Lao
This article was added by the user . TheWorldNews is not responsible for the content of the platform.

ການບໍລິການດ້ານສາທາລະນະສຸກ ທີ່ຍັງຕ້ອງເພີ້ມການຍົກລະດັບ ເພື່ອໃຫ້ທຽບເທົ່າປະເທດເພື່ອນບ້ານ

ທີ່ຜ່ານມາ ພວກເຮົາມັກຈະໄດ້ຍິນຂ່າວ ກ່ຽວກັບການໃຊ້ບໍລິການດ້ານສາທາ ລະນະສຸກຂອງປະຊາຊົນລາວ ເຊິ່ງສ່ວນຫຼາຍ ສໍາລັບຜູ້ທີ່ມີເງື່ອນໄຂແດ່ ຈະພາກັນໄປໃຊ້ບໍລິການດ້ານນີ້ຢູ່ໃນປະເທດເພື່ອນບ້ານ, ເນື່ອງຈາກພວກເຂົາເຈົ້າເຊື່ອວ່າ ນັ້ນເປັນທາງເລືອກສຸດທ້າຍ, ດັ່ງທີ່ປະຊາຊົນລາວທ່ານນຶ່ງ ທີ່ອາໄສຢູ່ເມືອງສີໂຄດຕະບອງ ກໍາແພງນະຄອນຫຼວງວຽງຈັນ ກ່າວໃຫ້ VOA ຟັງວ່າ:

“ການປິ່ນປົວ ໃນໄລຍະທໍາອິດທີ່ລູກເຮົາປ່ວຍ ເຮົາກະເຊື່ອໝັ້ນໃຫ້ເພິ່ນປິ່ນປົວ, ແລ້ວຫຼັງຈາກນັ້ນເຮົາກໍເລີຍຕັດສິນໃຈກັບຄອບຄົວ ລົມກັນແລ້ວ ກໍເລີຍເອົາໄປປົວຢູ່ປະເທດໃກ້ຄຽງ, ມາທຽບໃສ່ໄລຍະນຶ່ງເດືອນທີ່ເພິ່ນໄປປົວ ຄືວ່າອາການຂອງເພິ່ນໄຄຂຶ້ນ ເລີ້ມດີຂຶ້ນເປັນລໍາດັບ, ແລ້ວເຮັດໃຫ້ເຮົາກັບຄືນມາເບິ່ງການປິ່ນປົວຂອງແພດໝໍບ້ານເຮົານີ້ ຖືວ່າຢາກໃຫ້ເພິ່ນຫັ້ນຍົກລະດັບຂຶ້ນຕື່ມອີກ ໃຫ້ມັນທຽບເທົ່າລະດັບຂອງສາກົນ.”

ເຖິງແມ່ນທາງພາກສ່ວນທີ່ກ່ຽວຂ້ອງຈະມີການຍົກລະດັບຄຸນນະພາບເລື້ອງການບໍລິການ ແລະໃຫ້ການອົບຮົມແກ່ບັນດາບຸກຄະລາກອນທັງຫຼາຍແລ້ວ, ແຕ່ບາງຄັ້ງ ເລື້ອງຄວາມສາມາດໃນດ້ານການປິ່ນປົວ ການເອົາໃຈໃສ່ ຫຼືໃສ່ໃຈໃນລາຍລະອຽດ ໂດຍສະເພາະເລື້ອງຄວາມສາມາດ ຍັງຕ້ອງການການພັດທະນາຫຼາຍ, ຖ້າບໍ່ດັ່ງນັ້ນແລ້ວ ສາທາລະນະສຸກພາຍໃນປະເທດເອງກໍຈະເສຍປຽບ ແລະຈະບໍ່ສາມາດກ້າວທັນປະເທດໃກ້ຄຽງໄດ້.