Lao
This article was added by the user . TheWorldNews is not responsible for the content of the platform.

ຂະແໜງການບໍລິການ ແລະທ່ອງທ່ຽວ ຕື່ນເຕັ້ນທີ່ຈະຕ້ອນຮັບນັກທ່ອງທ່ຽວຊາວຈີນ ຫຼັງຈາກຈີນ ຍົກເລີກນະໂຍບາຍສູນ ໂຄວິດ

ທ່າມກາງຄວາມກົດດັນທາງເສດຖະກິດທີ່ເກີດມາຈາກໄພເງິນເຟີ້ ແລະ ການຂາດແຄນເງິນຕາຕ່າງປະເທດຢູ່ນີ້ ການທີ່ຈີນຍົກເລີກນະໂຍບາຍສູນກໍລະນີ ໂຄວິດ ຫລື Zero-Covid Policy ເຮັດໃຫ້ປະຊາຊົນລາວ ໂດຍສະເພາະແມ່ນ ພວກທີ່ຢູ່ໃນຂະແໜງບໍລິການນັກທ່ອງທ່ຽວນັ້ນ ຕື່ນເຕັ້ນດີໃຈ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂະນະທີ່ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບອັນຕໍ່ເນື່ອງ ມາໄດ້ ເກືອບ 4 ປີ ບວກກັບການກະທົບຂອງສົງຄາມໃນຢູເຄຣນ ທີ່ເຮັດໃຫ້ໄພເງິນເຟີ້ ແລະຄ່າຄອງຊີບຂອງປະຊາຊົນລາວ ເພີ້ມຂຶ້ນຢ່າງແຮງຢູ່ນີ້ ການທີ່ຈີນ ຍົກເລີກນະໂຍບາຍສູນກໍລະນີໂຄວິດ ຫລື Zero-Covid Policy ໃຫ້ຄົນເດີນທາງເຂົ້າ ອອກປະເທດໄດ້ຢ່າງເຕັມສ່ວນນັ້ນ ເຮັດໃຫ້ຄົນລາວຈໍານວນຫລວງຫລາຍຮູ້ສຶກຕື່ນເຕັ້ນດີໃຈ ໂດຍສະເພາະແມ່ນພວກທີ່ຢູ່ໃນຂະແໜງການບໍລິການ ແລະທ່ອງທ່ຽວ ເພາະເຂົາເຈົ້າໄດ້ມີໂອກາດຕ້ອນຮັບນັກທ່ອງທ່ຽວຈີນ ທີ່ກໍາລັງເດີນທາງເຂົ້າມາລາວ ຢ່າງຫລວງຫລາຍ ເຖິງແມ່ນວ່າ ຈະມີຂ່າວຄາວວ່າ ມີການລະບາດຂອງພະຍາດໂຄວິດ-19 ຢ່າງໜັກຢູ່ໃນຈີນ ແລະມີຄວາມສ່ຽງວ່າ ນັກທ່ອງທ່ຽວຈີນ ອາດຈະນໍາພະຍາດນັ້ນ ເຂົ້າມາແຜ່ລະບາດເພີ້ມຂຶ້ນອີກກໍຕາມ ດັ່ງທີ່ເຈົ້າຂອງລົດຕູ້ ທີ່ຮັບສົ່ງນັກທ່ອງທ່ຽວທ່ານນຶ່ງ ໃນນະຄອນຫລວງວຽງຈັນ ເວົ້າກ່ຽວກັບເລື້ອງນີ້ວ່າ:

“ຈີນກະເປີດມາແລ້ວເດີ ໂອ້ຍໂຄວິດບໍ່ຕ້ອງຢ້ານດອກ ຄືໄຂ້ຫວັດຫັ້ນແຫລະດຽວນີ້ນະ ເຂົາຍັງບໍ່ໃຊ້ຜ້າປິດປາກຊໍ້າຄົນລາວນະ ໃຊ້ຜ້າປິດປາກເຂົາວ່າ ຕິດພະຍາດ ຕ່າງປະເທດມັນບໍ່ຢ້ານມັນສັກຢາມາແລ້ວ ມັນມີໃບຮອງຮັບມາແລ້ວ ເພາະວ່າຈີນມັນກະເປີດມາແລ້ວເດ”.

