Lao
This article was added by the user . TheWorldNews is not responsible for the content of the platform.

ແຮງ​ງານ​ລາວ​ຕ້ອງ​ຈ່າຍ​ຄ່າ​ທຳ​ນຽມຫຼາຍກວ່າ 10 ລ້ານ​ກີບ​ ສຳ​ລັບ​ການ​ເດີນ​ທາງ​ ໄປ​ທຳ​ງານ​ຢູ່​ຕ່າງ​ປະ​ເທດ

ແຮງ​ງານ​ລາວ​ຕ້ອງ​ຈ່າຍ​ຄ່າ​ທຳ​ນຽມຫຼາຍກວ່າ 10 ລ້ານ​ກີບ​ສຳ​ລັບ​ການ​ເດີນ​ທາງ​ໄປ​ທຳ​ງານ​ຢູ່​ຕ່າງ​ປະ​ເທດ ຊຶ່ງ​ແພງ​ເກີນ​ໄປ​ເຮັດ​ໃຫ້​ຕ້ອງ​ລັກ​ລອບ​ເຂົ້າ​ໄປ​ເຮັດ​ວຽກ​ໂດຍ​ຜິດ​ກົດ​ໝາຍ​ເປັນ​ສ່ວນ​ໃຫຍ່.

ເຈົ້າ​ໜ້​າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ຢືນ​ຢັນ​ວ່າ​ແຮງ​ງານ​ລາວ​ທຸກ​ຄົນ​ທີ່​ຕ້ອງ​ການ​ເດີນ​ທາງ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໂດຍ​ຜ່ານ​ບັນ​ດາ​ບໍ​ລິ​ສັດ​ຈັດ​ຫາ​ງານ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ນັ້ນ​ຈະ​ມີ​ຄ່າ​ໃຊ້​ຈ່າຍ​ເປັນ​ຄ່າ​ດຳ​ເນີນ​ການ ແລະ ຄ່າ​ທຳ​ນຽມ​ຕ່າງໆ​ລວມ​ກັນ​ກວ່າ 10 ລ້ານ​ກີບ ຊຶ່ງ​ເປັນ​ຄ່າ​ໃຊ້​ຈ່າຍ​ທີ່​ແພງ​ເກີນ​ໄປ​ສຳ​ລັບ​ແຮງ​ງານ​ລາວ​ສ່ວນ​ໃຫຍ່​ທີ່​ເປັນ​ແຮງ​ງານ​ບໍ່​ມີ​ຝີ​ມື​ ແລະ ໄດ້​ຮັບ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ ເມື່ອ​ເດີ​ນ​ທາງງ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ໂດ​ຍ​ສະ​ເພາະ​ແມ່ນ​ປະ​ເທດ​ໄທ​ທີ່​ມີ​ແຮງ​ງານ​ລາວ​ໄປ​ເຮັດ​ວຽກ​ຫຼາຍ​ທີ່​ສຸດ​ນັ້ນ ສ່ວນ​ໃຫຍ່​ກໍ​ຄື​ແຮງ​ງານ​ລາວ​ທີ່​ລັກ​ລອບ​ເຮັດ​ວຽກ​ໃນ ໄທ ໂດຍ​ຜິ​ດ​ກົດ​ໝາຍ ເພາະ​ວ່າ​ພວກ​ເຂົາ​ບໍ່​ມີ​ເງິນ 10 ກວ່າ​ລ້ານ​ກີບ​ສຳ​ລັບ​ຈ່າຍ​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ຈັດ​ຫາ​ງານ​ໃນ​ລາວ​ນັ້ນ​ເອງ.

ເມື່ອ​ສົມ​ທົບ​ກັບ​ອັດ​ຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ທີ່​ແຮງ​ງານ​ລາວ​ໄດ້​ຮັບ​ໃນ​ປັດ​ຈຸ​ບັນ​ຖື​ເປັນ​ອັດ​ຕາ​ຄ່າ​ຈ້າງ​ທີ່​ຕ່ຳ​ທີ່​ສຸດ​ໃນ ອາ​ຊຽນ ຫາກ​ແຕ່​ແຮງ​ງານ​ລາວ​ກັບ​ຕ້ອງ​ແບກ​ຮັບ​ພາ​ລະ​ຄ່າ​ຄອງ​ຊີບ​ສູງ​ທີ່​ສຸດ​ໂດຍ​ເຫັນ​ໄດ້​ຈາກ​ອັດ​ຕາ​ເງິນ​ເຟີ້​ທີ່​ສູງກວ່າ 34 ເປີ​ເຊັນ ແລະ ດັດ​ຊະ​ນີ​ລາ​ຄາ​ສິນ​ຄ້າ​ທີ່​ສູງກວ່າ 160 ເປີ​ເຊັນ​ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ​ນັ້ນ​ກໍ​ຍັງ​ເປັນ​ສະ​ພາ​ວະ​ການ​ຄອງ​ຊີບ​ທີ່​ລຳ​ບາກ​ຢ່າງ​ຍິ່ງ​ສຳ​ລັບ​ແຮງ​ງານ​ລາວ​ອີກ​ດ້ວຍ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ລາວ​ກໍ​ມີ​ຄວາມ​ສາ​ມາ​ດ​ຢ່າງ​ຈຳ​ກັດໃນ​ການ​ຊ່ວຍ​ເຫຼືອ​ແຮງ​ງານ​ເຫຼົ່າ​ນີ້​ຊຶ່ງ​ລວມ​ເຖິງ​ແຮງ​ງານ​ລາວ​ທີ່​ຖືກ​ເລີກ​ຈ້າງ​ໃນ​ໄທ ແລະ ເດີນ​ທາງ​ກັບ​ຄືນ​ມາ​ລາວ ເພາະ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ພະ​ຍາດ​ໄວ​ຣັ​ສ ໂຄວິດ-19 ດ້ວຍ​ນັ້ນ​ດັ່ງ​ທີ່​ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ໃຫ້​ການຍອມ​ຮັບ​ວ່າ

