Lao
This article was added by the user . TheWorldNews is not responsible for the content of the platform.

ນັກເສດຖະສາດໄທລະບຸວ່າ ກຸ່ມບໍລິສັດຈີນຈະບໍຍອມໃຫ້ວິກິດເສດຖະກິດເກີດຂຶ້ນໃນລາວຢ່າງແນ່ນອນ

ນັກເສດຖະສາດໄທລະບຸວ່າ ກຸ່ມບໍລິສັດຈີນຈະບໍຍອມໃຫ້ວິກິດເສດຖະກິດເກີດຂຶ້ນໃນລາວຢ່າງແນ່ນອນ ເພາະພາກທຸລະກິດການຄ້າ ແລະການບໍລິການເຖິງ 80 ເປີເຊັນໃນລາວ ເປັນການລົງທຶນຂອງກຸ່ມບໍລິສັດຈີນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ດຣ. ອັດ ພິສານວານິດ ຜູ້ອໍານວຍການສູນສຶກສາການຄ້າລະຫວ່າງປະເທດ ມະຫາວິທະຍາໄລຫໍການຄ້າໄທໃຫ້ທັດສະນະວ່າ ການທີ່ລາວປະເຊີນກັບອັດ ຕາເງິນເຟີ້ທີ່ສູງເຖິງ 34.05 ເປີເຊັນ ແລະດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 160 ເປີເຊັນໃນເດືອນກັນຍາປີ 2022 ທຽບກັບໄລຍະດຽວກັນໃນປີ 2021, ແລະເຮັດໃຫ້ເງິນກີບອ່ອນຄ່າລົງຢ່າງຮຸນແຮງທຽບໃສ່ເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດ ແລະເງິນໂດລາສະຫະລັດນັ້ນ ຈະບໍ່ເຮັດໃຫ້ເກີດ ວິກິດການເສດຖະກິດຂຶ້ນໃນລາວຢ່າງແນ່ນອນ ເນື່ອງຈາກວ່າພາກທຸລະກິດ ການຄ້າ ແລະການບໍລິການເຖິງ 80 ເປີເຊັນໃນລາວເປັນການລົງທຶນຂອງ ບັນດາບໍລິສັດຈາກຈີນ. ເພາະສະນັ້ນ, ຈຶ່ງເຊື່ອໝັ້ນວ່າບໍລິສັດຈາກຈີນ ເຊິ່ງມີ ເງິນທຶນຢ່າງຫຼວງຫຼາຍນັ້ນຈະບໍ່ຍອມໃຫ້ເກີດວິກິດການດັ່ງກ່າວໃນລາວຢ່າງແນ່ ນອນ ອັນເປັນການສະກັດກັ້ນບໍ່ໃຫ້ເກີດຜົນກະທົບຕໍ່ການລົງທຶນ ແລະທຸລະກິດ ຂອງບັນດາກຸ່ມບໍລິສັດຈີນໃນລາວດ້ວນນັ້ນເອງ, ດັ່ງທີ່ ດຣ. ອັດ ໄດ້ໃຫ້ການ ຢືນຢັນວ່າ:

“ໂຄງການລົດໄຟຟ້າລາວ-ຈີນ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວໃຊ້ບໍລິການກັນຢ່າງຫຼວງຫຼາຍ, ເພາະສະນັ້ນ ຂ້າພະເຈົ້າຖືວ່າ ລົດໄຟລາວ-ຈີນ ໃນສະຖານະການທີ່ເປັນໂຄວິດ ໃນສະຖານະການທີ່ເປັນຣັດເຊຍ-ຢູເຄຣນ ຍັງໄປໄດ້ດີຢູ່, ໂຄງການອື່ນໆທີ່ ຈີນເຂົ້າໄປລົງທຶນໃນລາວນີ້ ກໍຈະເປັນໂຄງການພະລັງງານນໍ້າ ໂຄງການພັດທະ ນາເຂດເສດຖະກິດພິເສດໃນຫຼາຍໆໂຄງການ, ເພາະສະນັ້ນ ຖ້າເຮົາສົມມຸດວ່າ ສປປ ລາວ ພົບກັບມໍລະສຸມວິກິດເສດຖະກິດ ທຸລະກິດສ່ວນໃຫຍ່ 80 ເປີເຊັນເປັນຂອງຄົນຈີນ ຂະນະນີ້ນັກທຸລະກິດຈີນມີເງິນຫັ້ນນະ, ເພາະສະນັ້ນ ບໍ່ມີທາງທີ່ຈະເປັນແບບນັ້ນໄດ້.”

