Lao
This article was added by the user . TheWorldNews is not responsible for the content of the platform.

ແຮງງານລາວຊອກຫາເຮັດວຽກຢູ່ໃນໄທປາກົດວ່າຍັງສືບຕໍ່ເພີ້ມຂຶ້ນ ທ່າມກາງ ສະພາບເງິນເຟີ້ສູງ ແລະຄ່າແຮງງານຕໍ່າໃນລາວ

ທ່າມກາງໄພເງິນເຟີ້ ແລະຄ່າຄອງຊີບເພີ້ມສູງຂຶ້ນນັບມື້ຢູ່ນີ້ ແຮງງານລາວທີ່ພາກັນຫາທາງໄປເຮັດວຽກຢູ່ຕ່າງປະເທດຫລາຍໂດຍສະເພາະແມ່ນຢູ່ໄທນັ້ນ ປາກົດວ່າ ຍັງສືບຕໍ່ເພີ້ມຂຶ້ນ ແລະໄດ້ສົ່ງເງິນກັບຄືນມາບ້ານ ໃຫ້ຄອບຄົວຫລາຍ ກວ່າ 316 ລ້ານໂດລາຕໍ່ປີ ເຖິງຈະມີຂ່າວນອງນັນວ່າ ນາຍຈ້າງໄທເລີກຈ້າງງານຄົນລາວຍ້ອນຄວາມເຂົ້າໃຈຜິດກັນ ຂອງທາງການສອງປະເທດກໍຕາມ. ທິບ​ສຸ​ດາ ມີ​ລາຍ​ງານ​ເລື້ອງ​ນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຫລັງຈາກໄດ້ຍົກເລີກມາດຕະການຈໍາກັດ ຍ້ອນການລະບາດຂອງໂຄວິດ-19 ແລ້ວ ກະແສການຫລັ່ງໄຫລຂອງແຮງງານລາວ ໄປຫາວຽກເຮັດຢູ່ປະເທດ ເພື່ອນບ້ານ ໂດຍສະເພາະປະເທດໄທທີ່ມີພາສາເວົ້າແລະຮີດຄອງຄ້າຍຄືກັນຫລາຍກັບລາວນັ້ນ ກັບມາເພີ້ມສູງຂຶ້ນອີກ ຊຶ່ງລວມທັງພວກທີ່ໄປເຮັດວຽກທີ່
ຖືກກົດໝາຍ ແລະບໍ່ຖືກກົດໝາຍ. ສ່ວນພວກທີ່ໄປເຮັດວຽກ ທີ່ຖືກກົດໝາຍນັ້ນ ແມ່ນມີສັນຍາແຮງງານສອງປີ ແລະກໍມີສິດຕໍ່ໄດ້ ເມື່ອໝົດກໍານົດ, ອີງຕາມເຈົ້າຂອງ ບໍລິສັດຈັດຫາງານແຫ່ງນຶ່ງ ໃນນະຄອນຫລວງວຽງຈັນທີ່ກ່າວຕໍ່ພວກເຮົາວ່າ:

“ໃນນຶ່ງປີຜ່ານມາ ແຮງງານທະລຸໄຫລໄປໄທຈໍານວນຫລວງຫລາຍ ເຫັນເປັນຈໍານວນຫລາຍຕາມຂໍ້ມູນຫລັງໂຄວິດມານີ້ ແຕ່ສັນຍາແມ່ນເຮັດວຽກແມ່ນຖືກຕ້ອງຕາມກົດໝາຍ ມີ MOU ແລ້ວສອງປີໝົດອາຍຸ ຖ້າໝົດສອງປີຄັນເຮົາຢາກຢູ່ຕໍ່ເຂົາກະຕໍ່ໃຫ້ ຈາກສອງເປັນສີ່ປີ.”

