Lao
This article was added by the user . TheWorldNews is not responsible for the content of the platform.

ບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ປະເຊີນກັບຄວາມຫຍຸ້ງຍາກ ໃນການຈ່າຍຄ່ານ້ຳມັນ ເປັນເງິນຕາຕ່າງປະເທດ

ສືບເນື່ອງມາຈາກການລະບາດພະຍາດໂຄວິດ 19 ລວມທັງສົງຄາມ ຢູເຄນ ໄດ້ສົ່ງຜົນກະທົບເຮັດໃຫ້ການຜະລິດສິນຄ້າແລະສົ່ງອອກຂອງລາວ ປະສົບຄວາມຫຍຸ້ງຍາກ ຊຶ່ງນໍາໄປສູ່ການຂາດແຄນເງິນຕາຕ່າງປະເທດນັບມື້ທະວີຄູນຂຶ້ນຢ່າງວ່ອງໄວ. ສະພາບການນີ້ ສ້າງຄວາມຫຍຸ້ງຍາກ ໃນການສັ່ງຊື້ສິນຄ້າຈາກຕ່າງປະເທດ ໂດຍສະເພາະແມ່ນນໍ້າມັນເຊື້ອໄຟ ທີ່ມີຄວາມຈໍາເປັນທີ່ສຸດ ສໍາລັບຊີວິດການເປັນຢູ່ ແລະການພັດທະນາປະເທດ ຊຶ່ງໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜົນກະທົບທີ່ມີມາແຕ່ຍາວນານ ຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດອັນບອບບາງຂອງລາວ ທີ່ຕິດຕາມມາດ້ວຍຜົນກະທົບຂອງສົງຄາມ ຣັດເຊຍໃນຢູເຄຣນນັັ້ນ ໄດ້ເຮັດໃຫ້ນໍ້າມັນໃນລາວຂາດແຄນ ແລະລາຄາພຸ້ງສູງຂຶ້ນຢ່າງໄວວາ ເຖິງແມ່ນລັດຖະບານ ປະກາດໃນເດືອນມິຖຸນາຜ່ານມາວ່າ ຈະອອກໜັງສືຮັບປະກັນສິນເຊື່ອ ຫລື Letter of Credit ແກ່ບໍລິສັດນໍາເຂົ້ານໍ້າມັນ 200 ລ້ານໂດລາ ເພື່ອໃຫ້ບໍລິສັດໃຊ້ສຳ​ລັບ​ການຊື້ນໍ້າມັນເຂົ້າມາຢ່າງພຽງພໍກັບຄວາມຕ້ອງການຂອງປະເທດ. ທັງນີ້ກໍເພາະວ່າ ລັດຖະບານລາວມີເງິນຕາຕ່າງປະເທດສໍາຮອງໄວ້ຈໍາກັດ ຈຶ່ງບໍ່ສາມາດປະຕິດບັດໄດ້ ຕາມນະໂຍບາຍທີ່ທາງຮອງນາຍົກລັດ​ຖະ​ມົນ​ຕີສອນໄຊ ສີພັນດອນ ໄດ້ປະກາດໄປ ດັ່ງທີ່ຜູ້ຈັດການນໍ້າມັນເຊື້ອໄພແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເລົ່າສູ່ຟັງວ່າ.

“ກະພົບຂໍ້ຫຍຸ້ງຍາກຫລາຍຢ່າງຢູ່ເພາະວ່າເຮົາຕ້ອງໄດ້ຊື້ເງິນຕາຕ່າງປະເທດກັບທະນະຄານຫັ້ນນະ ເລື້ອງນໍາເຂົ້າມັນກະບໍ່ຍາກດອກທັງດ່ານທັງຫຍັງມັນກະອໍານວຍຄວາມສະດວກໃຫ້ໝົດ ແຕ່ມັນຍາກນໍາຜູ້ສະໜອງພູ້ນລະ ເພາະເຮົາບໍ່ມີເງິນຕາໄປຊື້ນໍ້າມັນນໍາເພິ່ນນະ ທະນະຄານເຂົາມີຢູ່ດອກແຕ່ມັນບໍ່ມີເງິນຊິໃຫ້ເຂົາເອົາມາແຕ່ໃສ ເຂົາກະວ່າບໍ່ມີເງິນຕາຕ່າງປະເທດໃຫ້ ມັນບໍ່ຄືສະໄໝປີ 2013-14 ມັນສະພາບຄ້ອງ ດຽວນີ້ມັນກະມີຢູ່ດອກໂຄຕາກະມີ ແຕ່ເງິນຕາແລກປ່ຽນມັນບໍ່ໄປຕາມກົນໄກນະ”.

