Lao
This article was added by the user . TheWorldNews is not responsible for the content of the platform.

ການສົ່ງໄມ້ອອກຈາກ ສປປ ລາວ ທີ່ຖືກຕ້ອງຕາມກົດໝາຍ

ທ່າ​ນບຸນ​ທາ ອຸ​ດາ​ວັນ ເຈົ້າ​ຂອງ​ບໍ​ລິ​ສັດ “ຈະ​ເລີນ​ຊັບ​ເຟີ​ນີ​ເຈີ​ສ່ວນ​ບຸກ​ຄົນ” ຢູ່​ນະ​ຄອນ​ຫລວງວຽງ​ຈັນ ເປັນພໍ່​ຄ້າ​ສົ່ງ​ໄມ້ທ່ອນທີ່​ບໍ່​ຫວ​ງ​ຫ້າມອອກ​ຈາກ​ປະ​ເທດ​ລາວ ເຂົ້າ​ມາຂາຍ​ຢູ່​ໃນ​ສະ​ຫະ​ລັດຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ນອກ​ຈາກ​ນັ້ນຍັງ​ບໍ່​ໄດ້​ເສຍ​ຄ່າ​ເກັບ​ພາ​ສີເຂົ້າສະ​ຫະ​ລັດ ເພາະວ່າ ສ​ປ​ປ ລາວ ໄດ້​ຮັບ​ອະ​ນຸ​ຍາດ​ຫລີກ​ເວັ້ນການ​ເກັບ​ພາ​ສີສິນ​ຄ້າ​ຈາກ​ລາວ ຢູ່​ໃນ​ສະ​ໄໝ​ອະ​ດີດ​ປະ​ທາ​ນາ​ບໍ​ດີ ຈອຣ໌​ຈ ດັບ​ເບີນ​ຢູ ບູ​ສ (George W. Bush) ​ທີ່ໄດ້​ລົງ​ນາມ​ເປັນ​ກົດ​ໝາຍ NTR ໃນ​ປີ 2004. ທ່ານ​ບຸນ​ທາ ໄດ້​ອະ​ທິ​ບາຍ​ເຖິງ​ຊະ​ນິດ​ໄມ້ ທີ່ໄດ້​ຮັບ​ອະ​ນຸ​ຍາດ​ສົ່ງ​ເຂົ້າມາ​ຂາຍ​ຢູ່​ໃນ​ສະ​ຫະ​ລັດ​ດັ່ງ​ນີ້:

​ທ່ານ​ບຸນ​ທາ ອຸ​ດາ​ວັນ ແມ່ນ​ອະ​ດີດ​ອົບ​ພະ​ຍົບ​ລາວ ​ຢູ່​ໃນ​ສະ​ຫະ​ລັດ ຫລັງ​ຈາກ​ສະ​ຫະ​ລັດ ແລະ ສ​ປ​ປ ລາວ ໄດ້​ເລີ້ມ​ເປີດຄວາມ​ສຳ​ພັນ​ທາ​ງ​ການ​ທູດ​ຢ່າງ​ເຕັມ​ທີ່ ແລະ​ໄດ້ເລີ້ມ​ການ​ຄ້າ​ລະ​ຫວ່າງ ສ​ປ​ປ ລາ​ວ ກັບ​ສະ​ຫະ​ລັດ. ​ທ່ານ​ໄດ້​ຕັດ​ສິນ​ໃຈ​ກັບ​ເມືອ​ປະ​ເທດ​ລາວ ເພື່ອ​ເຮັດ​ທຸ​ລະ​ກິດ​ສົ່ງ​ໄມ້​ອອກ​ນ​ອກປະ​ເທດ ໂດຍ​ສະ​ເພາະ​ເຂົ້າ​ມາ​ສ​ະ​ຫລັດ ໃຫ້​ບັນ​ດາ​ບໍ​ລິ​ສັດ​ທີ່​ຕ້ອງ​ການ​ນຳ​ໄປ​ເຮັດ​ເຄື່ອງ​ດົນ​ຕີ ເຊັ່ນ​ວ່າ​ເຮັດກີ​ຕາ (guitar) ແລະໄວ​ໂອ​ລິນ (Violine) ເຫລົ່າ​ນີ້​ເປັນ​ຕົ້ນ. ​ທ່ານ​ກ່າວວ່າ ໄມ້​ເຫລົ່າ​ນີ້​ເອົາ​ໃສ່​ຕູ້​ຄອນ​ເທນ​ເນີ້ ​ສາມ​ຕູ້ ປີ​ນຶ່ງ​ສົ່ງ​ສອງ​ ຫາ​ສາມ​ເທື່ອ​ມາ​ຕົກ​ຢູ່​ລັດ​ແມ​ຣີ​ແລນ. ​ລາ​ຄາ​ສິນ​ຄ້າ​ຂຶ້ນ​ຢູ່​ກັບ​ຄຸນ​ນະ​ພາບໄມ້ ເຊັ່ນວ່າ​ໄມ້​ທຳ​ມະ​ດາ ຫີບ​ນຶ່ງ​ຕົກ​ປະ​ມານ 150 ຫາ 2000 ພັນ​ໂດ​ລາ ສຳ​ລັບ​ໄມ້​ພິ​ເສດ​ ທີ່​ເຮັດ​ເຄື່ອງ​ດົນ​ຕີ ຕົກ​ຢູ່​ປ​ະ​ມານ 300 ຫາ 500 ​ພັນໂດ​ລາ.