ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳວັນແລງພະຫັດມື້ນີ້ ເຮົາຈະນຳເອົາການໂອ້ ລົມກັບບັນດານັກທຸລະກິດ ທີ່ມີຮ້ານອາຫານລາວ ຢູ່ໃນເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ. ອາຫານແຕ່ລະຮ້ານມີລົດຊາດແຊບນົວແຕກຕ່າງກັນ ແລະບໍໍ່ຊ້ຳແບບກັນ. ຮ້ານອາຫານຄົນອາເມຣິກັນເຊື້ອສາຍລາວທີ່ເປັນເຈົ້າຂອງເຫລົ່າ ນີ້ ບໍລິການອາຫານຊະນິດໃດແລະຕັ້ງຢູ່ເຂດໃດແດ່ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການເຮັດທຸລະກິດຢູ່ໃນສະຫະລັດ ຕ້ອງມີທຶນຫລາຍສົມຄວນ ໂດຍສະເພາະເປີດຮ້ານອາຫານ ຈະຕ້ອງໃຊ້ທຶນຢ່າງໜ້ອຍ 100,000 ພັນໂດລາ ຂຶ້ນໄປ ແລະຕ້ອງໄດ້ຜ່ານຂັ້ນຕອນການຂໍອະນຸຍາດໃຫ້ຖືກຕ້ອງຕາມກົດລະບຽບທ້ອງຖິ່ນ. ການເປີດຮ້ານອາຫານມີຄວາມສ່ຽງ ມີຄວາມຮັບຜິດຊອບສູງ ມີການແຂ່ງຂັນ ຜູ້ບໍລິຫານຕ້ອງມີແນວຄິດ ປະດິດສ້າງບໍ່ໃຫ້ຄືກັບຮ້ານອື່ນໆ ເຊັ່ນວ່າການປຸງແຕ່ງອາຫານໃຫ້ມີລົດຊາດແຊບແລະການຕົກແຕ່ງໃຫ້ເປັນທີ່ດືງດູດແກ່ພວກລູກຄ້າ. ເຖິງຢ່າງໃດກໍດີ ມີຜູ້ປະສົບກັບຄວາມລົ້ມແຫຼວໄປຫລາຍໆລາຍແລ້ວກໍມີ.
ຢູ່ໃນເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ ມີຮ້ານອາຫານທີ່ບໍລິການອາຫານລາວໄທຢູ່ຫົກຮ້ານ ຄືຮ້ານອາຫານປາແດກ ຢູ່ເມືອງຟອນເຊີດ ຮ້ານອາຫານໄທນ້ອຍຢູ່ເມືອງອາລິງຕັນ ແລະຮ້ານອາຫານລັອບສະເຕີ ຢູ່ເມືອງເຮີນເດີນ ທັງໝົດນີ້ຕັ້ງຢູ່ທາງພາກເໜືອ ຂອງລັດເວີຈີເນຍ ຊານນະຄອນຫລວງວໍຊິງຕັນໄປທາງທິດຕາເວັນຕົກ. ສຳລັບຢູ່ ໃນໂຕນະຄອນຫລວງວໍຊິງຕັນ ດີ.ຊີ ມີຮ້ານອາຫານລາວສາມຮ້ານຄື ຮ້ານອາຫານຕິບເຂົ້າ ຮ້ານອາຫານຫານຸມານ ແລະຮ້ານອາຫານລາວອິນທາວ.
