Lao
This article was added by the user . TheWorldNews is not responsible for the content of the platform.

ທ່ານນາງອຶງ ຊຸຍ ເມັງ ກ່າວວ່າ ບັນຫາຂໍ້ພິພາດກ່ຽວກັບທີ່ດິນ ເປັນສາເຫດເຮັດໃຫ້ ທ່ານສົມບັດ ຫາຍສາບສູນ

ພັນລະຍາຂອງທ່ານສົມບັດ ສົມພອນ ຢືນຢັນວ່າ ການປຸກລະດົມເພື່ອປົກປ້ອງສິດທິຂອງປະຊາຊົນລາວໃນການຄຸ້ມຄອງທີ່ດິນ ທີ່ຂັດແຍ້ງກັບພະນັກງານລັດ ຄືສາເຫດເບື້ອງຫຼັງທີ່ເຮັດໃຫ້ ທ່ານສົມບັດ ຫາຍໂຕໄປ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານນາງອຶງ ຊຸຍ ເມັງ ພັນລະຍາຊາວສິງກະໂປຂອງ ທ່ານສົມບັດ ສົມພອນ, ນັກພັດທະນາສັງຄົມໃນລາວທີ່ໄດ້ຮັບລາງວັນແມັກໄຊໄຊ ໃນຖານະນັກພັດທະນາສັງຄົມດີເດັ່ນຂອງອາຊຽນປີ 2005 ນັ້ນ ຢືນຢັນວ່າ ທ່ານນາງຍັງຄົງທວງຖາມທາງການລາວກ່ຽວກັບສາເຫດທີ່ມີການລັກພາໂຕ ທ່ານສົມບັດ ສົມພອນ ຜູ້ເປັນສາມີຂອງທ່ານນາງ ລວມທັງໄດ້ທວງຖາມເຖິງຄວາມຄືບໜ້າຂອງການສືບສວນ ສອບສວນເພື່ອຕິດຕາມຫາ ທ່ານສົມບັດ ໃນຕະຫຼອດໄລຍະເວລາຫຼາຍກວ່າ 9 ປີທີ່ຜ່ານມານີ້ ແຕ່ກໍຍັງບໍ່ມີຄໍາຕອບຈາກທາງການລາວແຕ່ຢ່າງໃດ ພ້ອມທັງບໍ່ມີໂອກາດພົວພັນກັບໜ່ວຍງານຂອງລັດຖະບານລາວທີ່ຮັບຜິດຊອບຕໍ່ກໍລະນີດັ່ງກ່າວອີກດ້ວຍ.

ໂດຍຄັ້ງສຸດທ້າຍທີ່ທ່ານນາງ ອຶງ ຊຸຍ ເມັງ ໄດ້ຮັບໂອກາດຕິດຕໍ່-ພົວພັນກັບໜ່ວຍງານຂອງລັດຖະບານລາວກໍຄື ໃນທ້າຍປີ 2017 ແລະຫຼັງຈາກນັ້ນກໍບໍ່ໄດ້ຮັບໂອກາດດັ່ງກ່າວອີກເລີຍ ເຖິງແມ່ນວ່າຈະໄດ້ມີການພົວພັນໄປຫາໜ່ວຍງານຂອງລັດຖະບານລາວທີ່ຮັບຜິດຊອບຕໍ່ກໍລະນີດັ່ງກ່າວ ຕະຫຼອດມາກໍຕາມ ແຕ່ໂດຍສ່ວນໂຕຂອງທ່ານນາງ ອຶງ ຊຸຍ ເມັງ ນັ້ນ ທ່ານນາງເຊື່ອວ່າສາເຫດເບື້ອງຫຼັງທີ່ເຮັດໃຫ້ເກີດມີການລັກພາໂຕ ທ່ານສົມບັດ ກໍຄືການທີ່ທ່ານສົມບັດໄດ້ດໍາເນີນການປຸກລະດົມໃຫ້ປະຊາຊົນລາວເຫັນຄວາມສໍາຄັນໃນການອະນຸລັກສິ່ງແວດລ້ອມທໍາມະຊາດ ດ້ວຍການນໍາໃຊ້ທີ່ດິນເພື່ອຜົນປະໂຫຍດແບບຍືນຍົງທີ່ໄດ້ກະທົບໂດຍກົງຕໍ່ຜົນປະໂຫຍດຂອງກຸ່ມຜູ້ມີອໍານາດໃນວົງການພັກ ແລະລັດຖະບານລາວ ທີ່ສະແຫວງຫາຜົນປະໂຫຍດຈາກໂຄງ ການສໍາປະທານຕ່າງໆ ທີ່ໄດ້ມີການບັງຄັບເວນຄືນທີ່ດິນຂອງປະຊາຊົນລາວຢ່າງກວ້າງຂວາງນັ້ນ, ດັ່ງທີ່ທ່ານນາງອຶງ ຊຸຍ ເມັງ ໄດ້ໃຫ້ການຢືນຢັນວ່າ:

