Lao
This article was added by the user . TheWorldNews is not responsible for the content of the platform.

ສ​ຫລ ມອບອຸປະກອນການແພດ ມູນຄ່າ 2 ລ້ານໂດລາ ໃຫ້​ແກ່ ສ​ປ​ປ ລາວ

ດຣ. ປີເຕີ ເອັມ. ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະ ຈຳ ສປປ ລາວ ແລະ ດຣ. ຢູ ລີ ປາກ ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມອບອຸປະກອນການແພດ ມູນຄ່າ 2 ລ້ານໂດລາ ໃຫ້ແກ່ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວປະກອບມີອຸປະກອນການປ້ອງກັນພະຍາດແລະອຸປະກອນ ການແພດ ຢາ ຊຸດກວດພະຍາດໂຄວິດ-19 ອອກ​ຊີ​ເຈັນ ຄອມພິວເຕີ ແລະ ແທັບເລັດ ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງ ຂອງອົງ ການພັດທະນາສາກົນສະຫະລັດອາເມຣິກາ (USAID) ແລະອົງການອະນາໄມໂລກ
(WHO) ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະກຽມພ້ອມຮັບມືກັບວິກິດການດ້​ານສາທາລະນະສຸກໃນອະນາຄົດ.

ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ສະແດງຄໍາເຫັນຕໍ່ການຊ່ວຍເຫຼືອ ແລະ ການຮ່ວມມືອັນແໜ້ນແຟ້ນລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ເຊິ່ງ ທ່ານ ດຣ. ໄພວັນ ໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາກ້າວໄປຂ້າງໜ້າພ້ອມກັນ ການຟື້ນຕົວ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະການ ກັບຄືນ ສູ່ການດຳລົງຊີວິດແບບປົກກະຕິນັ້ນ ພວກເຮົາຍັງຕ້ອງໄດ້ສືບຕໍ່ໃຫ້ມີຄວາມປອດໄພ ແລະ
ລະມັດລະວັງ ຕໍ່ກັບກໍລະນີຕິດເຊື້ອທີ່ຍັງມີຢູ່ໃນຊຸມຊົນ ໂດຍສະເພາະ ກັບການຈັດງານຕ່າງໆເຊັ່ນ:

ງານກິລາແຫ່ງຊາດ ແລະ ການກັບຄືນມາຂອງການທ່ອງທ່ຽວ - ອຸປະກອນເຫຼົ່ານີ້ຈະຊ່ວຍໃຫ້ເຮົາສາມາດປົກປ້ອງຊຸມຊົນ ແລະສຸຂະພາບຂອງບຸກຄະລາກອນການແພດໄດ້ດີຍິ່ງຂຶ້ນ.”

ທ່ານ ດຣ. ໄພວັນ ແກ້ວປະເສີດ ຍັງໄດ້ກ່າວຕື່ມອີກວ່າ “ພວກເຮົາຂໍສະແດງຄວາມຂອບໃຈ ມາຍັງອົງການ USAID ແລະ ອົງການ WHO ສໍາລັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ ແລະ ການຊ່ວຍເຫຼືອໃນວຽກງານ ການສັກວັກຊີນກັນພະຍາດໂຄວິດ-19 ແລະການສ້າງຄວາມເຂັ້ມແຂງການປົກປ້ອງດ້ານສາທາ ລະນະສຸກທົ່ວປະເທດ.”

ອຸປະກອນ ທີ່ສະໜັບສະໜູນໂດຍ ອົງການ USAID ແລະ ອົງການ WHO ໃນຄັ້ງນີ້ ປະກອບມີຜ້າປິດປາກຈຳນວນ 600,000 ອັນ ຖົງມື 500,000 ຄູ່ ຊຸດປ້ອງກັນ ສຳລັບໃຊ້ເວລາຜ່າຕັດ 250,000 ຊຸດ ຊຸດກວດພະຍາດໂຄວິດ-19 ແບບໄວ 289,000 ຊຸດ ອອກ​ຊີ​ເຈັນທາງການແພດຊ່ວຍຊີວິດ ຈຳນວນ 206 ລ້ານລິດ ເຄື່ອງໃຫ້ອອກ​ຊີ​ເຈັນ 70 ໜ່ວຍໃຫ້ໂຮງໝໍ ໜ້າກາກແບບໃສ 24,000 ອັນ ຄອມພິວເຕີ ແລະ ແທັບເລັດ 50 ໜ່ວຍ ເພື່ອເພີ່ມທະວີການເຝົ້າລະວັງພະຍາດ ແລະຍັງມີບັນດາເຄື່ອງມື ແລະຢາອື່ນໆອີກ.

ອຸປະກອນດັ່ງກ່າວ ແມ່ນຈະໄດ້ຖືກແຈກຢາຍໃຫ້ກັບບັນດາໂຮງໝໍແລະໂຮງໝໍນ້ອຍທົ່ວປະເທດ. ນອກ ຈາກນີ້ ຍັງຈະມີອຸປະກອນການຂ້າເຊື້ອເຄື່ອງມືຜ່າຕັດ ແລະອຸປະກອນອື່ນໆອີກ ເຊິ່ງຈະຈັດສົ່ງໃຫ້ໃນ ທ້າຍປີນີ້.

ເອກອັກຄະລັດຖະທູດສະ​ຫະ​ລັດ ທ່ານປີເຕີ ເຮມອນ ໄດ້ກ່າວວ່າ “ອຸປະກອນ ທີ່ໄດ້ບໍລິຈາກໃນມື້ນີ້ ເປັນສ່ວນໜຶ່ງ ຂອງການຊ່ວຍເຫຼືອຢ່າງຕໍ່ເນື່ອງ ຂອງສະ ຫະລັດອາເມຣິກາ ເພື່ອຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງວຽກງານການເຝົ້າລະວັງ ການຮັບ​ມື ແລະ ການຫຼຸດຜ່ອນຄວາມສ່ຽງ ເພື່ອຕ້ານການແຜ່
ລະບາດຂອງພະຍາດໂຄວິດ-19. ສະຫະລັດອາເມຣິກາຈະສືບຕໍ່ຕັ້ງໜ້າສະໜັບສະໜູນ ສປປ ລາວ
ແລະປະເທດຄູ່ຮ່ວມມືໃນການຍຸຕິການແຜ່ລະບາດຂອງພະຍາດໂຄວິດ-19 ແລະສ້າງເສດຖະກິດຄືນໃໝ່.”

ເຖິງວ່າຕົວເລກກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນປັດຈຸບັນ ຢູ່ໃນລະດັບຕ່ຳ ແຕ່ວ່າຍັງມີການກວດພົບເຊື້ອໃນເກືອບທຸກແຂວງ ເຊິ່ງສະແດງໃຫ້ເຫັນວ່າ ການແຜ່ເຊື້ອໃນຊຸມຊົນແມ່ນຍັງຄົງມີຢູ່. ນອກຈາກ ນີ້ ພະຍາດໂຄວິດ-19 ສາຍພັນໃໝ່ ຍັງສືບຕໍ່ມີການກວດພົບເຊື້ອ ເຮັດໃຫ້ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳຕົວ ຍັງເປັນກຸ່ມທີ່ມີຄວາມສ່ຽງ.

ດຣ. ຢູ ລີ ປາກ ໄດ້ກ່າວວ່າ “ການກັບຄືນສູ່ການດຳລົງຊີວິດແບບປົກກະຕິນັ້ນ ຖືວ່າເປັນສິ່ງທີ່ໜ້າຕື່ນເຕັ້ນ ສຳລັບ ສປປ ລາວໍ ແຕ່ວ່າ ພວກເຮົາຈະຕ້ອງປະ ຕິບັດຢ່າງມີສະຕິ ຮອບຄອບ ແລະປອດໄພ. ພວກເຮົາຕ້ອງຮັບປະກັນວ່າ ລະ ບົບສາທາລະນະສຸກ ແມ່ນມີຄວາມພ້ອມ ຖ້າມີກໍລະນີຕົວເລກຜູ້ຕິດເຊື້ອເພີ່ມສູງ ຂຶ້ນ ພວກເຮົາຕ້ອງມີຄວາມພ້ອມໃນການສືບຕໍ່ປິ່ນປົວກໍລະນີຄົນເຈັບຂັ້ນຮຸນແຮງ ແລະ ພວກເຮົາຕ້ອງພະຍາຍາມສຸມໃສ່ການເພີ່ມອັດຕາປົກຄຸມ ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍສະເພາະໃນກຸ່ມປະຊາກອນຜູ້ສູງອາຍຸ ແລະ ກຸ່ມທີ່ມີຄວາມສ່ຽງ.”

“ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍແກ້ໄຂຄວາມສ່ຽງ ຂອງພະຍາດ-19 ທີ່ຍັງມີຢູ່ ລວມທັງຄວາມສ່ຽງຂອງພະຍາດອື່ນໆ ພ້ອມທັງເປັນສ່ວນສຳຄັນໃນການເສີມສ້າງຄວາມເຂັ້ມແຂງໄລຍະຍາວໃຫ້ແກ່ລະບົບສາທາ ລະນະສຸກ ໃນດ້ານອຸປະ ກອນ ແລະເຕັກໂນໂລຈີ. ພວກເຮົາຂໍຂອບໃຈເປັນຢ່າງສູງ ສຳລັບການຊ່ວຍ ເຫຼືອຢ່າງຕໍ່ເນື່ອງນີ້.”

ອຸປະກອນເຫຼົ່ານີ້ ເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງລັດຖະບານສະຫະລັດອາເມຣິກາ ແລະ ອົງການ WHO ໃນການຊ່ວຍເຫຼືອຂະແໜງສາທາລະນະສຸກໃນ ສປປ ລາວ ລວມທັງການຮັບມື ແລະການຟື້ນຕົວຈາກພະຍາດໂຄວິດ-19 ການຊຸກຍູ້ວຽກງານການສັກວັກຊີນ ກັນພະຍາດໂຄວິດ-19 ແລະ ການສັກຢາວັກຊີນຮອບປົກກະຕິ ການສ້າງຄວາມເຂັ້ມແຂງໃນວຽກງານການຄົ້ນຄວ້າ ການວິເຄາະ ແລະການເຝົ້າລະວັງພະຍາດ ການຕິດຕາມກວດກາການລະບາດຂອງພະຍາດ ການຮັບມືກັບພາວະສຸກເສີນທາງດ້ານສາທາລະນະສຸກ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນ ສປປ ລາວ.

Dr. Peter M. Haymond and WHO Officer-in-Charge Dr. Yu Lee Park handed over more than US$2 million of medical equipment and supplies to H.E. Dr. Phayvanh Keopaseuth, Vice Minister for Health. The commodities, including protective and medical equipment, medication, test kits, oxygen supplies, laptops, and tablets, are part of the ongoing support from the United States Agency for International Development (USAID), through WHO, in the fight to end the COVID-19 pandemic and prepare for future health crises.

Acknowledging the assistance and strong partnership between the United States and Lao PDR, Dr. Keopaseuth said: “As we move forward together, recovering from the pandemic and returning to regular life, we must remain safe, and vigilant against the cases that remain in the community, particularly with events like the National Games and the return of tourism – these supplies will help us do just that by safeguarding community and healthcare worker health.”

Dr. Keopaseuth continued, “we thank both USAID and WHO for their ongoing support, and broader assistance for COVID-19 vaccination and strengthening health protection across the country.”

Funded by USAID and WHO, the supplies include 600,000 medical masks, 500,000 pairs of gloves, 250,000 surgical gowns, 289,000 COVID-19 rapid tests, 206 million liters of life-saving medical oxygen and 70 oxygen delivery machines for hospitals, 24,000 face shields, 50 laptops and tablets for enhanced disease surveillance, as well as a range of other equipment and medication.

The materials will be dispatched nationwide to hospitals and health centers, with additional supplies delivered later in the year.

”Today’s donation is part of the United States’ ongoing support to assist the Lao Government in improving its national surveillance, response, and risk reduction efforts to combat COVID-19, “ said Ambassador Haymond. ‘’The United States remains committed to supporting Lao PDR and other partner countries to end the global pandemic and rebuild the economy.”

While COVID-19 case numbers in Lao PDR are currently low, they are still being detected in almost all provinces, indicating community transmission is ongoing. New variants continue to be detected and the elderly and those with underlying conditions remain particularly vulnerable.

“The prospect of a return to normal life is exciting for Lao PDR, but we must manage it wisely and safely,” said Dr. Park. “We must ensure the health system is ready if another surge in cases occurs, we must be ready to continue addressing severe cases, and we must keep pushing on increasing vaccination coverage, particularly for elderly and other vulnerable populations.”

“This support will help address the COVID-19 risks that remain, as well those from other diseases, and play an important part in strengthening the nation’s health system longer-term with equipment and technology. We are extremely grateful for this ongoing assistance.”

This equipment is part of ongoing collaboration between the U.S. Government and WHO supporting health in Lao PDR, including tackling COVID-19 and recovery efforts, COVID-19 and routine vaccination support, strengthening health laboratories and disease surveillance, monitoring disease outbreaks, addressing health emergencies, and strengthening Lao PDR’s health systems.