Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະບານລາວ ຕ້ອງດຳເນີນການປະຕິ​ຮູບວິສາຫະກິດ 178 ແຫ່ງຢ່າງຮີບດ່ວນ

ລັດ​ຖະ​ບານ​ລາວ ​ຕ້ອງ​ດຳ​ເນີນການ​ປະຕິ​ຮູບ​ວິ​ສາ​ຫະ​ກິດ 178 ແຫ່​ງ ​ຢ່າງ​ຮີ​ບດ່ວນ ເພາະ​ກຳ​ລັງ​ປະ​ເຊີນ​ກັບສະ​ພາ​ວະ​ການ​ຂາດ​ທຶນຢ່າງ​ໜັກ​ໜ່ວງ ແລະ​ສ້າງ​ໜີ້​ສາທາ​ລະ​ນະ ​ໃຫ້​ກັບ​ລັດ​ຖະ​ບານຢ່າງ​ຫລວງ​ຫລາຍ.

​ທ່າ​ນ​ພັນ​ຄຳ ວິ​ພ​າ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫລງວ່າ ລັດ​ຖະ​ບານ​ລາວ​ມີ​ວິ​ສາ​ຫະ​ກິດ​ທັງ​ໝົດ 178 ຫົວ​ໜ່ວຍ​ ມີ​ຊັບ​ສິນ​ລວມ​ກັນ 184,765 ຕື້​ກີບ​ ເທົ່າ​ກັບ 96 ເປີ​ເຊັນ ຂອງຍອດຜະ​ລິດ​ຕະ​ພັນ​ລວ​ມ​ພ​າຍ​ໃນ ຫລື (GDP) ແຕ່​ກໍ​ມີ​ໜີ້​ສິນ​ລວມ​ກັນ​ເຖິງ 147,451 ຕື້​ກີບ ເທົ່າ​ກັບ 76 ເປີ​ເຊັນ ​ຂອງ GDP ທັງ​ຍັງ​ປະ​ເຊີນ​ກັບ​ສະ​ພາ​ວະ​ຂາດ​ທຶນ​ຢ່າງ​ຫລວງ​ຫລາຍ ທີ່​ເກີດ​ຈາກ​ການ​ບໍ​ລິ​ຫານ ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ ຍ້ອນ​ວ່າ​ມີ​ການ​ຫລິ້ນ​ພັກ​ຫລິ້ນ​ພວກ ແລະ​ສ​ະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ໂຕ​ເປັນ​ດ້ານ​ຫລັກ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ຢ່າງ​ຮີບ​ດ່ວນທີ່​ສຸດ ດ້ວຍ​ການ​ເປີດ​ໃຫ້​ເອກ​ກະ​ຊົນເຂົ້າ​ມາ​ຮ່ວມ​ລົງ​ທຶນ​ເພີ້​ມ​ຂຶ້ນ ດັ່ງ​ທີ່​ທ່ານ​ພັນຄຳ ໃຫ້​ການ​ຢືນ​ຢັນ​ວ່າ:

“ໄລ​ຍະ​ທີ່​ຜ່ານ​ມາ ລັດ​ຖະ​ບານໄດ້​ລົງ​ທຶນ​ຈຳ​ນວນຫລ​າຍ ໃຫ້ບັນ​ດາ​ລັດ​ວິ​ສາ​ຫະ​ກິດ ແນ່​ໃສ່​ໃຫ້
​ເປັນ​ເຈົ້າ​ພາ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ ຂອງ​ປະ​ເທດ ແລະ​ສ້າງຖານ​ລາຍ​ຮັບ​ທີ່​ສຳ
​ຄັນ​ໃຫ້​ແກ່ລັດ​ຖະ​ບານ ແຕ່​ໃນ​ໂຕ​ຈິງ​ບັນ​ດາ​ລັດ​ວິ​ສາ​ຫະ​ກິ​ດ​ເກືອບ​ທັງ​ໝົດ​ ດຳ​ເນີນ​ທຸ​ລະ​ກິດ ມີ
​ປະ​ສິດ​ທິ​ຜົນ​ຕ່ຳ ແລະ​ຈຳ​ນວນ​ໜຶ່ງ​ສ້າງ​ໜີ້​ສິນ​ມະ​ຫາ​ສານ ແລະ​ຕົກ​ເປັນ​ພາ​ລະ​ຂອງ​ລັດ​ຖະ​ບານ
ດັ່ງ​ນັ້ນ ການ​ປັບ​ປຸງ​ລັດ​ວິ​ສາ​ຫະ​ກິດ​ຕາມ​ທິດປະ​ຕິ​ຮູບ ຈຶ່ງ​ມິ​ຄວາມ​ສຳ​ຄັນ ແລະ​ເລັ່ງ​ດ່ວນ.”

