Lao
This article was added by the user . TheWorldNews is not responsible for the content of the platform.

ທ່ານໂທນີ ງາມສະນິດ ພະນັກງານແຣມ (ramp) ຢູ່ ສະໜາມບິນສາກົນ ດາລແລສ

ໃນຊີວິດຊາວລາວ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ທ່ານໂທນີ ງາມສະນິດ ພະນັກງານກຳກັບຫີບເຄື່ອງຂຶ້ນເຮືອບິນຂອງ ບໍລິສັດ United Airlines ທີ່ ສະໜາມບິນສາກົນດາລແລສ ຂອງເຂດນະຄອນຫລວງວໍຊິງຕັນ. ໜ້າທີ່ການ ແລະຜົນກຳໄລຂອງການເຮັດວຽກໃຫ້ແກ່ບໍລິສັດການບິນທີ່ຢູ່ໃນອັນດັບສາມ ຂອງສະຫະລັດ ມີຫຍັງແດ່ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ບໍລິສັດການບິນ United Airlines ເລີ້ມຕັ້ງຂຶ້ນມາແຕ່ປີ 1926 ປັດຈຸ ບັນເປັນບໍລິສັດການບິນໃຫຍ່ອັນດັບສາມຂອງໂລກ ຊຶ່ງມີຫ້ອງການໃຫຍ່ຢູ່ນະ ຄອນຊິຄາໂກ ທາງພາກກາງຂອງສະຫະລັດ. United Airlines ມີພະນັກ ງານຢູ່ປະມານ 92,000 ກວ່າຄົນ. ບໍລິສັດ United Airlines ມີສາຍການ ບິນພາຍໃນ ແລະຕ່າງປະເທດ. ນອກນັ້ນຍັງມີບັນດາພັນທະມິດບໍລິສັດການບິນ ອື່ນໆກວ່າ 30 ບໍລິສັດ. ຜູ້ເຮັດວຽກໃຫ້ແກ່ບໍລິສັດສາຍການບິນ United Airlines ມີຊາວອາເມຣິກັນເຊື້ອສາຍລາວຈຳນວນນຶ່ງ ເຊັ່ນວ່າເປັນໂຮສແຕັສ ຫລືນາງອາກາດ ອີກຈຳນວນນຶ່ງແມ່ນພວກຜູ້ຊາຍ ທີ່ມີໜ້າທີ່ຕ່າງໆຢູ່ພາກພື້ນດິນ ເຊັ່ນສັນຍານໃຫ້ເຮືອບິນຈອດ, ຂົນສົ່ງຫີບເຂົ້າ ແລະອອກຈາກເຮືອບິນ ແລະພະແນກການອື່ນໆ.

ທ່ານໂທນີ ງາມສະນິດ ເຮັດວຽກຢູ່ພະແໜກຂົນຍ້າຍຫີບເຄື່ອງຜູ້ໂດຍສານ ສົ່ງຕໍ່ໃສ່ເຮືອບິນອີກລໍານຶ່ງເພື່ອໃຫ້ໄປເຖິງຈຸດໝາຍປາຍ​ທາງ ມາເປັນເວລາກວ່າ 30 ກວ່າປີແລ້ວ ຊຶ່ງທ່ານໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ບັນດາພະນັກງານບໍລິສັດ United Airlines ຍັງໄດ້ຮັບກຳໄລຈາກການຊື້ປີ້ເຮືອ ບິນຫຼຸດລາຄາຈາກບໍລິສັດການບິນອື່ນໆອີກຈໍານວນນຶ່ງ ທີ່ເປັນພັນທະມິດ ກັບບໍລິສັດ United Airlines ຊຶ່ງທ່ານໂທນີ ກ່າວວ່າ:

ທ່ານແຈັຟ ພຣາຍສ໌ ຜູ້ໂດຍສານຄົນນຶ່ງທີ່ໃຊ້ສາຍການບິນນີ້ເປັນປະຈຳ ແລະມີປະສົບການດີ ໂດຍສະເພາະບໍ່ຜິດຫວັງກັບການໄດ້ຮັບຫີບເຄື່ອງ ຕາມກຳນົດເວລາ ຊຶ່ງທ່ານໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

“ຈາກປີ 1999 ຈົນຮອດປີ 2010 ຂ້າພະເຈົ້າໄດ້ເດີນທາງຢ່າງບໍ່ຂາດໄລຍະ ແລະໃຊ້ບໍລິສັດດຽວເພື່ອໃຫ້ໄດ້ຮັບເຄ​ຣ​ດິດ. ນອກຈາກໄດ້ຮັບຄະແນນ ໄລະຍະໄມລຂອງການເດີນທາງແລ້ວ ເຮົາຍັງໄດ້ຮັບໂບນັສທີ່ເປັນຄະແນນ ເຮັດໃຫ້ຫຼຸດຄາ ແລະນັ່ງຢູ່ຊັ້ນດີອີກດ້ວຍ. ເວລານັ້ນຂ້າພະເຈົ້າໄດ້ຂີ່ເຮືອບິນເຖິງ ເກົ້າສິບລໍາຖ້ຽວບິນໃນນຶ່ງປີ ແລະນີ້ເຮັດໃຫ້ຂ້າພະເຈົ້າໄດ້ຮັບຄະແນນການເດີນ ທາງ. ເວລາຂ້າພະເຈົ້າເດີນທາງ ຂ້າພະເຈົ້າມີສິດຖືຫີບ​ນ້ອຍ​ສອງ​ໜ່ວຍຂຶ້ນເຮືອ ບິນ ແລະສົ່ງຫີບໃຫຍ່ເຂົ້າທ້ອງເຮືອບິນ. ຂ້າພະເຈົ້າບໍ່ມີບັນຫາ ແລະບໍ່ມີປະສົບ ການຫີບເຄື່ອງເສຍ ແລະຫຼ້າຊ້າ.”

ຄວາມອົດທົນຕໍ່ໜ້າທີວຽກງານ ແລະ ຄວາມຈົງຮັກພັກດີຕໍ່ບໍລິສັດ ຈະໄດ້ຮັບ ຜົນຕອບແທນໃນການເດີນທາງໂດຍບໍ່ເສຍຄ່າ. ນອກຈາກນັ້ນອີກແລ້ວ ຍັງສາມາດເຮັດວຽກເກີນຊົ່ວໂມງເພື່ອນຳລາຍໄດ້ເຂົ້າມາສູ່ຄອບຄົວ ຊຶ່ງທ່ານ ໂທນີ ໄດ້ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

ນັ້ນຄືວິຊາອາຊີບຢ່າງນຶ່ງຂອງຊາວອາເມຣິກັນເຊື້ອສາຍລາວ ທີ່ຊ່ວຍສ້າງເສດ ຖະກິດສະຫະລັດ ໃຫ້ເຂັ້ມແຂງ. ນອກຈາກນັ້ນອີກແລ້ວ ເຂົາເຈົ້າຍັງເປັນພົນ ລະເມືອງທີ່ດີ ມີບ້ານເຮືອນເປັນຂອງຕົນເອງ ແລະສະໜຸກສະໜານກັບການ ເດີນທາງໄປເຫັນປະເທດຕ່າງໆໃນແຕ່ລະປີ.