Lao
This article was added by the user . TheWorldNews is not responsible for the content of the platform.

ທຸລະກິດກ່ຽວ ກັບການ ທ່ອງທ່ຽວ ໃນຮູບແບບຂອງ Ecotourism

ປັດຈຸບັນ ການທ່ອງທ່ຽວໃນລັກສະນະແບບຕິດພັນກັບທໍາມະຊາດ ແລະລົງໄປໃກ້ຊິດກັບທໍາມະຊາດໂດຍກົງ ຫຼື Ecotourism ກໍາລັງເປັນທີ່ນິຍົມສໍາລັບນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປັດຈຸບັນ ນັກທ່ອງທ່ຽວມັກໄປທ່ອງທ່ຽວຢູ່ ສປປ ລາວ ເນື່ອງຈາກພວກເຂົາເຈົ້າຢາກໄປສໍາພັດ ແລະໃກ້ຊິດກັບສະຖານທີ່ທີ່ຍັງເປັນທໍາມະຊາດຢູ່.

ທ່ານອິນທີ ເດືອນສະຫວັນ, ດໍາເນີນທຸລະກິດກ່ຽວກັບການທ່ອງທ່ຽວ ພາຍໃຕ້ຊື່ບໍລິສັດ Greendiscovery ໃນລັກສະນະແບບອະນຸລັກ, ເຊິ່ງເພິ່ນໄດ້ກ່າວໃຫ້ຟັງວ່າ ໃນເມື່ອກ່ອນເພິ່ນເລີ້ມຕົ້ນທຸລະກິດຮ້ານອາຫານທີ່ມີຊື່ວ່າ ‘ຂອບໃຈເດີ້’, ຈາກນັ້ນ ກໍໄດ້ຂະຫຍາຍກິດຈະການອອກໄປໃຫ້ກວ້າງຂຶ້ນ ໂດຍສະເພາະແມ່ນທຸລະກິດກ່ຽວກັບການທ່ອງທ່ຽວ ເພາະສ່ວນຕົວແລ້ວເພິ່ນເອງກໍມັກທໍາມະຊາດ, ເຊິ່ງເພິ່ນກ່າວວ່າ ນັກທ່ອງທ່ຽວທີ່ມາໃຊ້ບໍລິການນີ້ 90 ເປີເຊັນ ແມ່ນນັກທ່ອງທ່ຽວທີ່ມາຈາກປະເທດຕາເວັນຕົກ.

ເນື່ອງຈາກການບໍລິການຂອງເພິ່ນເປັນລັກສະນະການທ່ອງທ່ຽວແບບອະນຸລັກ ຫຼື Ecotourism ແລະມີສ່ວນຮ່ວມໃນຊຸມຊົນ, ເພິ່ນຈໍາເປັນຕ້ອງມີສະຖານທີ່ທີ່ກວມເອົາບໍລິເວນເນື້ອທີ່ສໍາປະທານທີ່ກວ້າງຂຶ້ນ ເພື່ອໃຫ້ບໍລິເວນອ້ອມຮອບຍັງຄົງຄວາມເປັນທໍາມະຊາດຢູ່. ດັ່ງນັ້ນ, ເພິ່ນຈຶ່ງໄດ້ປະກອບເອກະສານເຂົ້າຫາພະແນກແຜນການຂອງແຂວງ ແລະສະເໜີເຈດຈໍານົງວ່າ ເຮົາຈະດໍາເນີນການດ້ານໃດ ເມື່ອຜ່ານການກວດກາແລ້ວ ກໍເຮັດບົດບັນທຶກຄວາມເຂົ້າໃຈ ຫຼື MOU ເພື່ອທີ່ຈະໄປເຮັດບົດວິພາກເສດຖະກິດ ແລະລາຍລະອຽດຕ່າງໆໃນການດໍາເນີນງານຂອງຜູ້ປະກອບການ ແລະຈະມີຜົນປະໂຫຍດຫຍັງແດ່ຕໍ່ສັງຄົມ. ປັດຈຸບັນ ເພິ່ນມີສາຂາຢູ່ທີ່ຫຼວງນໍ້າທາ, ເມືອງງອຍ, ໄຊຍະບູລີ, ຫຼວງພະບາງ, ຄໍາມ່ວນ, ຈໍາປາສັກ ແລະນະຄອນຫຼວງວຽງຈັນ.