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ​ເງິນ​ກູ້​ຢືມ​ໃນລະ​ບົບ​ສິນ​ເຊື່ອ​ທະ​ນາ​ຄານ​ໃນ​ລາວ
ໃນ​ປັດ​ຈຸ​ບັນ ມີ​ມູນ​ຄ່າ​ລວມ​ເຖິງ 95,000 ຕື້ກີບ ໃນ​ນີ້​ເປັນ​ສິນ​ເຊື່ອ​ໃນ​ການ​ຄຸ້ມ​ຄອງ​ຂອງ​ທະ​ນາ​ຄານ​ແຫ່ງ​ຊາດ
48,45 ເປີ​ເຊັນ ທະ​ນາ​ຄາ​ນ​ຮ່ວມ​ທຶນລັດ ເອກ​ກະ​ຊົນ 10.15 ເປີ​ເຊັນ ແລະ 41.4 ເປີ​ເຊັນ ເປັນ​ສິນ​ເຊື່ອ​ຂອງ​ທະ​ນາ​ຄານ​ເອກ​ກະ​ຊົນ ແຕ່​ດ້ວຍ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ​ໂຄວິດ-19 ​ນັບ​ຈາກ​ປີ 2020 ກໍ​ໄດ້​ເຮັດ​ໃຫ້​ໜ່ວຍ​ທຸ​ລະ​ກິດ
​ບໍ່​ສາ​ມາດ​ຊຳ​ລະ​ໜີ້​ໃຫ້​ທ​ະ​ນາ​ຄານ​ໄດ້​ເລີຍ ຊຶ່ງ​ເຮັດ​ໃຫ້​ມີ​ໜີ້​ເສຍ ​ຫລື (NPL) ໃນ​ລະ​ບົບ​ທະ​ນາ​ຄານ​ເພີ້ມ​ຂຶ້ນ​ເກີນ
ກວ່າ 7 ເປີ​ເຊັນ ທັງ​ມີ​ໜີ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກັບ​ຄືນ​ບໍ່​ໄດ້​ອີກ 17.48 ເປີ​ເຊັນ ​ຂອງ​ມູນ​ຄ່າ​ສິນ​ເຊື່ອ​ທັງ​ໝົດ
ໂດຍ​ສະ​ເພາະ​ແມ່ນ​ໜີ້​ໃນ​ລະ​ບົບ​ທະ​ນາ​ຄານ​ຂອງ​ລັດ​ຖະ​ບານນັ້ນ ​ຍັງ​ຖື​ເປັນ​ພາກ​ສ່ວນ​ທີ່​ມີ NPL ຫລາຍ​ທີ່​ສຸດ
ດັ່ງ​ທີ່​ທ່ານ​ອະລຸນ​ໄຊ ສູນ​ນະ​ລາດ ລັດ​ຖະ​ມົນ​ຕີປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“​ຜ່ານ​ການ​ປັບ​ປຸງ​ດ້ວຍ​ລະ​ບຽບ​ການ ຂັ້ນ​ຕອນ ແລະ​ວິ​ທີການ​ຢ່າງ​ລະ​ອຽດ​ທີ່​ຖ້ວນ ເຫັນ​ວ່າ​ສະ​ພາບ​ຖານະ​ຂອງ​ທະ​
ນາ​ຄານ​ດັ່ງ​ກ່າວ ໃນ​ເບຶ້ອງ​ຕົ້ນ​ກ່ອນ​ມີ​ການ​ປັບ​ປຸງ​ໄດ້​ມີ​ໜີ້​ສິນ ຫລື​ວ່າ NPL ຈຳ​ນວນ​ຫລວງ​ຫລາ​ຍ ອັນ​ນີ້​ກະ​ແມ່ນ
​ຍ້ອນ​ການ​ຂາດ​ສະ​ພາບ​ຄອງ ກໍ​ຄື​ການ​ບໍ​ລິ​ຫານ​ຂອງ​ທະ​ນາ​ຄານ​ໃ​ນເມື່ອ​ກ່ອນ ສະ​ນັ້ນ​ທາງ​ລັດ​ຖະ​ບານ​ພວກ​ເຮົາ
ຈຶ່ງ​ໄດ້​ມີ​ຄາ​ວາມ​ຕັດ​ສິນ​ໃຈ​ສູງ​ໃນ​ການ​ປັບ​ປຸງ​ທະ​ນາຄານ ດ້ວຍ​ຮູບ​ແບບ ເຄື່ອງ​ມື​ຂອງ​ທະ​ນາ​ຄານ ແລະ​ເຄື່ອງ​ມື
​ທາງ​ດ້ານ​ເສດ​ຖະ​ກິດ​ຫລາຍ​ອັນ​.”

