Lao
This article was added by the user . TheWorldNews is not responsible for the content of the platform.

ອົງການພັດທະນາສາກົນ ສະຫະລັດ ໄດ້ໃຫ້ການສະໜັບສະໜູນ ເພື່ອກະກຽມການສໍາຫຼວດປະຊາກອນ ແລະທີ່ຢູ່ອາໄສໃນ ສປປ ລາວ

ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ໄດ້ໃຫ້ການຊ່ວຍເຫຼືອ ມູນຄ່າ 500,000 ໂດລາສະຫະລັດ ເພື່ອສະໜັບສະໜູນ ການກະ ກຽມ ການສຳຫລວດປະຊາກອນ ແລະທີ່ຢູອາ​ໄສ ຄັ້ງທີ 5 ປີ 2025. ງົບປະມານຊ່ວຍເຫລືອດັ່ງກ່າວຈະໄດ້ຖືກນຳໃຊ້ໂດຍຜ່ານອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ.

ການສຳຫລວດປະຊາກອນ ແລະ ທີ່ຢູ່ອາໄສແມ່ນໄດ້ດຳເນີນການຈັດຕັ້ງປະຕິ ບັດໃນທຸກໆ 10 ປີ ເພື່ອຜະລິດຂໍ້ມູນທີ່ອຸດົມສົມບູນ ເຊິ່ງລວມມີຂໍ້ມູນຈຳນວນ ຂອງປະຊາກອນ ຂໍ້ມູນປະຊາກອນແບ່ງຕາມເຂດ ຕາມກຸ່ມອາຍຸ ແລະເພດ ແລະ ໃນນັ້ນ ລວມທັງຂໍ້ມູນກ່ຽວກັບສະພາບຂອງການດຳລົງຊີວິດ ແລະທີ່ຢູ່ອາໄສ ຂໍ້ມູນໂຕຊີ້ບອກກ່ຽວກັບສະພາບດ້ານເສດຖະກິດ ແລະ ສັງຄົມທີ່ສຳ ຄັນ. ຂໍ້ມູນຈາກການສຳຫລວດປະຊາກອນ ແລະທີ່ຢູ່ອາໄສ ເປັນຂໍ້ມູນທີ່ສຳຄັນ ເພື່ອສະໜອງເຂົ້າໃນແຜນການຄຸ້ມຄອງການປົກຄອງທີ່ດີ ການສ້າງນະໂຍບາຍ ແລະ ການວາງແຜນພັດທະນາ ການປ້ອງກັນ ການຫລຸດຜ່ອນ ແລະຕອບໂຕ້ບັນຫາວິກິດການ ແຜນງານດ້ານສະຫວັດການສັງຄົມ ແລະ ການວິເຄາະດ້ານການຕະຫລາດທາງເສດຖະກິດເປັນຕົ້ນ.

ສປປ ລາວ ໂດຍຜ່ານສູນສະຖິຕິແຫ່ງຊາດ (LSB) ໄດ້ສຳເລັດການສຳຫລວດປະຊາກອນ ແລະ ທີ່ຢູ່ອາໄສ 4 ຄັ້ງ ເຊິ່ງຄັ້ງສຸດທ້າຍ ແມ່ນດຳເນີນການສຳຫລວດໃນປີ 2015. ຜ່ານການຖອດຖອນຈາກບົດຮຽນຕ່າງໆ ຂອງການສຳຫລວດໃນຫລາຍຄັ້ງຜ່ານມາ ການສຳຫລວດຄັ້ງນີ້ ຈຶ່ງໄດ້ລິເລີ່ມການວາງແຜນ ແລະ ກະກຽມການສຳຫລວດປີ 2025 ໃຫ້ໄວຂື້ນ ແລະຈະໄດ້ນຳໃຊ້ນະວັດຕະກຳໃໝ່ໆ ເຂົ້າມາຊ່ວຍໃນຂັ້ນຕອນການສຳຫລວດ ໄປຕາມກອບເວລາທີ່ກຳນົດ ມີປະສິດທິພາບຕໍ່ງົບປະມານທີ່ລົງທຶນ ມີຂະບວນການເຮັດການສຳຫລວດແລະ ຜົນຮັບທີ່ມີຄຸນນະພາບສູງ. ການນຳໃຊ້ເຕັກນິກ ແລະ ນະວັດຕະກຳໃໝ່ໆນັ້ນ ແມ່ນຈະປະກອບມີ: ການເກັບກຳຂໍ້ມູນໂດຍເຄື່ອງ ໂອເລັກໂຕຣນິກ ແລະ ນໍາໃຊ້ແຜນທີ່ GIS ເຂົ້າໃນການສຳຫລວດເພື່ອໃຫ້ສາມາດຜະລິດຂໍ້ມູນທີ່ວ່ອງໄວ ທັນເວລາ ແລະ ມີຄຸນະພາບສູງ.

