Lao
This article was added by the user . TheWorldNews is not responsible for the content of the platform.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ໃຫ້ທັດສະນະວ່າ ລັດຖະບານລາວ ຄວນພິຈາລະນາທົບທວນກ່ຽວກັບ ແຜນການພັດທະນາລາວ ໃຫ້ເປັນໝໍ້ໄຟອາຊຽນ

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ໃຫ້ທັດສະນະວ່າ ລັດຖະບານລາວ ຄວນພິຈາລະນາທົບທວນກ່ຽວກັບແຜນການ
ພັດທະນາລາວໃຫ້ເປັນໝໍ້ໄຟອາຊຽນ ເພາະວ່າຜູ້ທີ່ໄດ້ຜົນປະໂຫຍດແມ່ນນັກລົງທຶນຕ່າງຊາດ ຊຶ່ງຊົງລິດ ໂພນ
ເງິນ ມີລາຍງານຈາກບາງກອກ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດໃຫ້ທັດສະນະວ່າ ການພັດທະນາລາວ ໃຫ້ເປັນປະເທດຜູ້ສົ່ງອອກໄຟຟ້າລາຍໃຫຍ່ຂອງອາຊຽນໃຫ້ໄດ້ພາຍໃນປີ 2030 ນັ້ນ ຈະສ້າງຜົນປະໂຫຍດຢ່າງຫລວງຫລາຍ ໃຫ້ກັບບັນດາບໍລິສັດ
ຕ່າງຊາດທີ່ໄດ້ຮັບອະນຸຍາດສຳປະທານການລົງທຶນ ຈາກລັດຖະບານລາວ ເປັນເວລາ 30 ປີ ເປັນສ່ວນໃຫຍ່ ໃນຂະນະທີ່ປະຊາຊົນລາວ ເປັນຜູ້ທີ່ຖືກກະທົບໃນທຸກດ້ານ ທັງການຖືກເວນຄືນທີ່ດິນ ແລະຊັບສິນ ການຖືກຍົກຍ້າຍ
ຈາກທີ່ຢູ່ອາໄສເດີມ ໄປຢູ່ເຂດຈັດສັນໃໝ່ ແລະການໄດ້ຮັບເງິນສົດເຊີຍ ແລະຄ່າທົດແທນຕ່າງໆ ທີີ່ຕໍ່າກວ່າຄວາມເປັນຈິງເປັນຕົ້ນ.

ຍິງໄປກວ່ານັ້ນ ການພັດທະນາເພື່ອໃຫ້ບັນລຸຕາມເປົ້າໝາຍດັ່ງກ່າວ ກໍຍັງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ໃນສັງຄົມລາວຢ່າງກວ້າງຂວາງດ້ວຍ ຊຶ່ງກໍເຫັນໄດ້ຈາກການທີ່ປະຊາຊົນລາວຍັງຍາກຈົນ ຄິດເປັນສັດສ່ວນເຖິງ 27 ເປີເຊັນ ຂອງ ຈຳນວນປະຊາກອນລາວທັງໝົດ ໂດຍເຖິງແມ່ນວ່າລາວຈະມີລາຍໄດ້ຈາກການສົ່ງອອກໄຟຟ້າໄປ
ຕ່າງປະທດ ເພີ້ມຂຶ້ນທຸກປີເຊັນໃນປີ 2022 ທີ່ລາວມີລາຍໄດ້ຈາກການສົ່ງອອກໄຟຟ້າ 1,670 ລ້ານໂດລາສະຫະ
ລັດ ແຕ່ວ່າລາຍໄດ້ດັ່ງກ່າວກໍບໍ່ໄດ້ຖືກນຳໃຊ້ໃນໂຄງການພັດທະນາ ເພື່ອແກ້ໄຂບັນຫາຍາກຈົນ ຂອງປະຊາຊົນ
ລາວແຕ່ຢ່າງໃດ ເພາະວ່າບັນດາບໍລິສັດຜູ້ລົງທຶນກໍຕ້ອງຊຳລະເງິນກູ້ຕ່າງປະ ເທດເປັນດ້ານຫລັກ ເພາະສະນັ້ນ
ໃນເມື່ອວ່າຜົນປະໂຫຍດໃນຄວາມເປັນຈິງບໍ່ໄດ້ໄປເຖິງປະຊາຊົນລາວສ່ວນໃຫຍ່ ຈຶ່ງມີຄວາມຈຳເປັນທີ່ລັດຖະບານລາວຈະຕ້ອງສົ່ງເສີມໃຫ້ລົງທຶນ ສ້າງເຂື່ອນຂະໜາດໃຫຍ່ອີກຕໍ່ໄປ ຫາກແຕ່ວ່າຄວນພິ ຈາລະນາໃຫ້ຄວາມສຳຄັນກັບໂຄງການທີ່ສ້າງອາຊີບ ແລະລາຍໄດ້ໃຫ້ກັບປະຊາ ຊົນລາວຢ່າງແທ້ຈິງ ດັ່ງທີ່ຜູ້ຊ່ຽວຊານຢືນຢັນວ່າ:

ມັນງ່າຍເກີນໄປໜ້ອຍນຶ່ງ ທີ່ຈະເວົ້າວ່າ ປະເທດໃຫຍ່ຢູ່ເບື້ອງຫລັງ ບັງຄັບປະ ເທດນ້ອຍ ໃຫ້ເຮັດການແຂ່ງຂັນ
ນັ້ນ ມັນບໍ່ງ່າຍ. ກ່ອນອື່ນໝົດ ແລະສຳຄັນທີ່ສຸດລັດຖະບານລາວ ທີ່ເປັນຜູ້ຕັດສິນໃຈ ຜູ້ທີ່ຕັດສິນວ່າ ບ່ອນໃດ
ແລະໂຄງ ການໃດຈະເກີດຂຶ້ນ. ຖ້າຫາກທ່ານເວົ້າວ່າ ປະຊາຊົນລາວກຳລັງຖືກໃຊ້ ຂ້າພະ ເຈົ້າກ່າວວ່າ ແມ່ນ
ແລ້ວ ບໍ່ມີໃຜບັງຄັບ ໃຫ້ຄົນລາວສ້າງບັນດາເຂື່ອນເຫລົ່ານີ້.”

ໂດຍໂຕຢ່າງ​ທີ່​ຊັດເຈນຄືກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໃນປີ 2018 ທີ່ການຊ່ວຍເຫລືອໄດ້ດຳເນີນໄປ
ຢ່າງຊັກຊ້າ ຊຶ່ງເຫັນໄດ້ຈາກການສ້າງທີ່ຢູ່ອາໄສໃນເຂດຈັດສັນໃໝ່ແລ້ວເສັດໃນທ້າຍປີ 2022 ໃນຂະນະທີ່ການສ້ອມແປງເຂື່ອນແລ້ວເສັດ ແລະໄດ້ຜະລິດໄຟຟ້າສົ່ງອອກໄປຫວຽດນາມນັບແຕ່ຕົ້ນປີ 2019 ເປັນຕົ້ນມາແລ້ວ
ສ່ວນລັດຖະບານລາວ ກໍຍັງບໍ່ມີທ່າທີ່ວ່າຈະໄດ້ມີການພິຈາ ລະນາ ແລະທົບທວນເປົ້າໝາຍການພັດທະນາລາວ
ໃຫ້ເປັນໝໍ້ໄຟຂອງອາຊຽນ ແຕ່ຢ່າງໃດ ເພາະວ່າລັດຖະບານລາວຖືວ່າທຸກໂຄງການພັດທະນາ ຍອມມີຜົນກະ
ທົບທັງໃນດ້ານລົບ ແລະດ້ານບວກສະເໝີ ຊຶ່ງລັດຖະບານລາວໄດ້ໃຫ້ຄວາມສຳຄັນ ໃນຈຸດທີ່ວ່າຖ້າຫາກຜົນກະ
ທົບດ້ານບວກ ຫລາຍກວ່າດ້ານລົບນັ້ນ ກໍຍັງຈະສືບຕໍ່ໂຄງການພັດທະນາດັ່ງກ່າວ ດັ່ງທີ່ເຈົ້າໜ້າທີ່ກະຊວງພະ
ລັງງານ ແລະບໍແຮ່ໄດ້ໃຫ້ການຢືນຢັນວ່າ:

“ເວລາພວກເຮົາເວົ້າກ່ຽວກັບຄວາມ​ຍືນ​ຍົງ ມັນບໍ່ພຽງແຕ່ກ່ຽວກັບສິ່ງແວດລ້ອມ ແຕ່ຍັງຢູ່ໃນກໍລະນີຜົນກຳໄລທີ່ປະຊາຊົນລາວຈະໄດ້ຈາກບັນດາການພັດທະນາ ເຫລົ່ານັ້ນ ສຳຄັນສຸດພວກເຮົາຕ້ອງຄຶດກ່ຽວກັບຄວາມຢູ່ດີ​ກິນ
​ດີຂອງປະຊາຊົນທ້ອງຖິ່ນ ຖ້າຫາກຄົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກບັນດາການພັດທະນາເຫລົ່ານັ້ນ ແນ່
ນອນ ມັນຈະສາມາດພັດທະນາໄດ້ໄວຂຶ້ນກວ່າເກົ່າ.”

ໂດຍໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ໄດ້ເຮັດໃຫ້
ນາເຂົ້າເສຍຫາຍກວ່າ 8,050 ເຮັກຕາ ໂດຍ ມີກະທົບຢ່າງໜັກໜ່ວງທີ່ສຸດຄືບ້ານຫິີນລາດ ບ້ານສະໜອງໃຕ້ ບ້ານ
ທ່າຫີນ ບ້ານໃໝ່ ບ້ານທ່າແສງຈັນ 7,095 ຄົນ ໃນ 1,611 ຄວບຄົວ ຊື່ງທີ່ຜ່ານມາກຸ່ມລົງທຶນໄດ້ຈ່າຍເງິນສົດເຊີຍ
ໃຫ້ປະຊາຊົນໃນ 13 ບ້ານ ທີ່ຖືກກະທົບເຂົ້າໃນມູນຄ່າລວມ 28 ຕື້ກີບ ສຳລັບການເສຍຫາຍທີ່ເກີດກັບພາຫານະທຸລະກິດໃນຄົວເຮືອນ ເຄຶື່ອງໃຊ້ໃນຄົວເຮືອນ ເຄື່ອງມືກະສິກຳ ແລະລັດລ້ຽງ ສ່ວນການເສຍຫາຍທີ່ເກີດຂຶ້ນກັບ
ສິ່ງປູກສ້າງ ແລະຂອງມີຄ່າອື່ນໆນັ້ນ ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດ ສ່ວນທີ່ເຂດ 6 ບ້ານ ກັບ 1 ຄຸ້ມ ທີ່
ຖືກກະທົບໜັກນັ້ນ ກໍໄດ້ຮັບການຊົດເຊີຍ ແບບດຽວກັນນີ້ໃນມູນຄ່າ 95 ຕື້ກີບ ແລະຍັງບໍ່ໄດ້ຮັບຄ່າ ເສຍຫາຍທີ່
ເກີດໃນສິ່ງປູກສ້າງ ແລະຂອງມີຄ່າອື່ນໆເຊັ່ນກັນ.

ໂດຍທາງການລາວ ແລະກຸ່ມລົງທຶນ ໃນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ຈາກເກົາຫລີໃຕ້ ໄດ້ສົ່ງມອບເຮືອນ
ຢູ່ອາໃສໃຫ້ກັບຜູ້ປະສົບໄພຈາກເຂື່ອນ ເຊ ປຽນ-ເຊນໍ້ານ້ອຍ ແຕກຈຳນວນທັງໝົດ 700 ຫລັງ 2022 ເມື່ອເດືອນທັນວາ 2022 ຜ່ານມາ ແລະໃນປັດຈຸບັນທາງການແຂວງອັດຕະປື ກໍກຳລັງທຳການບຸກເບີກ ທີ່ດິນ 2,140 ເຮັກ
ຕາໃນເຂດບ້ານດົງບາກ ບ້ານປີນດົງ ແລະບ້ານ ຕໍມໍຍອດ ເພື່ອຈະຈັດສັນໃຫ້ເປັນທີິ່ດິນທຳກິນຢ່າງຖາວອນສຳລັບປະຊາຊົນຈຳ ນວນ 1,611 ຄອບຄົວທີ່ຖືກກະທົບຈາກເຫດເຂື່ອນແຕກໃນເຂດເມືອງສະໜາມໄຊ ຊຶ່ງທາງການ
ແຂວງອັດຕະປື ວາງເປົ້າໝາຍຈະດຳເນີນການໃຫ້ສຳເລັດເພືືື່ອສົງມອບໃຫ້ປະຊາຊົນຢ່າງຄົບຖ້ວນໃນເດືອນມິ
ຖຸນາ ປີ 2023 ນີ້.