ທັງ​ນີ້ ບັນ​ດາ​ວິ​ສາ​ຫະ​ກິດ​ລັດ​ຖະ​ບານ​ລາວ​ມີ​ໜີ້​ຈາກ​ການ​ກູ້​ໃນ​ລະ​ບົບ​ສິນ​ເຊື່ອ ຂອງ​ທະ​ນ​າ​ຄານ​ໃນ​ລາວ ຄິ​ດ​ເປັນ
ມູນ​ຄ່າ​ລວມ​ເກີນກວ່າ 55,670 ຕື້​ກີບ ໃນ​ນີ້ໄດ້​ຕົກ​ເປັນ NPL ໄປ​ແລ້ວ​ເກີນກວ່າ3,897 ຕື້​ກີບ ແລະ​ອີກ​ເກີນກວ່າ
9,731 ຕື້​ກີບ ກໍ​ຖືກ​ຈັດ​ໃຫ້​ເປັນ​ເງິນ​ສິນ​ເຊື່ອ ທີ່​ມີ​ຄວາມ​ສ່ຽງ​ສູງ ທີ່ຈະ​ບໍ່​ສາ​ມາດຈັດເກັບ​ຄືນ​ມາ​ໄດ້ ເພາະ​ຜົນ​ກະ​ທົບ​
ຈາກ​ການ​ລະ​ບາດພະ​ຍາດ​ໄວ​ຣັ​ສໂຄວິດ-19 ເຮັດໃຫ້​ລັດ​ວິ​ສາ​ຫະ​ກິດ ສ່ວນ​ຫລາ​ຍ​ບໍ່ມີລາຍ​ໄດ້ ຫລື​ວ່າ​ມີ​ລາຍ​ໄດ້​ບໍ່​
ພຽງ​ພໍ​ສຳ​ລັບ​ການ​ຊຳ​ລະໜີ້​ເງິນ​ກູ້ດັ່ງ​ກ່າວ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນກັບ ຫົວ​ໜ່ວຍ​ທຸ​ລະ​ກິດ​ເອກ​ກະ​ຊົນ​ກວ່າ 130,000
ລາຍ​ທີ່​ບໍ່​ສາ​ມາດຊຳ​ລະ​ໜີ້​ໃຫ້​ທະ​ນາ​ຄານ​ໃນ​ລາວ​ໃນ​ເວ​ລາ​ນີ້.

ໃນ​ປັດ​ຈຸ​ບັນ​ລັດ​ຖະ​ບານ​ລາວ​ມີ​ວິ​ສາ​ຫະ​ກິດ ໃນ​ການຄຸ້ມ​ຄອງ​ຈຳ​ນວນ​ທັງ​ໝົດ 178 ຫົວ​ໜ່ວຍ ​ມີ​ທຶນ​ຈົດ​ທະ​ບຽນ
ລວມ​ກັນເຖິງກວ່າ 225,495 ຕື້​ກີບ ແຕ່​ມີ​ພຽງ 34 ​ລັດ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ​ທີ່​ມີ​ຜົນ​ການ​ດຳ​ເນີນງານທຸ​ລະ​ກິດ
ໃນ​ລະ​ດັບ​ທີ່​ດີ ແລະ​ລະ​ດັບ​ປານ​ກາງ ສ່ວນ​ທີ່​ເຫລື​ອ​ອີກ 144 ຫົວ​ໜ່ວຍ​ນັ້ນ​ກໍ​ຄື​ລັດ​ວິ​ສາ​ຫະ​ກິດ​ທີ່​ຂາດ​ທຶນ ແລະ​
ສ້າງພາ​ລະ​ໜີ້​ສິນ​ມະ​ຫາ​ສານໃຫ້ກັບລັດ​ຖະ​ບານ​ລາວ ໂດຍ​ສະ​ເພາະ​ລັດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ 9 ຫົວ​ໜ່​ວຍ​
ກໍ​ຄື ລັດ​ວິ​ສາ​ຫະ​ກິດ​ການ​ບິນ​ລາວ ລັດ​ວິ​ສາ​ຫະ​ກິດໄຟ​ຟ້າ​ລາວ ລັດ​ວິ​ສາ​ຫະ​ກິດ​ລ້ານ​ຊ້າງ​ພັດ​ທະ​ນາ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ສາ​ກົນລາວ​ບໍ​ລິ​ການ ​ບໍ​ລິສັດ DAFIທີ່​ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ ລັດ​ວິ​ສາ​ຫະ​ກິດ​ວິ​
ສະວະກໍານ້ຳ ແລະ​ສິ່ງ​ແວດ​ລ້ອມ ທະ​ນາ​ຄານ​ພັດ​ທະ​ນາ​ລາວ ແລະ​ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກຳ ທັງ​ນີ້​ໂດຍ​ພາກ
​ສ່ວນ​ທີ່​ວ່​າ​ເຊີນ​ກັບ​ການ​ຂາດທຶນ ແລະສ້າງ​ກະ​ລະ​ໜີິ້​ສິນ​ໃຫ້​ແກ່​ລັດ​ຖະ​ບານ​ລາວ​ຫລາຍ​ທີ່​ສຸດ​ກໍ​ຄື ລັດ​ວິ​ສາ​ຫະ​ກິດ
​ໄຟ​ຟ້າ​ລາວ (EDL) ທີ່​ມີ​ໜີ້​ສິນ​ຈາກ​ການ​ກູ້​ຢືມ ທາງ​ຈາກ​ພາຍ​ໃນ ແລະ​ຕ່າງ​ປະ​ເທດຫລາຍກວ່າ 2,500 ລ້ານ​ໂດ​ລາ
​ສະ​ຫະ​ລັດ ໃນ​ປັດ​ຈຸ​ບັນ.