Lao
This article was added by the user . TheWorldNews is not responsible for the content of the platform.

ລາວແລະໄທ ຕົກລົງທີ່ຈະຮ່ວມກັນອອກງົບປະມານສຳລັບການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງແຫ່ງທີ 6

ທາງການລາວ ແລະໄທຕົກລົງທີ່ຈະຮ່ວມກັນອອກງົບປະມານສຳລັບການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງແຫ່ງທີ 6 ຄູ່ຂະໜານກັບຂົວແຫ່ງທີ 1 ເພື່ອເຊື່ອມຕໍ່ ນະ ຄອນວຽງຈັນກັບໜອງຄາຍ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສັກສະຢາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມ ຖະແຫລງວ່າ ລັດຖະບານລາວແລະໄທ ຕົກລົງໃນຫລັກການຮ່ວມກັນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ວ່າ ຈະຮ່ວມກັນອອກງົບປະມານສຳລັບການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 6 ທີ່ເຊື່ອມຕໍ່ນະຄອນວຽງຈັນ ກັບຈັງຫວັດໜອງຄາຍ ໂດຍຈະເປັນການກໍ່ສ້າງຄູ່ຂະໜານກັບຂົວຂ້າມແມ່ນ້ຳຂອງແຫ່ງທີ 1 ລະຫວ່າງລາວ-ໄທ ທີ່ໄດ້ນຳໃຊ້ເພື່ອການໂດຍສານແລະຂົນສົ່ງສິນຄ້າ ໂດຍລົດໄຟແລະລົດຍົນ ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ ແຕ່ສຳລັບສະພານແຫ່ງໃໝ່ນີ້ ຈະຖືກນຳໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າເປັນດ້ານຫຼັກ ໂດຍສະເພາະແມ່ນການຂົນສົ່ງສິນຄ້າລະຫວ່າງລາວ-ໄທແລະຈີນ ຊຶງທາງການໄທ ຄາດວ່າ ຈະສົ່ງສິນຄ້າກະສິກຳ ເຊັ່ນຢາງພາລາ ແລະເຂົ້າສານ ໄດ້ໃນປະລິມານລວມເກີນກວ່າ 6 ລ້ານໂຕນ ທັງຍັງຈະສົ່ງໝາກໄມ້ເຖິງ 22 ຊະນິດໄປຈີນກວ່າ 2.5 ລ້ານໂຕນ ຄິດເປັນມູນຄ່າເກີນກວ່າ 5,600 ລ້ານໂດລາຕໍ່ປີ ຈຶ່ງຖືເປັນການລົງທຶນທີ່ກຸ້ມຄ່າຢ່າງຍິ່ງສຳລັບໂຄງການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທີ 6 ນີ້ ຊຶ່ງລັດຖະບານລາວ-ໄທ ຈະຮັບຜິດຊອບຄ່າກໍ່ສ້າງໃນເບື້ອງຂອງຕົນ ດັ່ງທີ່ທ່ານສັກສະຢາມ ຢືນຢັນວ່າ:

“ຈະມີການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ເປັນແຫ່ງທີ 6 ຊຶ່ງຈະຢູ່ໃນບໍລິ ເວນໃກ້ໆກັບຂົວແຫ່ງທີ 1 ທີ່ຢູ່ທີ່ຈັງຫວັດໜອງຄາຍຢູ່ແລ້ວ ໂດຍຂົວນີ້ກໍຈະສາມາດຮອງຮັບລົດຍົນ ລົດບັນທຸກ ແລະລົດໄຟຕາມຂະໜາດມາດຕະຖານຂອງປະເທດໄທ ຄືຂະໜາດ 1 ແມັດ ຊຶ່ງຂະນະນີ້ໜິ ເຮົາໄດ້ຂໍ້ຕົກລົງແລ້ວວ່າ ຝ່າຍໄທແລະລາວ ຈະຮ່ວມລົງທຶນຄ່າໃຊ້ຈ່າຍຮ່ວມກັນ ໃນອານາເຂດຂອງແຕ່ລະຝ່າຍ.”