“ທ່ານສົມບັດ ເຮັດວຽກກ່ຽວກັບການພັດທະນາຊຸມຊົນ ແລະວັດທະນະທໍາຫຼາຍໆຢ່າງ, ເຊິ່ງໄດ້ເຮັດໃຫ້ທ່ານປະເຊີນກັບບັນຫາກ່ຽວກັບທີ່ດິນ, ປ່າໄມ້, ແມ່ນໍ້າ ແລະສິດທິຂອງປະຊາຊົນ ໃນການເຂົ້າເຖິງແຫຼ່ງຊັບພະຍາກອນເຫຼົ່ານີ້ໂດຍກົງ. ນອກນັ້ນ ມັນຍັງໄດ້ເຮັດໃຫ້ທ່ານປະເຊີນກັບບັນຫາການປົກປ້ອງແຫຼ່ງຊັບພະຍາກອນຂອງຊາດ ຈາກການທໍາລາຍ ແລະການນໍາໃຊ້ແບບບໍ່ມີປະໂຫຍດ, ໂດຍສ່ວຍຫຼາຍແລ້ວ ແມ່ນເຮັດໃຫ້ທ່ານປະເຊີນກັບວາລະຂອງການປ່ຽນທີ່ດິນ ໃຫ້ກາຍມາເປັນລະບົບເສດຖະກິດທີ່ສໍາຄັນຂອງລັດຖະບານ ເຊັ່ນວ່າ ການກໍ່ສ້າງເຂື່ອນຕ່າງໆ.”

ຍິ່ງໄປກວ່ານັ້ນ ທ່ານນາງອຶງ ຊຸຍ ເມັງ ກໍຍັງໄດ້ສະແດງການຮຽກຮ້ອງຕໍ່ພາກປະຊາສັງຄົມໃນທົ່ວອາຊຽນ ເພື່ອໃຫ້ຮວມກັນກົດດັນຕໍ່ທາງການລາວ ແລະຮ່ວມມືກັນເສີມສ້າງຄວາມເຂັ້ມແຂງຂອງພາກປະຊາສັງຄົມເຂົ້າໃນການສະກັດກັ້ນ ບໍ່ຍອມໃຫ້ເກີດການລັກພາໂຕຄືກໍລະນີຂອງ ທ່ານສົມບັດ ເກີດຂຶ້ນທັງລາວ ແລະໃນທົ່ວອາຊຽນດ້ວຍເຊັ່ນກັນ, ໃນຂະນະທີ່ທາງການລາວນັ້ນກໍຍອມຮັບວ່າ ການນໍາໃຊ້ກົດໝາຍໃນລາວຍັງບໍ່ມີການຈັດຕັ້ງປະຕິບັດແບບຈິງຈັງ ເພາະພາກສ່ວນທີ່ຮັບຜິດຊອບຍັງຖືເບົາໃນການບັງຄັບໃຊ້ກົດໝາຍ ເຊິ່ງເຮັດໃຫ້ເກີດບັນຫາຫຍຸ້ງຍາກ ແລະຂໍ້ຂັດແຍ້ງໃນສັງຄົມຢ່າງກວ້າງຂວາງໃນປັດຈຸບັນ, ດັ່ງທີ່ ທ່ານຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ:

