Lao
This article was added by the user . TheWorldNews is not responsible for the content of the platform.

ບັນດານັກສຶກສາລາວອາເມຣິກັນ ສະຫລອງຜົນສຳເລັດການຮຽນປີ 2023

ໃນລາຍການຊີວິດຊາວລາວ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາມີ​ການໂອ້ລົມກັບ ບັນດານັກຮຽນ ນັກສຶກສາອາເມຣິກັນເຊື້ອສາຍລາວ ທີ່ຫາກໍສຳເລັດການສຶກສາຂັ້ນມັດທະຍົມ ແລະມະຫາວິ ທະຍາໄລ ຢູ່ໃນສະຫະລັດ ພວກເຂົາເຈົ້າແມ່ນໃຜ ​ແລະຮຽນສຳເລັດວິຊາຫຍັງ ແລະຢູ່ໃນລັດໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່ສະຫະລັດ ເດືອນພຶດສະພາ ແມ່ນລະດູການສະຫລອງຜົນສຳເລັດການສຶກສາ ຈາກມັດທະຍົມ ຈົນຮອດ ມະຫາວິທະຍາໄລ. ແຕ່ລະປີມີຢູ່ປະມານ 3 ລ້ານ 650,000 ຄົນ ສຳເລັດມັດທະຍົມ ປະມານ 998,000 ຄົນ ສຳເລັດອະ ນຸປະ​ລິນຍາ ແລະປະມານ 1 ລ້ານ 9 ແສນຄົນ ສຳເລັດປະລິນຍາຕີ ຈາກມະ ຫາວິທະຍາໄລຕ່າງໆຢູ່ທົ່ວສະຫະລັດ. ບັນດານັກສຶກສາທີ່ຮຽນຈົບເຫຼ່ານີ້ ສ່ວນໃຫຍ່ພາກັນເລີ້ມເຮັດວຽກປະກອບວິຊາອາຊີບທີ່ຕົນໄດ້ຮຽນມານັ້ນ ຊຶ່ງເປັນບົດ ຕອນໃໝ່ຂອງຊີວິດ. ແຕ່ອີກຈຳນວນນຶ່ງຍັງສືບຕໍ່ການສຶກສາຊັ້ນສູງ ເພື່ອໃຫ້ສຳ ເລັດປະລິນຍາໂທ ແລະປະລິນຍາເອກ ອັນເປັນຄວາມໄຝ່ຝັນຂອງເຂົາເຈົ້າ. ຮວມຢູ່ໃນບັນດານັກສຶກສາເຫລົ່ານີ້ມີເຍົາວະຊົນລາວອາເມຣິກັນລຸ້ນໃໝ່ທີ່ເກີດຢູ່ໃນສະຫະລັດ ເຂົາເຈົ້າໄດ້ວາງບົດບາດໄວ້ໄຫ້ເຫັນເຖິງຄວາມດຸໝັ່ນ ມີພອນສະ ຫວັນ ຊຶ່ງຈະນຳສະເໜີທ່ານຕໍ່ລົງໄປນີ້:

ນາງອະລີດາ ພຸດທຳມະ (ຂວາສຸດ) ພ້ອມດ້ວຍພໍ່ ນ້ອງສາວ ແລະແມ່
ນາງອະລີດາ ພຸດທຳມະ (ຂວາສຸດ) ພ້ອມດ້ວຍພໍ່ ນ້ອງສາວ ແລະແມ່