![ການຕົກແຕ່ງອາຫານຮ້ານຕິບເຂົ້າ ທີ່ໜ້າຮັບປະທານ](https://gdb.voanews.com/06a20000-0aff-0242-a714-08db04f60027_w250_r0_s.jpg)
ຍານາງແສງ ແລະທ່ານບຸນ ຫລວງລາດ ເຈົ້າຂອງຮ້ານອາຫານຕິບເຂົ້າ ຮ້ານອາຫານປາແດກ ແລະຮ້ານອາຫານຫານຸມານ ໄດ້ຕັ້ງຮ້ານອາຫານ ແລະຂະຫຍາຍທຸລະກິດມາໄດ້ສິບກວ່າປີແລ້ວ. ທ່ານບຸນ ກ່າວວ່າການເຮັດທຸລະ ກິດຮ້ານອາຫານມີລາຄາແພງ ໂດຍສະເພາະຄ່າເຊົ່າຮ້ານຕິບເຂົ້າເດືອນນຶ່ງ 20 ກວ່າ ພັນໂດລາ ແລະຍັງບໍ່ໄດ້ເວົ້າເຖິງຄ່າແຮງງານ. ທ່ານບຸນໄດ້ອະທິບາຍກ່ຽວກັບການບໍລິຫານທຸລະກິດສູ່ ວີໂອເອ ຟັງດັ່ງນີ້:
ທ່ານບຸນທ່ຽງ ແສງມອງ ອາເມຣິກັນເຊື້ອສາຍລາວ ຜູ້ມີປະສົບການຄົວກິນມາຈາກໂຮງແຮມ ແລະຮ້ານອາຫານມາເປັນເວລາ 20 ກ່ວາປີ ຢູ່ໃນເຂດນະຄອນຫລວງວໍຊິງຕັນ. ທ່ານໄດ້ຕັດສິນໃຈລົງທຶນເຂົ້າຫຸ້ນສ່ວນກັບເພື່ອນຄົນໄທ ເປີດຮ້ານອາຫານເປັນຂອງຕົນເອງ ໂດຍໃຊ້ລັອບສະເຕີ ຫລືກຸ້ງໃຫ່ຍ ເປັນຫລັກສຳຄັນ ປະສົມກັບອາຫານທີ່ນິຍົມຂອງໄທລາວ ອັນເປັນແນວຄິດປະດິດຄິດສ້າງຂຶ້ນມາໂດຍທ່ານບຸນທ່ຽງເອງ ທີ່ເປັນພໍ່ຄົວໃຫຍ່ປະຈຳຮ້ານ. ທ່ານກ່າວວ່າອາຫານຂອງທ່ານແມ່ນຕ້ອງມີກຸ້ງໃຫຍ່ ຖ້າບໍ່ມີເງິນເຖິງ 50 ໂດລາ ແມ່ນເຂົ້າມາກິນບໍ່ໄດ້ ຊຶ່ງທ່ານໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
![ທ່ານບຸນທ່ຽງ ແສງມອງ ພໍ່ຄົວ ຮ້ານອາຫານລັອບສະເຕີ](https://gdb.voanews.com/09320000-0a00-0242-4b37-08db04fb7cf1_cx5_cy3_cw80_w250_r1_s.jpg)
ຮ້ານອາຫານໄທນ້ອຍແມ່ນຄົນລາວເປັນເຈົ້າຂອງເປີດບໍລິການອາຫານລາວໄທ ມາໄດ້ 24 ປີ ແລ້ວໄດ້ຮັບຜົນສຳເລັດ ແລະຖືກຍ້ອງຍໍຈາກນັກຕິຊົມຮ້ານອາຫານມາຫລາຍຄັ້ງວ່າ ເປັນອາຫານທີ່ມີລົດຊາດແຊບ ດັ່ງທີ່ນາງຂານ ແມ່ຄົວ ແລະເຈົ້າຂອງຮ້ານໄທນ້ອຍ ໄດ້ກ່າວສູ່ວີໂອເອຟັງດັ່ງນີ້:
ນັ້ນແມ່ນຜົນສຳເລັດຂອງການເຮັດທຸລະກິດຮ້ານອາຫານລາວ ຢູ່ໃນເຂດນະຄອນຫລວງວໍຊິງຕັນ ດີ.ຊີ. ໃນໄລຍະ 10 ກວ່າປີ ທີ່ຜ່ານມານີ້ ໂດຍສະເພາະອາຫານລາວຢູ່ໃນສະຫະລັດ ໄດ້ພິສູດໃຫ້ເຫັນການຖືກຮັບຮູ້ ຍ້ອງຍໍຈາກນັກຕິຊົມອາຫານ ທີີ່ເລີ້ມຈາກທ້ອງຖິ່ນ ຂຶ້ນໄປຈົນຮອດລະດັບສາກົນ.