Lao
This article was added by the user . TheWorldNews is not responsible for the content of the platform.

ຊາວກະສິກອນລາວ ຕ້ອງໄດ້ຮັບການຕອບສະໜອງດ້ານເທັກນິກສະໄໝໃໝ່ ເຂົ້າໃນການຜະລິດສິນຄ້າໃຫ້ໄດ້ຄຸນນະພາບສາກົນຢ່າງຮີບດ່ວນ

ຊາວກະສິກອນລາວ ຕ້ອງໄດ້ຮັບການຕອບສະໜອງດ້ານເທັກນິກສະໄໝໃໝ່ເຂົ້າໃນການຜະລິດສິນຄ້າໃຫ້ໄດ້ຄຸນນະພາບສາກົນຢ່າງຮີບດ່ວນ ຫາກບໍ່ສະນັ້ນ ກໍຈະບໍ່ສາມາດແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້ເລີຍ ຊຶ່ງຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານໄພບູນ ພົນສຸວັນນາ ກຳມະການບບໍລິຫານສະພາອຸດສາຫະກຳ ແຫ່ງປະ ເທດໄທ ຢືນຢັນວ່າ ການຜະລິດສິນຄ້າກະສິກຳໃນລາວ ເພື່ອສົ່ງອອກໄປຕ່າງປະເທດໃນປັດຈຸບັນ ຍັງມີບັນຫາ ທີ່ກ່ຽວກັບຄຸນນະພາບ ຂອງຜົນຜະລິດບໍ່ໄດ້ມາດຕະຖານຕາມຄວາມຕ້ອງການ ຂອງຕະຫຼາດຕ່າງປະເທດ ໂດຍສະເພາະແມ່ນໄທ ທີ່ຕ້ອງການນຳເຂົ້າສິນຄ້າວັດຖຸດິບຈາກລາວເພີ້ມຂຶ້ນນັບມື້ນັ້ນ ເນື່ອງຈາກຜົນຜະລິດສິນຄ້າໂຕຈິງຂອງລາວ ໃນປັດຈຸບັນ ຍັງຢູ່ໃນລະດັບປະຖົມປະຖານເທົ່ານັ້ນ ຈຶ່ງບໍ່ສາມາດຕອບສະໜອງໃຫ້ແກ່ຕະຫຼາດໃນໄທ ໄດ້ພຽງພໍກັບຄວາມຕ້ອງການໂຕຈິງນັ້ນເອງ ດັ່ງທີ່ ທ່ານໄພບູນ ໃຫ້ການຢືນຢັນວ່າ:

“ສປປ ລາວ ມີເລື້ອງຂອງຜະລິດຕະພັນຂັ້ນປະຖົມເປັນໃຫຍ່ ແລ້ວສ່ວນໃຫຍ່ ຄືຍັງບໍ່ໄດ້ຮັບການພັດທະນາ ຢ່າງເຕັມສ່ວນ ໃນການເຮັດເປັນແບບອຸດສາຫະກຳ ເພື່ອການສົ່ງອອກເລີຍ ເຂົາຍັງຄົງຢູ່ໄດ້ດ້ວຍວິຖີທຳມະຊາດ ວິຖີແບບພໍພຽງຫັ້ນນ່າ ສະນັ້ນ ເມື່ອໄປເບິ່ງອຸດສາຫະກຳຫຼັກເພື່ອມຸ້ງຫວັງໃນການສົ່ງອອກ ເຂົາບໍ່ໄດ້ຄຶດຢ່າງນັ້ນ ເຂົາກະຕັ້ງຕົວເອງວ່າ ຈະເປັນ Battery ຫຼືໝໍ້ໄຟແຫ່ງເອເຊຍ ເຂົາກະໄປທາງດ້ານພະລັງງານໄຟຟ້າ ສະນັ້ນ ສິນຄ້າກະສິກຳຜະລິດຕະພັນອາ ຫານ ເພື່ອການສົ່ງອອກໄປຕ່າງປະເທດ ລາວເກືອບຈະຍັງເບິ່ງບໍ່ເຫັນສັກກະຍະພາບເລີຍ ເຂົາພຽງພໍບໍລິໂພກ ພໍພຽງພາຍໃນປະເທດເທົ່ານັ້ນ.”