ນາງອາລິດາ ພຸດທຳມະ ອາຍຸ 18 ປີ ຊົນເຜົ່າກືມມຸອາເມຣິກັນເຊື້ອສາຍລາວ ສຳເລັດຈາກ ມັດທະຍົມ Summitt Tanalpais ໃນລັດຄາລິຟໍເນຍ. ອາລິດາ ເປັນນັກຮຽນເກັ່ງໄດ້ຄະແນນສູງ A ຢູ່ຕະຫລອດ. ອາລິດາ ຕັ້ງເປົ້າໝາຍທີ່ຈະເປັນດັອກເຕີ ປິ່ນປົວເດັກນ້ອຍ ຫລື Pediatrician ຕຽມເຂົ້າຮຽນຢູ່ມະຫາວິທະ ຍາໄລເບີກເລ (Berkeley) ຢູ່ລັດຄາລິຟໍເນຍ ໃນສົກ​ສຶກ​ສາ ປີ 2023 ຈະມາເຖິງນີ້. ນອກຈາກວຽກງານການສຶກສາແລ້ວ ອາລິດາ ຍັງພົວພັນ​ເປັນອາສາສະໝັກດ້ານວັດທະນາທຳກັບອົງການເອເຊຍປາຊິຟິກ ຢູ່ໃນເຂດຂອງນາງ ຊຶ່ງອາລິດາ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ຂະນ້ອຍເປັນລູກສາວຝາແຝດ ນ້ອງຂະນ້ອຍຈະໄປເຂົ້າຢູ່ ມະຫາວິທະຍາໄລ ລອສ ແອນເຈີລິສ ແລະຂະນ້ອຍ ຈະເຂົ້າຢູ່ ມະຫາວິທະຍາໄລເບີກເລ ໃນລັດຄາລິຟໍເນຍ. ພໍ່ແມ່ຂະນ້ອຍສົ່ງເສີມ ສະໜັບສະໜູນໃຫ້ໄປເຂົ້າມະຫາວິທະຍາ ໄລ ແລະຊ່ວຍສະ​ໜັບ​ສະ​ໜຸນດ້ານການເງິນ. ຂະນ້ອຍໄດ້ຮັບທຶນຈາກສອງແຫ່ງ 13,000 ແລະ 10,000 ນີ້ເປັນທຶນເລັກນ້ອຍ ເພາະວ່າ ຂະນ້ອຍເປັນນັກຮຽນເກັ່ງ ໄດ້ຄະແນນ A ເປັນປະຈຳ ແລະບາງຄັ້ງໄດ້ຄະແນນ B. ຢູ່ມະຫາວິທະ ໄລ ຂະນ້ອຍຈະຮຽນຊີວະເຄມີ (Chemical Biology) ເພື່ອ​ຈະ​ເປັນ ດັອກເຕີ ປິ່ນປົວເດັກນ້ອຍ (Pediatrician) ເພາະວ່າ ຂະນ້ອຍມັກເດັກນ້ອຍ.”

ນາງມະໂນລາ ອິນທະວົງ ໃສ່ຜ້າປ້າຍແດງ ແລະຄອບຄົວ
ນາງມະໂນລາ ອິນທະວົງ ໃສ່ຜ້າປ້າຍແດງ ແລະຄອບຄົວ

ນາງມະໂນລາ ອິນທະວົງ ອາຍຸ 21 ປີ ຫາກໍສຳເລັດປະລິນຍາຕີ ແລະມັກຮຽນວິຊາຕ່າງໆ​ເຊັ່ນ ສິນລະປະ ເສດຖະກິດ ການສຶກສາສາກົນ ພ້ອມດ້ວຍໃບປະ ກາດສະນິຍະບັດ ພາສາຈີນ ແລະການສຶກສາກ່ຽວກັບເອເຊຍອາຄະເນ ຈາກມະຫາວິທະຍາໄລ ວິສຄັນຊີນ ແມດີສັນ ຊຶ່ງມະໂນລາ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

“ການເງິນສ່ວນໃຫຍ່ໃນສີ່ປີທີ່ຜ່ານມາເພື່ອໃຊ້ຈ່າຍຄ່າການສຶກສາໃຫ້ແກ່ຂະນ້ອຍ ມາຈາກພໍ່ແມ່ ແລະເອື້ອຍຜູ້ທີ່ຮຽນຈົບໄປກ່ອນໜ້ານັ້ນ. ຂະນ້ອຍໄດ້ຮັບທຶນພຽງເລັກນ້ອຍແຕ່ບໍ່ພຽງພໍ ຫລັງຈາກຮຽນຈົບ ອາທິດແລ້ວນີ້ ຂະນ້ອຍໄດ້ ເລີ້ມເຮັດວຽກທັນທີ ໃຫ້ແກ່ຫາວິທະຍາໄລວິສຄັນເຊິນ ແມດີສັນ ມີໜ້າທີ່ເປັນຜູ້ໃຫ້ຄຳແນະນຳແກ່ພວກນັກສຶກສາ ກ່ຽວກັບສະຖາບັນການຮຽນ ແລະຊ່ວຍພວກນັກ ຮຽນ ເລືອກວິຊາຮຽນເຫລົ່ານີ້ເປັນຕົ້ນ. ການຮຽນຂອງຂະນ້ອຍ ບໍ່ມີໃຜເປັນຜູ້ແນະນຳບອກວ່າຮຽນວິຊາໃດ ແຕ່ຂະນ້ອຍເລືອກເອົາດ້ວຍຕົນເອງ. ຂະນ້ອຍມັກຮຽນ ຢາກຮຽນຮູ້ວິຊາຕ່າງໆດ້ານມະນຸດສາດ ແລະຢາກຮູ້ກ່ຽວກັບປະເທດຕ່າງໆ.”