ຮູບທີ່ຖີກຈັດໃຫ້ໂດຍທີມງານຂອງ ທ່ານອິນທີ່, ເປີດເຜີຍໃຫ້ເຫັນພາບຂອງລັກສະນະຂົວອູ່ ທີ່ເຊື່ອມກັນລະຫວ່າງຍອດຂອງພູຫິນໜາມໜໍ່, ແຂວງຄໍາມ່ວນ.
ຮູບທີ່ຖີກຈັດໃຫ້ໂດຍທີມງານຂອງ ທ່ານອິນທີ່, ເປີດເຜີຍໃຫ້ເຫັນພາບຂອງລັກສະນະຂົວອູ່ ທີ່ເຊື່ອມກັນລະຫວ່າງຍອດຂອງພູຫິນໜາມໜໍ່, ແຂວງຄໍາມ່ວນ.

ສະເພາະຢູ່ແຂວງຄໍາມ່ວນ, ເພິ່ນຂໍທີ່ດິນສໍາລັບສໍາປະທານດ້ານການທ່ອງທ່ຽວນີ້ 200 ກວ່າເຮັກຕ້າ ແລະເປີດສະຖານທີ່ທ່ອງທ່ຽວໃນຊື່ວ່າ ‘ພູຜາມ່ານ’ ເປັນໄລຍະເວລາ 30 ປີ, ເຊິ່ງເນື້ອທີ່ທີ່ນໍາໃຊ້ຈະໄດ້ເສຍຄ່າສໍາປະທານ 300 ໂດລາຕໍ່ເຮັກຕ້າ ຕໍ່ປີ, ໂດຍເນື້ອທີ່ທີ່ໄດ້ນໍາໃຊໂຕຈິງແມ່ນ 20 ກວ່າເຮັກຕ້າ. ສ່ວນພື້ນທີ່ທີ່ບໍ່ໄດ້ນໍາໃຊ້ ແຕ່ເປັນລັກສະນະແບບອະນຸລັກທີ່ຢູ່ອ້ອມຮອບບໍລິເວນສະຖານທີ່ທ່ອງທ່ຽວ ແມ່ນເສຍຄ່າສໍາປະທານ 1 ໂດລາຕໍ່ເຮັກຕ້າຕໍ່ປີ. ແລະເນື່ອງຈາກເພິ່ນປະສົບຄວາມສໍາເລັດໃນດ້ານການທ່ອງທ່ຽວແບບອະນຸລັກ, ທາງແຂວງຈຶ່ງມອບເນື້ອທີ່ໃຫ້ເພິ່ນສໍາປະທານຕື່ມເປັນ 7,000 ກວ່າເຮັກຕ້າ ໂດຍແມ່ນເນື້ອທີ່ແບບອະນຸລັກທັງໝົດ. ຢ່າງໃດກໍຕາມ, ສໍາລັບຄ່າປົກປັກຮັກສາ ເພິ່ນໄດ້ຮັບຜິດຊອບເອງປະມານ 10,000 ໂດລາຕໍ່ປີ.

ທ່ານອິນທີ ຍັງໄດ້ກ່າວອີກວ່າ ເນື່ອງຈາກການເຮັດທຸລະກິດຂອງເພິ່ນເປັນລັກສະນະທີ່ສົ່ງເສີມການທ່ອງທ່ຽວ ແລະຮັກສາສິ່ງແວດລ້ອມ, ດັ່ງນັ້ນ ໃນຊ່ວງ 5 ປີທໍາອິດເພິ່ນຈະບໍ່ໄດ້ເສຍອາກອນກໍາໄລ ຫຼື Income Tax.

