Lao
This article was added by the user . TheWorldNews is not responsible for the content of the platform.

ກອງທັບລາວ ສ້າງຕັ້ງ 8 ກອງພັນໃໝ່ ເພື່ອເພີ້ມການຮັກສາຄວາມສະຫງົບ ໃນ 5 ແຂວງເປົ້າໝາຍ

ກອງທັບປະຊາຊົນລາວ ສ້າງຕັ້ງ 8 ກອງພັນໃໝ່ ເພື່ອເພີ້ມການດໍາເນີນມາດຕະການຢ່າງເຂັ້ມງວດ ໃນການຮັກສາຄວາມສະຫງົບຮຽບຮ້ອຍ ແລະປ້ອງກັນຄວາມໝັ້ນຄົງໃນ 5 ແຂວງເປົ້າໝາຍໃຫ້ໄດ້ຢ່າງສົມບູນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ພົນໂທ ທອງລອຍ ສິລິວົງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຖະແຫຼງວ່າ ການຈັດຕັ້ງປະຕິບັດຍຸດທະສາດສອງໜ້າທີ່ກໍຄື ການປົກປັກຮັກສາ ແລະການສ້າງສາພັດທະນາປະ ເທດຊາດ ນັບຈາກປີ 2000 ເປັນຕົ້ນມາ, ກອງທັບປະຊາຊົນລາວສາມາດຮັບ ປະກັນສະຖຽນລະພາບ ທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດລາວໄດ້ຢ່າງຄົບຖ້ວນ ທັງສາມາດຄວບຄຸມ ແລະຈໍາກັດການເຄື່ອນໄຫວຂອງກໍາລັງປະ ກອບອາວຸດຕ່າງໆທີ່ຕ້ອງການຈະກໍ່ເຫດຄວາມຮຸນແຮງແລະຕໍ່ຕ້ານອໍານາດຂອງລັດຖະບານລາວໄດ້ໃນທົ່ວປະເທດແລ້ວ ໂດຍສະເພາະແມ່ນໃນ 5 ແຂວງເປົ້າໝາຍຄື ແຂວງວຽງຈັນ ໄຊສົມບູນ ແຂວງຊຽງຂວາງ ແຂວງບໍລິຄໍາໄຊ ແລະແຂວງຫຼວງພະບາງນັ້ນ ຍັງໄດ້ສ້າງຕັ້ງກອງພັນໃຫຍ່ເພີ້ມຂຶ້ນອີກ 8 ກອງພັນ ເພື່ອໃຫ້ຮັບຜິດຊອບປ້ອງກັນຄວາມສະຫງົບ ແລະຄວາມໝັ້ນຄົງໃນ 5 ແຂວງເປົ້າໝາຍເປັນກໍລະນີພິເສດ ໂດຍສະເພາະແມ່ນແຂວງໄຊສົມບູນນັ້ນ, ດັ່ງທີ່ພົນໂທ ທອງລອຍ ຢືນຢັນວ່າ:

“ແຕ່ປີ 2000 ຮອດປີ 2022, ພວກເຮົາສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຄືວ່າ ສຸມກໍາລັງກໍ່ສ້າງຮາກຖານການເມືອງໝົດທົ່ວປະເທດ ອັນນີ້ວຽກນຶ່ງ, ວຽກທີສອງແມ່ນວ່າ ໃຊ້ກໍາລັງສືບຕໍ່ກວດລ້າງພວກທີ່ເຫຼືອ ໂດຍສະເພາະແມ່ນເຂດໃຈ ກາງຂອງປະເທດ ມີແຂວງໄຊສົມບູນ ມີແຂວງຊຽງຂວາງ ແຂວງວຽງຈັນ ແຂວງບໍລິຄໍາໄຊ ແລະແຂວງຫຼວງພະບາງ, ສະນັ້ນ ພວກເຮົາຈຶ່ງໄດ້ວາງມາດຕະການເພື່ອສົມທົບກັນແກ້ໄຂຄວາມບໍ່ສະຫງົບ 5 ແຂວງໃຫ້ສໍາເລັດ ໂດຍສະເພາະຢ່າງຍິ່ງແມ່ນວ່າແຂວງໄຊສົມບູນ ມາຮອດປັດຈຸບັນຖືວ່າມີຄວາມສະຫງົບ.”

ຍິ່ງໄປກວ່ານັ້ນ ກອງທັບປະຊາຊົນລາວຍັງໄດ້ສືບຕໍ່ການຈັດຕັ້ງປະຕິບັດເຂົ້າໃນການເສີມຂະຫຍາຍ ແລະກໍ່ສ້າງບ້ານປ້ອມໝັ້ນ ແລະກຸ່ມບ້ານສູ້ລົບຕິດລຽນໃນທົ່ວປະເທດ ທີ່ແນໃສ່ການສະກັດກັ້ນ ແລະກໍາຈັດທຸກການເຄື່ອນໄຫວ ທີ່ຂັດ ຂວາງຕໍ່ພັກ ແລະລັດຖະບານໃຫ້ໄດ້ຢ່າງສົມບູນ, ເຊິ່ງໃນໄລຍະ 5 ປີທີ່ຜ່ານ ມາ ກອງທັບປະຊາຊົນລາວກໍໄດ້ດໍາເນີນການກໍ່ສ້າງບ້ານປ້ອມໝັ້ນໄດ້ເຖິງ 717 ບ້ານ ແລະສ້າງຕັ້ງກຸ່ມບ້ານສູ້ລົບຕິດລຽນໄດ້ 204 ກຸ່ມບ້ານ ທັງຍັງໄດ້ວາງກໍາລັງທະຫານ ເພື່ອປະຈໍາການຢູ່ທີ່ 27 ຈຸດໃນ 190 ບ້ານ, 23 ເມືອງໃນ 17 ແຂວງ ແລະນະຄອນວຽງຈັນດ້ວຍ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກອງທັບຢືນຢັນວ່າ:

“ວຽກຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ ໄດ້ສຸມໃສ່ແຜນການກໍ່ສ້າງຮາກຖານການເມືອງ ແລະສ້າງພາກສະໜາມສົງຄາມປະຊາຊົນ, ຈັດຕັ້ງກໍາລັງລັງກໍ່ສ້າງຮາກຖານການເມືອງຢ່າງເຂັ້ມແຂງ ໂດຍເລືອກເອົາພະນັກງານຫຼັກ ແຫຼ່ງ 21 ກອງປະຕິບັດງານ ປະຈໍາຢູ່ 27 ຈຸດໃນ 190 ບ້ານ, 23 ເມືອງ ແລະໃນ 17 ແຂວງ ພ້ອມທັງນະຄອນຫຼວງ, ສ້າງບ້ານປ້ອມໝັ້ນໄດ້ 717 ບ້ານ, ສ້າງກຸ່ມບ້ານສູ້ລົບຕິດລຽນໄດ້ 204 ກຸ່ມບ້ານ, ນອກນີ້ ບັນດາກົມກອງຕັ້ງທັບຢູ່ບ່ອນໃດ ກໍໄດ້ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງຕິດພັນແໜ້ນກັບປະຊາຊົນ.”

ສ່ວນ ທ່ານທອງລຸນ ສີສຸລິດ, ປະທານປະເທດ ໄດ້ຖະແຫຼງຕໍ່ກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ ແລະພະນັກງານທົ່ວກອງທັບປະຊາຊົນລາວຄັ້ງທີ 6 ເມື່ອບໍ່ນານມານີ້ພົບວ່າ ການລັກລອບຄ້າຢາເສບຕິດ ແລະອາວຸດສົງຄາມທັງໃນລາວ ແລະເຂດຊາຍແດນລາວທີ່ຕິດຕໍ່ກັບປະເທດເພື່ອນບ້ານ ຍັງຖືເປັນໄພຄຸກຄາມຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດຕະຫຼອດມາ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ກອງທັບປະຊາຊົນລາວຕ້ອງປະກອບສ່ວນເຂົ້າໃນການສະກັດກັ້ນ ແລະປາບປາມຢ່າງເດັດຂາດ ໂດຍປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຢ່າງຈິງຈັງ, ພ້ອມກັນນີ້ ດ້ວຍການນໍາໃຊ້ກໍາລັງທະຫານໃນທ້ອງຖິ່ນທົ່ວປະເທດໃຫ້ເປັນກໍາລັງສໍາຄັນ ທີ່ປະກອບສ່ວນເຂົ້າໃນການປາບປາມດັ່ງກ່າວ.

ສ່ວນສະພາແຫ່ງຊາດລາວ ກໍໄດ້ຮັບຮອງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດເມື່ອເດືອນພະຈິກ 2021, ໂດຍແນໃສ່ການເພີ້ມປະສິດທິພາບການປາບປາມອາຊະຍາກໍາທຸກຮູບແບບຢູ່ຊາຍແດນລາວກັບປະເທດເພື່ອນບ້ານ ລວມເຖິງການພັດທະນາເສດຖະກິດການຄ້າ ແລະການລົງທຶນທີ່ປາສະຈາກອາຊະຍາກໍາ ໃຫ້ໄດ້ຢ່າງແທ້ຈິງ, ເຊິ່ງກອງທັບປະຊາຊົນລາວຈະຕ້ອງປະສານການຮ່ວມມືກັບກອງທັບຂອງປະເທດເພື່ອນບ້ານໃນລຸ່ມແມ່ນໍ້າຂອງຢ່າງໃກ້ຊິດ ເຂົ້າໃນການປາບປາມແກ້ງອາຊະຍາກໍາຈີນ ເຊິ່ງຖືເປັນແກ້ງອາຊະຍາກອນທີ່ຖືກຈັບໃນລາວຫຼາຍທີ່ສຸດ ນັບແຕ່ປີ 2018 ເປັນຕົ້ນມາ, ເຊິ່ງພະແນກປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະແຂວງຫຼວງນໍ້າທາ ໄດ້ສົ່ງອາຊະຍາກອນຊາວຈີນ ໃຫ້ກັບ ຕໍາຫຼວດຈີນຢູ່ແຂວງຢຸນນານແລ້ວກວ່າ 2,000 ຄົນທີ່ພົວພັນກັບການຄ້າຢາເສບຕິດ ການຄ້າມະນຸດຂ້າມຊາດ ການພະນັນ Online, ການຫຼອກລວງສໍ້ໂກງ ຫຼືທີ່ເອີ້ນວ່າລະບົບ Call Center ແລະຟອກເງິນຜິດກົດໝາຍນັ້ນ ຍັງຖືເປັນອາຊະຍາກໍາທີ່ມີລັກສະນະຂ້າມຊາດ ແລະມີລະດັບຂອງຄວາມຮຸນແຮງເພີ້ມຂຶ້ນນັບມື້ອີກດ້ວຍ.