ໂດຍຫຼ້າສຸດ ກຸ່ມບໍລິສັດກວາງໂຈວ ວິສະວະກໍາ ແລະກໍ່ສ້າງຈາກຈີນ ໄດ້ລົງນາມບັນທຶກຄວາມເຂົ້າໃຈຮ່ວມກັບກະຊວງໂຍທາທິການ ແລະຂົນສົ່ງກ່ຽວກັບການລົງທຶນກໍ່ສ້າງທາງລົດໄຟຈາກນະຄອນໄກສອນ ໄປດ່ານຊາຍແດນລາວບາວ ຕໍ່ໄປທ່າເຮືອນໍ້າເລິກທີ່ພາກກາງຂອງຫວຽດນາມ ໄລຍະທາງ 220 ກິໂລແມັດ ທີ່ເປັນລະບົບທາງຄູ່ (ໄປ-ກັບ), ເຊິ່ງຈະໃຊ້ເວລາ ສຶກສາ ແລະອອກແບບ 2 ປີ ແລະດໍາເນີນການກໍ່ສ້າງ 3 ປີດ້ວຍເງິນລົງທຶນ 5 ຕື້ໂດລາ ທີ່ເປັນການລົງທຶນໃນຮູບແບບ BOT ຄືກໍ່ສ້າງ ແລະບໍລິຫານເພື່ອ ເກັບເອົາຜົນປະໂຫຍດຈົນຄົບອາຍຸສໍາປະທານຈຶ່ງໂອນໂຄງການໃຫ້ກັບລັດຖະ ບານລາວຕໍ່ໄປ, ເຊິ່ງຖ້າຫາກການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ ກໍຈະເປັນການເຊື່ອມຕໍ່ການຄົມມະນາຄົມ ແລະຂົນສົ່ງລະຫວ່າງຫວຽດນາມ-ລາວ-ໄທ ໃນລະ​ຫວ່າງ 5 ຫາ 7 ປີຕໍ່ໜ້າ, ດັ່ງທີ່ທ່ານ ສອນສັກ ນໍຍານຊະນະ ຜູ້ປະສານງານໂຄງການທາງລົດໄຟນະຄອນໄກສອນ-ລາວບາວ ໄດ້ໃຫ້ການຢືນຢັນວ່າ:

“ໂຄງການໂຕນີ້ ມັນຈະເປັນການເຊື່ອມຈອດລະຫວ່າງ 3 ປະເທດ ນຶ່ງ-ລາວຈະເຊື່ອມຈອດກັບໄທຈາກມຸດາຫານໄປຫານະຄອນພະນົມ-ຝັ່ງ​ໄທ, ສອງ ຊິເຊື່ອມຈອດໃສ່ທ່າເຮືອໝ່າຍຖຸຍຂອງຫວຽດນາມ ແລ້ວໂຄງການໂຕນີກໍສໍາຫຼວດນີ້ປະມານ 2 ປີ ແລ້ວກໍສ້າງອີກ 3 ປີເປັນ 5 ປີ, ມູນຄ່າການລົງທຶນປະມານ 5 ຕື້ US-Dollar, ເສັນທາງໂຕນີ້ເປັນຫຍັງຈັງ 5 ຕື້ເນາະ ຍ້ອນວ່າເສັ້ນທາງໂຕນີ້ເພິ່ນຮ້ອງ Double Track ມັນຈະມີເສັ້ນໄປ-ກ່ວຍກັບ, ເພາະສະນັ້ນ ລາຄາມັນຈັງສູງ.”

ທັງນີ້ ທະນາຄານໂລກໄດ້ປັບຫຼຸດຄາດໝາຍການເຕີບໃຫຍ່ທາງເສດຖະກິດໃນພາກພື້ນເອເຊຍຕາເວັນອອກ ແລະປາຊີຟິກຈາກອັດຕາສະເລ່ຍ 5 ເປີເຊັນໃນເດືອນເມສາ 2022 ລົງມາເປັນ 3.2 ເປີ​ເຊັນໃນເດືອນຕຸລາ 2022 ທີ່ເປັນຜົນກະທົບຈາກ​ການ​ທີ່ລາຄານໍ້າມັນ ແລະສິນຄ້າທີ່ສູງຂຶ້ນ ທັງຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ແລະອັດຕາແລກປ່ຽນເງິນຕາທີ່ປັ່ນປ່ວນ ດັ່ງກໍລະນີຂອງ ສປປ ລາວ ທີ່ຄາດໝາຍວ່າ GDP ໃນປີ 2022 ຈະຂະຫຍາຍໂຕໃນອັດຕາສະເລ່ຍພຽງ 2.5 ເປີເຊັນ ເຊິ່ງຫຼຸດລົງຈາກຄາດໝາຍກ່ອນໜ້ານີ້ທີ່ອັດຕາສະເລ່ຍ 3.8 ເປີເຊັນ ເມື່ອທຽບກັບປີ 2021 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ, ການທີ່ລັດຖະບານລາວໄດ້ເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດຢ່າງກວ້າງຂວາງໃນທົ່ວປະເທດນັບຈາກເດືອນພຶດສະພາ 2022 ເປັນຕົ້ນມານັ້ນ ກໍເຮັດໃຫ້ທຸລະກິດພາກບໍລິການ ແລະທ່ອງທ່ຽວໃນລາວເລີ້ມຟື້ນໂຕ ເມື່ອສົມທົບກັບການທີ່ປະເທດລາວມີການຜະລິດ​ພະ​ລັງ​ງານໄຟຟ້າທີ່ເປັນພະລັງງານສະອາດ ແລະເປັນທີ່ຕ້ອງການຂອງປະເທດ ທີ່ຕ້ອງການແກ້ໄຂບັນຫາສະພາວະໂລກຮ້ອນດ້ວຍການກໍານົດເງື່ອນໄຂການນໍາເຂົ້າສິນຄ້າທີ່ຜະລິດດ້ວຍພະລັງງານສະອາດ 50 ເປີເຊັນຂຶ້ນໄປ ຈຶ່ງນັບເປັນໂອກາດດີຂອງລາວທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໄດ້ເພີ້ມຂຶ້ນນັບມື້ດ້ວຍເຊັ່ນກັນ.