“ການສ້າງ ແລະປະກາດໃຊ້ກົດໝາຍ ເປັນວຽກງານທີ່ສໍາຄັນ ແລະກໍມີຄວາມຫຍຸ້ງ ຍາກບໍ່ໜ້ອຍ, ແຕ່ບັນຫາສໍາຄັນ ຫຼືຫຍຸ້ງຍາກຫຼາຍກວ່ານັ້ນ ແມ່ນບັນຫານໍາເອົາກົດ ໝາຍທີ່ໄດ້ປະກາດໃຊ້ແລ້ວນັ້ນ ເຂົ້າສູ່ຊີວິດໂຕຈິງຂອງສັງຄົມ ເຮັດໃຫ້ການເຄົາລົບ ແລະປະຕິບັດກົດໝາຍກາຍເປັນສະຕິຕື່ນໂຕ ແລະການປະພຶດໂຕຈິງຂອງສະມາຊິກພັກ ພະນັກງານລັດ ລັດຖະກອນ ທະຫານ ຕໍາຫຼວດ ແລະພົນລະເມືອງລາວທຸກຄົນ ບັນຫານີ້ເປັນປັດໄຈສໍາຄັນ ຮັບປະກັນຄຸນນະພາບຂອງການສ້າງລັດທີ່ປົກຄອງດ້ວຍກົດໝາຍ.”

ໂດຍໃນໂອກາດຄົບຮອບ 9 ປີທີ່ ທ່ານສົມບັດ ຖືກລັກພາໂຕໄປຈາກປ້ອມຕໍາຫຼວດແຫ່ງນຶ່ງໃນນະຄອນຫຼວງວຽງຈັນ, ທ່ານນາງອຶງ ຊຸຍ ເມັງ ຍັງສືບຕໍ່ການຂຽນຈົດໝາຍເພື່ອເຜີຍແຜ່ທາງເວັບໄຊທ໌ ແລະເຟສບຸກ ເພື່ອລະລຶກເຖິງ ທ່ານສົມບັດ ພ້ອມທັງຍັງໄດ້ບັນຍາຍເຖິງຄວາມທຸກໃຈ ແລະຄວາມຫວັງທີ່ທ່ານນາງຢາກຈະໄດ້ໂຕຂອງ ທ່ານສົມບັດ ກັບຄືນມາຢ່າງປອດໄພ, ເຊິ່ງກໍເຊັ່ນດຽວກັນກັບບັນດາຜູ້ຕາງໜ້າຂອງອົງການສາກົນ ແລະອົງການບໍ່ຂຶ້ນກັບລັດຖະບານຈໍານວນນຶ່ງທີ່ໄດ້ຮ່ວມກັນຈັດພິທີລະລຶກເຖິງ ທ່ານສົມບັດ ໃນໂອກາດຄົບຮອບ 25 ປີຂອງການຕັ້ງສູນຝຶກອົບຮົມ ເພື່ອເສີມສ້າງການມີສ່ວນຮ່ວມການພັດທະນາໃນລາວ (PADETC) ທີ່ທ່ານສົມບັດ ໄດ້ກໍ່ຕັ້ງຂຶ້ນນັບຕັ້ງແຕ່ປີ 1996 ເປັນຕົ້ນມາ.

ສ່ວນບັນດານັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດສາກົນຈາກທົ່ວອາຊຽນ ກໍໄດ້ຮ່ວມກັນຈັດເວທີເສວະນາກ່ຽວກັບຊີວິດ, ຜົນງານ, ແນວຄິດ, ອຸດົມການ ແລະວິທີການປະຕິບັດງານຂອງ ທ່ານສົມບັດ ເພື່ອເຜີຍແຜ່ສູ່ການຮຽນຮູ້ໃນວົງກວ້າງ ເພື່ອທວງຖາມຄວາມຍຸຕິທໍາ ໃຫ້ກັບທ່ານສົມບັດ.