Lao
This article was added by the user . TheWorldNews is not responsible for the content of the platform.

ທາງການລາວ ຄາດໝາຍວ່າ ຈະຕ້ອນຮັບນັກທ່ອງທ່ຽວຊາວຈີນ ເຂົ້າມາລາວ ປະມານ 300,000 ຄົນ ໃນປີ 2023

ທາງການລາວ ວາງເປົ້າໝາຍຈະດຶງເອົານັກທ່ອງທ່ຽວຈີນ ໃຫ້ໄດ້ 3 ແສນຄົນໃນປີ 2023 ສ່ວນນັກທຸລະກິດລາວຢືນຢັນວ່າ ພາກບໍລິການແລະທ່ອງທ່ຽວໃນລາວ ຍັງຈະຕ້ອງປັບປຸງ-ແກ້ໄຂໃນຫຼາຍດ້ານ ຊຶ່ງຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດ ໃນພາກບໍລິການແລະທ່ອງທ່ຽວໃນລາວ ເປີດເຜີຍວ່າ ກະຊວງຖະ ແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ໄດ້ວາງເປົ້າໝາຍຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 1 ລ້ານ 4 ແສນຄົນ ຊຶ່ງຈະສ້າງລາຍຮັບໃຫ້ກັບພາກທຸລະກິດບໍລິການແລະທ່ອງທ່ຽວໄດ້ເກີນກວ່າ 340 ບ້ານໂດລາ ໃນປີ 2023 ແລະໃນນີ້ຄາດວ່າ ຈະເປັນນັກທ່ອງທ່ຽວຊາວຈີນ ເກີນກວ່າ 368,000 ຄົນ ໂດຍເມື່ອພິຈາລະນາສະພາບການຕົວຈິງຂອງການລະບາດໄວຣັສໂຄວິດ-19 ໃນລາວ ທີ່ເບົາບນາງລົງຢ່າງຕໍ່ເນື່ອງນັ້ນ ຈຶ່ງເຊື່ອວ່າ ມີຄວາມເປັນໄປໄດ້ສູງທີ່ຈະບັນລຸຄາດໝາຍດັ່ງກ່າວ ທັງນີ້ ດ້ວຍການອຳນວຍຄວາມສະດວກໃນທຸກໆດ້ານໃຫ້ແກ່ນັກທ່ອງທ່ຽວຈີນ ເປັນການສະເພາະ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາຈະສຸມໃສ່ປັບປຸງຫັນເປັນອຸດສາຫະກຳການທ່ອງທ່ຽວ ໃຫ້ແທດເໝາະກັບຕະຫຼາດຈີນ ໂດຍອີງໃສ່ທ່າແຮງທາງດ້ານຊັບພະຍາກອນ ແລະຮີດຄອງ-ປະເພນີ ອັນດີງາມຂອງປະເທດຂອງພວກເຮົາ ອີກດ້ານນຶ່ງພວກເຮົາມີທາງລົດໄຟຄວາມໄວສູງ ເຊື່ອມໂຍງລະຫວ່າງລາວ-ຈີນ ຖືວ່າ ເປັນທ່າແຮງອັນນຶ່ງທີ່ສຳຄັນໃນການອຳນວນຄວາມສະດວກ ໃນການເດີນທາງລະຫວ່າງປະເທດ ແລະໃນເວລາອັນໃກ້ນີ້ ຍັງຈະມີການເປີດສາຍການບິນເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ແລະບນັນດາແຂວງຂອງ ສປ ຈີນ ເຮັດໃຫ້ເປັນຫຼາຍທາງເລືອກໃຫ້ນັກທ່ອງທ່ຽວ ຈີນ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.”

ສ່ວນນັກທຸລະກິດໃນສະພາອຸດສາຫະກຳແລະການຄ້າແຫ່ງຊາດລາວ ກໍຢືນຢັນວ່າ ນັກທ່ອງທ່ຽວຕ່າງຊາດຍັງເດີນທາງມາລາວ ບໍ່ຫຼາຍເທົ່າທີ່ຄວນ ເພາະວ່າ ນັກທ່ອງທ່ຽວທີ່ເດີນທາງມາແບບເປັນກຸ່ມໃຫຍ່ ໂດຍຜ່ານບໍລິສັດທ່ອງທ່ຽວທີ່ໄດ້ຮັບອະນຸຍາດນັ້ນ ຍັງພົບບັນຫາຫຍຸ້ງຍາກໃນຫຼາຍດ້ານ ເຊັ່ນການຈອງປີ້ລົດໄຟລາວ-ຈີນ ການເດີນທາງໃນລາວ ທີ່ບໍ່ສະດວກ ແລະສະພາບແອອັດຢູ່ຕາມສະຖານທີ່ທ່ອງທທ່ຽວຕ່າງໆ ຊຶ່ງຈະຕ້ອງໄດ້ຮັບການປັບປຸງແກ້ໄຂຢ່າງຮີບດ່ວນທີ່ສຸດ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ການຈຳໜ່າຍປີລົດໄຟນີ້ ກະຖືວ່າ ຍັງເປັນຂໍ້ຫຍຸ້ງຍາກຢູ່ ບັນດາບໍລິສັດທ່ອງທ່ຽວຍັງບໍ່ທັນສາມາດຂາຍປີ້ລົດໄຟລ່ວງໜ້າຫຼາຍເດືອນໃຫ້ແກ່ນັກທ່ອງທ່ຽວຈີນ ຫຼືນັກທ່ອງທ່ຽວອື່ນໆໄດ້ ຕໍ່ມາແມ່ນສະພາບເສັ້ນສທາງຂອງພວກເຮົາ ເປັນຕົ້ນແມ່ນເສັ້ນທາງຫຼວງ ເສັ້ນທາງແຫ່ງຊາດ ຫຼືວ່າເສັ້ນທາງເຂົ້າແຫລ່ງທ່ອງທ່ຽວນີ້ ຫຼາຍແຫ່ງກະຍັງເປ່ເພ ຍັງບໍ່ທັນໄດ້ຮັບການປັບປຸງແກ້ໄຂ ຕໍ່ມາກະແມ່ນການສັນຈອນຢູ່ສະຖານທີ່ທ່ອງທ່ຽວບາງແຫ່ງ ກະຍັງມີຄວາມແອອັດ ເປັນຕົ້ນແມ່ນສະຖານທີ່ທ່ອງທ່ຽວຫຼວງພະບາງ ພະຣາຊະວັງບໍ່ ພູສີບໍ່ ຕາດກວາງຊີບໍ່ ນັອກຈາກນັ້ນ ສະຖານ ທີ່ຈອດລົດ ກໍຍັງມີບັນຫາ.”

