Lao
This article was added by the user . TheWorldNews is not responsible for the content of the platform.

ການສໍ້ລາດບັງຫຼວງ ຄືສາເຫດສຳຄັນ ທີ່ເຮັດໃຫ້ທຸລະກຳຜິດກົດໝາຍ ສາມາດດຳເນີນການໄດ້ຢ່າງເປັນຂະບວນການ

ການສໍ້ລາດບັງຫຼວງ ກໍຄືສາເຫດສຳຄັນທີ່ເຮັດໃຫ້ທຸລະກຳຜິດກົດໝາຍສາມາດດຳເນີນການໄດ້ຢ່າງເປັນຂະບວນການ ແລະກວມເອົາເຖິງ 70 ເປີເຊັນ ຂອງມູນຄ່າທາງເສດຖະກິດແລະການຄ້າທັງໝົດຂອງລາວ ຊົງຣິດ ໂພນເງິນ ມີລາຍງານຈາກ ບາງກອກ.

ທ່ານນາງວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນວຽງຈັນ ໃຫ້ທັດສະນະຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ເມື່ອບໍ່ດົນມານີ້.
ທ່ານນາງວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນວຽງຈັນ ໃຫ້ທັດສະນະຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ເມື່ອບໍ່ດົນມານີ້.

ທ່ານນາງວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນວຽງຈັນ ໃຫ້ທັດສະນະຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດທີ່ໄດ້ດຳເນີນກອງປະຊຸມໃນຊ່ວງວັນທີ 5-30 ທັນວາ 2022 ທີ່ຜ່ານມາວ່າ ສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງໃນລະບົບທະນາຄານໃນລາວ ກໍຄືການສໍ້ລາດບັງຫຼວງທີ່ໄດ້ອຳນວຍຄວາມສະ ດວກໃຫ້ແກ່ທຸລະກິດຜິດກົດໝາຍ ທີ່ກວມເອົາເຖິງ 70 ເປີເຊັນຂອງມູນຄ່າທາງເສດຖະກິດແລະການຄ້າທັງໝົດຂອງລາວ ສະນັ້ນຈຶ່ງເຮັດໃຫ້ມີພຽງແຕ່ 30 ເປີເຊັນຂອງມູນຄ່າເງິນຕາຕ່າງປະເທດທັງໝົດທີ່ເຂົ້າສູ່ລະບົບທະນາຄານໃນລາວ ແລະສ່ວນທີ່ເຫຼືອ 70 ເປີເຊັນນັ້ນ ເປັນເງິນຕາຕ່າງ​ປະເທດທີ່ຢູ່ນອກລະບົບທະນາຄານ ກໍຄືເງິນຕາຕ່າງປະເທດທີ່ຖືຄອງ ໂດຍບັນດາຫົວໜ່ວຍທຸລະກິດທີ່ບໍ່ໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ການແລກປ່ຽນເງິນຕາໂດຍການຊ່ວຍເຫຼືອຈາກພະນັກງານລັດນັ້ນເອງ ດັ່ງທີ່ ທ່ານນາງວາລີ ໄດ້ໃຫ້ການຢືນຢັນວ່າ:

“ອິງໃສ່ລາຍງານຂອງກະຊວງການເງິນ ສະແດງໃຫ້ເຫັນວ່າ ການສໍ້ລາດບັງຫຼວງບໍ່ໄດ້ຫລຸດລົງເລີຍ ເພາະວ່າບັນດາຮູຮົ່ວຢູ່ຕາມຊາຍແດນຕ່າງໆ ເພິ່ນເອງກະໄດ້ຍອມຮັບ ແລະຍອມຮັບອີກວ່າ ແນບນຽນຂຶ້ນກ່ອນອີກເນ້າະ ເພາະສະນັ້ນ ໂຕນີ້ເປັນສາເຫດນຶ່ງທີ່ວ່າເຮັດໃຫ້ເງິນຕາພວກເຮົາຂາດ ເນື່ອງຈາກວ່າ ເວລາການຄ້ານອກລະບົບນີ້ ແມ່ນເຂົາເຈົ້າກະໄປຊອກແຕກເງິນຕາຢູ່ນອກ ເພາະວ່າ ບໍ່ໄດ້ສາ ມາດແຕກເງິນຕາຢູ່ພາຍໃນລະບົບໄດ້ເນ້າະ 70 ເປີເຊັນ ແມ່ນເສດຖະກິດນອກລະບົບ ອັນນີ້ແມ່ນສະຖິຕິຈາກສູນສະຖິຕິແຫ່ງຊາດ.”

ສ່ວນທ່ານສະຫຼອງໄຊ ຊະຍຸຕຣະພົງ ຮອງປະທານສະພາທຸລະກິດໄທ-ລາວ ເປີດເຜີຍວ່າ ການຂາດແຄນເງິນຕາໄດ້ເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງ ນັບແຕ່ເດືອນເມສາ 2022 ເປັນຕົ້ນມາ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດ ໄດ້ພາກັນຢຸດກິດຈະການເພີ້ມຂຶ້ນນັບມື້ ແລະໄດ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງດ້ວຍ ເພາະການຕົກຕ່ຳລົງຂອງຄ່າເງິນກີບ ໄດ້ເຮັດໃຫ້ອຳນາດການນຊື້ສິນຄ້າຂອງປະຊາຊົນລາວ ລົດລົງເກີນກວ່າ 50 ເປີເຊັນ ໃນເດືອນທັນວາ ທຽບໃສ່ເດືອນເມສາ 2022 ແລະຍັງຈະເພີ້ມຂຶ້ນອີກ ຖ້າຫາກລັດຖະບານລາວ ຍັງບໍ່ສາມາດຄວບຄຸມອັດຕາການແລກປ່ຽນໄດ້ຢ່າງແທ້ຈິງ.

ໂດຍສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ອັດຕາເງິນເຟີ້ໄດ້ປັບຕົວສູງຂຶ້ນເຖິງ 38.46 ເປີເຊັນ ສ່ວນດັດຊະນີລາຄາການຊົມໃຊ້ເພີ້ມຂຶ້ນເຖິງ 166.18 ເປີເຊັນ ໃນເດືອນພະຈິກ 2022 ທຽບໃສ່ເດືອນເດືອນພະຈິກ 2021 ທີ່ຖືເປັນອັດຕາເງິນເຟີ້ແລະດັດຊະນີລາຄາການຊົມໃຊ້ທີ່ເພີ້ມຂຶ້ນສູງທີ່ສຸດໃນອາຊຽນ ໂດຍມີສາເຫດສຳຄັນມາຈາກການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ລາວ ປະເຊນກັບການຂາດແຄນທຶນສຳຮອງເງິນຕາຕ່າງປະເທດຢ່າງໜັກ ແລະຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງ ໂດຍລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ດັ່ງທີ່ທ່ານຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການແລະການລົງທຶນ ຢືນຢັນວ່າ:

“ການສ້າງພື້ນຖານການຜະລິດ ຍັງບໍ່ທັນສາມາດຕອບສະໜອງຕາມຄວາມຕ້ອງ ການຊົມໃຊ້ ທັງຍັງບໍ່ທັນຕິດພັນກັບການສ້າງລາຍຮັບເງິນຕາຕ່າງປະເທດ ການເກັບລາຍຮັບ ເຖິງວ່າຈະໄດ້ມີຄວາມພະຍາຍາມຫັນເປັນທັນສະໄໝ ແຕ່ກໍຍັງມີຄວາມຊັກຊ້າ ແລະກະມີການຮົ່ວໄຫລ ການແກ້ໄຂໜີ້ສິນ ຍັງສືບຕໍ່ເປັນບັນຫາທ້າທາຍ ການຄຸ້ມຄອງເງິນຕາຕ່າງປະເທດ ຮວມທັງການຄຸ້ມຄອງຮ້ານແລກປ່ຽນເງິນ ເຖິງວ່າໄດ້ມີຄວາມພະຍາຍາມ ແຕ່ກໍບໍ່ທັນໄດ້ບັນລຸຕາມແຜນການທີ່ລັດຖະ ບານໄດ້ກຳໜົດໄວ້.”

ສ່ວນທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫລງວ່າ ມາດຕະການທີ່ນຳໃຊ້ໃນການຄວບຄຸມສະພາວະຜັນຜວນຂອງຄ່າເງິນກີບ ດ້ວຍການໃຊ້ກຳລັງເຈົ້າໜ້າທີ່ຕຳຫຼວດເຂົ້າໃນການກວດກາຮ້ານແລກປ່ຽນເງິນທົ່ວປະເທດ ໂດຍຈະດຳເນີນຄະດີທັນທີ ຖ້າຫາກກວດພົບວ່າ ໄດ້ມີການປະຕິບັດທີ່ບໍ່ເປັນໄປຕາມລະບຽບກົດໝາຍກ່ຽວກັບການແລກປ່ຽນເງິນ ກໍຄືນອກຈາກຈະຖືກປັບໃໝແລ້ວ ກໍຍັງຈະຖືກຖອນໃບອະນຸຍາດອີກດ້ວຍ ຊຶ່ງນັບຈາກປີ 2021 ທະນາຄານແຫ່ງຊາດລາວ ໄດ້ຖອນໃບອະນຸຍາດຮ້ານແລກປ່ຽນເງິນແລ້ວ ຈຳ ນວນ 306 ລາຍຈາກທີ່ມີຢູ່ທັງໝົດ 419 ລາຍ ຊຶ່ງກໍເຮັດໃຫ້ຍັງເຫຼືອພຽງ 113 ລາຍເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການແລກປ່ຽນເງິນຕາຕໍ່ໄປ.

ໂດຍຮ້ານແລກປ່ຽນເງິນຕ້ອງປະຕິບັດຕາມລະບຽບການແລກປ່ຽນເງິນຕາທີ່ອອກໂດຍະນາຄານແຫ່ງຊາດ ຢ່າງເຂັ້ມງວດ ຄືອັດຕາແລກປ່ຽນເງິນໂດລາສະຫະລັດ ກັບເງິນກີບຈະແຕກຕ່າງກັບອັດຕາທີ່ທະນາຄານແຫ່ງຊາດ ກຳໜົດໄດ້ບໍ່ເກີນ 3 ເປີເຊັນ ສ່ວນອັດຕາແລກປ່ຽນເງິນຕາສະກຸນອື່ນໆນັ້ນ ຈະຕ້ອງບໍ່ສູງກວ່າ ອັດຕາຂອງທະນາຄານການຄ້າ ທີ່ຮ້ານແລກປ່ຽນຕົວແທນນັ້ນ ແລະຮ້ານແລກປ່ຽໜເງິນຕົວແທນບໍ່ມີສິດຂາຍເງິນຕາແລະມີສິດຊື້ເງິນຕາຕ່າງປະເທດຈາກລູກຄ້າປະເພດບຸກຄົນເທົ່ານັ້ນ.