Lao
This article was added by the user . TheWorldNews is not responsible for the content of the platform.

​ວີ​ໂອ​ເອ​ລາວ ຈະ​ນຳ​ເອົາ​ການ​ໂອ້​ລົມ ກັບ​ແມ່​ຍິງ​ສຳ​ຄັນສາມ​ຄົນ ມາ​ສະ​ເໜີ​ທ່ານ ໃນ​ລ​າຍ​ການ​ຊາວ​ລາວ​ ໃນ​ຕ່າງ​ແດນ​ຂອງພວກ​ເຮົາ

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ເດືອນ​ມີນາ​ແ​ມ່ນ​ເດືອນສະ​ຫລອງ ວັນແມ່​ຍິງ​ສາ​ກົນ ເພາະ​ສະ​ນັ້ນໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ເ​ຮົາຈະ​ນຳເອົາ​ການ​ໂອ້​ລົມ​ກັບ ດ​ຣ. ​ບຸ​ນ​ທອ​ນ ຈັນ​ທະ​ລາ​ວົງ ວີເຊີີ ຊຶ່ງ​ເປັນຜູ້​ນຶ່ງ​ໃນ​ຈຳ​ນວນ​ສະ​ຕີ​ແປດ​ຄົນຢູ່ທົ່ວໂລກ ທີ່ໄດ້​ຮັບ​ "ລາ​ງວັນຜູ້​ນຳ​ຂອງ​ແມ່​ຍິງຢູ​ໂຣບ​ສາ​ກົນ ​ປີ 2023” ຕິດ​ຕາມ​ດ້ວຍ ນັກ​ເຄື່ອນ​ໄຫວ​ດ້ານ​ການ​ສຶກ​ສາ ດ​ຣ. ສຳ​ລີ ແມັດ ແລະ​ທ່ານ​ນາງ​ແນນ​ຊີ ສະ​ແປັກ​ແມນ ​ນັກ​ເຄື່ອນ​ໄຫວສັງ​ຄົມ ມາ​ສະ​ເໜີໂດຍ ກິ່ງ​ສະ​ຫວັນ.

ບັນ​ດາ​ແມ່​ຍິງ​ເຊື້ອ​ສາຍ​ລາວ​ຢູ່​ຕ່າງ​ປະ​ເທດ ໄດ້​ພາກັນວາງ​ບົດ​ບາດ​ອັນ​ສຳ​ຄັນ​ໄວ້ໃຫ້​ເຫັນຫລາຍໆ​ຢ່າງ ນອກຈາກ​ມີ​ໜ້າ​ທີ່​ຮັບຜິດຊອບ​ດ້ານ​ຄອບ​ຄົວ ແລະວຽກ​ງານຂອງຕົນເອງແລ້ວ ​ເຂົາ​ເຈົ້າຍັງໄດ້​ສະຫລະ​ເວລານຳ​ພາປະຊາ​ຄົມເຄື່ອນ​ໄຫວ​ດ້ານການ​ເມືອງ ແລະກິດຈະການ​ສັງ​ຄົມ. ​

ດ​ຣ. ບຸນ​ທອນ​ຈັນ​ທະ​ລາ​ວົງ ນາຍ​ແພດ​ຢູ່​ປະ​ເທດ​ເຢຍ​ຣ​ະ​ມັນ ແມ່ນ​ນັກ​ເຄື່ອນ​ໄຫວການເມືອງຂອງ “​ອົງ​ການພັນ​ທະ​ມິດເພື່ອ​ປະ​ຊາ​ທິ​ປະ​ໄຕ​ໃນ​ລາວ” ມາ​ເປັນ​ເວ​ລາກວ່າ​ສາມ​ທົດ​ສະ​ວັດ. ​ໃນ​ວັນ​ທີ 6 ເດືອນ​ມີ​ນາ ທີ່​ຜານ​ມາ​ນີ້ ​ດ​ຣ. ບຸນ​ທອນ ​ໃນ​ນາ​ມ​ຄົນ​ລາວ-​ເຢ​ຣະ​ມັນ ແມ່ນ​ຜູ້​ນຶ່ງໃນ​ຈຳ​ນວນ​ບັນ​ດາ​ແມ່​ຍິງ​ສາ​ກົນ​ອີກ​ເຈັດ​ຄົນ ​ທີ່​ມາຈາກທົ່ວໂລກໄດ້ຮັບ​ລາງວັນ ຜູ້ນຳແມ່ຍິງສາກົນຂອງຢູໂຣບ ຫລື “European Women’s International Leadership Award” ປະຈຳປີ 2023 ຊຶ່ງປະກອບມີແມ່​ຍິງ​ເຊຶື້ອສາຍ ຈາກ​ ລາວ ໂມ​ຣົກ​ໂກ ແບ​ລຈ້ຽມ ເທິກ​ກີ ບັງກ​ລາ​ແດັ​ສ ເຮ​ຕີ ຣວານ​ດາ ແລະ​ຣັດ​ເຊຍ. ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການພັນທະມິດ ເພື່ອປະຊາທິປະໄຕສິດທິມະນຸດໃນລາວ ໄດ້ກ່າວຕໍ່ ວີໂອເອ ກ່ຽວກັບກຽດຕິຍົດທີ່ທ່ານນາງໄດ້ຮັບໃນຄັ້ງນີ້ວ່າ:

​ດ​ຣ. ບຸນ​ທອນ ຈັນ​ທະ​ລົງ​ວົງ ວີ​ເຊີ
​ດ​ຣ. ບຸນ​ທອນ ຈັນ​ທະ​ລົງ​ວົງ ວີ​ເຊີ

ຢູ່ທີ່ນະ​ຄອນແຊນດີເອໂກ ​ລັດ​ຄາ​ລິ​ຟໍ​ເນຍ ສະຫະລັດອາເມຣິກາ ນັກເຄື່ອນໄຫວດ້ານການສຶກສາ ດຣ. ສຳລີິ ແມັດ ສຳເລັດປະລິນຍາເອກ ຝ່າຍການຈັດຕັ້ງປະ ຊາຄົມ. ໃນນາມສະມາຊິກສັງຄົມທ້ອງຖິ່ນ ດຣ. ສໍາລີເຫັນຄວາມຕ້ອງການດ້ານ ​ການ​ສຶກ​ສາ ​ຂອງເຍົາວະຊົນອາເມຣິກັນ ເຊື້ອສາຍລາວ ຊຶ່ງທ່ານນາງໄດ້ອະທິ ບາຍ ສູ່ ວີໂອເອ ດັ່ງນີ້:

ດ​ຣ ສຳ​ລີ ແມັດ
ດ​ຣ ສຳ​ລີ ແມັດ

ທ່ານນາງແຊນ​ດີ ສະແປັກແມນ ສະຕີອາເມຣິກັນເຊື້ອສາຍລາວ ອະດີດຜູ້ສະ ໝັກເປັນສະມາຊິກສະພາບໍລິຫານນະ​ຄອນແຊນດີເອໂກ ລັດຄາລິຟໍເນຍ ປັດ
ຈຸ ບັນເປັນຫົວໜ້າບໍລິຫານຫ້ອງການ IT ແຫ່ງນຶ່ງ ໃນນະ​ຄອນແຊນດີເອໂກ ທ່ານນາງໄດ້ກ່າວ​ມ້ວນ​ທ້າຍ​ເຖິງຄວາມໝາຍຂອງ​ການ​ເປັນ​ແມ່​ຍິງແລະຄວາມຮັບຜິດຊອບ ເນື່ອງ​ໃນ​ວັນ​ສະ​ຫລອງ​ແມ່​ຍິງ​ສາ​ກົນສູ່ ວີໂອເອ ຟັງດັ່ງນີ້:

ທ່ານ​ນາງ​ແຊນ​ດີ ສະ​ແປັກ​ແມນ
ທ່ານ​ນາງ​ແຊນ​ດີ ສະ​ແປັກ​ແມນ

ຄວາມກ້າວໜ້າຂອງ ບັນດາແມ່ຍິງສາກົນເຊື້ອສາຍລາວ ​ເຫລົ່າ​ນີ້ເປັນທີ່ໜ້າສັນ ລະເສີນ. ເຂົາເຈົ້າໄດ້ຮັບການສຶກສາສູງ ມີຄວາມຮັບຜິດຊອບສູງ ແລະຍັງມີນໍ້າໃຈເພື່ອແຜ່​ຮັບ​ໃຊ້ສັງຄົມຂອງຕົນເປັນ​ພິ​ເສດ.