Lao
This article was added by the user . TheWorldNews is not responsible for the content of the platform.

ທຸ​ລະ​ກິດ​ຮ້ານຂາ​ຍ ​ນໍ້າ​ອ້ອຍຮ້ອຍ​ລົດ ຢູ່​ເມືອງ​ແຟ​​ຣັ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ

ທ່​ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ສຳ​ລັບແລງວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບ​ຍາ​ນາງ​ດາ​ຣາ​ເພັດ ຈຸນ​ລະ​ມະນີ ເຈົ້າ​ຂອງ​ຮ້ານຂາຍນ້ຳ​ອ້ອຍ​ຮ້ອຍ​ລົດ ຢູ່​ເມືອງ​ແຟ​ຣັ​ສ​ໂນ ລັດ​ຄາ​ລິ​ຟໍ​ເນຍ ​ມາ​ສະ​ເໜີ​ທ່ານ ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ
ອັນ​ດັບ​ຕໍ່​ໄປ.

ຊາ​ວ​ເອ​ເຊຍ​ມັກ​ກິນ​ນ້ຳ​ອ້ອຍ​ສົດເປັນ​ພິ​ເສດ ​ແຕ່​ວ່າຢູ່​ໃນ​ສະ​ຫະ​ລັດອາ​ເມ​ຣິ​ກາຫາ​ກິນ​ໄດ້​ຍາກ​. ການ​ຂາຍ​ນ້ຳ​ອ້ອຍ​ສົດ​ຈະ​ປາ​ກົດ​ເຫັນ​ມີຢູ່​ຕາມບຸນວັດ​ຂອງ​ສັງ​ຄົມ​ລາວເທົ່າ​ນັ້ນ ບໍ່​ມີ​ຂາຍຢູ່​ຕາມ​ຕະ​ຫລາດຮ້ານ​ຄ້າໂດຍ​ທົ່ວ​ໄປ​ ແລະ​ພຽງ​ແຕ່ຈະເຫັນ​ທ່ອນ​ອ້ອຍວາງ​ຂາຍເລັກ​ນ້ອຍ ເປັນ​ບາງ​ຄັ້ງ​ບາງ​ຄາວຢູ່​ຕ​າມຕະ​ຫລາດ​ເອ​ເຊຍ​.

ຢູ່ເມືອງ​ແຟ​ຣັສ​ໂນ (Fresno) ​ລັດ​ຄາ​ລິ​ຟໍ​ເນຍ ເປັນ​ເຂດ​ຮ້ອນ ​ທີ່ມີ​ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ ຕັ້​ງ​ຖິ່ນ​ຖານຢູ່​ທີ່​ນັ້ນຫລາຍ​ພັນ​ຄົນ​ ເຂົາ​ເຈົ້າ​ພາ​ກັນ​ປະ​ກອບ​ວິ​ຊາ​ອາ​ຊີບ​ຕ່າງໆ​ນາໆມາ​ເປັນ​ເວ​ລາກວ່າ​ສີ່​ທົດ​ສະ​ວັດ​ແລ້ວ. ຂົງ​ເຂດແຫ່ງນີ້ຮູ້​ກັນ​ດີ​ວ່າ​ເປັນ​ບ່ອນ​ປູກຝັງ ໂດຍ​ສະ​ເພາະ ຜັກພື້ນ​ເມືອງ​ລາວຕ່າງໆ​ ​ພ້ອ​ມ​ທັງສວນປູກ​ອ້ອຍ​.

ຢູ່​ໃນ​ເມືອງ​ແຟຣັ​ສ​ໂນ ມີຮ້ານ​ຂາຍ​ນ້ຳ​ອ້ອຍ​ສົດ ​ຊື່​ວ່າ “ນ້ຳ​ອ້ອຍ​ຮ້ອຍ​ລົດ” ​ຊຶ່ງເປັນ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ບໍ​ລິ​ຫານ​ໂດຍ​ຍາ​ນາງ​ດາ​ຣາ​ເພັດ ຈຸນ​ລະ​ມະ​ນີ ທີ່ເຈົ້າ​ຂອງ​ຮ້ານ ແລະກຳ​ລັງຂະ​ຫຍ​າຍ​ທຸ​ລະ​ກິດ ໄດ້ອະ​ທິ​ບາຍ​ກ່ຽວ​ກັບຂັ້ນ​ຕອນການ​ຊື້​ຂາຍ​ນ້ຳ​ອ້ອຍ​ສູ່ ວີ​ໂອ​ເອ ​ຟັງດັ່ງ​ນີ້:

