Lao
This article was added by the user . TheWorldNews is not responsible for the content of the platform.

ຄຳ​ແນະ​ນຳ​ບາງ​ຢ່າງ ​ຈາກ​​ຜູ້​ທີ່​ໄດ້​ຮັ​ບທ​ຶນ ຟູ​ລ​ໄບ​ຣ ສຳ​ລັບ​ຜູ້ສົນ​ໃຈ ຊິງເອົາ​ທຶນການສຶກ​ສາເພື່ອ​ມາ​ຮຽນໃນ ສ​ຫ​ລ

ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບສໍ​າ​ລັບລາຍ​ການ​ສຶກ​ສາ​ຂອງ​ພວກ​ເຮົາ​ມື້ນີ້ ຈະ​ນຳ​ເອົາ​ຫົວ​ຂໍ້ກ່ຽວ​ກັບ​ທຶນ​ການ​ສຶກ​ສາ​ຂັ້ນ​ປະ​ລິນ​ຍາ​ໂທ​ຂອງສະ​ຫະ​ລັດທີ່​ມີສາມພາກ ຊຶ່ງ​ມື້ນີ້​ພວກ​ເຮົາ​ຈະນຳ​ເອົາ​ພາກທີ 2 ທີ່ເວົ້າ​ເຖິງການ​ກະ​ກຽມເພື່ອເສັງ​ເອົາ​ທຶນ​ທີ່ທຶນຟູລໄບ​ຣ (Fulbright) ຊຶ່ງ​ເປັນ​ທຶນ​ການ​ສຶກ​ສາໃນ​ອັນ​ດັບ​ຕົ້ນໆ ຂອງ​ໂລກ​. ອະ​ດີດ​ນັກ​ສຶ​ກ​ສາ​ສອງ​ທ່ານ​ທີ່​ເຄີຍ​ໄດ້​ຮັບທຶນ​ດັ່ງ​ກ່າວ ຈະ​ມາເລົ່າ​ເຖິງວິ​ທີ​ກະ​ກຽມເພື່ອຊິງເອົາ​ທຶນ​ອັນ​ສຳ​ຄັນ​ນີ້ຂອງ​ເຂົາ​ເຈົ້າໃຫ້​ບັນ​ດາ​ທ່ານ​ຟັງ ຊຶ່ງບົວ​ສະ​ຫວັນ​ຈະ​ນຳມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ທ່ານທູດປີເຕີ ແລະ ພັນລະຍາ ທ.ນ. ດຸສະດີ ພົບກັບຜູ້ໄດ້ຮັບທຶນການສຶກສາ Fulbright ແລະ Humphreyໃນ​ປີ 2022 ໄປສຶກສາປະລິນຍາໂທ, ຄົ້ນຄວ້າ ແລະ ສອນພາສາລາວ ໃນ​ສະ​ຫະ​ລັດ
ທ່ານທູດປີເຕີ ແລະ ພັນລະຍາ ທ.ນ. ດຸສະດີ ພົບກັບຜູ້ໄດ້ຮັບທຶນການສຶກສາ Fulbright ແລະ Humphreyໃນ​ປີ 2022 ໄປສຶກສາປະລິນຍາໂທ, ຄົ້ນຄວ້າ ແລະ ສອນພາສາລາວ ໃນ​ສະ​ຫະ​ລັດ

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ທຶນແກ່ ສ​ປ​ປ ​ລາວ​ ເພື່ອເອົາ​ນັກສຶກ​ສາມາ​ຮຽນ​ຕໍ່​ ແລະ​ທຳການ​ຄົ້ນ​ຄວ້າ ຫລື​ແລກ​ປ່ຽນ​ປະ​ສົບ​ການ​ທັງໃນໄລ​ຍະ​ສັ້ນ ແລະ​ໄລ​ຍະ​ຍາວຢູ່​ສະ​ຫະ​ລັດມ​າ​ໄດ້​ປະ​ມານ 3 ທົດ​ສະ​ວັດ​ແລ້ວ. ທຶນການ​ສຶກ​ສາທີ່​ໃຫຍ່ທີ່​ສຸດ​ກໍ​ຄືທຶນຟູລໄບ​ຣ (Fulbright) ທີ່​ເປັນ​ທຶນ​ການ​ສຶກ​ສາ​ລະ​ດັບ​ໂລກ​ທີ່​ສະ​ຫະ​ລັດ​ມອບ​ໃຫ້​ແກ່ນັກ​ສຶກ​ສາຫລາຍກວ່າ 4,000 ທີ່​ມາ​ຈາກ 160 ກວ່າປະ​ເທດ ເພື່ອ​ສຶກ​ສາ​ໃນ​ຂັ້ນ​ປະ​ລິນ​ຍາ​ໂທ ຫລື​ສູງກວ່ານັ້ນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລຢູ່ສະ​ຫະ​ລັດ.