ສະພາບການຂາດແຄນເງິນຕາຕ່າງປະເທດເຮັດໃຫ້ເງິນກີບລາວ ອ່ອນຄ່າລົງຢ່າງວ່ອງໄວ ເຊັ່ນ ອັດຕາແລກປ່ຽນເງິນກີບລາວຕໍ່ 1 ໂດລາ ແມ່ນ 9,400 ກີບໃນ ເດືອນກັນຍາ 2021 ແຕ່ມາຮອດເດືອນຕຸລາ, 2022 ນີ້ ຄ່າເງິນກີບຕົກຕໍ່າລົງເຖິງ 16,900 ກວ່າກີບຕໍ່ 1 ໂດລາ ຊຶ່ງເປັນປະມານ 80 ເປີເຊັນໃນເວລາປີດຽວ.

ປ້ຳນ້ຳມັນ ppt ແຫ່ງນຶ່ງຢູ່ໃນ ສປປ ລາວ
ປ້ຳນ້ຳມັນ ppt ແຫ່ງນຶ່ງຢູ່ໃນ ສປປ ລາວ

ເພື່ອແກ້ໄຂວິກິດການດ້ານເງິນຕາທີ່ວ່ານີ້ ນັບແຕ່ເດືອນມິຖຸນາເປັນຕົ້ນມາ ທາງ ທະນາຄານແຫ່ງຊາດລາວ ກໍໄດ້ມີມາດຕະການຫລາຍຢ່າງ ເຊັ່ນການຊຸກຍູ້ປະ ຊາຊົນໃຫ້ໃຊ້ເງິນກີບ, ຂາຍພັນທະບັດທັງເປັນເງິນກີບ ແລະ ເງິນຕາຕ່າງປະ ເທດ ແຕ່ສະພາບຂາດແຄນເງິນຕາຕ່າງປະເທດກໍຍັງສືບຕໍ່ມີມາຮອດທຸກວັນນີ້ ແລະດ້ານຄວາມໜ້າເຊື່ອຖືຂອງລັດຖະະບານລາວ ສໍາລັບຜູ້ໃຫ້ເງິນກູ້ຢືມຢູ່ຕ່າງ ປະເທດກໍຫລຸດລົງເຊັ່ນກັນ ດັ່ງທີ່ອະດີດເຈົ້າໜ້າທີ່ທະນະຄານແຫ່ງຊາດລາວທ່ານນຶ່ງ ໃຫ້ຂໍ້ສັງເກດວ່າ :

“ລັດຖະບານບໍ່ມີເງິນ ບໍ່ມີຄັງສໍາຮອງ ອາໄສເອກະຊົນດຽວນີ້ນະ ນັບແຕ່ເດືອນແປດຮອດເດືອນສິບສອງນີ້ນະ. ກອງປະຊຸມລັດຖະບານກັບເຈົ້າແຂວງໃນທົ່ວປະເທດເຮັດອອກມາວ່າ ລັດຖະບານໜີ້ໝົດທາງແລ້ວ ເຂົາບໍ່ໃຫ້ຕິດໜີ້ແລ້ວ ຕົວຢ່າງເດືອນນຶ່ງນີ້ນະ (ນໍ້າມັນ) ນຶ່ງຮ້ອຍຊາວພັນລ້ານລິດ ມີແຕ່ຈ່າຍເງິນໃຫ້ເຂົາແສນລິດ ແສນລ້ານລິດເຂົາບໍ່ມີເງິນເຂົາກະບໍ່ໃຫ້ ຄັນບໍ່ໃຫ້ແນວນັ້ນ ເຂົາໃຫ້ກະຊວງການເງິນ ແລະທະນະຄານອອກແບງກະຣັນຕີ ອອກມາສອງຮ້ອຍລ້ານລິດ ມັນຊິມີຫຍັງສອງຮ້ອຍລ້ານລິດ”.