ເມື່ອມໍ່ໆມານີ້ ກໍມີກະແສຂ່າວນອງນັນໃນສື່ສັງຄົມອອນລາຍວ່າ ທາງການໄທ ກໍາລັງສົ່ງແຮງງານລາວກັບບ້ານ ແລະນາຍຈ້າງໄທ ກໍເລີກຈ້າງແຮງງານລາວ ແລະກໍາປູເຈຍຍ້ອນການຖະແຫລງຂອງປະທານມວຍລາວ, ທ່ານສາຍສະໝອນ ໄຊຍະສອນ ຕໍ່ຄໍາຄິດເຫັນຂອງສະມາຄົມມວຍໄທສາກົນ ຫລື International Federation of Muaythai Association (IFMA) ທີ່ບໍ່ເຫັນດີໃຫ້ນັກກິລາ ມວຍພື້ນບ້ານຂອງກໍາປູເຈຍເຂົ້າແຂ່ງຂັນ ໃນງານມະຫາກໍາຊີເກມຄັ້ງທີ 32 ທີ່ຈະຈັດຂຶ້ນໃນກໍາປູເຈຍໃນເດືອນພຶດສະພາຈະມາເຖິງນີ້ ຊຶ່ງພາໃຫ້ມີການພິພາດ ກັນ ກັບຄະນະກິລາມວຍຂອງກໍາປູເຈຍ ຊຶ່ງທາງການລາວ ໃຫ້ການຊີ້ແຈງວ່າ ເປັນຄວາມເຂົ້າໃຈຜິດກັນ ໃນການຈັດປະເພດກິລາມວຍ ດັ່ງພະນັກງານລັດຖະ ບານລາວທ່ານນຶ່ງ ໃຫ້ຄໍາເຫັນວ່າ:

“ບາດນິ້ມວຍໃນແຕ່ລະປະເທດມັນມີໝົດມັນຈະມີມວຍລາວ ມວຍກຳປູເຈຍ, ມວຍປັນຈັດສີລັດ, ມວຍພະມ້າ ແຕ່ວ່າຄຳວ່າມວຍມັນແມ່ນການຕໍ່ສູ້ຂອງແຕ່ລະປະເພດ ບາດນີ້ກຳປູເຈຍເຂົາຊິຈັດຊິເກມເຂົາກະຢາກໄດ້ຫລຽນ ກະຕໍ້ຂຸນ ມັນກະເປັນພາສາບ້ານເຂົາ ແນ່ນອນຜູ້ໃດຈັດກະຕ້ອງເອື້ອອໍານວຍໃຫ້ຜູ້ນັ້ນ.”

ປ້າຍ ທີ່ສະແດງໃຫ້ເຫັນກ່ຽວກັບການຮັບສະໜັກແຮງງານຜ່ານທາງອອນລາຍ.
ປ້າຍ ທີ່ສະແດງໃຫ້ເຫັນກ່ຽວກັບການຮັບສະໜັກແຮງງານຜ່ານທາງອອນລາຍ.

ຕໍ່ບັນຫານີ້ທາງພະນັກງານໃນບໍລິສັດຈັດຫາງານແຫ່ງນຶ່ງໃນນະຄອນຫລວງວຽງ ຈັນບອກວ່າ ມັນບໍ່ໄດ້ມີຜົນກະທົບເຖິງພວກທີ່ອອກແຮງງານທີ່ເຮັດວຽກຢູ່ໄທ ທີ່ຖືກກົດໝາຍແຕ່ຢ່າງໃດເລີຍ. ເມື່ອຖາມກ່ຽວ​ກັບເລື້ອງນີ້ ນາງໃຫ້ຄໍາຕອບວ່າ:
ຈະບໍ່ໄດ້ກ່ຽວເພາະວ່າກົດໝາຍເຮົາເຮັດບັດແຮງງານແລ້ວ ຕ່າງແຕ່ວ່າ ຄືພວກທີ່ໄປແລ້ວເຂົາເຈົ້າຄຸມຄືພວກທີ່ມັກໂຕນ ແຕ່ກະຢູ່ບໍ່ໄດ້ດົນ ພວກນີ້ການຈັດຫາແຮງງານ ພວກເຮົາບໍ່ໄດ້ກ່ຽວ ພວກເຂົາກໍຈັດສົ່ງແຮງງານສູ່ເດືອນຢູ່.”