ນາງແອນເຈີລິນາ ຄານສະວົງ
ນາງແອນເຈີລິນາ ຄານສະວົງ

ນາງແອນເຈີລິນາ ຄາສະວົງ ອາຍຸ 21 ປີ ເກີດຢູ່ໃນສະຫະລັດ ຊົນ ເຜົ່າກືມມຸ ສຳເລັດປະລິນຍາຕີຝ່າຍສາທາລະສະສຸກ ແລະວິຊາຊົນເຜົ່າ ຈາກມະຫາວິທະຍາໄລເບີກເລ (UC Berkeley) ທີ່ລັດຄາລິຟໍເນຍ ນາງໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:​


“ຂະນ້ອຍມີເອື້ອຍນ້ອງສອງຄົນ ເປັນລຸ້ນທຳອິດໃນຄອບຄົວ ທີ່ສຳ ມະຫາວິທະ ຍາໄລ. ພໍ່ແມ່ໃຫ້ການຊ່ວຍເຫລືອດ້ານການເງິນພຽງເລັກນ້ອຍ. ຂະນ້ອຍຕ້ອງໄດ້ເຮັດວຽກຊ່ວຍຕົນເອງ ແລະໄດ້ຮັບທຶນເລັກນ້ອຍ. ຄ່າຮຽນຢູ່ມະຫາວິທະຍາ ໄລເບີກເລ ປີນຶ່ງປະມານ 30,000 ຫາ 40,000 ໂດລາ. ຂະນ້ອຍຈະສຶືບຕໍ່ການຮຽນເອົາປະລິນຍາໂທ ຢູ່ມະຫາວິທະຍາໄລລອສ ແອນເຈີລິສ (University of Los Angeles) ກ່ຽວກັບການສຶກສາເອເຊຍອາເມຣິກັນ. ຂະນ້ອຍຢາກເປັນອາຈານສອນກ່ຽວກັບວິຊານີ້ ຢູ່ມະຫາວິທະຍາໄລແຫ່ງໃດແຫ່ງນຶ່ງ. ເຫດຜົນທີ່ເລືອກເອົາວິຊາ ນີ້ເປັນເລື້ອງສ່ວນໂຕ ທີ່ຂະນ້ອຍຈະເນັ້ນໜັກໃສ່ພາກສ່ວນໃດນຶ່ງ ກ່ຽວກັບປະເພີນີຕ່າງໆ ທີີ່ຖືກກະທົບຢູ່ໃນສະຫະລັດ ໂດຍສະ ເພາະເນັ້ນໜັກໃສ່ດ້ານສຸຂະພາບຂອງອົບພະຍົບຫລັງຈາກສົງຄາມ.”

ເປັນເວລາກວ່າສີ່ທົດສະວັດທີ່ຜ່ານມາ ບັນດາເຍົາວະຊົນອາເມຣິກັນເຊື້ອສາຍລາວເຫລົ່ານີ້ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ໃນດ້ານການສຶກສາ ທີ່ສູງໄປກວ່າລຸ້ນພໍ່ແມ່ ທີ່ໄດ້້ອົດທົນແຜ້ວທາງໄວ້ໃຫ້ເຂົາເຈົ້າ ປະສົບຜົນສຳເລັດທີ່ໄດ້ກາຍມາເປັນນັກວິຊາການຂອງປະເທດ.