Lao
This article was added by the user . TheWorldNews is not responsible for the content of the platform.

​ສ​ຳ​ພາດ ຍາ​ນາງວາດ​ສະ​ໜາ ສະ​ຫລຽນ​ຄຳ ນັກ​ທ​ຸ​ລະ​ກິດ​ຂາຍ​ເຄື່ອງ​ກໍ່​ສ້າງ​ບ້ານ​ເຮືອນ

ທ່​ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລ​າວ​ໃນ​ຕ່າງ​ແດນຂອງວີ​ໂອ​ເອ ປະ​ຈຳ​ແລງ​ວັນ​ພະ​ຫັດມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ນຳ​ໂອ້​ລົມ ​ກັບ​ຍາ​ນາງວາດ​ສະ​ໜາ ສະ​ຫຼຽນ​ຄຳ ນັກ​ທຸ​ລະ​ກິດ​ຂາຍ​ເຄື່ອງ​ກໍ່​ສ້າງຢູ່ລັດ​ອາ​ແກນ​ຊໍ​ ມາ​ສະ​ເໜີ​ທ່ານ. ​ກ່ອນ ​ທີ່​ຍາ​ນາງວາດ​ສະ​ໜາ ໄດ້​ກາຍ​ມາ​ເປັນ​ນັກ​ທຸ​ລະ​ກິດ ​ເງິນ​ລ້ານ​ນັ້ນ ຊີ​ວິດ​ໃນ​ເບື້ອງ​ຕົ້ນ​ໄດ້​ຜ່ານ​ກັບ​ຄວາມ​ດຸ​ໝັ່ນ​ອົດ​ທົນ​ຫລາຍ​ຢ່າງ ຈົນ​ປະ​ສົບ​ຜົນ​ສຳ​ເລັດ. ຊີ​ວິດ​ຂອງ​ຍາ​ນາງວາດ​ສະ​ໜາ ເປັນ​ມາ​ຢ່າງ​ໃດ​ນັ້ນ ເຊີນ​ຮັບ​ຟັງ​ໄດ້​ຈາກກິ່ງ​ສະ​ຫວັນ.

​ນາງວາດ​ສະ​ໜາ ສະ​ຫລຽນ​ຄຳ ເກີດ​ຢູ່ບ້ານໜອງ​ທາ​ໃຕ້ ນະ​ຄອນ​ຫລວງ​ວຽງ​ຈັນ ເດີນ​ທາງ​ເຂົ້າມາ​ສະ​ຫະ​ລັດ ​ໃນ​ປີຊຸມ​ປີ 1990 ແລະ​ໄດ້​ມາ​ຕົກ​ຢູ່ ​ເມືອງ​ຝອດ​ເຫວີດ ລັດເທັກ​ຊັ​ສ ກ່ອນ​ໄດ້​ຍົກ​ຍ້າ​ຍ​ມາ​ຢູ່​ລັດ​ອາ​ແກນ​ຊໍ ບ່ອນມີ​ວຽກເຮັດ​ງານ​ທຳ. ຍາ​ນາງວາດ​ສະ​ໜາ ແລະ​ສາ​ມີ ໄດ້​ເລີ້ມ​ເຮັດ​ວຽກ​ຢູ່​ໂຮງ​ງານ​ປາດ​ຊີ້ນ​ໄກ່ Tyson Food Company ກັບ​ບັນ​ດາ​ຄົນ​ເຊື້​ອ​ສາຍລາວ ປະ​ປົນ​ກັບຄົນເຊື້ອ​ຊາດ​ອື່ນໆ ຊຶ່ງ​ເວ​ລາ​ນັ້ນ ຄ່າ​ແຮງ​ງານຍັງ​ຢູ່​ໃນ​ຂັ້ນ​ພື້ນ​ຖານ ທີ່​ຕ່ຳ​ກວ່​າ 10 ໂດ​ລາ​ຕໍ່​ຊົ່ວ​.