ຢູ່​ເມືອງ​ແຟ​ຣັ​ສ​ໂນ ມີ​ສວນ​ປູກ​ອ້ອຍ ແຕ່​ວ່າ​ຂາຍ​ໃ​ຫ້​ແກ່​ພວກ​ລູກ​ຄ້າປະ​ຈຳ​ເທົ່າ​ນັ້ນ. ​ຄົນ​ອື່ນໆທີ່ມີ​ຄວາມ​ຕ້ອງ​ການຕ້ອງໄດ້ສັ່ງ​ຊຶ້ຈາກ​ແຫ່ງ​ອື່ນ ຊຶ່ງ​ຍາ​ນາງດາ​ຣາ​ເພັດ ​ໄດ້ອະ​ທິ​ບາຍ​ສູ່​ຟັງ​ວ່າ:

ນ້ຳ​ອ້ອຍ​ແມ່ນ​ເຄື່ອງ​ດື່ມພື້ນ​ເມືອງທີ່​ນິ​ຍົມ​ຊະ​ນິດ​ນຶ່ງ ຂ​ອງຊາວ​ເອ​ເຊຍ ເພາະສະ​ນັ້ນ​ສ່ວນ​ຫລາຍ​ມີ​ແຕ່ຊາວ​ມົ້ງ ລາວ ແລະຫວຽດ​ນາມ ຜູ້​ທີ່ເຄີຍ​ໄດ້​ກິນ​ໄດ້​ດື່ມ​ມາ​ຈາກ​ບ້ານ​ເກີດ​ເມືອງນອນເຂົາ​ເຈົ້າມາ​ກ່ອນ ​ທີ່​ເປັນ​ຄົນມັກ​ດື່ມ​ນ້ຳ​ອ້ອຍ ຊຶ່ງ​ຍາ​ນາງ​ດາ​ຣາ​ເພັດ ໄດ້ອະ​ທິ​ບາຍເຖິງ​ຕອນ​ນີ້​ສູ່​ຟັງ​ວ່າ:

​ຢູ່​ໃນ​ສະ​ຫະ​ລັດ ບ່ອນ​ທີ່​ປູກ​ອ້ອຍ​ໄດ້ຕ້ອງ​ແມ່ນ​ເຂດ​ທີ່ມີ​ອາ​ກາດ​ຮ້ອນ​ເທົ່າ​ນັ້ນ ເຊັ່ນ​ວ່າ ຢູູ່​ລັດ​ຟ​ລໍ​ຣິ​ດາ ນິວເມັກຊິກ​ໂກ ​ແລະ​ຄາ​ລິ​ຟໍ​ເນຍ ​ທີ່​ມີ​ສວນ​ປູກ​ອ້ອຍ​ຂາຍແຕ່​ກໍ​ບໍ່​ຫລາຍ. ​ນອກ​ຈາກ​ຊື້ອ້ອຍຈາກ​ລັດ​ເຫລົ່າ​ນີ້ແລ້ວ ຍັງຕ້ອງ​ເສຍ​ຄ່າ​ຂົນ​ສົ່ງ​ແພງ ເພາະ​ໄລ​ຍະ​ໄກ​ຈາກ​ລັດ​ນຶ່ງ​ໄປ​ຫາ​ອິກ​ລັດ​ນຶ່ງ ຊຶ່ງ​ຍາ​ນາງ​ດາ​ຣາ​ເພັດ​ ໄດ້ອະ​ທິ​ບາຍມ້ວນ​ທ້າຍ​ສູ່​ຟັງ​ດັ່ງ​ນີ້:

“ຮ້​ານ​ນ້ຳ​ອ້ອ​ຍ​ຮ້ອຍ​ລົດ” ເປັນ​ທີ່​ຮູ້​ກັນ​ວ່າ​ມີ​ແຫ່ງດຽວ​ທີ່​ເຮັດ​ທຸ​ລະ​ກິດ​ກ່ຽວ​ກັບ​ເລື້ອງ​ນີ້​ໂດຍ​ສະ​ເພາະ​ຢູ່​ໃນ​ສະ​ຫະ​ລັດ. ​ປັດຈຸ​ບັນ​ນີ້ ​ຍາ​ນາງ​ດາ​ຣາເພັດ ​ກຳ​ລັງ​ຂະ​ ຫຍ​າຍ​ກິດ​ຈະ​ການທຸ​ລະ​ກິດ​ອອກ​ໄປ​ໃຫ້​ໃຫຍ່​ຂຶ້ນ ແລະ​ມີ​ຄວາມຫວັງ​ທີ່ຈະ​ຜະ​ລິດ​ນ້ຳ​ອ້ອ​ຍ​ສົດໃສ່​ແກ້ວອອກ​ວາງຂາຍ​ຢູ່​ຕາມ​ຕະ​ຫລາດ​ທົ່ວ​ໄປໃນ​ສະ​ຫະ​ລັດ.