ທັງນີ້ ໃນປີ 2022 ລາວສົ່ງສິນຄ້າກະສິກຳໄປຕ່າງປະເທດໄດ້ ໃນມູນຄ່າລວມ 1,180 ລ້ານໂດລາ ໂດຍເພີ້ມຂຶ້ນເຖິງ 40 ເປີເຊັນ ທຽບໃສ່ປີ 2021 ໃນນີ້ ເປັນການສົ່ງອອກພືດແລະຜະລິດຕະພັນຈາກພືດມູນຄ່າ 1,120 ລ້ານໂດລາ ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະ ໃນມູນຄ່າລງມພຽງແຕ່ 53 ລ້ານໂດລາເທົ່ານັ້ນ ເຖິງແມ່ນວ່າ ຈະໄດ້ຮັບໂຄຕາ ໃນການສົ່ງງົວໄປຈີນ ເຖິງ 5 ແສນໂຕ ໃນແຕ່ລະປີກໍຕາມ ແຕ່ວ່າ ດ້ວຍເຫດທີ່ລະບົບການລ້ຽງງົວ-ຄວາຍໃນລາວ ຍັງບໍ່ໄດ້ມາດຕະຖານຕາມກຳນົດຂອງລັດຖະບານຈີນ ຈຶ່ງເຮັດໃຫ້ບໍ່ສາມາດຈັດສົ່ງງົວໄປຈີນ ໄດ້ຕາມໂຄຕານັ້ນເອງ ແຕ່ຢ່າວໃດກໍຕາມ ລັດ ຖະບານລາວ ກໍພະຍາຍາມທີ່ຈະເພີ້ມຜົນຜະລິດສິນຄ້າກະສິກຳ ແລະການລ້ຽງ ສັດໃຫ້ມີມາດຕະຖານທີ່ສູງຂຶ້ນ ຊຶ່ງລວມເຖິງ ການຂະຫຍາຍລະບົບຊົນລະປະ ທານ ເພື່ອຕອບສະໜອງນ້ຳໃຫ້ພື້ນທີ່ກະສິກຳແລະນາເຂົ້ານັນ ກໍຍັງຖືເປັນເປົ້າໝາຍສຳຄັນທີ່ສຸດ ດັ່ງທີ່ ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ໃຫ້ການຢືນຢັນວ່າ:

“ການສະໜອງນໍ້າ ໃຫ້ແກ່ການຜະລິດລະດູແລ້ງ ແລະລະດູຝົນໄດ້ 435,000 ເຮັກຕາ ເນື້ອທີ່ການປູກພືດເປັນສິນຄ້າໄດ້ເພີ້ມຂຶ້ນຫຼາຍເທົ່າໂຕ ເຂົ້ານາແຊງກໍລື່ນຄາດໝາຍ 8 ເປີເຊັນ ສຳເລັດການສຳຫຼວດແບ່ງເຂດຜະລິດກະສິກຳ ເຂດປູກ ເຂດລ້ຽງ ຢູ່ໃນ 17 ເມືອງຂອງ 9 ແຂວງ ສຳເລັດກຳນົດຂອບເຂດແລະປະເມີນຄຸນນະພາບດິນຊົນລະປະທານ ໃນເນື້ອທີ່ 340,000 ເຮັກຕາ ພ້ອມດຽວກັນນັ້ນ ໄດ້ສ້າງກຸ່ມຕົວແບບ ໃນການປັບປຸງດິນນາ ຍົກລະດັບສະມັດຖະພາບການຜະລິດ.”

ໂດຍກະຊວງການຄ້າຈີນ ໄດ້ກຳນົດ 12 ເງື່ອນໄຂດ້ວຍກັນສຳລັບການນຳເຂົ້າງົວຈາກລາວກໍຄືງົວຕ້ອງມີນ້ຳໜັກ 350 ກິໂລກຣາມຂຶ້ນໄປ ອາຍຸບໍ່ເກີນ 4 ປີ ຕ້ອງມາຈາກພື້ນທີ່ ທີ່ປາດສະຈາກພະຍາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູໃນເຂດທ້ອນໂຮມຢ່າງໜ້ອຍ 45 ວັນ ຕ້ອງມີການລ້ຽງແຍກເພດ ແລະໃນ 6 ເດືອນ ຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ ຕ້ອງຂຶ້ນທະບຽນສັດ ກວດ ການຖືພາ ສັກຢາກັນເຊື້ອປາກເປື່ອຍລົງເລັບ 2 ເຂັມ ຈັດເກັບໂຕຢ່າງແລະວິໄຈພະບາດເປັນປະຈຳ ຕິດຕາມການໃຊ້ອາຫານ ແລະຢາປິ່ນປົວ ຄວບຄຸມການເຄື່ອນຍ້າຍທີ່ໄດ້ມາດຕະຖານ ແລະຕ້ອງກັກສັດ 30 ວັນກ່ອນທີ່ຈະສົ່ງໄປຈີນ.

ທັງນີ້ ການສົ່ງອອກສິນຄ້າກະສິກຳຂອງລາວ ໃນປີ 2022 ເປັນການສົ່ງໄປຈີນ ໃນສັດສ່ວນ 80 ເປີເຊັນ ທີ່ເປັນໂຄຕາພິເສດ ທີ່ລັດຖະບານຈີນ ອະນຸຍາດໃຫ້ນຳເຂົ້າຈາກລາວ 14 ຊະນິດ ເຊັ່ນເຂົ້າສາລີ ມັນຕົ້ນ ກ້ວຍ ໝາຍໂມ ມັນດ້າງ ຖົ່ວຝັກຍາວ ຖົ່ວເຫຼືອງ ຖົ່ວເບີ ໝາກນາວ ງົວ-ຄວາຍ ແລະໃນປີ 2023 ນີ້ ລັດຖະບານລາວ ຄາດຫວັງວ່າ ລັດຖະບານຈີນ ຈະເພີ້ມໂຄວຕາ ໃນອີກ 91 ຊະນິດ ເມື່ອສົມທົບກັບການເດີນລົດໄຟລາວ-ຈີນ ໃນປັດຈຸບັນນີ້ ກໍຄົງຈະສົ່ງຜົນດີຕໍ່ການສົ່ງສິນຄ້າກະສິກຳຂອງລາວ ໄປຈີນໄດ້ເພີ້ມຂຶ້ນອີກດ້ວຍ.