Lao
This article was added by the user . TheWorldNews is not responsible for the content of the platform.

ປະຊາຊົນບາງຄົນ ຢາກຮຽກຮ້ອງໃຫ້ນາຍົກລາວຄົນໃໝ່ ຊ່ວຍແກ້ໄຂບັນຫາ ທີ່ຍັງຫຍຸ້ງຍາກ

ເນື່ອງຈາກການແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່ ຂຶ້ນມາຮັບຕໍາແໜ່ງໃນທ້າຍເດືອນແລ້ວນີ້ ໄດ້ເຮັດໃຫ້ປະຊາຊົນສ່ວນນຶ່ງ ຍັງມີຄວາມຄາດຫວັງຢາກເຫັນປະ ເທດກັບຄືນສູ່ສະພາບປົກກະຕິ, ຢາກໃຫ້ສົ່ງເສີມ ແລະຄຸ້ມຄອງການຜະລິດພາຍໃນໃຫ້ຫຼາຍຂຶ້ນ, ພ້ອມກັນນັ້ນກໍຢາກໃຫ້ເອົາໃຈໃສ່ແລະປັບປຸງກົດໝາຍວ່າດ້ວຍການເປັນຢູ່ຂອງປະຊາຊົນ ໂດຍສະເພາະກົດໝາຍການຄວບຄຸມຄ່າຈ້າງຂັ້ນຕໍ່າ, ການຈ້າງງານຂອງຜູ້ຈ້າງພາຍໃນ ແລະຕ່າງປະເທດ, ເຊິ່ງປະຊາຊົນທ່ານນຶ່ງໄດ້ກ່າວວ່າ:

“ສະຫວັດດີການສັງຄົມໃນບ້ານເຮົາອອກໃນກົດໝາຍວ່າຂັ້ນຕໍ່າ, ຄ່າຄອງຊີບຂຶ້ນສູງ ແຕ່ເງິນເດືອນພື້ນຖານປະຊາຊົນຍັງຕໍ່າ, ຄົນລາວຊື້ຂອງຄົນລາວນໍາກັນໃນລາຄາທີ່ຕໍ່າ ເພາະວ່າເຈົ້າບໍ່ມີໜ່ວຍງານ ທີ່ວ່າເຂົ້າໄປຊຸກຍູ້ ຫຼືວ່າຜັກດັນ ຫຼືວ່າເປັນກົນໄກອັນໃດອັນນຶ່ງ ໃຫ້ລະຫວ່າງຜູ້ຊື້ ກັບຜູຂາຍ.”

ຢ່າງໃດກໍຕາມ, ຄວາມຫວັງໂດຍລວມຂອງປະຊາຊົນກໍຍັງຄິດວ່າ ການເຂົ້າດໍາລົງຕໍາແໜ່ງຂອງທ່ານ ສອນໄຊ ສີພັນດອນ ເຊິ່ງເປັນລູກຊາຍຂອງອະດີດປະ ທານປະເທດລາວ ທ່ານຄໍາໄຕ ສີພັນດອນ ຈະຊ່ວຍໃຫ້ທິດທາງໃນການແກ້ໄຂບັນຫາຂອງປະເທດພົບກັບທາງອອກ ເນື່ອງຈາກປະສົບການ ແລະການດໍາເນີນງານທີ່ຍາວນານຂອງທ່ານ.

ອີງຕາມຂໍ້ມູນຈາກທະນາຄານການຄ້າຕ່າງປະເທດລາວ ຫຼື BCEL ສໍາລັບວັນທີ 03 ມັງກອນ 2023 ພົບວ່າ 1 ໂດລາແລກ​ໄດ້ 17,342 ກີບ. ໃນຂະນະທີ່ເງິນເດືອນຂັ້ນຕໍ່າສໍາລັບເດືອນສິງຫາ ປີ 2022 ຢູ່ລະຫວ່າງ 1,000,000 ຫາ1,200,000 ກີບຕໍ່ເດືອນ, ອີງຕາມຂໍ້ມູນຈາກ wageindicator.org ປະຈໍາເດືອນມັງກອນ ປີ 2023.