ທ່ານນາງພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖະຕິແຫ່ງຊາດ ກ່າວວ່າ: ສູນສະຖິຕິແຫ່ງຊາດ ເປັນຂະແໜງການຫລັກຂອງລັດຖະບານທີ່ມີບົດບາດໃນການ ນຳພາ ໃນຂະບວນການກະກຽມແລະດຳເນີນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5 ປີ 2025 ຂອງ ສປປ ລາວ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ຕໍ່ການສະຫນັບສະໜູນ ຂອງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນໃນລະດັບຊາດ ແລະສາກົນ ໃຫ້ແກ່ ສປປ ລາວ ໂດຍຜ່ານກອບການຮ່ວມມືຂອງ ສອງຝ່າຍ ແລະຫລາຍຝ່າຍ. ນີ້ແມ່ນໜຶ່ງໃນຕົວຢ່າງທີ່ດີຂອງການຮ່ວມມື ທີ່ຈະປະກອບສ່ວນອັນສຳຄັນ ໃຫ້ແກ່ການເກັບກຳ ການວິເຄາະ ແລະ ການເຜີຍແຜ່ຂໍ້ມູນ ຮັບປະກັນດ້ານຄຸນນະພາບ ແລະ ຊ່ວຍໃຫ້ມີຂໍ້ມູນສະຖິຕິແຍກປະເພດປະຊາກອນ ທີ່ສຳເລັດຕາມກຳນົດເວລາ ແລະ ໄດ້ຂໍ້ມູນປະຊາ ກອນຖືກຕາມມາດຕະຖານສາກົນ.

ທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID) ປະຈຳ ສປປ ລາວ ກ່າວວ່າ: ອົງການ USAID ມີຄວາມພູມໃຈໃນການໃຫ້ການສະໜັບສະໜູນ ແກ່ສູນສະຖິຕິແຫ່ງຊາດ ໃນການກະກຽມການສຳຫລວດປະຊາກອນ ແລະ ທີ່ຢູ່ອາ​ໄສ ຄັ້ງທີ 5 ນີ້. ການເປັນຄູ່ຮ່ວມງານກັບສູນສະຖິຕິແຫ່ງຊາດ ແລະ ອົງການ UNFPA ໃນຄັ້ງນີ້ ແມ່ນມີຄວາມສຳຄັນຕໍ່ ສປປ ລາວ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນ ເຂົ້າໃນການຕັດສິນໃຈ ໃນການກຳນົດນະໂຍບາຍ ແລະ ບັນດາແຜນງານ ທີ່ຈະສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນລາວ.

ການສຳຫລວດປະຊາກອນ ປີ 2025 ນີ້ຈະຊ່ວຍຕິດຕາມການປ່ຽນແປງດ້ານປະຊາກອນ ພ້ອມທັງສະໜອງຂໍ້ມູນຫລັກຖານ ໃນການຕິດຕາມ ແລະ ການພັດທະນາ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຄັ້ງທີ 10 (NSEDP) ເປົ້າໝາຍພັດທະນາແບບຍືນຍົງ (SDGs) ແຜນດຳ ເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາກອນແລະການພັດທະນາ (ICPD PoA).

