Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດ ກ່ຽວກັບ ການຜະລິດກະເປົາແບຣນເນມ

ການຜະລິດກະເປົາແບຣນເນມທີ່ມີຄຸນນະພາບສາກົນ ແຕ່ເປັນຍີຫໍ້ທໍາອິດຂອງລາວ, ທິບສຸດາ ມີລາຍລະອຽດກ່ຽວກັບຂັ້ນຕອນການດໍາເນີນງານ ການຜະລິດ ແລະການຈັດຈໍາໜ່າຍມາສະເໜີທ່ານໃນອັນດັບຕໍ່ໄປ.

NAREE ເປັນກະຊື່ຂອງຜະລິດຕະພັນກະເປົາ ທີ່ຜະລິດອອກມາສໍາລັບບັນດາທ່ານຍິງ ໂດຍສະເພາະບັນດາແມ່ຍິງລາວທີ່ຢູ່ທັງພາຍໃນ ແລະຕ່າງປະເທດ, ເຊິ່ງຄຸນນະພາບຂອງກະເປົາທຽບເທົ່າສາກົນ ແຕ່ລາຄາທີ່ຄົນທົ່ວໄປສາມາດເລືອກຊື້ມາໄດ້.

ລາງວັນນັກທຸລະກິດໜຸ່ມດີເດັ່ນຂອງເອເຊຍ ທີ່ປະເທດມາເລເຊຍ, ປີ 2018.
ລາງວັນນັກທຸລະກິດໜຸ່ມດີເດັ່ນຂອງເອເຊຍ ທີ່ປະເທດມາເລເຊຍ, ປີ 2018.

ມະໂນທິບ ສິຣິປະພັນ, ເປັນຜູ້ດໍາເນີນການ ແລະມີແນວຄິດລິເລີ້ມກ່ຽວກັບການຜະລິດເປົາອອກມາ ໂດຍນາງບອກວ່າ:

ຫຼັງຈາກນັ້ນ, ນາງກໍສົ່ງຜະລິດຕະພັນຂອງນາງເຂົ້າປະກວດໃນປີ 2013 ເຊິ່ງຈັດຂຶ້ນມາສໍາລັບນັກທຸລະກິດຜູ້ໜຸ່ມນ້ອຍ ທີ່ມີແນວຄິດໃໝ່ໆ, ເຊິ່ງໃນເວລານັ້ນເອງ ທີ່ນາງໄດ້ຮັບລາງວັນຊະນະເລີດ ແລ້ວກາຍມາເປັນແຮງຜັກດັນໃນການຜະລິດກະເປົາອອກມາເປັນສິນຄ້າ.

ເມື່ອປີ 2014, NAREE ໄດ້ສ້າງຕັ້ງບໍລິສັດຂຶ້ນມາ ເພື່ອດໍາເນີນການຜະລິດກະເປົາອອກມາຢ່າງເຕັມຮູບແບບ ແລະກໍໄດ້ຈົດທະບຽນ ພ້ອມທັງຈົດລິຂະສິດ ເຊິ່ງໃນເວລານັ້ນ ຕ້ອງໄປຜ່ານກະຊວງວິທະຍາສາດ ແລະເທັກໂນໂລຈີ (ປັດໃນຈຸບັນນີ້, ຜູ້ປະກອບການຕ້ອງໄດ້ໄປພົວພັນກັບພາກສ່ວນທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກໍາ ແລະການຄ້າແທນ).

ສໍາລັບຄ່າຈົດຖະບຽນຊິມີລາຄາປະມານ 3 ຫາ 4 ລ້ານກີບ, ເຊິ່ງໃຊ້ເວລາໃນການດໍາເນີນງານທາງເອກະສານປະມານ 1 ປີ.

Collection Cocktial, ເປັນ collection ຫຼ້າສຸດຂອງ NAREE, ກະເປົາຖືໜ່ວຍນີ້ແມ່ນຜະລິດຈາກຜ້າໄໝຂອງໄຍກ້ວຍ.
Collection Cocktial, ເປັນ collection ຫຼ້າສຸດຂອງ NAREE, ກະເປົາຖືໜ່ວຍນີ້ແມ່ນຜະລິດຈາກຜ້າໄໝຂອງໄຍກ້ວຍ.