ປະເທດທີ່ເປັນແຫລ່ງທ່ອງທ່ຽວຫລັກຂອງໂລກ ເຊັ່ນອີຕາລີນັ້ນ ໃນທ້າຍເດືອນ ທັນວາ 2022 ແມ່ນມີຄໍາສັ່ງໃຫ້ກວດພະຍາດໂຄວິດ 19 ຢ່າງເຄັ່ງຄັດ ເພາະ ມີນັກທ່ອງທ່ຽວຈີນ 50 ເປີເຊັນ ໃນເຮືອບິນລໍານຶ່ງທີ່ມີ 300 ກວ່າຄົນທີ່ເດີນທາງໄປທີ່ເມືອງມີລານ, ໃນອີຕາລີ ໃນທ້າຍເດືອນທັນວາ ແມ່ນກວດພົບວ່າ ຕິດພະຍາດໂຄວິດ ແລະສ່ວນໃຫຍ່ຄົນທີ່ຕິດພະຍາດນີ້ ແມ່ບໍ່ມີອາການສະແດງອອກມາໃຫ້ເຫັນ, ອີງຕາມລາຍງານຂອງອົງການຂ່າວບລູມເບີກ ໃນວັນທີ 28 ທັນວາ, 2022.

ສະຖານີລົດໄຟ ນະຄອນວຽງຈັນ ສາຍເໜືອ ຂະບວນລ້ານຊ້າງ, ວັນທີ 13 ມັງກອນ 2023.
ສະຖານີລົດໄຟ ນະຄອນວຽງຈັນ ສາຍເໜືອ ຂະບວນລ້ານຊ້າງ, ວັນທີ 13 ມັງກອນ 2023.

ຢ່າງໃດກໍຕາມ ເຈົ້າໜ້າທີ່ລາວ ເຫັນວ່າ ການເປີດປະເທດໃຫ້ຄົນຈາກປະເທດ ໃຫຍ່ໃນໂລກ ເຊັ່ນຈີນ ເດີນທາງໄປຕ່າງປະເທດໄດ້ຢ່າງສະດວກ ແມ່ນສ້າງຄວາມດີໃຈໃຫ້ຄົນສ່ວນໃຫຍ່ໃນປະເທດ ທີ່ຕ້ອນຮັບນັກທ່ອງທ່ຽວນັ້ນ ບໍ່ຫລາຍກໍ ໜ້ອຍ ເພາະມັນສາມາດເປັນແຫລ່ງທີ່ນໍາເງິນຕາຕ່າງປະເທດ ແລະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໄດ້ຫລາຍ ດັ່ງ​ທ່ານສະເຫລີມ ຄໍາແພງວົງ ຮອງປະທານສະມາຄົມທຸລະກິດທ່ອງທ່ຽວ ທີ່ໃຫ້​ຂໍ້​ສັງ​ເກດເມື່ອມໍ່ໆມານີ້ ​ວ່າ:

“ອະນາຄົດ ມີແນ່ນອນ ການທ່ອງທ່ຽວ ມັນເປັນວຽກງານໃຫຍ່ທີ່ສຸດ ສະພາບການຕ່າງໆຂອງໂລກນີ້ນະ ມັນຈະໝູນວຽນປ່ຽນໄປ ຕໍ່ໄປນີ້ການທ່ອງທ່ຽວຈະ ດີຂຶ້ນ ຫລັງຈາກໂຄວິດນັ້ນ ເພາະວ່າອີງຕາມອົງການຄຸ້ມຄອງການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ສະມາຄົມທຸລະກິດ ແລະການທ່ອງທ່ຽວຂອງເຮົາກະຕິດຕາມຕະຫລອດຢູ່ ນັກທ່ອງທ່ຽວຈາກທຸກໆປະເທດບໍ່ວ່າ ອາຊີ, ເອີຣົບ, ອາເມຣິກາ ຕ່າງໆກໍຍັງຣີຈິສະເຕີເຂົ້າມາຢູ່ ”.

ນັບຕັ້ງແຕ່ລາວເປີດປະເທດຢ່າງເຕັມສ່ວນໃນເດືອນພຶດສະພາ 2022 ເປັນຕົ້ນ ມາມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຫລາຍກວ່າ 1 ລ້ານຄົນ ແຕ່ວ່າ ບໍ່ ມີນັກທ່ອງທ່ຽວຈາກຈີນເຂົ້າມາເລີຍ ຍ້ອນນະໂຍບາຍສູນກໍລະນີ ຫລື zero-covid policy ແລະໃນກ່ອນການລະບາດຂອງໂຄວິດ-19 ມີນັກທ່ອງທ່ຽວຈີນ, ການເປີດປະເທດຂອງຈີນນີ້ ໄດ້ນໍາເອົາຄວາມດີໃຈມາໃຫ້ປະຊາຊົນລາວຫລາຍຄົນ. ສ່ວນໃນປີ 2019 ຊຶ່ງເປັນປີທ່ອງທ່ຽວລາວ-ຈີນນັ້ນ ມີນັກທ່ອງທ່ຽວຈີນປະມານ 1 ລ້ານຄົນກວມເອົາ 20 ເປີເຊັນ ຂອງນັກທ່ອງທ່ຽວທັງໝົດ 5 ລ້ານຄົນທີ່ເດີນທາງເຂົ້າໄປລາວ, ອີງຕາມແຫລ່ງຂ່າວທາງການອັນນຶ່ງໃນລາວ.

