Lao
This article was added by the user . TheWorldNews is not responsible for the content of the platform.

ວີ​ໂອ​ເອ​ລາວ ສຳ​ພາດ ທ່ານ​ແສງ​ສົມ​ພັນ ປະ​ກອນ​ຄຳ ​ຊ່າງ​ຕັດ​ແກ້ວ​ແວ່ນ​ຕາ​ ມາ​ເປັນ​ເວ​ລ​າ 30 ປີ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາການ​ໂອ້​ລົມ​ກັບ​ ທ່ານ​ແສງ​ສົມ​ພັນ ປະ​ກອນ​ຄຳ ​ຊ່າງ​ຕັດ​ແກ້ວ​ແວ່ນ​ຕາ​ໃຫ້​ແກ່​ບໍ​ລິ​ສັດ LensCrafters ຢູ່ລັດຄອນ​ເນັກ​ຕິ​ກັດ ຊຶ່ງເປັນ​ບໍ​ລິ​ສັດ​ໃຫ​ຍ່ ​ຢູ່ໃນ​ສະ​ຫະ​ລັດ, ທ່ານ​ແສງ​ສົມ​ພອນ ໄດ້​ປະ​ກອບ​ວິ​ຊາອາ​ຊີບດັ່ງ​ກ່າວ ​ແລະ​ມີ​ຄວາມ​ຊຳ​ນານ ມາ​ເປັນ​ເວ​ລາ ສາມ​ສິບ​ປີ​ແລ້ວ ແລະ ຄວ​າມ​ຮັບ​ຜິດ​ຊອບ​ຂອງ​ທ່ານ​ແສງ​ສົມ​ພອນ ມີ​ຫຍັງ​ແດ່​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.​

ທ່ານ​ໃສ່​ແວນ​ຕາ​ບໍ​ ຖ້າທ່ານ​ໃສ່​ແວ່ນ​ຕາ ທ່ານ​ໃສ່ເພື່ອ​ເບິ່ງໄລ​ຍະ​ໃກ້ ຫລື​ໄລ​ຍະ​ໄກ. ຕາມ​ປົກ​ກະ​ຕິ​ແລ້ວ​ຄົນພາ​ກັນ​ເລີ້ມ​ໃສ່​ແວ່ນ​ຕາອ່ານ​ໜັງ​ສື​ເວ​ລາ​ອາ​ຍຸ ຮອດລະ​ຫວ່າງ 40 ຫາ 60 ປີ ເພາະ​ເບິ່ງ​ໄກ້​ບໍ່​ເຫັນ ແລະ​ສາ​ມາດ​ສາ​ມາດ​ຊື້​ແວ່ນ​ຕາ​ທີ່​ຂາຍ​ຢູ່​ຕາມ​ຮ້ານ​ຄ້າມາ​ໃສ່​ໄດ້ ​ໂດຍ​ບໍ່ຈຳ​ເປັນໄດ້​ຮັບ​ການກວດ​ ຈາກ​ນາຍໝໍ​ຕາ. ແຕ່ວ່າບັນ​ດາຄົນທີ່​ໜຸ່ມ​ນ້ອຍໂດຍ​ທົ່ວ​ໄປ​ທີ່ພາ​ກັນ​ໃສ່​ແວນ​ຕາຍ້ອນ​ວ່າເບິ່ງ​ໂດຍ​ທົ່ວ​ໄປບໍ່​ເຫັນດີ. ເພາະ​ສະ​ນັ້ນ ເຂົາ​ເຈົ້າຕ້ອງ​ໄດ້​ໄປ​ຫານາຍໝໍເພື່ອ ແທກສາຍ​ຕາ​ທີ່​ຮ້ອງ​ວ່າ Optician ໃນແຕ່​ລະ​ປີ ເພື່ອຕິດ​ຕາມ​ກັບ​ສະ​ພາບ​ການ ແລະອອກ​ໄບ​ສັ່ງ​ຕັດແກ້ວ​ແວ່ນ​ຕາ​.

​ບັດນີ້​ຕົກ​ມາ​ເປັນ​ໜ້າ​ທີ່​ຂອງ ທ່ານ​ແສງ​ສົມ​ພັນ ປະ​ກອນ​ຄຳ ​ນາຍຊ່າງ​ຕັດ​ແກ້ວ​ແວ່ນ​ຕາ ​ທີ່​ຮ້ອງວ່າ Optician Tech ໃຫ້​ແກ່​ບໍ​ລິ​ສັດ LensCrafters ຢູ່ລັດ ຄອນ​ເນັກ​ຕິ​ກັດ ຊຶ່ງເປັນ​ບໍ​ລິ​ສັດ​ໃຫ​ຍ່​ແຫ່ງ​ນຶ່ງໃນ​ສະ​ຫະ​ລັດ ຊຶ່ງ​ທ່ານ​ແສງ​ສົມ​ພັນ ໄດ້​ອະ​ທິ​ບາຍຂັ້ນ​ຕົ້ນສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານ​ປະ​ກອນ​ຄຳ ໄດ້​ອະ​ທິ​ບາຍ​ເຖິງ​ຂັ້ນ​ຕອນ​ ອັນ​ເປັນ​ຄວາມ​ຮັບ​ຜິດ​ຊອບປະ​ຕິ​ບັດ​ຕາມ​ທີ່​ນາຍ​ໝໍ​ຕາໄດ້​ອອກ​ໄບ​ສັ່ງ​ມານັ້ນ​ວ່າ:

ການ​ເຮັດ​ແກ້ວ​ແວ່ນ​ຕາ​ໃຫ້​ຖືກ​ກັບ​ສະ​ພ​າບ​ສາຍ​ຕາ​ຂອງ​ແຕ່​ລະ​ສ່ວນ​ບຸກຄົນ​ນັ້ນ​ ມີ​ຄວາມ​ສະຫ​ລັບ​ສັບ​ຊ້ອນ. ​ເຮົາ​ຈະ​ສັງ​ເກດ​ເຫັນ​ຄົນ​ໃສ່​ແວ່ນ​ຕາ​ທີ່​ມີ​ແກ້ວ​ໜາຜິດ​ປົກ​ກະ​ຕິ ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້​ນັ້ນ​ເສຍ​ສາຍ​ຕາຮ້າຍ​ແຮງ. ຕົກ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ເທັກ​ໂນ​ໂລ​ຈີ​ສະ​ໄໝ​ໃໝ່​ສາ​ມາດ​ແກ້​ໄຂບັນ​ຫາ​ໃຫ້​ດີ​ຂຶ້ນ ຊຶ່ງ​ທ່ານ​ປະ​ກອ​ນ​ຄຳ ກ່າ​ວ​ຕໍ່​ໄປ​ອີກວ່າ:

ຕົກ​ມາ​ເຖິງ​ສັດ​ຕະ​ວັດ​ທີ​ຊາວ​ເອັດ ຫລາຍໆ​ຄົນ​ຍັງ​ບໍ່​ສາ​ມາດ​ຮູ້ໄດ້ເລີຍ​ວ່າ​ຕົນ​ເອງ ​ເສ​ຍ​ສາຍ​ຕາ ເພາະ​ບໍ່​ເຄີຍກວດ​ສາຍ​ຕາ ເພາະ​ບໍ່​ມີ​ຊັບ​ພະ​ຍາ​ກອນດ້ານ​ເສດ​ຖະ​ກິດເຂົ້າ​ໄປ​ເຖິງແລະ​ກໍ​ບໍ່​ຫົວ​ຊາ​ກັບ​ເລື້ອງ​ນີ້​. ເພາະ​ສະ​ນັ້ນ​ເຂົາ​ເຈົ້າ​ໄດ້ຢູ່​ກັບ​ຄວາມ​ລື້ງ​ເຄີຍ​ໃນແຕ່​ລະ​ວັນມາ​ຕະ​ຫລອດ​ຊີ​ວິດ ຊຶ່ງ​ທ່ານ​ປະກອນ​ຄຳ ໄດ້​ກ່າວ​ມ້ວນ​ທ້າຍ​ດັ່ງ​ນີ້.

ທ່ານ​ປະ​ກອນ​ຄຳ ໄດ້​ປະ​ກອບ​ວິ​ຊາ​ອາ​ຊີບ​ເປັ​ນ​ນາຍ​ຊ່າງ​ຕັດ​ແກ້ວ​ແວ່ນ​ຕາ​ມາ​ເປັນ​ເວ​ລາ 30 ປີແລ້ວ ​ແລະ​ມັກ​ວຽກ​ນີ້​ເປັນ​ພິ​ເສດ. ​ຍັງ​ອີກ​ບໍ່​ນານ​ທ່ານ​ຄິດ​ວ່າ​ຈະ​ອອກ​ບຳ​ນານ ທ່ານ​ມີ​ຄອບ​ຄົວ ບ້ານ​ເຮືອນ​ທີ່​ຢູ່​ອາ​ໃສ ​ລູກ​ຊາຍ​ສອງ​ຄົນ​ ກໍ​າ​ລັງ ຮ​ຽນ​ຢູ່ ​ມະ​ຫາ​ວິ​ທະ​ຍາ​ໄລ​ ທີ່​ໄດ້ສະ​ແດງ​ໃຫ້​ເປັນຄອບ​ຄົວ​ໂຕ​ຢ່າງ ແລະ​ສົມ​ບູນ​ແບບ ​ຂອງ​ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ.