Lao
This article was added by the user . TheWorldNews is not responsible for the content of the platform.

ເທັກໂນໂລຈີຕ້ານເຮືອ​ບິນບໍ່​ມີ​ຄົນ​ຂັບ ຫລື ໂດ​ຣນ ເພື່ອ​​ບໍ່​ໃຫ້ໂດ​ຣນທີ່ບໍ່​ດີ​ມາລົບ​ກວນ ໄດ້​ຖືກພັດ​ທະ​ນາຂຶ້ນ​ມາ​ແລ້ວ

ໃນຂະນະທີ່ເຮືອ​ບິນບໍ່​ມີ​ຄົນ​ຂັບ ຫລື ໂດຣນຂອງທະຫານ ແລະພົນລະເຮືອນກາຍເປັນສິ່ງທີ່ນິຍົມກັນ​ຫ​ລາຍ​ຂຶ້ນ​ນັບມື້ ມັນ​ກໍຍັງມີຄວາມເປັນ​ຫ່ວງຢູ່ວ່າ ໂດ​ຣນຈຳ​ນວນ​ນຶ່ງ ອາດຈະພາ​ໃຫ້ເກີດໄພຂົ່ມຂູ່ຢູ່​ໃນສະຖານທີ່ເຊັ່ນ: ສະຫນາມບິນ, ຄຸກ ແລະຕາຂ່າຍໄຟຟ້າ. ຜູ້​ສື່​ຂ່າວ​ວີ​ໂອ​ເອຈູ​ລີ ທາ​ໂບ (Julie Taboh) ມີ​ລາຍ​ງານ​ກ່ຽວ​ກັບ​ບໍ​ລິ​ສັດ​ທີ່ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີທີ່​ໃຊ້​ຕ້ານໂດຣນ ທີ່​ສາ​ມາດ​ຊອກ​ຫາ​ແລະ​ຫລຸດຜ່ອນ​ໄພ​ຂົ່ມ​ຂູ່​ຈາກໂດ​ຣນທີ່​ຮ້າຍ​ແຮງລົງ​ໄດ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນປີ 2013, ນາຍົກລັດຖະມົນຕີເຢຍຣະມັນ, ທ່ານ​ນາງ​ແອນ​ເຈີ​ລາ ເມີ​ໂຄ​ລ (Angela Merkel) ກຳ​ລັງຢູ່ໃນງານ​ທີ່​ຈັດ​ຢູ່ກາງແຈ້ງແຫ່ງນຶ່ງ ຂະ​ນະທີ່ເຮືອບິນ ບໍ່ມີຄົນຂັບ ຫລື​ໂດ​ຣນລຳ​ນຶ່ງ ທີ່ບິນເຫວີ່ນຢູ່ເທິງຫົວ ໄດ້ລົງຈອດຢູ່ໃກ້ໆ ກັບ ທ່ານນາງໃນ​ທັນ​ທີ​ທັນ​ໃດ ຊຶ່ງ​ໄດ້ລົບກວນງານ​ດັ່ງ​ກ່າວ​ເປັນເວລາອັນສັ້ນໆ.

ທ່ານ​ນາງ​ແມ​ຣີ-ລູ ສ​ມັ​ລ​ເດີ້ສ໌ (Mary-Lou Smulders) ເປັນຫົວຫນ້າຝ່າຍ ການຕະຫຼາດຂອງບໍ​ລິ​ສັດ​ດີ​ໂດ​ຣນ (Dedrone). ທ່ານ​ນາງ​ໃຫ້​ຄຳ​ເຫັນ​ວ່າ:
"ບໍ່​ມີ​ຫຍັງ​ເກີດ​ຂຶ້ນ. ມັນແມ່ນໂດຣນ ທີ່​ເຮັດ​ໃຫ້​ຄົນ​ຫັນ​ມາ​ໃຫ້ຄວາມສົນໃຈ."

​ແຕ່​ເຫດການ​ດັ່ງກ່າວ​ ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ກ່ຽວ​ກັບ​ການ​ປາກົດ​ຕົວ​ຂອງ​ໂດຣນ ຢູ່​ໃນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ ແບບ​ດຽວ​ກັນ​ກັບ​ການ​ນຳ​ໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບທີ່​ກຳ​ລັງຈະ​ທະ​ຍານ​ຂຶ້ນສູ່ທ້ອງ​ຟ້າ.

ກໍລະນີດັ່ງກ່າວໄດ້ເປັນແຮງບັນດານໃຈໃຫ້​ມີການສ້າງຕັ້ງ​ບໍ​ລິ​ສັດ ​ດີ​ໂດ​ຣນ (Dedrone) ຂຶ້ນ​ມາ ຊຶ່ງໃນປັດຈຸບັນໄດ້ເປັນບໍລິສັດເທັກໂນໂລຈີ ທີ່​ສະ​ກັດ​ກັ້ນ ຫລື ​ຕ້ານເຮືອ​ບິນບໍ່ມີ​ຄົນ​ຂັບຊັ້ນນໍາ ທີ່ມີລູກຄ້າຫຼາຍຮ້ອຍຄົນ ຢູ່ໃນຫຼາຍກວ່າ 35 ປະເທດ.

ທ່ານ​ນາງ​ແມ​ຣີ-ລູ ສ​ມັ​ລ​ເດີ້ສ໌, ຫົວຫນ້າຝ່າຍການຕະຫຼາດຂອງບໍ​ລິ​ສັດ​ດີ​ໂດ​ຣນ ກ່າວ​ວ່າ:
"ພວກເຮົາກວດພົບໂດຣນ ໂດຍຕົ້ນຕໍແລ້ວ ແມ່ນຜ່ານສັນຍານຄວາມຖີ່ຂອງ ວິທະຍຸທີ່ໄດ້ຮັບໂດຍໃຊ້ເຄື່ອງ​ຈັບ​ສັນ​ຍານ ຫລື ເຊັນເຊີຂອງພວກເຮົາ."

ລູກຄ້າຂອງບໍ​ລິ​ສັດ​ດີ​ໂດ​ຣນຕິດຕັ້ງໂປ​ຣ​ແກ​ຣມ​ ຫລື ຊອບແວຣ໌ຕິດຕາມໂດຣນ ທີ່ຈະເຕືອນພະນັກງານຮັກສາຄວາມປອດໄພໃນເວລາທີ່ໂດຣນທີ່ໜ້າສົງໄສເຂົ້າ​ໄປຢູ່ໃນພື້ນ​ທີ່​ເທິງອາກາດຂອງເຂົາເຈົ້າ.

ຖ້າໂດຣນທີ່ເບິ່ງ​ຄື​ວ່າຈະເປັນອັນຕະລາຍ, ເຄື່ອງຕາມຫາ​ດີ​ໂດ​ຣນ (Dedrone) ສາມາດຊ່ວຍພະນັກງານຮັກສາຄວາມປອດໄພ ໃຫ້ຊອກຫາຜູ້ທີ່​ຄວບ​ຄຸມ​ໂດຣນ ​ໄດ້ ແລະເວົ້າກັບເຂົາເຈົ້າໂດຍກົງໂລດ.

ໃນສະຖານະການທີ່ຮ້າຍແຮງຫລາຍ​ແທ້ໆ ເຊັ່ນໃນສົງຄາມ, ລູກຄ້າສາມາດເຮັດ​ໃຫ້ໂດຣນຢຸດ​ການໃຊ້​ງານ​ໄດ້​ໂດຍກົງເລີຍ ດ້ວຍການປືນຍິງລົບ​ກວນ​ສັນ​ຍານ.

ທ່ານ​ຈອນ ຄະ​ນັກ (John Knag) ເປັນຮອງປະທານຝ່າຍເທັກໂນໂລຈີ ປ້ອງກັນປະ​ເທດຢູ່ບໍ​ລິ​ສັດ​ດີ​ໂດ​ຣນ (Dedrone).

ທ່ານ​ກ່າວ​ວ່າ "ມັນຖືກເອີ້ນວ່າ ໂດຣນດີ​ເຟັນ​ເດີ (Defender) ຊຶ່ງ​ແປ​ວ່າ​ໂດ​ຣນ​ທີ່​ໃຊ້​ໃນ​ການ​ປ້ອງ​ກັນ, ແລະມັນແມ່ນເຄື່ອງສົ່ງສັນ​ຍານວິທະຍຸ, ແລະເມື່ອ ພວກເຮົາເຫັນໂດຣນຂອງພວກເຮົາຢູ່ເທິງອາກາດ, ພວກເຮົາຈະ​ເອົາມັນແນ​ໃສ່ ໂດ​ຣນ​ນັ້ນໂລດ, ເລືອກແບບ​ຂອງ​ມັນ ແລ້ວກໍກົດ​ໄກ​ປືນ ແລະບັດ​ນີ້ ພວກ ເຮົາກໍສາມາດລົບກວນສັນຍານສົ່ງ​ຫາ​ກັນລະຫວ່າງໂດຣນກັບເຄື່ອງຄວບຄຸມ ໄດ້.”