ສໍາລັບການບໍລິຫານ, ເນື່ອງຈາກບໍລິສັດຂອງເພິ່ນມີຫຼາຍພາກສ່ວນ ທຸລະກິດ ແລະຫຼາຍສາຂາ, ສະນັ້ນ ການບໍລິຫານງານຂອງເພິ່ນແມ່ນເຮັດເປັນລະບົບທີ່ພົວພັນກັນ ນັບຕັ້ງແຕ່ເລື້ອງການບໍລິຫານ, ການຕະຫຼາດ ແລະອື່ນໆ, ເຊິ່ງແຕ່ລະສາຂາຈະມີຜູ້ຮັບຜິດຊອບຢູ່ທີ່ນັ້ນ ໂດຍຂຶ້ນກັບສາຂາໃຫຍ່ ຢູ່ນະຄອນຫຼວງວຽງຈັນ, ເຊິ່ງໃນເມື່ອກ່ອນແມ່ນມີພະນັກງານທັງໝົດຫຼາຍກວ່າ 600 ຄົນ. ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ປັດຈຸບັນຈຶ່ງມີພະນັກງານປະຈໍາລວມທັງໝົດຫຼາຍກວ່າ 300 ຄົນ ໂດຍທີ່ບໍ່ໄດ້ນັບພະນັກງານຊົ່ວຄາວພາກສະໜາມ. ແຕ່ກໍເປັນຂີດໝາຍທີ່ດີຢູ່ ເພາະການທ່ອງທ່ຽວເລີ້ມກັບມາດີຂຶ້ນຫຼາຍແລ້ວ.

ຮູບທີ່ຈັດໃຫ້ໂດຍທີມງານຂອງ ທ່ານອິນທີ, ເປີດເຜີຍໃຫ້ເຫັນມຸມນຶ່ງຂອງຂົວໄຕ່ ຢູ່ເທິງຍອກພູຫິນໜາມໜໍ່, ແຂວງຄໍາມ່ວນ.
ຮູບທີ່ຈັດໃຫ້ໂດຍທີມງານຂອງ ທ່ານອິນທີ, ເປີດເຜີຍໃຫ້ເຫັນມຸມນຶ່ງຂອງຂົວໄຕ່ ຢູ່ເທິງຍອກພູຫິນໜາມໜໍ່, ແຂວງຄໍາມ່ວນ.

ວິທີການເຂົ້າເຖິງຕະຫຼາດ, ທາງບໍລິສັດດໍາເນີນງານເປັນສອງລະບົບຫຼັກໆຄື ການອອກແຜ່ນພັບໂຄສະນາຢູ່ຕາມສາຂາຕ່າງໆໃນແຕ່ລະແຂວງ, ແລະການໂຄສະນາຢູ່ໃນສື່ສັງຄົມອອນລາຍ, ຈຶ່ງເຮັດໃຫ້ມີລູກຄ້າສະເພາະການທ່ອງທ່ຽວໂດຍລວມປະມານ 10,000 ຄົນຕໍ່ເດືອນ (ສະຖິຕິກ່ອນການລະບາດ).

ເວົ້າລວມແລ້ວ, ການເຮັດທຸລະກິດໃນລັກສະນະແບບອະນຸລັກ ນອກຈາກຈະເປັນການຮັກສາສິ່ງແວດລ້ອມແລ້ວ ຍັງໄດ້ສ້າງຈິດສໍານຶກໃຫ້ຄົນໃນທ້ອງຖິ່ນໃຫ້ເຫັນຄຸນຄ່າຂອງທໍາມະຊາດ, ພ້ອມກັນນັ້ນ ກໍເປັນການສ້າງລາຍຮັບໃຫ້ແກ່ທ້ອງຖິ່ນໄປນໍາອີກດ້ວຍ.

ຮູບທີ່ຖືກຈັດໃຫ້ໂດຍທີມງານຂອງ ທ່ານອິນທີ, ເປີດເຜີຍໃຫ້ເຫັນພາບຂອງການຫ້ອຍເຊືອກ ທີ່ເປັນການພະຈົນໄພ ເຊິ່ງເໜັ່ງ ແລະເຊື່ອມກັນລະຫວ່າງຍອດຂອງພູຫິນໜາມໜໍ່
ຮູບທີ່ຖືກຈັດໃຫ້ໂດຍທີມງານຂອງ ທ່ານອິນທີ, ເປີດເຜີຍໃຫ້ເຫັນພາບຂອງການຫ້ອຍເຊືອກ ທີ່ເປັນການພະຈົນໄພ ເຊິ່ງເໜັ່ງ ແລະເຊື່ອມກັນລະຫວ່າງຍອດຂອງພູຫິນໜາມໜໍ່