“ນັບ​ແຕ່​ເດືອນ​ມີ​ນາ 2020 ເປັນ​ຕົ້ນ​ມາ​ມີ​ຜູ້​ອອກ​ແຮງ​ງານ​ພາຍ​ໃນ​ໄດ້​ຮັບ​ຜົນ​ກະ​ທົບ​ທັງ​ໝົດ 74,104 ຄົນ​ໃນ​ຈຳ​ນວນ 1,141 ບໍ​ລິ​ສັດ ແລະ ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິຍ​ອຸດ​ໜູນ​ຫວ່າງ​ງານ​ທັງ​ໝົດ 67.74 ຕື້​ກີບ​ສຳ​ລັ​ບ​ແຮງ​ງານ​ລາວ​ທີ່​ກັບ​ຄືນ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ມີ​ທັງ​ໝົດ 243,095 ຄົນ ແລະ ສະ​ເພາະ​ໃນ 6 ເດືອນ​ຕົ້ນ​ປີ 2022 ມີ 21,218 ຄົນ​ໃນ​ນັ້ນ​ແຮງ​ງານ​ທີ່​ໄປ​ຖືກ​ຕ້ອງ​ມີ 83,322 ຄົນ.”

ທັງ​ນີ້​ພາກ​ທຸ​ລະ​ກິດ​ທີ່​ມີ​ອັດ​ຕາ​ການ​ຈ້າງ​ງານ​ຕ່ຳ​ທີ່​ສຸດ​ໃນ ລາວ ກໍ​ແມ່ນ​ພາກ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ມີ​ການ​ຈ້າ​ງ​ງານ​ພຽງ​ແຕ່ 1 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ກຳ​ລັງ​ແຮງ​ງານ​ລາວ​ທີ່​ມີຫຼາຍກວ່າ 4 ລ້ານ​ຄົນຫຼື 54 ເປີ​ເຊັນ​ຂອງ​ຈຳ​ນວນ​ປະ​ຊາ​ກອນ​ລາວ​ທັງ​ໝົດ ໂດຍ​ສາ​ເຫດ​ກໍ​ເພາະ​ວ່າ​ເປັນ​ພາກ​ອຸດ​ສາ​ຫະ​ກຳ​ທີ່​ຕ້ອງ​ໃຊ້​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄວາມ​ສາ​ມາດ​ສູງ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ທັນ​ສະ​ໄໝ​ຊຶ່ງ​ແຮງ​ງານ​ລາວບໍ່​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຈຶ່ງ​ຕ້ອງ​ນຳ​ເຂົ້າ​ບຸກ​ຄະ​ລາ​ກອນ​ດັ່ງ​ກ່າວນີ້​ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານຫຼັກ​ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ໄທ​ທີ່​ລົງ​ທຶນ​ໃນ​ພາກ​ພະ​ລັງ​ງານ ແລະ ຂຸດ​ຄົ້ນ​ແຮ່​ທາດ​ໃນ​ລາວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ໃນ​ແງ່​ການ​ສົ່ງ​ເສີມ​ການ​ຕັ້ງ​ໂຮງ​ງານ​ຢູ່​ລາວນີ້ ທາງ​ລັດ​ຖະ​ບານ​ລາວນີ້​ເຂົາ​ກໍ​ສະ​ໜັບ​ສະ​ໜູນ​ແທ້​ຢູ່ ແຕ່​ມັນ​ເປັນ​ການ​ສົ່ງ​ເສີມ​ທາງ​ພາກ​ລັດ ເພື່ອ​ປະ​ໂຫຍດ​ໃນ​ເລື່ອງ​ຂອງຂໍ້​ກົດ​ໝາຍ ແຕ່​ມັນ​ມີ​ໃນ​ທາງ​ປະ​ຕິ​ບັດ​ຈະ​ມີ​ຂໍ້​ຫຍຸ້ງ​ຍາກ​ຂອງ​ມັນ​ເໝືອນ​ກັນ​ເຊັ່ນ ແຮງ​ງານ​ຝີ​ມືນີ້​ຢູ່​ລາວ​ມັນ​ບໍ່​ພໍ​ທີ່​ຈະ​ປ້ອນ​ຕະຫຼາດ ຖ້າ​ເກີດ​ຕ້ອງ​ການ​ແຮງ​ງານ​ລະ​ດັບ​ມີ​ຝີ​ມື​ແດ່ ແຕ່​ຖ້າ​ເກີດ​ຕ້ອງ​ການ​ແຮງ​ງານ​ລະ​ດັບ Labor ນີ້​ມັນ​ກໍ​ອາດ​ຈະ​ມີ​ ແຕ່​ປະ​ເດັນ​ມັນ​ຢູ່​ທີ່​ວ່າ​ເຂົາ​ມີ​ການ​ປ່ຽນ​ວຽກ​ເລື້ອໆ​ແລ້ວ​ມັນ​ເຮັດ​ໃຫ້​ເປັນ​ບັນ​ຫາ​ກັບ​ທຸ​ລະ​ກິດ​ທີ່​ຖ້າ​ເກີດ​ພະ​ນັກ​ງານ​ເຂົ້າ​ອອກ-ເຂົ້າ​ອອກ​ແລ້ວນີ້ ມັນ​ກໍ​ອາດ​ຈະ​ເຮັດ​ໃຫ້​ການ​ຜະ​ລິດ​ມັນ​ບໍ່​ສະ​ໝ່ຳ​ສະ​ເໝີ.”