ເປັນ​ເວ​ລາ​ຫລ​າຍ​ປີ​ຕໍ່​ມາ ຍາ​ນາງວ​າດ​ສະ​ໜາ ແລະ​ສາ​ມີ​ສາ​ມາດ​ທ້ອນ​ຫອມ​ເງິນ​ໄດ້​ຈຳ​ນວນ​ນຶ່ງ ແລະ​ຢາກ​ເຮັດ​ທຸ​ລະ​ກິດ​ເປັນ​ຂອງ​ຕົນ​ເອງ ໂດຍ​ສະ​ເພາະ​ຢາກ​ຊື້​ຮ້ານ​ຂາຍ​ເຄື່ອງ​ກໍ່​ສ້າງ​ເຮືອນ​ຊານ​ ທີີ່​ມີ​ເຄື່ອງ​ອຸບ​ປະ​ກອນຕ່າງໆ. ແຕ່​ກ່ອນ​ທີ່​ຈະ​ສາ​ມາດ​ຊື້​ຮ້ານ​ຂາຍ​ເຄື່ອງກໍ່​ສ້າງ​ໄດ້​ນັ້ນ ​ຍາ​ນາງວາດ​ສະ​ໜາແລະ​ສາ​ມີ​ຕ້ອງ​ມີສິນ​ເຊື່ອແລະ ​ໄດ້​ຮັບການ​ຄ້ຳ​ປະ​ກັນ ຊຶ່ງ​ຍາ​ນາງວາດ​ສະ​ໜາ ​ກ່າວ​ວ່າ ສາ​ມີຂອງ​ນາງ ​ໂຊກ​ດີທີ່ຮູ້​ຈັກ​ກັບຜູ້​ບໍ​ລິ​ຫານ​ທະ​ນາ​ຄານ ​ໃຫ້​ການສະ​ໜັບ​ສະ​ໜູນ ແລະ​ຊ່ວຍ​ເຫລືອ ຊຶ່ງນາງ​ໄດ້​ກ່າວ​ເຖິງ​ຕອນ​ເລີ້ມ​ຕົ້ນທຸ​ລະ​ກິດ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຮ້ານ​ຂາຍ​ເຄື່ອງ​ກໍ່​ສ້າງ​ຂອງ​ຄອບ​ຄົວ​ສະ​ຫລຽນ​ຄຳ ມີຊື່​ວ່າ “Building Supply” ເປັນ​ທຸ​ລະ​ກິດ​ຂະ​ໜາດ​ກາງ ແລະມີ​ພະ​ນັກ​ງານ​ຊ່ວຍ​ວຽກ​ຢູ່​ຫົກ​ຄົນ. ຢູ່​ໃນ​ບໍ​ລິ​ເວນ​ໃກ້ໆກັ​ນນີ້ກໍ​ມີ ​ຮ້ານ​ຂາຍ​ເຄື່ອງ​ກໍ່​ສ້າງ​ອີກ​ຈຳ​ນວນ​ນຶ່ງ​. ​ຮ້ານ Building Supply ເປີດ​ຫົກ​ມື້ ຈາກວັນ​ຈັນ​ຫາ​ວັນ​ເສົາ ແລະ​ວັນ​ອາ​ທິດ​ປິດ. ​ລະ​ດູ​ການ​ທີ່​ມີ​ການ​ຊື້​ຂາຍ​ຫລາຍ​ທີ່​ສຸດ​ແມ່ນ​ລະ​ດູ​ບານ​ໃໝ່​ ​ຈົນ​ຮອດລະ​ດູ​ຮ້ອນ. ​ໃນ​ໄລ​ຍະ​ສີ່​ປີ​ທີ່ເປີດ​ທຸ​ລະ​ກິດ ​ຮ້ານ Building Supply ໄດ້ພິ​ສູດ​ໃຫ້​ເຫັນ​ເຖິງຄວາມ​ກ້າວ​ໜ້າ ແລະ​ກຳ​ລັງ​ທຳ​ການ​ຂະ​ຫຍາຍ​ກິດ​ຈະ​ການອອກ​ໄປ​. ​ສິ່ງ​ສຳ​ຄັນ​ທີ່​ພິ​ສູດ​ໃຫ້​ເຫັນ​ກໍ​ຄືການ​ໃຊ້​ຈ່​າຍ​ສັ່ງ​ຊື້​ອຸບ​ປະ​ກອນ​ຕ່າງໆນຳ​ມາ​ວາງ​ຂາຍ​ຕົກເງິນ​ປີ​ນຶ່ງກວ່າສອງ​ລ້ານ​ໂດ​ລາ ຊຶ່ງ​ຍາ​ນາງວາດ​ສະ​ໜາ ຂໍ​ສະ​ຫງວນ​ເຖິງ​ໂຕ​ເລກ​ຜົນ​ກຳ​ໄລປະ​ຈຳ ແລະ​ໄດ້ກ່າວເຖິງ​ຕອນ​ນີ້​ວ່າ:

​ນອກ​ຈາກ​ນັ້ນແລ້ວ ຢູ່​ໃນ​ລັດ​ອາ​ແກນ​ຊໍ ມີ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ລາວ​ຫຼາຍ​ພັນ​ຄົນ ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ເປັນເວ​ລາ​ກວ່າ​ສາມທົດ​ສະ​ວັດ​ທີ່​ຜ່ານ​ມາ. ​ບັດ​ນີ້ສາ​ມາດ​ພິ​ສູດ​ໃຫ້​ເຫັນ​ວ່າ​ສະ​ມາ​ຊິກ​ສະ​ມາ​ຄົມ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ລຸ້ນ​ໃໝ່ ໄດ້​ທຳ​ຄວາມ​ຄືບ​ໜ້າ​ຢູ່​ໃນ​ໜ້າ​ທີ່​ວຽກ​ການຕ່າງໆ ຊຶ່ງ​ຍາ​ນາງວາດ​ສະ​ໜາ ໄດ້​ກ່າວ​ມ້ວນ​ທ້າຍ​ສູ່ຟັງ​ດັ່ງ​ນີ້:

ຮ້ານ Building Supply ຂອງຄອບ​ຄົວຍາ​ນາງວາດ​ສະ​ໜາ ສະ​ຫລຽນ​ຄຳ ແມ່ນ​ໂຕ​ຢ່າງ ຈາກ​ການດຸ​ໝັ່ນ ອົດ​ທົນ ແລະ​ມີ​ພິກ​ໄຫວ ​ທີ່​ນຳ​ມາ​ແຫ່ງ​ຜົນ​ສຳ​ເລັດ​ຂອງ​ການ​ເຮັດ​ທຸ​ລະ​ກິດ ຢ່າງ​ໜ້າ​ສັນລະ​ເສີນ.