Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະບານລາວ ໃຫ້ການຊ່ວຍເຫຼືອ ແກ່ຫົວໜ່ວຍທຸລະກິດເອກະຊົນ ໃນການພັດທະນາການຜະລິດສິນຄ້າ ທີ່ມີຄຸນນະພາບ ໄດ້ພຽງແຕ່ສ່ວນໜ້ອຍ

ລັດຖະບານລາວໄດ້ໃຫ້ການຊ່ວຍເຫຼືອແກ່ຫົວໜ່ວຍທຸລະກິດເອກະຊົນ ໃນການພັດທະນາການຜະລິດສິນຄ້າທີ່ມີຄຸນນະພາບໄດ້ພຽງແຕ່ສ່ວນນ້ອຍ ຈຶ່ງເຮັດໃຫ້ສິນຄ້າລາວສ່ວນໃຫຍ່ບໍ່ສາມາດແຂ່ງຂັນໃນຕະຫຼາດສາກົນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ ການຜະລິດສິນຄ້າກະສິກໍາຂອງລາວເພື່ອສົ່ງອອກໄປຕ່າງປະເທດ ໃນປັດຈຸບັນມີບັນຫາດ້ານຄຸນນະພາບບໍ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດຕ່າງປະເທດ ເນື່ອງຈາກການຜະລິດສິນຄ້າໂຕຈິງໃນລາວ ຍັງຈັດຢູ່ໃນລະດັບປະຖົມປະຖານເທົ່ານັ້ນ ເຊິ່ງນອກຈາກຈະບໍ່ສາມາດຕອບສະໜອງໃຫ້ແກ່ຕະຫຼາດສາກົນໄດ້ແລ້ວ ກໍຍັງບໍ່ສາມາດແຂ່ງຂັນກັບສິນຄ້າຊະນິດດຽວກັນກັບຂອງປະເທດອື່ນໄດ້ອີກດ້ວຍ ໃນຂະນະທີ່ລັດຖະບານລາວກໍຍັງບໍ່ມີມາດຕະ ການໃຫ້ການຊ່ວຍເຫຼືອຢ່າງເປັນຮູບປະທໍາໃນການຜະລິດສິນຄ້າທີ່ມີຄຸນນະພາບ ນໍາແລ້ວ ກໍແຮງເຮັດໃຫ້ຜົນຜະລິດກະສິກໍາໃນລາວ ແຮງຫ່າງໄກ ຈາກມາດຕະ ຖານຂອງຕະຫຼາດສາກົນເພີ້ມຂຶ້ນນັບມື້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນ ຢັນວ່າ:

“ຈຸດສຸມກ່ຽວກັບການສົ່ງເສີມການຜະລິດໄດ້ເວົ້າກັນມາຫຼາຍ ແຕ່ໝາກຜົນທີ່ເປັນຮູບປະທໍາ ທີ່ຈັບຕ້ອງໄດ້ນີ້ຍັງເກີດຂຶ້ນຊັກຊ້າຫຼາຍ ທັ້ງໆທີ່ຮູ້ວ່າເປັນປັດໄຈຫຼັກຂອງຖານເສດຖະກິດທີ່ໝັ້ນຄົງຂອງປະເທດເຮົາ, ກໍາລັງການຜະລິດຍັງອ່ອນແອ, ຕົ້ນທຶນການຜະລິດສິນຄ້າເມື່ອທຽບໃສ່ກັບບັນດາປະເທດອ້ອມຂ້າງຍັງສູງ ຍັງຂາດຄວາມສາມາດຈະແຂ່ງຂັນ, ຍັງຂາດການວິເຄາະວິໄຈຢ່າງຈິງຈັງວ່າ ຈະມີມາດຕະການຊ່ວຍແນວໃດ ຜ່ານມາຍັງອ້າງອີງໃສ່ແຕ່ດອກເບ້ຍທະນາຄານ ຄ່າໄຟຟ້າ ຄ່ານໍ້າມັນ ແຮງງານ ແລະອື່ນໆ.”

ພ້ອມກັນນີ້ ໃນປີ 2022 ລາວສົ່ງສິນຄ້າກະສິກໍາໄປຕ່າງປະເທດໄດ້ໃນມູນຄ່າລວມ 1,180 ລ້ານໂດລາ ໂດຍເພີ້ມຂຶ້ນເຖິງ 40 ເປີເຊັນ ທຽບໃສ່ປີ 2021, ໃນນີ້ ການສົ່ງອອກພືດ ແລະຜະລິດຕະພັນຈາກພືດທີ່ມີມູນຄ່າລວມ 1,120 ລ້ານໂດລາ, ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະແກະ ໃນມູນຄ່າລວມພຽງແຕ່ 53 ລ້ານໂດລາເທົ່ານັ້ນ ເຖິງແມ່ນວ່າຈະໄດ້ຮັບໂຄຕ້າໃນການສົ່ງງົວໄປຈີນເຖິງ 5 ແສນໂຕຕໍ່ປີກໍຕາມ ແຕ່ວ່າລະບົບການລ້ຽງທີ່ຍັງບໍ່ໄດ້ມາດຕະ ຖານ ຈຶ່ງເຮັດໃຫ້ບໍ່ສາມາດຈັດສົ່ງງົວໄປຈີນໄດ້ຕາມໂຄຕ້າດັ່ງກ່າວ.