ແຕ່​ຢ່າງ​ໃດ​ກໍ່​ຕາມ​ທາງ​ການ​ລາວ​ກໍ​ຄາດ​ຫວັງ​ວ່າ​ພາກ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ ແລະ ຂຸດ​ຄົ້ນ​ບໍ່​ແຮ່​ຈະ​ມີ​ການ​ຈ້າງ​ແຮງ​ງານ​ລາວຫຼາຍ​ຂຶ້ນ ເພາະ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດ​ຖະ​ກິດ​ລາວ​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ໃນ​ອັດ​ຕາ​ສະ​ເລ່ຍ 4.3 ເປີ​ເຊັນ ໂດຍ​ລັດ​ຖະ​ບານ​ລາວ​ໄດ້​ອະ​ນຸ​ຍາດ​ການ​ຂຸດ​ຄົ້ນ​ແຮ່​ທາດ 319 ກິດ​ຈະ​ການ​ໃຫ້ 214 ບໍ​ລິ​ສັດ​ຕ່າງ​ຊາດ​ເຮັດ​ໃຫ້​ມີ​ລາຍ​ຮັບ​ຈາກ​ຄ່າ​ສຳ​ປະ​ທານ​ເກີນກວ່າ 1,000 ລ້ານ​ໂດ​ລາ​ໃນ​ຊ່ວງ​ປີ 2016-2021 ໂດຍ​ຍັງ​ບໍ່​ລວມ​ລາຍ​ຮັບ​ຈາກ​ພາກ​ພະ​ລັງ​ງານ​ໄຟ​ຟ້າ 1,225 ລ້ານ​ໂດ​ລາ​ໃນ​ໄລ​ຍະ​ດຽວ​ກັນ​ນີ້​ແຕ່​ຢ່າງໃດ.

ສ່ວນ​ທ່ານ ອະ​ດິ​ສອນ ເກີດ​ມົງ​ຄຸນ ຜູ້​ປະ​ສາ​ນານ​ເຄືອ​ຂ່າຍ​ດ້ານ​ແຮງ​ງານ​ອົບ​ພະ​ຍົບ​ໃນ​ໄທ ເປີດ​ເຜີຍ​ວ່າ​ໃນ​ປັດ​ຈຸ​ບັນ​ມີ​ແຮງ​ງານ​ລາວ​ເກີນກວ່າ 2 ແສນ​ຄົນ​ໃນ​ໄທ ທີ່ບໍ່​ມີ​ສິດ​ໄດ້​ຮັບ​ສະ​ຫວັດ​ດີ​ການ​ດ້ານ​ສຸ​ຂະ​ພາບ​ເພາະ​ວ່າ​ເປັນ​ແຮງ​ງານ​ລາວ​ທີ່​ລັກ​ລອບ​ທຳ​ງານ​ໃນ​ໄທ ໂດຍ​ຜິດ​ກົດ​ໝາ​ຍ​ນັ້ນ​ເອງ.