ທ່ານນາງ ມາລຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: ການສຳຫລວດປະຊາກອນ ແລະ ທີ່ຢູ່ອາໄສ ແມ່ນການສຳຫລວດທີ່ສຳຄັນເພື່ອບັນລຸວິໄສທັດຮ່ວມກັນ ທີ່ບໍ່ປະປ່ອຍຜູ້ໃດໄວ້ຂ້າງຫລັງ ທັງມີຂໍ້ມູນຊ່ວຍໃຫ້ ສປປ ລາວ ຕິດຕາມ ແລະບັນລຸບັນດາຄາດໝາຍສູ້ຊົນທີ່ໄດ້ກຳນົດ
ໄວ້ ໃນກອບແຜນພັດທະນາໃນລະດັບຊາດ ແລະ ລະດັບສາກົນ. ອົງການ UNFPA ມີຄວາມຍິນດີ ແລະ ຕ້ອນຮັບ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID) ມາເປັນຄູ່ຮ່ວມໃນການສະໜັບສະໜູນການ ສຳຫລວດປະຊາກອນ ແລະ ທີ່ຢູ່ອາໄສ ປີ 2025.

ໂດຍປົກກະຕີແລ້ວ ການສຳຫລວດແຫ່ງຊາດ ແມ່ນແຫຼ່ງຂໍ້ມູນດຽວທີ່ນຳໃຊ້ເຂົ້າໃນການວິເຄາະສະພາບການ ດ້ານສັງຄົມ ປະຊາກອນ ແລະ ເສດຖະກິດ – ມີເຖິງ 107 ໂຕຊີ້ວັດ ຂອງ 231 ໂຕຊີ້ວັດຫັລກ ຂອງເປົ້າໝາຍພັດທະນາແບບຍືນຍົງທີ່ຕ້ອງການຂໍ້ມູນ ເພື່ອຕິດຕາມ ເຊິ່ງ ການສຳຫລວດປະຊາກອນ ແມ່ນແຫ່ງຂໍ້ມູນຫລັກເພື່ອສະໜອງຂໍ້ມູນເຫລົ້ານັ້ນ.

USAID and UNFPA Sign Agreement to Support Preparation of the 5th Population and Housing Census 2025

August 2022, Vientiane Capital - The United State Agency for International Development (USAID) has committed $500,000 USD to support preparation of the 5th Population and Housing Census (PHC) 2025. The funds will be provided through the United Nations Population Fund (UNFPA).

A PHC is undertaken every ten years to generate a wealth of data, including specifying numbers of people, their geographic distribution, age and sex composition, as well as their living conditions, and other key socioeconomic characteristics. The PHC data are critical for good governance, policy formulation, development planning, crisis prevention, mitigation and response, social welfare programs, and business market analyses.

Lao PDR, through the Lao Statistics Bureau (LSB), has conducted four PHCs, with the most recent in 2015. Lessons learned from previous PHCs have led to the early planning of the 2025 PHC and the use of digital innovation for timely, cost-effective, and high quality census processes and results. Such innovative technologies will include, for example, electronic data collection and the use of GIS-based census mapping to yield more quickly available and higher quality data.

Mme. Phonesaly Souksavath, Head of Lao Statistics Bureau said: “LSB is a key government sector of Lao PDR that has a leading role in the preparation and implementation of the 5th population and housing census, 2025. I would like to congratulate and acknowledge the support from development partners and donors at national and international levels to the Lao government through bilateral and multi- bilateral frameworks. This is an exemplary cooperation that will significantly contribute to census data collection, analysis and dissemination, ensuring high quality and timely disaggregated population data that meet international standards.”

Michel Ronning, USAID Country Representative to Lao PDR said, “USAID is proud to support LSB to prepare for the fifth Population and Housing Census. This important partnership with LSB and UNFPA will assist the Lao PDR to make informed decisions on policies and programs that will benefit the people of Laos.”

The 2025 PHC will track population dynamics and provide an evidence base for developing and tracking the 9th and 10th five-year National Socio-Economic Development Plans (NSEDP), the Sustainable Development Goals, and International Conference on Population and Development Programme of Action.