ກຸ່ມນັກທ່ອງທ່ຽວຊາວຈີນ ພາກັນນັ່ງພັກຜ່ອນຢູ່ທີ່ວັດແຫ່ງນຶ່ງ ໃນລາວ ເມື່ອປີ 2019.
ກຸ່ມນັກທ່ອງທ່ຽວຊາວຈີນ ພາກັນນັ່ງພັກຜ່ອນຢູ່ທີ່ວັດແຫ່ງນຶ່ງ ໃນລາວ ເມື່ອປີ 2019.

ສ່ວນ ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ຢືນຢັນວ່າ ລັດຖະບານລາວ ຈະເລັ່ງດຳເນີນການພັດທະນາທຸລະກິດພາກບໍລິການແລະທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນ ໃຫ້ໄວທີ່ສຸດເພາະຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດ ຈະເດີນທາງມາລາວ ຫຼາຍຂຶ້ນ ໂດຍສະເພາະພາຍ ຫຼັງຈາກທີ່ສາາດຄວບຄຸມການລະບາດໄວຣັດໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເມື່ອສົມທົບກັບການເປີດການເດີນລົດໄຟລາວ-ຈີນ ຈາກຄຸນໝິງມານະຄອນວຽງຈັນ ຢ່າງເປັນທາງການ ນັບຈາກວັນທີ 3 ທັນວາ 2021 ເປັນຕົ້ນມາ ຈຶ່ງຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຈີນ ເດີນທາງມາລາວ ເພີ້ມຂຶ້ນກວ່າ 21 ເປີເຊັນ ໃນປີ 2023 ທຽບໃສ່ປີ 2022 ທີ່ມີນັກທ້ອງທ່ຽວຊາດຈີນ ເດີນທາງເຂົາມາລາວ ພຽງແຕ່ 45,249 ຄົນເທົ່ານັ້ນ ສ່ວນໃນປີ 2019 ຫຼືກ່ອນການລະບາດໂຄວິດ-19 ນັ້ນ ມີນັກທ່ອງທ່ຽວຈີນ ເດີນທາງມາລາວ ກວ່າ 1 ລ້ານຄົນ.

ນອກຈາກນັ້ນ ການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ຍັງສົ່ງຜົນກະທົບເຮັດໃຫ້ທຸລະກິດພາກບໍລິການແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍຮັບຫຼາຍກວ່າ 700 ລ້ານໂດລາຕໍ່ປີ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິິດຈຳນວນຫຼາຍ ຕ້ອງຂໍເລື່ອນຊຳລະໜີ້ໃຫ້ກັບທະນາຄານເປັນເວລາເຖິງ 3 ປີຕິດຕໍ່ກັນ ໃນນີ້ຮວມເຖິງໂຮງແຮມ-ບ້ານພັກ 2,920 ແຫ່ງ ແລະບໍລິສັດທ່ອງທ່ຽວ 1,500 ກວ່າລາຍ ໂດຍສະເພາະແມ່ນນະຄອນວຽງຈັນນັ້ນ ມີໜ່ວຍທຸລະກິດທີ່ຖືກກະທົບຈາກການລະບາດໄວຣັສໂຄວິດ-19 ເກີນກວ່າ 90 ເປີເຊັນຂອງຫົວໜ່ວຍທຸລະກິດໃນພາກບໍລິການທັງໝົດ ແລະມີການເລີກຈ້າງແຮງງານເກີນກວ່າ 4 ແສນຄົນ.

ທັງນີ້ ທາງການລາວ ໄດ້ປະຕິບັດນະໂຍບາຍເປີດປະເທດຕ້ອນຮັບນັກທ່ອງທ່ຽວຕ່າງຊາດ ນັບແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ຊຶ່ງຖືໄດ້ວ່າ ປະສົບຜົນສຳເລັດໃນລະດັບຄາດໝາຍ ໂດຍມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງມາລາວ 9 ແສນກວ່າຄົນ ແລະພາກບໍລິການຂອງລາວ ມີລາຍຮັບກວ່າ 218 ລ້ານໂດລາ.