ການຂະຫຍາຍໂຕທາງເສດຖະກິດຂອງລາວ ທີ່ໄດ້ຮັບແຮງງກະຕຸ້ນ ຕົ້ນຕໍມາຈາກການຂຸດຄົ້ນຊັບພະຍາກອນທໍາມະຊາດ ເຊັ່ນນໍ້າ, ບໍ່ແຮ່ ແລະ ຕັດໄມ້ນັ້ນ ບໍ່ໄດ້ ສ້າງວຽກເຮັດງານທໍາໃຫ້ແຮງງານລາວຫລາຍປານໃດ. ສະພາບການທີ່ຂາດວຽກເຮັດງານທໍາ ແລະຂາດທາງເລືອກຍ້ອນຄ່າແຮງງານຕໍ່າ ແລະບໍ່ໝັ້ນຄົງ ໄດ້ຜັກດັນໃຫ້ຄົນລາວຕ້ອງໜີໄປຊອກວຽກເຮັດຢູ່ຕ່າງປະເທດ ໂດຍສະ ເພາະ ແມ່ນໄທເພີ້ມຂຶ້ນທຸກປີ ນັບແຕ່ປີ 2014 ເປັນຕົ້ນມາ ທີ່ມີພຽງ 122,400 ກວ່າຄົນ ນັ້ນ ຂຶ້ນມາຮອດເກືອບ 3 ແສນຄົນໃນປີ 2018 ແລະກໍເພີ້ມຂຶ້ນເລື້ອຍໆ ໃນຂະນະ ທີ່ຄວາມຕ້ອງການແຮງງານບໍ່ມີສີມືສູງໃນຂະແໜງບໍລິການ, ກໍ່ສ້າງ ແລະການ ຜະລິດໃນໂຮງງານຕ່າງໆ ຢູ່ໄທກໍເພີ້ມຂຶ້ນເຊັ່ນກັນ. ພວກທີ່ເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນໃນໄທ ທີ່ໄດ້ສົ່ງເງິນກັບບ້ານປີລະ ປະມານ 316 ລ້ານໂດລາ ແລະກາຍເປັນແຫລ່ງ ລາຍຮັບຕົ້ນຕໍ ຂອງຫລາຍຄອບຄົວຢູ່ທາງບ້ານ, ອີງຕາມການວິໄຈຂອງອົງ ການສາກົນວ່າດ້ວຍການຍົກ ຍ້າຍຖິ່ນຖານ ຫລື IOM ຂອງສະຫະປະຊາຊາດ ໃນປີ 2022.

ສະຫລຸບແລ້ວ ເຖິງແມ່ນຈະມີເຫດການ ເຊັ່ນຄວາມເຂົ້າໃຈຜິດກັນຂອງທາງການ ລາວ ແລະໄທ ກ່ຽວກັບການເອົາທ່າທີ ສະໜັບສະໜຸນກິລາມວຍ ຂອງປະເທດເພື່ອນບ້ານ ທີ່ກ່າວມາຂ້າງເທິງນັ້ນ ກໍຕາມ ແຕ່ປາກົດວ່າແຮງງານລາວຍັງສືບ ຕໍ່ຫລັ່ງໄຫລ ໄປຫາວຽກເຮັດໃນໄທຍ້ອນຄວາມຕ້ອງການແຮງງານຕ່າງປະເທດທີ່ມີສີມືຕໍ່າ ຫລືປານກາງຢູ່ໄທທັງຍັງເພີ້ມຂຶ້ນ ບວກໃສ່ກັບຄ່າແຮງງານໃນລາວ ຕໍ່າ ແລະບໍ່ມີໝັ້ນຄົງອີກດ້ວຍ.

ແຮງງານລາວທີ່ກໍາລັງອອກເດີນທາງ ເພື່ອໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.
ແຮງງານລາວທີ່ກໍາລັງອອກເດີນທາງ ເພື່ອໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.