ສໍາລັບຊື່ທີ່ເລືອກ NAREE ກໍເພາະມີຄວາມໝາຍມາຈາກພາສາບາລີວ່າ ແມ່ຍິງ, ແລະຜະລິດຕະພັນຂອງນ NAREE ກໍແມ່ນໃຫ້ເຂົ້າກັບຄອນເຊັບຂອງແມ່ຍິງລາວທີ່ສາມາດໃຊ້ກັບກະເປົາ ໄດ້ທັງກັບຊຸດຜ້າໄໝລາວ ແລະເຄື່ອງນຸ່ງສະໄໝໃໝ່.

ໃນການເລີ້ມຕົ້ນຈັດຕັ້ງບໍລິສັດເພື່ອຜະລິດກະເປົາອອກມາ, NAREE ຕ້ອງໄດ້ກະກຽມເອກະສານຫຼາຍຢ່າງ, ນອກນັ້ນກໍມີເງິນທຶນ ເຊິ່ງຕົ້ນທຶນທໍາອິດຂອງ NAREE ແມ່ນເງິນທີ່ໄດ້ຮັບຈາກລາງວັນຊະນະເລີດຂອງທະນາຄານໂລກຈໍານວນ 5,000 ໂດລາ ໂດຍຜະລິດຕະພັນຂອງ NAREE ຈະເປັນລັກສະນະແບບ pre-order, ເມື່ອລູກຄ້າສັ່ງ ທາງ NAREE ຈະຍິບກະເປົາສົ່ງໃຫ້ລູກຄ້າ, ເຊິ່ງເຈົ້າຂອງແບຣນ NAREE ໄດ້ອະທິບາຍໃຫ້ຟັງດັ່ງນີ້:

ໃນການເຂົ້າຫາກຸ່ມລູກຄ້າຄັ້ງທໍາອິດຂອງ NAREE, ເພິ່ນໄດ້ຈັດການວາງສະແດງ, ແລະເວລານັ້ນເອງທີ່ເພິ່ນໄດ້ຄົ້ນພົບວ່າ ສິ່ງທີ່ລູກຄ້າມັກ ແລະກຸ່ມລູກຄ້າຫຼັກແມ່ນໃຜ

ລາຄາຂອງກະເປົາ NAREE ເປັນລາຄາທີ່ລູກຄ້າທົ່ວໄປສາມາດຊື້ໄດ້ໃນຄຸນນະພາບກະເປົາທີ່ທຽບເທົ່າກັບຕ່າງປະເທດ, ເຊິ່ງຈະມີລາຄາຢູ່ທີ່ 200 ໂດລາຂຶ້ນໄປສໍາລັບກະເປົາໜັງ, ແລະລາຄາລະຫວ່າງແຕ່ 3 ແສນກີບຂຶ້ນໄປສໍາລັບກະເປົາຜ້າ ໃນນີ້ຈະຂຶ້ນຢູ່ກັບເນື້ອຜ້າຂອງກະເປົາ ຂະໜາດ ແລະແບບນໍາອີກດ້ວຍ, ໂດຍລູກຄ້າສາມາດສັ່ງຕັດໄດ້ໃນແບບທີ່ຕ້ອງການຕາມຕາມຕົວຢ່າງຄໍເລັກຊັນ ຫຼືແບບຂອງລູກຄ້າເອງ. ເຫດຜົນທີ່ NAREE ຈະໃຫ້ລູກຄ້າສັ່ງຕັດຫຍິບເອົາ ກໍເນື່ອງຈາກວ່າ NAREE ເປັນຜະລິດຕະພັນທີ່ຄໍານຶງເຖິງສິ່ງແວດລ້ອມ.

ກະເປົາໜ່ວຍນີ້ເຮັດຈາກໄໝຫຼາບ, collection ນີ້ຂາຍດີທີ່ສຸດໃນປີ 2019.
ກະເປົາໜ່ວຍນີ້ເຮັດຈາກໄໝຫຼາບ, collection ນີ້ຂາຍດີທີ່ສຸດໃນປີ 2019.