ສ່ວນທະນາຄານພັດທະນາເອເຊຍ ຫລື ADB ນັ້ນ ລາຍງານໃນທ້າຍປີ 2021 ວ່າ ການທ່ອງທ່ຽວ ມີການຂະຫຍາຍຕົວໄວ ຢູ່ໃນ ສປປ ລາວ ກ່ອນທີ່ຈະມີພະ ຍາດລະບາດ. ​ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ​ສາກົນ​ເຖິງ 4.1 ລ້ານຄົນ ຊຶ່ງກວມເອົາ 12 ເປີເຊັນ ໃຫ້​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ​ປະ​ເທດຂອງລາວ. ແຕ່ຢ່າງ​ໃດ​ກໍ​ຕາມ, ການ​ໃຊ້​ຈ່າຍ​ສະ​ເລ່ຍຂອງ​ນັກ​ທ່ອງ​ທ່ຽວ​ສາກົນແຕ່ລະຄົນ ​ຢູ່​ໃນ​ປະ​ເທດ​ແມ່ນ ​200 ​ໂດ​ລາຕໍ່ຄົນ ຊຶ່ງເປັນລາຍຈ່າຍ​ຕ່ຳ​ທີ່​ສຸດ​ເມື່ອທຽບໃສ່ກັບປະ ເທດອື່ນ ໃນ​ເອເຊຍຕາ​ເວັນ​ອອກສຽງ​ໃຕ້, ຊຶ່ງສະແດງໃຫ້ເຫັນ​ວ່າ ລາວ​ຕ້ອງໄດ້ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ ໃນເລື້ອງ​ການທ່ອງທ່ຽວ.

ພ້ອມກັນນັ້ນ ລັດຖະບານລາວ ຍັງມີຫລາຍຢ່າງທີ່ຕ້ອງໄດ້ແກ້ໄຂ ກ່ຽວກັບການຂາດດຸນການຄ້າ ຊຶ່ງສົ່ງຜົນກັບໄພເງິນເຟີ້ ແລະລາຄາອາຫານ ແລະສິ່ງອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ ຕະຫລອດທັງເຄື່ອງຫັດຖະກໍາ ແລະສິ່ງຂອງລະນຶກຕ່າງໆ ຖີບຕົວສູງຂຶ້ນໃນເວລານີ້ ດັ່ງບົດສະເໜີຂອງກຸ່ມຕົວແທນທຸລະກິດທີ່ກ່ຽວຂ້ອງຈໍານວນ 50 ຫົວໜ່ວຍ ຂອງສາມແຂວງ ທີ່ມີແຫລ່ງທ່ອງທ່ຽວຫລັກ ຄື ນະຄອນຫລວງວຽງຈັນ, ເມືອງວັງວຽງ (ແຂວງວຽງຈັນ) ແລະແຂວງຫລວງພະບາງ ໃນກາງປີ 2022 ຜ່ານມາ ທີ່ສະໜັບສະໜຸນໂດຍ ສູນກາງຢູໂຣບ ສໍາລັບການທ່ອງທ່ຽວນິເວດ ແລະກະສີກໍາ ຫລື ECEAT.

ສະຫລຸບແລ້ວ ຂະນະທີ່ໄພເງິນເຟີ້ແລະການຂາດແຄນເງິນຕາຕ່າງປະເທດສ້າງ ຜົນກະທົບທາງເສດຖະກິດ ຕໍ່ຄົນລາວເພີ້ມຂຶ້ນນັບມື້ຢູ່ນີ້ ການທີ່ຈີນເປີດປະເທດຢ່າງເຕັມສ່ວນ ໃຫ້ຄົນເດີນທາງເຂົ້າອອກປະເທດໄດ້ ເຮັດໃຫ້ຄົນລາວ ຫລາຍຄົນ ໂດຍສະເພາະພວກທີ່ຢູ່ໃນຂະແຫນງບໍລິການນັກທ່ອງທ່ຽວນັ້ນ ມີຄວາມດີໃຈເຖິງແມ່ນວ່າ ມັນອາດນໍາຄວາມສ່ຽງໃນດ້ານສຸຂະພາບມາ​ສູ່ກໍຕາມ.