ້າທາງລົດໄຟ ຈາກໄທຜ່ານລາວໄປຈີນນັ້ນທາງ ການໄທຄາດວ່າຈະມີມູນຄ່າກວ່າ 11,500 ລ້ານໂດລາສະຫະລັດ ໃນແຕ່ລະປີ ຈຶ່ງຖືເປັນການລົງທຶນທີ່ຄຸ້ມຄ່າຢ່າງຍິ່ງສຳລັບການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ທີ່ຈະໃຊ້ເງິນທຶນກໍ່ສ້າງປະມານ 4,000 ລ້ານບາດ.

ໂດຍໂຄງການກໍ່ສ້າງຂົວໃໝ່ດັ່ງກ່າວນີ້ ຖືເປັນສ່ວນນຶ່ງໃນຂໍ້ຕົກລົງວ່າດ້ວຍການເປັນຫຸ້ນສ່ວນຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະການພັດທະນາຢ່າງຍືນຍົງ ທີ່ລັດຖະບານລາວກັບໄທໄດ້ຕົກລົງຮ່ວມກັນ ທັງຍັງໄດ້ຈັດທຳແຜນປະຕິບັດການຮ່ວມກັນ ນັບແຕ່ເດືອນມິຖຸນາ ປີ 2022 ເປັນຕົ້ນມາອີກດ້ວຍ ທັງນີ້ໂດຍໃຫ້ຄວາມສຳ ຄັນຕໍ່ການພັດທະນາທາງເສດຖະກິດ ເພື່ອຊີວິດການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນ ດ້ວຍການພັດທະນາການເຊື່ອມຕໍ່ທາງລົດໄຟ ລະຫວ່າງຈີນ-ລາວ-ໄທນັ້ນເອງ.