ສໍາລັບວັດຖຸດິບ, ທາງ NAREE ຈະນໍາໃຊ້ເຄື່ອງທີ່ມີຢູ່ພາຍໃນປະເທດ ເພື່ອນໍາເອົາຂອງທີ່ມີຢູ່ມາໃຊ້ໃຫ້ເປັນປະໂຫຍດ ໂດດເດັ່ນ ແລະເພິ້ມມູນຄ່າລາຄາຂອງສິນຄ້າ, ເຊິ່ງຄໍເລັກຊັ່ນຫຼ້າສຸດຂອງ NAREE ແມ່ນການນໍາເອົາຜະລິດຕະພັນຈາກເສັ້ນໄຍກ້ວຍ ທີ່ຕໍ່າໂດຍບັນດາແມ່ຍິງຈາກສູນຟື້ນຟູຄົນພິການ.

ການເຂົ້າເຖິງຕະຫຼາດ ແລະວິທີການຈັດຈໍາໜ່າຍ, NAREE ຈະອາໄສການໂຄສະນາໂດຍຜ່ານສັ່ງຄົມອອນລາຍ ຜ່ານການນໍາສະເໜີຈາກການວາງສະແດງ. ໃນປີທີ່ຜ່ານມາ NAREE ໄດ້ນໍາເອົາສິນຄ້າໄປວາງສະແດງທີ່ປະເທດເກົາຫຼີໃຕ້, ພ້ອມກັນນັ້ນ NAREE ຍັງມີຮ້ານຄ້າແມ່ທີ່ຕັ້ງຢູ່ບ້ານໜອງບອນ ແລະສາຂາທີ່ຕັ້ງຢູ່ວຽງຈັນເຊັນເຕີ້.

ສໍາລັບການຈັດຊື້ ແລະສົ່ງເຄື່ອງທາງອອນລາຍ, NAREE ຮັບ ແລະຈັດສົ່ງໃຫ້ລູກຄ້າທີ່ຢູ່ຕ່າງແຂວງໄດ້ ເຊິ່ງຈະໄດ້ຄິດໄລ່ຕາມບໍລິມານ ແລະປະລິມານນໍ້າໜກຂອງຄ່າຂົນສົ່ງເຂົ້ານໍາ. ສ່ວນລູກຄ້າທີ່ອາໄສຢູ່ຕ່າງປະເທດ ກໍສາມາດສັ່ງຊື້ໄດ້ເຊັ່ນກັນ ແລະທາງ NAREE ກໍຈະຈັດສົ່ງຜ່ານທາງ DHL ເຊິ່ງລູກຄ້າສາມາດໂອນເງິນຜ່ານລະບົບ MoneyGram Western Union.

NAREE ຍັງເຄີຍໄດ້ມາຮ່ວມສະແດງ Fashion Show ລະດູໜາວ ເພື່ອການກຸສົນຢູ່ລັດນິວຢອກໃນປີ 2014 ນໍາອີກດ້ວຍ.

ຊຸດນີ້ ເປັນ collection ຂອງ Cocktail ເຊິ່ງຜະລິດຈາກຜ້າໄຍກ້ວຍ.
ຊຸດນີ້ ເປັນ collection ຂອງ Cocktail ເຊິ່ງຜະລິດຈາກຜ້າໄຍກ້ວຍ.

ສໍາລັບແຜນການໃນອະນາຄົດຕໍ່ໜ້າ, ທາງຜູ້ປະກອບການຂອງ NAREE ກ່າວວ່າ ຈະມີການປັບປຸງເວັບໄຊທ໌ໃຫ້ສະດວກ ແລະງ່າຍຂຶ້ນສໍາລັບລູກຄ້າ ໂດຍສະເພາະການເລືອກຊື້ ແລະຊໍາລະຄ່າສິນຄ້າທີ່ສາມາດຊໍາລະຜ່ານລະບົບບັດເຄຣດິດແບບສາກົນ ເຊິ່ງອາດຈະມີອອກມາໄວສຸດໃນທ້າຍປີນີ້.