Lao
This article was added by the user . TheWorldNews is not responsible for the content of the platform.

ບັນຫາດ້ານເສດຖະກິດ ເຮັດໃຫ້ປະຊາຊົນລາວ ພະຍາຍາມຊອກຫາວຽກເຮັດ ຢູ່ຕ່າງປະເທດ

ບັນ​ຫາ​ເສດ​ຖະ​ກິດ​ຝືດ​ເຄືອງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ ລາວ ດີ້ນ​ຮົນ​ ຫາ​ເງິນ​ມາ​ລ້ຽງ​ຕົນ​ເອງ ແລະ ຄອບ​ຄົວ. ​ຄ່າ​ເງິນ​ກີບ​ທີ່​ກຳ​ລັງ​ເຟີ້​ຢ່າງ​ແຮງ ແລະ ລາ​ຄາ​ວັດ​ຖຸ​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ທີ່​ແພງ​ຂຶ້ນກວ່າ​ເກົ່າ ໄດ້​ສ້າງ​ຄວາມ​ລຳ​ບາກ​ຕໍ່​ປະ​ຊາ​ຊົນ​ທີ່​ທຸກ​ຍາກຢ່າງຫຼວງຫຼາຍ​ໃນ​ປະ​ເທດ.

ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ​ໄດ້​ພະ​ຍາ​ຍາມ​ໄປ​ຊອກ​ຫາ​ວຽກ​ເຮັດ​ຢູ່​ຕ່າງ​ປະ​ເທດ ຍ້ອນ​ເງິນ​ເດືອນ​ຈາກ​ບ່ອນ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ, ໂດຍ​ສະ​ເພາະ​ແມ່ນ​ພະ​ນັກ​ງານ​ລັດ​ຖະ​ບານ, ແມ່ນບໍ່​ພຽງ​ພໍ​ໃນ​ການ​ໃຊ້ຈ່າຍ​ໃນ​ຄອບ​ຄົວ. ທ້າວ ສັກ ຜູ້​ອາ​ໄສ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ ​ທີ່​ກຳ​ລັງ​ຊອກວຽກ​ເຮັດ​ຢູ່​ຕ່າງ​ປະ​ເທດ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ລາວ​ວ່າ “ສະ​ພາບ​ເສດ​ຖະ​ກິດ​ຢູ່​ບ້ານ​ເມືອງ​ເຮົາ​ມັນ​ບໍ່​ໂອ​ເຄ​ເລີຍ. ຢາກ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ​ກະ​ໄດ້​ຖາມ​ຄົນ​ໄປ​ເລື້ອຍໆ, ຂໍ​ຄຳ​ແນະ​ນຳ​ຈາກ​ຄົນ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ປ​ະ​ເທດ. ຄັນ​ໄປ​ແບບ​ຜິດ​ກົດ​ໝາຍ​ນີ້​ກະ​ໄດ້​ຢູ່, ໄປ​ຍາມ​ໃດ​ກະ​ໄດ້ແຕ່ມັນສ່ຽງ​ໂພດ.”

ທ້າວ ສັກ ເວົ້າ​ຕື່ມ​ອີກວ່າ​ຖ້າ​ໄດ້​ໄປ​ຕ່າງ​ປະ​ເທດ​ລາວ​ເຮັດ​ວຽກ​ໃດ​ກໍ່​ໄດ້ ເພາະ​ວ່າ​ເງິນ​ທີ່​ຫາໄດ້ເມື່ອ​ສົ່ງ​ກັບ​ມາລາວ​ແລ້ວ​ກໍ​ຈະ​ແຕກ​ໄດ້ຫຼາຍ ຍ້ອນ​ຄ່າ​ເງິນ​ກີບ​ທີ່​ອ່ອນ​ແອໃນ​ປັດ​ຈຸ​ບັນ​ນີ້.