ນາງ ສຸ​ລິ​ວັນ ລັດ​ຕະ​ນະ​ວົງ (Soulivanh Lattanavong), ນັກ​ສຶກ​ສາ​ທຶນ ຟູ​ລ​ໄບ​ຣ​ທ໌ ຈາກ​ປະ​ເທດລາວ ທີ່​ຮຽນ​ປະ​ລິນ​ຍາ​ໂທ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ໃນ​ສະ​ຫະ​ລັດ ໃນ​ປີ 2018. ຜູ້​ກ່ຽວ​ກຳ​ລັງ​ຢ້ຽ​ມ​ຢາກ​ຫໍ​ພິ​ພິດ​ທະ​ພັນ​ທີ່​ວາງ​ສະ​ແດງ​ເລື້ອງ​ ອາ​ວະ​ກາດໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ເດືອນ​ກໍ​ລະ​ກົດ, 2018.
ນາງ ສຸ​ລິ​ວັນ ລັດ​ຕະ​ນະ​ວົງ (Soulivanh Lattanavong), ນັກ​ສຶກ​ສາ​ທຶນ ຟູ​ລ​ໄບ​ຣ​ທ໌ ຈາກ​ປະ​ເທດລາວ ທີ່​ຮຽນ​ປະ​ລິນ​ຍາ​ໂທ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ​ໃນ​ສະ​ຫະ​ລັດ ໃນ​ປີ 2018. ຜູ້​ກ່ຽວ​ກຳ​ລັງ​ຢ້ຽ​ມ​ຢາກ​ຫໍ​ພິ​ພິດ​ທະ​ພັນ​ທີ່​ວາງ​ສະ​ແດງ​ເລື້ອງ​ ອາ​ວະ​ກາດໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ເດືອນ​ກໍ​ລະ​ກົດ, 2018.

ປົກ​ກະ​ຕິ​ແລ້ວລາວ​ຈະ​ໄດ້​ຮັບ​ທຶນນີ້ປີ​ນຶ່ງ​ປະ​ມານ 2 ຫາ 5 ທຶນຍົກ​ເວັ້ນໃນ​ສົກ​ຮຽນ​ປີ 2006 ຫາ 2008 ທີ່ໄດ້​ຮັບຫລາຍ​ເຖິງ 7 ຄົນ, ອີງ​ຕາມທ່ານ ​ຈັ​ນ​ທະ​ເນດ ພະ​ໄກ​ສອນ​ທີ່​ເປັນ​ຜູ້​ນຶ່ງ​ທີ່ໄດ້​ຮັບທຶນຟູລໄບ​ຣໃນ​ສົກ ຮຽນ​ນັ້ນ. ສະ​ນັ້ນ ການ​ແຂ່ງ​ຂັນ​ແມ່ນ​ສູງ​ຫລາຍ. ​ນັກ​ສຶກ​ສາ​ທີ່ສົນ​ໃຈຂໍ​ທຶນ​ການ​ສຶກ​ສານີ້ບາງ​ຄົນ​ກໍໄດ້​ກຽມ​ເປັນ​ເວ​ລ​າ​ຫລາຍ​ປີ ຫລື​ສະ​ໝັກ​ຂໍ​ທຶນ​ຫລາຍ​ຄັ້ງ​ຈຶ່ງ​ປະ​ສົບ​ຜົນ​ສຳ​ເລັດ ແລະ​ບາງ​ຄົນ​ກໍ​ບໍ່​ເຄີຍ​ປະ​ສົບ​ຜົນ​ສຳ​ເລັດ​ເລີຍ​ກໍ​ມີ. ມື້ນີ້​ທາງ​ວີ​ໂອ​ເອ​ຈະ​ນຳ​ເອົາຄຳ​ແນະ​ນຳ​ຈ​າກ​ຜູ້​ທີ່​ປະ​ສົບຜົນ​ສຳ​ເລັດ​ໃນ​ການ​ຂໍ​ທຶນນີ້​ມາ​ແລ້ວ​ມາ​ແບ່ງ​ປັນ​ສູ່​ທ່ານ​ຟັງ ຊຶ່ງ​ຜູ້​ທຳ​ອິດ​ກໍ​ໄດ້​ແກ່​ນາງວຽງ​ສະ​ຫວັນ​ ໄຊຈະ​ເລີນ, ​ທີ່ຫາກໍ່​ຈົບ​ການປະ​ລິນ​ຍາ​ໂທດ້ານ​ບໍ​ລິ​ຫານ​ທຸ​ລະ​ກິດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລພາກ​ຕາ​ເວັນ​ຂອງ​ສຽງ​ໃຕ້​ຂອງ​ລັດ​ນີວແຮມ​ເຊີ ຫລື Southwestern New Hampshire University ​ໃນປີ 2021 ນີ້​ເອງ. ນາງ​ເລົ່າການ​ກະ​ກຽມ​ກ່ອນຂໍ​ຂອງທຶນຟູ​ລ​ໄບ​ຣນີ້​ສູ່​ຟັງ​ວ່າ:

ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນ ນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.
ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນ ນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.

ນາງວຽງ​ສະ​ຫວັນ​ຜູ້​ທີ່​ຮຽນ​ຈົບ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ລາວ ແລະ​ກໍ​ສະ​ໝັກ​ເອົາ​ທຶນນີ້ ​ຄັ້ງ​ທຳ​ອິດ​ກໍ​ໄດ້​ເລີຍນັ້ນ​ບອກວ່າ ການ​ທີ່​ເຮົາຮູ້​ຈັກ​ວ່າ ເຮົາ​ຢາກ​ຮຽນ​ຫຍັງ ແມ່ນ​ສຳ​ຄັນ​ຫລາຍ ເພາະ​ເຮົາ​ຈະ​ສາ​ມາດ​ຕອບ​ຄະ​ນະ​ກຳ​ມະ​ການ​ໄດ້​ວ່າ ເຮົາ​ມີ​ເປົ້າ​ໝາຍ​ອັນ​ຊັດ​ເຈນ​ແນ່ນອນ ​ໃນ​ການ​ສະ​ແຫວງ​ຫາ​ທຶນ​ມາ​ຮຽນ​ທີ່​ສະ​ຫະ​ລັດ.

ຜູ້​ທີສອງ​ກໍ​ແມ່ນທ່ານ​ຈັນ​ທະ​ເນດ, ​ອະ​ດີດ​ນັກ​ສຶກ​ສາປະ​ລິນ​ຍາ​ໂທຝ່າຍ​ການພັດ​ທະ​ນາສາ​ກົນແບບຍືນ​ຍົງ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລແບ​ຣນ​ດາຍ​ສ໌ (Brandeis) ທີ່​ເມືອງບອ​ສ​ຕັນ, ລັດ​ແມັ​ສ​ຊາ​ຈູ​ແຊັ​ສມີ​ຄຳ​ແນະ​ນຳ​ບາງ​ຢ່າງສຳ​ລັບ​ຜູ້​ສົນ​ໃຈ​ໃນ​ການ​ສະ​ໝັກ​ທຶນນີ້ວ່າ:

TOEFL ທີ່​ທ່ານ​ຈັນ​ທະ​ເນດ​ກ່າວ​ຂ້າງ​ເທິງນັ້ນ ແມ່ນ​ຄຳ​ຫຍໍ້ມາ​ຈາກ Test of English as a Foreign Language ຊຶ່ງ​ແປ​ວ່າ ການ​ສອບ​ເສັງ​ພາ​ສາ​ອັງ​ກິດ​ໃນ​ນາມ​ທີ່​ເປັນ​ພາ​ສາ​ຕ່າງ​ປະ​ເທດ. ມັນ​ເປັນ​ການ​ສອບ​ເສັງມາດ​ຕະ​ຖານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຫລື​ສະ​ຖາ​ບັນ​ການສຶກ​ສາ​ສະ​ຫະ​ລັດ​ໃຊ້​ໃນ​ການ​ວັດ​ແທກ​ຄວາມ ຮູ້ ຫລື​ຄວາມ​ຄ່ອງ​ແຄ້ວ​ໃນ​ພາ​ສາ​ອັງ​ກິດ​ ກ່ອນ​ຈະ​ຮັບ​ເອົາ​ນັກ​ສຶກ​ສາຕ່າງ​ປະ​ເທດ.

ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008
ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008

ນອກ​ຈາກ​ພາ​ສາ​ອັງ​ກິດ​ແລ້ວ​ກໍ​ຍັງ​ມີການ​ສອບ​ເສັງ​ມາດ​ຕະ​ຖານ​ດ້ານ​ເລກ​ອີກ ທີ່​ທາ​ງ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ສະ​ຫະ​ລັດ​ໃຊ້​ເພື່ອ​ຮັບ​ເອົາ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ​ຊຶ່ງ​ທ່ານ​ຈັນ​ທະ​ເນດ​ມີ​ຄຳ​ແນະ​ນຳ​ໃນ​ການ​ກຽມ​ດ້ານນີ້​ວ່າ:

ເມື່ອ​ຍື່ນ​ໃບ​ສະ​ໝັກ​ຂໍ​ທຶນ ແລະ​ມີ​ຄະ​ແນນ​ສອບ​ເສັງ TOEFL ຫລື​ ການ​ສອບ​ເສັງພາ​ສາ​ອັງ​ກິດທີ່​ຄ້າຍຄືກັນ​ນີ້ຂ້ອນ​ຂ້າງວ່າ​ຈະ​ໄດ້​ມາດ​ຕະ​ຖານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກັນ​ແລ້ວ ທາງ​ສະ​ຖານ​ທູດ​ອາ​ເມ​ຣິ​ກາປະ​ຈຳ​ລາວ ​ກໍ​ຈະ​ເອີ້ນ​ເຂົ້າ​ສຳ​ພາດ ຊຶ່ງ​ມີ​ກຳ​ມະ​ການປະ​ມານ 5 ຄົນ ທີ່​ປະ​ກອບ​ມີ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ອາ​ເມ​ຣິ​ກາ, ອະ​ດີດ​ນັກ​ສຶກ​ສາ​ທີ່​ເຄີຍ​ໄດ້​ຮັບ​ທຶນ​ຟູ​ລ​ໄບ​ຣ, ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ລາວ ຊຶ່ງ​ອາດ​ຈະ​ແມ່ນ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ສຶກ​ສາ ແລະ​ກິ​ລາ ແລະ​ພາກ​ສ່ວນ​ເອກ​ກະ​ຊົນ​ອີກ.

ນາງວຽງສະຫວັນທີ່ໄດ້ຮັບທຶນຟູລໄບຣ ຈາກລັດຖະບານສະຫະລັດເພື່ອຮຽນຕໍ່ໃນລະດັບປະລິນຍາໂທ ໃນສະຫະລັດເປັນເວລາສອງປີ ແຕ່​ລະ​ດູ​ຮ້ອນ ປີ 2019 ຫາລະ​ດູ​ຮ້ອນ 2021
ນາງວຽງສະຫວັນທີ່ໄດ້ຮັບທຶນຟູລໄບຣ ຈາກລັດຖະບານສະຫະລັດເພື່ອຮຽນຕໍ່ໃນລະດັບປະລິນຍາໂທ ໃນສະຫະລັດເປັນເວລາສອງປີ ແຕ່​ລະ​ດູ​ຮ້ອນ ປີ 2019 ຫາລະ​ດູ​ຮ້ອນ 2021

​ຫລຸບ​ແລ້ວ​ ການ​ທີ່ຈະ​ແຂ່ງ​ຂັນ​ເອົາ​ທຶນ​ການ​ສຶກ​ສາມາ​ຮຽນຂັ້ນ​ປະ​ລິນ​ຍາ​ໂທ ​ຢູ່ໃນ​ສະ​ຫະ​ລັດເປັນ​ເວ​ລາ 2 ປີຫລື ຮຽນ​ໃນ​ຂັ້ນສູງ ແລະ​ຫລາຍ​ປີກວ່ານັ້ນ ພາຍ​ໃຕ້ໂຄງ​ການຟູລໄບຣ ຈະຕ້ອງ​ໄດ້​ມີ​ການ​ກະ​ກຽມ​ເປັນ​ຢ່າງ​ດີ ແລະ​ລະ​ອຽດ​ຊຶ່ງ​ໃຊ້​ເວ​ລາ​ຢ່າງ​ໜ້ອຍກໍ​ປະ​ມານ 1 ປີ. ໃນພາກ​ຕໍ່​ໄປກໍ​ຄື​ພາກ​ສຸດ​ທ້າຍຂອງ​ຫົວ​ຂໍ້​ນີ້ ພວກ​ເຮົາ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ປັບ​ຕົວ​ຂອງ​ນັກ​ສຶກ​ສາ​ລາວ​ໃນ​ສະ​ຫະ​ລັດ? ໂປດ​ຕິດ​ຕາມ​ຮັບ​ຟັງ​ດ້ວຍ.