ພວກ​ນັກຊ່ຽວຊານເວົ້າວ່າ ອຸດສາຫະກໍາເທັກໂນໂລຈີຕ້ານໂດຣນ ໄດ້ຂະ ຫຍາຍຕົວຄຽງຄູ່ກັນໄປກັບອຸດສາຫະກໍາສ້າງໂດຣນການຄ້າ.

ທ່ານ​ນາງ​ມີ​ຣຽມ ແມັກ​ແນັບ (Miriam McNabb) ເປັນບັນນາທິການ ຂອງເວັບໄຊສື່ມວນຊົນ Dronelife.com. ທ່ານນາງໄດ້ໂອ້ລົມກັບວີໂອເອ ໂດຍຜ່ານທາງ Skype ວ່າ:

"ພວກເຮົາຕ້ອງການເທັກໂນໂລຈີຕ້ານໂດຣນ ທີ່ປ້ອງກັນບ່ອນທີ່ມີ​ຄວາມ ຫລໍ່​ແຫລມເພື່ອເຮັດໃຫ້ອຸດສາຫະກໍາໂດຣນການຄ້າຈະເລີນເຕີບໂຕ."

ໃນຂະນະທີ່ການນໍາໃຊ້ໂດຣນ ຍັງສືບຕໍ່ຂະຫຍາຍຕົວອອກ​ໄປ​ຢູ່ນີ້ ຄວາມພະຍາ ຍາມປ້ອງກັນສະຖານທີ່ທີ່ມີຄວາມສ່ຽງ ຕໍ່ການ​ຖືກ​ທຳ​ລາຍ​ຈາກພວກ​ເຄື່ອນ​ໄຫວໃນ​ທາງທີ່ບໍ່ດີຈໍານວນນຶ່ງ ກໍ​ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ເຊັ່ນ​ກັນ ຢູ່ໃນສ່ວນກາງ ຂອງພວກເຂົາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ:

As military and civilian drones become increasingly popular, there are growing concerns about the threats some of them may pose over places like airports, prisons and electrical grids. VOA’s Julie Taboh reports on a company that has developed counter-drone technology that can identify and mitigate threats from malicious drones.

In 2013, then-German Chancellor Angela Merkel was at an outdoor event when a drone that had been hovering overhead abruptly landed near her, briefly disrupting the event.

Mary-Lou Smulders is the chief marketing officer of Dedrone .

Mary-Lou Smulders, Dedrone Chief Marketing Officer:
“Nothing happened. It was an attention-getting drone.”

But the incident raised security concerns about the presence of drones in potentially vulnerable areas just as the use of unmanned aerial vehicles was taking off.

The case inspired the creation of Dedrone, now a leading counter-drone technology company that has hundreds of customers in more than 35 countries.

Mary-Lou Smulders, Dedrone Chief Marketing Officer: “We detect the drone primarily through radio frequency signals that are recognized by our sensors.”

Dedrone’s customers install drone-tracking software that will alert security personnel when a suspicious drone is in their airspace.

If a drone is deemed malicious, the Dedrone tracker can help security personnel locate the drone operator and speak with them directly.

In extreme situations such as war, customers can disable the drone directly with a jammer gun.

John Knag (ke-NAUGH) is vice president of defense technology at Dedrone.

John Knag, Dedrone Vice President of Defense Technology: “It’s called DroneDefender, and it is a radio transmitter, and when we have found our drone in the airspace, we point it at it, select the mode, pull the trigger, and now we can disrupt the signal between the drone and the controller.”

The counter-drone technology industry has grown alongside the commercial drone industry, experts say.

Miriam McNabb is an editor at the media site Dronelife.com. She spoke with VOA via Skype Miriam McNabb, Dronelife via Skype: “We need the counter-drone technology protecting sensitive sites in order for the commercial drone industry to proliferate.”

As drone use continues to grow, so, too, will efforts to protect spaces that are vulnerable to the few bad actors in their midst.