ການຕົກລົງດັ່ງກ່າວ ຖືເປັນສ່ວນນຶ່ງຂອງການເປັນຫຸ້ນສ່ວນຍຸດທະສາດ ເພື່ອການຈະເລີນເຕີບໂຕແລະການພັດທະນາຢ່າງຍືນຍົງ ລະຫວ່າງລາວ-ໄທ ຊຶ່ງໄດ້ມີການຕົກລົງຮ່ວມກັນ ລະຫວ່າງ 2 ລັດຖະບານ ໃນໂອກາດທີ່ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ເດີນທາງຢ້ຽມຢາມປະເທດໄທ ຕາມການເຊີນຂອງ ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ເມື່ອວັນທີ 1-2 ມິຖຸນາ 2022 ຜ່ານມາ ຊຶ່ງໄດ້ຈັດທຳແຜນປະຕິບັດການຮ່ວມກັນໃນລະຫວ່າງປີ 2022-2026 ທີ່ໃຫ້ຄວາມສຳຄັນເປັນພິເສດໃນການພັດທະນາທາງເສດຖະກິດ ເພື່ອຊີວິດ ແລະຄວາມເປັນຢູ່ທີ່ດີຂຶ້ນຂອງປະຊາຊົນລາວ-ໄທ ໂດຍພາກສ່ວນທີ່ສາມາດຈັດຕັ້ງປະຕິບົດໄດ້ກ່ອນພາກສ່ວນອື່ນໆນັ້ນ ກໍຄືການພັດທະນາການເຊື່ອມຕໍ່ດ້ວຍທາງລົດໄຟລະຫວ່າງຈີນ-ລາວ-ໄທ ທີ່ແນໃສ່ການເພີ້ມມູນຄ່າການຄ້າລະຫວ່າງກັນໃຫ້ສູງຂຶ້ນ ດ້ວຍການພັດທະນາການເຊື່ອມຕໍ່ລະບົບ Logistic ລະຫວ່າງລາວ-ໄທ ໃຫ້ເປັນສູນກາງຂອງການເຊື່ອມຕໍ່ຈີນກັບອາຊຽນໃຫ້ໄດ້ຢ່າງແທ້ຈິງ ອັນຈະສ້າງຜົນປະໂຍດໄດ້ຢ່າງຫຼວງຫຼາຍ ດັ່ງທີ່ທ່ານພັນຄຳ ຢືນຢັນວ່າ:

“ສອງລັດຖະບານກະໄດ້ເນັ້ນໜັກຄວາມສຳຄັນໃນການເຊື່ອມໂຍງ-ເຊື່ອມຈອດລະຫວ່າງ 2 ປະເທດກັບອະນຸພາກພື້ນ ໂດຍເອກະພາບຮ່ວມກັນ ພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກທາງອາກາດ ຕະຫຼອດເຖິງການເຊື່ອມຈອດລະບົບລາງ ເພື່ອອຳນວຍຄວາມສະດວກໃຫ້ການຄ້າການລົງທຶນ ການທ່ອງທ່ຽວ ການສາທາລະນະສຸກ ກະສິກຳສະອາດ ທັນສະໄໝ ແລະອື່ນໆ ທັງອຳນວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນຊຶ່ງກັນແລະກັນ.”

ກ່ອນໜ້ານີ້ ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງຢືນຢັນວ່າ ລັດຖະບານໄທ ຈະເລັ່ງລັດການພັດທະນາ ລະບົບຄົມມະນາຄົມ-ຂົນສົ່ງ ເພື່ອເຊື່ອມຕໍ່ກັບລາວ ຢ່າງຄົບວົງຈັນໃຫ້ໄວທີ່ສຸດທີ່ຈະໄວໄດ້ ໂດຍສະເພາະແມ່ນການເຊື່ອມຕໍ່ທາງລົດໄຟລາວ-ຈີນ ທີ່ຈະຕ້ອງມີການກໍ່ສ້າງຂົວ ຂ້າມແມ່ນ້ຳຂອງແຫ່ງໃໝ່ ທີ່ເຊື່ອມຕໍ່ລະຫວ່າງໜອງຄາຍກັບນະຄອນວຽງຈັນນັ້ນ ຈະດຳເນີນການສຶກສາອອກແບບກໍ່ສ້າງໃຫ້ສຳເລັດພາຍໃນປີ 2022 ເພື່ອຈະໄດ້ລົງມືກໍ່ສ້າງໃຫ້ສຳເລັດພາຍໃນປີ 2027.

ທັງນີ້ ທາງການໄທ ໄດ້ປັບປ່ຽນວິທີການຂົນສົ່ງສິນຄ້າໄປຈີນ ໂດຍຂະບວນລົດໄຟລາວ-ຈີນ ເປັນຄັ້ງທຳອິດ ເມື່ອວັນທີ 26 ມັງກອນ 2022 ທີ່ຜ່ານມາ ແລະຍັງຈະສືບຕໍ່ການສົ່ງສິນຄ້າໄປຈີນດ້ວຍວິທີການນີ້ເພີ້ມຂຶ້ນ ເພາະສະດວກວ່ອງໄວ ແລະປະຢັດກວ່າການຂົນສົ່ງທາງລົດ ແລະທາງເຮືອໃນແມ່ນ້ຳຂອງ.