ທີ່ຈິງແລ້ວຄວາມເຊື່ອຖືຂອງລັດຖະບານລາວ ໃນດ້ານຄວາມສາມາດໃຊ້ໜີ້ຄືນນັ້ນ ແມ່ນມີມາໄດ້ໄລຍະດົນພໍສົມຄວນແລ້ວ ຕາມການວິເຄາະຂອງນັກເສດຖະສາດ ທີ່ກ່າວ ຢູ່ໃນໜັງສືພິມ The Diplomat ທີ່ຕັ້ງຢູ່ໃນສະຫະລັດ ທີ່ຕິດຕາມດ້ານເສດຖະກິດຢູ່ທົ່ວໂລກ. ໃນປີ 2021 ລາວນໍາເຂົາສິນຄ້າໃນມູນຄ່າ 6.36 ຕື້ໂດລາ ແລະໄດ້ມີພາລະໜີ້ສິນຢູ່ໃນບັນຊີດຸນການຄ້າຂອງຕົນຢູ່ຢ່າງຫຼວງຫລາຍ ຊຶ່ງປາກົດວ່າ ເຮັດໃຫ້ນັກລົງທຶນຫລາຍຄົນເຊື່ອວ່າ ຄັງສໍາຮອງເງິນຕາຕ່າງປະເທດຂອງລາວຂາດດຸນຢູ່ 1.26 ຕື້ໂດລາ ໃນເດືອນທັນວາ ປີກາຍນີ້.

ຜູ້ຈັດການບໍລິສັດນໍ້າມັນກ່າວຕື່ມອີກວ່າ:

“ເລື້ອງເງິນຕາຕ່າງປະເທດ ເຮົາມັນບໍ່ມີ ລາຄາມັນກະຍາກ ຄືຢູ່ໃນໂຄງສ້າງເນາະ ລາຄານ້ຳມັນສູນຈຸດຫົກ ສິບເຈັດເຊັນ ມາທຽບໃສ່ເງິນຕາຕ່າງປະເທດແຕ່ກ່ອນກະປະມານ ຫ້າພັນກີບຫັ້ນນະ ດຽວນີ້ມັນສິປາພັນ ສິບສອງພັນ ມັນເຄິ່ງໂຕນະ ອັນບໍລິສັດໃດທີ່ມີສິດທິນຳເຂົ້າ ສາມາດນຳເຂົ້າໄດ້ ບໍລິສັດນຳເຂົ້າມັນກະມີລະບຽບ ຄືກ່ອນເຂົາຊິເປັນບໍລິສັດນຳເຂົ້າມັນມີເງື່ອນໄຂຫຍັງແນ່ ຕາມລະບຽບມັນທີ່ຮັບອະນຸຍາດຈາກ ສນຍ ນີ້ແຫລະ”.

ພ້ອມກັນນັ້ນ ໃນຊຸມປີໝໍ່ໆມານີ້ ການຊົມໃຊ້ນໍ້າມັນເຊື້ອໄຟໃນລາວກໍເພີ້ມສູງຂຶ້ນ ຢ່າງໄວວາ ສູງເກີນກວ່າອັດຕາຂະຫຍາຍໂຕຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ຢູ່ຫລາຍກວ່າ 8 ເປີເຊັນຕໍ່ປີ, ອີງຕາມເວັບໄຊທ໌ ຂອງອົງການ Logistics capacity Assessments (LCAs) ຊຶ່ງເປັນອົງການປະເມີນຄວາມສາມາດ ໃນການຂົນສົ່ງຂອງປະເທດຕ່າງໆຢູ່ໃນໂລກ. ສ່ວນອັດຕາຂະ ຫຍາຍໂຕຂອງເສດຖະກິດລາວນັ້ນ ໃນສອງສາມປີຜ່ານມານີ້ ພັດຕໍ່າລົງ ເຊັ່ນໃນປີ 2021 GDP ຂອງລາວຂະຫຍາຍຕົວຢູ່ 2.5 ເປີເຊັນ ຊຶ່ງຕໍ່າກວ່າອັດຕາຂະຫຍາຍຕົວໃນລະດັບ 7.6 ເປີເຊັນ ໃນປີ 2015 ນັ້ນຫລາຍ, ອີງຕາມທະນາ ຄານໂລກ.

ສະຫລຸບແລ້ວ ຜົນກະທົບຂອງການລະບາດ ພະຍາດໂຄວິດ 19 ລວມທັງສົງ ຄາມຢູ່ໃນຢູເຣນທີ່ເຮັດໃຫ້ລາຄານໍ້າມັນແພງຂຶ້ນຢູ່ທົ່ວໂລກ ຂະນະທີ່ອັດຕາການຊົມໃຊ້ນໍ້າມັນໃນລາວເພີ້ມຂຶ້ນນັ້ນ ໄດ້ສົ່ງຜົນກະທົບຕໍ່ຄັງແຮເງິນຕາຕ່າງປະເທດ ຂອງລາວ ຊຶ່ງເຮັດໃຫ້ການນໍາເຂົ້ານໍ້າມັນ ທີ່ເປັນສິນຄ້ານໍາເຂົ້າທີ່ຈໍາເປັນທີ່ສຸດຂອງລາວ ພົບຄວາມຫຍຸ້ງຍາກ.