ໂດຍກະຊວງການຄ້າຈີນໄດ້ກໍານົດ 12 ເງື່ອນໄຂນໍາກັນ ສໍາລັບນໍາເຂົ້າງົວຈາກ ສປປ ລາວ ກໍຄືງົວຕ້ອງມີນໍ້າໜັກ 350 ກິໂລຂຶ້ນໄປ, ອາຍຸບໍ່ເກີນ 4 ປີ, ຕ້ອງ ມາຈາກພື້ນທີ່ ທີ່ປາສະຈາກພະຍາດປາກເປື່ອຍລົງເລັບ, ຕ້ອງລ້ຽງຢູ່ໃນເຂດທ້ອນໂຮມຢ່າງໜ້ອຍ 45 ມື້, ຕ້ອງມີການລ້ຽງແຍກເພດ ແລະໃນ 6 ເດືອນຕ້ອງກວດບໍ່ພົບພະຍາດທຸກຊະນິດ, ຕ້ອງຂຶ້ນທະບຽນສັດ, ກວດການຖືພາ, ສັກສາກັນເຊື້ອປາກເປື່ອຍລົງເລັບ 2 ເຂັມ, ຈັດເກັບໂຕຢ່າງ ແລະວິໄຈພະຍາດເປັນປະຈໍາ, ຕິດຕາມການໃຊ້ອາຫານ ແລະຢາປິ່ນປົວ, ຄວບຄຸມການເຄື່ອນຍ້າຍທີ່ໄດ້ມາດຕະຖານ ແລະຕ້ອງກັກສັດ 30 ມື້ກ່ອນທີ່ຈະສົ່ງໄປຈີນ, ເຊິ່ງກໍປາກົດວ່າ ບໍລິສັດຮ່ວມທຶນກະສິກໍາຄົບວົງຈອນ ແລະບໍລິສັດຮຸ້ຍຝູເທັກໂນໂລຈີຊີວະພາບຈາກຈີນ ໄດ້ຕົກລົງເປັນຫຸ້ນສ່ວນກັນ ເພື່ອພັດທະນາລະບົບອຸດສາຫະກໍາການສົ່ງອອກຊີ້ນງົວຈາກລາວໄປຈີນໃຫ້ໄດ້ຕາມໂຄຕ້າດັ່ງກ່າວເມື່ອບໍ່ດົນມານີ້ ພ້ອມກັນນັ້ນຍັງມີບໍລິສັດຈີນຈໍານວນຫຼາຍທີ່ເຂົ້າມາລົງທຶນໃນໄລຍະດຽວກັນ ໃນນີ້ລວມເຖິງການລົງທຶນ 1,300 ກວ່າລ້ານໂດລາ ເຊິ່ງຄິດເປັນ 50 ເປີເຊັນຂອງການລົງທຶນທັງໝົດໃນແຂວງຜົ້ງສາລີ ໃນປີ 2022 ທີ່ຜ່ານມາ, ດັ່ງທີ່ທ່ານຄໍາພອຍ ວັນນະສານ ເຈົ້າແຂວງແຂວງຜົ້ງສາລີຢືນຢັນວ່າ:

“ທຶນນໍາໃຊ້ເຂົ້າໃນການພັດທະນາ 50 ສ່ວນ 100 ແມ່ນການລົງທຶນຂອງເອກະຊົນຕ່າງປະເທດລະແມ່ນຕິດພັນກັບການສ້າງວຽກເນັດງານທໍາ, ສ້າງລາຍໄດ້ໃຫ້ປະຊາຊົນກໍແມ່ນ, ໂຄງການສົ່ງເສີມການປູກອ້ອຍ ຢາງພາລາ ຊາ ໝາກແໜ່ງ ສົ່ງເສີມການປູກພືດລະດູແລ້ງ, ໂຕນີ້ແມ່ນການແກ້ໄຂຄວາມທຸກຍາກຂອງປະ ຊາຊົນໂດຍກົງ ອັນໂຕອື່ນກໍແມ່ນພື້ນຖານໂຄງລ່າງ ຄືໄຟຟ້າຫັ່ນ ກໍແມ່ນປິ່ນອ້ອມ ກໍແມ່ນສ້າງວຽກເຮັກງານທໍາທາງອ້ອມຫັ້ນລະ.”

ພ້ອມກັນນີ້ ການສົ່ງອອກສິນຄ້າກະສິກໍາຂອງລາວໃນປີ 2022 ເປັນການສົ່ງໄປຈີນ ໃນສັດສ່ວນ 80 ເປີເຊັນ ທີ່ເປັນໂຄຕ້າພິເສດ ທີ່ລັດຖະບານຈີນອະນຸຍາດໃຫ້ນໍາເຂົ້າຈາກລາວ 14 ຊະນິດເຊັ່ນ ເຂົ້າ ສາລີ ມັນຕົ້ນ ກ້ວຍ ໝາກໂມ ມັນດ້າງ ຖົ່ວຍາວ ຖົ່ວເຫຼືອງ ຖົ່ວເບີ ໝາກນາວ ງົວ-ຄວາຍ, ແລະໃນປີ 2023 ນີ້ ລັດຖະບານລາວຄາດຫວັງວ່າ ລັດຖະບານຈີນຈະເພີ້ມໂຄຕ້າໃຫ້ອີກ 91 ຊະນິດ, ເມື່ອສົມທົບກັບການເດີນລົດໄຟລາວ-ຈີນໃນປັດຈຸບັນນີ້ ກໍຍິ່ງຈະສົ່ງຜົນດີຕໍ່ການສົ່ງສິນຄ້າກະສິກໍາຂອງລາວໄປຈີນໄດ້ເພີ້ມຂຶ້ນນັບມື້.