Lao
This article was added by the user . TheWorldNews is not responsible for the content of the platform.

ສະຫະລັດ ແລະ ສປປ ລາວ ໄດ້ຈັດກອງປະຊຸມ ປຶກສາຫາລືຮ່ວມມືສອງຝ່າຍ ແບບກວມລວມ ທີ່ວຽງຈັນ

ສະຫະລັດອາເມຣິກາ ແລະ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມມືສອງຝ່າຍແບບກວມລວມ ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ປຶກສາຫາລືເຖິງທິດທາງໃນການຂະຫຍາຍຂອບການຮ່ວມມືສອງຝ່າຍ ເມື່ອວັນທີ 14 ຕຸລາ 2022 ຜ່ານ​ມານີ້.

ຄະນະຜູ້ແທນ ຝ່າຍ ສປປ ລາວ ນຳໂດຍ ທ່ານບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຂະນະທີ່ ຄະນະຜູ້ແທນຝ່າຍສະຫະ ລັດ ແມ່ນນຳພາໂດຍ ທ່ານແດນຽລ ຄຣິດເຕິນບຣິ້ງ ຜູ້ຊ່ວຍລັດຖະມົນຕີຕ່າງ ປະເທດ ຊີ້ນຳຂົງເຂດວຽກງານເອ​ເຊຍຕາເວັນອອກ ແລະ​ເຂ​ດປາຊີຟິກ ແລະ ທ່ານປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ.

ທັງສອງຝ່າຍໄດ້ຢໍ້າຄືນ ເຖິງຄວາມໝາຍໝັ້ນ ທີ່ຈະຂະຫຍາຍການຮ່ວມມື ລະ ຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ພາຍໃຕ້ຂອບການເປັນຄູ່ຮ່ວມ ມືແບບກວມລວມ ເຊິ່ງໄດ້ປະກາດຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ ລະຫວ່າງການຢ້ຽມຢາມ ສປປ ລາວ ຂອງອະດີດປະທານນາທິບໍດີ ໂອບາມາ ໃນປີ 2016.

ທ່ານຜູ້ຊ່ວຍລັດຖະມົນຕີ ຄຣິດເຕິນບຣິ້ງ ໄດ້ກ່າວວ່າ “ການຮ່ວມມືແບບກວມ ລວມ ສະຫະລັດອາເມຣິກາ-ສປປ ລາວ ໄດ້ສ້າງປະໂຫຍດ ທີ່ເປັນຮູບປະທຳ ແກ່ປະຊາຊົນ ກໍຄືລັດຖະບານລາວ ໂດຍສະເພາະຢ່າງຍິ່ງ ສະຫະລັດແມ່ນມີຄວາມໝາຍໝັ້ນທີ່ຈະສະໜັບສະໜູນ ເພື່ອເພີ່ມພູນຄວາມຜາສຸກ ຂອງ ສປປ ລາວ ຜ່ານບັນດາໂຄງການຊ່ວຍເຫຼືອຕ່າງໆ ທີ່ອອກແບບເພື່ອຊຸກຍູ້ ການພັດທະນາ ຂົງເຂດທຸລະກິດ ຂອງ ສປປ ລາວ ແລະ ການລົງທຶນຂອງບັນດາຫົວໜ່ວຍທຸລະກິດ ຂອງ ສະ​ຫະ​ລັດອາເມ​ຣິກາ ໃນ ສປປ ລາວ.”

ທ່ານຜູ້ຊ່ວຍລັດຖະມົນຕີ ຄຣິດເຕິນບຣິ້ງ ຍັງໄດ້ກ່າວອີກວ່າ “ສະຫະລັດອາເມຣິກາ ແມ່ນພາກພູມໃຈທີ່ໄດ້ເປັນຄູ່ຮ່ວມມືສາກົນທຳອິດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ດ້ານການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ແກ່ ສປປ ລາວ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດນັ້ນ. ສະຫະລັດອາເມຣິກາ ແມ່ນເຮັດວຽກຮ່ວມກັບ ປະຊາຊົນ ກໍຄື ລັດຖະບາ ລາວ ເພື່ອສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງ ລວມເຖິງ ໂຄງການຕ່າງໆ ບໍ່ວ່າຈະເປັນວຽກງານປັບປຸງດ້ານສາທາລະນະສຸກ ການສຶກສາ ການເຕີບໂຕຂອງເສດຖະກິດ ກະສິກຳ ແລະ ການຄຸ້ມຄອງ-ບໍລິຫານລັດ ແລະຈົນເຖິງປະຈຸບັນ ສະຫະລັດອາເມຣິກາແມ່ນໄດ້ໃຫ້ການຊ່ວຍເຫຼືອ ເປັນຈຳນວນເງິນຫຼາຍກວ່າ 350 ລ້ານ ໂດລາ ເພື່ອສະໜັບສະໜູນວຽກງານ ສຳຫລວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ.

ນອກຈາກນັ້ນ ທັງສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບຄວາມກັງວົນຂອງ ສະ ຫະລັດອາເມຣິກາ ຕໍ່ການພັດທະນາພາກພື້ນ ແລະ ໃນທົ່ວໂລກ ລວມມີ ການປະຕິເສດຂອງລັດຖະບານພະມ້າ ໃນການຈັດຕັ້ງປະຕິບັດ ມະຕິ 5 ຂໍ້ຂອງອາ ຊຽນ ການລະເມີດກົດ ໝາຍລະຫວ່າງປະເທດຂອງຣັດເຊຍ ລວມເຖິງ ການລະ ເມີດກົດບັດສະຫະປະຊາຊາດ ໃນການບຸກລຸກ ແລະຄວາມພະຍາຍາມທີ່ຈະຍຶດຄອງດິນແດນບາງສ່ວນ ຂອງປະເທດຢູ​ເຄ​ຣນ ແລະ ການເຄົາລົບຕໍ່ສິດທິມະນຸດ ແລະເສລີພາບຂັ້ນພື້ນຖານ.

Vientiane, Laos – The United States and the Lao People’s Democratic Republic (PDR) held their tenth Comprehensive Bilateral Dialogue on October 14, 2022, in Vientiane, in which the two sides discussed their ever-expanding range of cooperation.

Lao Vice Foreign Minister Bounleua Phandanouvong led the Lao delegation, while U.S. Assistant Secretary of State Daniel J. Kritenbrink and U.S. Ambassador to the Lao PDR Peter M. Haymond led the U.S. delegation.

The two sides reconfirmed their intention to expand U.S.-Lao cooperation in line with the Comprehensive Partnership announced in Vientiane during former President Obama’s visit in 2016.

“The U.S.-Lao Comprehensive Partnership provides tangible benefits to the people and government of the Lao PDR,” said Assistant Secretary Kritenbrink. “In particular, the United States is committed to supporting the increasing prosperity of the Lao PDR through programs designed to support the development of the Lao PDR business sector and supporting U.S. companies’ investments in the Lao PDR.”

The Assistant Secretary said the United States was proud to be the first international partner to provide COVID-19 assistance to Laos following the outbreak of the pandemic. The United States works with the Lao people and government in support of its sustainable development goals, including on programs to improve health, education, economic growth, agriculture, and good governance, and the more than $350 million provided to date to support the survey and clearance of unexploded ordnance in Laos.

The two sides also discussed U.S. concerns about global and regional developments, including the Burma regime’s refusal to implement the ASEAN Five-Point Consensus, Russia’s violation of international law, including the UN Charter, in invading and trying to annex parts of Ukraine, and respect for human rights and fundamental freedoms.