Lao
This article was added by the user . TheWorldNews is not responsible for the content of the platform.

ທາງການຈີນ ກຳໜົດ 12 ເງື່ອນໄຂ ສຳລັບການນຳເຂົ້າງົວ ຈາກລາວ ຊຶ່ງບັນດາຊາວກະສິກອນລາວ ຍັງມີຄວາມສາມາດຕ່ຳ ທີ່ຈະປະຕິບັດໄດ້ຕາມເງື່ອນໄຂ

ທາງການຈີນ ກຳໜົດ 12 ເງື່ອນໄຂ ກ່ຽວກັບການນຳເຂົ້າງົວຈາກລາວ ໃນຂະ ນະທີ່ຊາວກະກອນລາວ ຍັງມີຄວາມສາມາດຕ່ຳທີ່ຈະປະຕິບັດໄດ້ຕາມເງື່ອນໄຂ ຜົນປະໂຍດຈຶ່ງຕົກເປັນຂອງບໍລິສັດຈີນ ໃນລາວ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ກະຊວງການຄ້າຈີນ ໄດ້ອອກປະກາດແຈ້ງການສະບັບໃໝ່ ກ່ຽວກັບການນຳເຂົ້າງົວ-ຄວາຍຈາກລາວເມື່ອບໍ່ນານມານີ້ ໂດຍໄດ້ກຳໜົດເງື່ອນໄຂຢ່າງລະອຽດເຖິງ 12 ເງື່ອນໄຂດ້ວຍກັນ ສຳລັບງົວ-ຄວາຍທີ່ຈະສົ່ງຈາກລາວໄປຈີນກໍຄືງົວ-ຄວາຍນັ້ນ ຕ້ອງມີນ້ຳໜັກໂຕ 350 ກິໂລກຣາມຂຶ້ນໄປ ແລະອາຍຸບໍ່ເກີນ 4 ປີ ຕ້ອງມາຈາກພື້ນທີ່ທີ່ປອດຈາກພະຍາດປາກເປື່ອຍລົງເລັບ ຕ້ອງຖືກລ້ຽງໄວ້ຢູ່ໃນເຂດທ້ອນໂຮມຢ່າງໜ້ອຍ 45 ວັນ ຕ້ອງມີການລ້ຽງແຍກເພດ ແລະພາຍໃນ 6 ເດືອນຕ້ອງກວດບໍ່ພົບເຊື້ອພະຍາດຕິດຕໍ່ທຸກຊະນິດ ຕ້ອງມີການຂຶ້ນທະບຽນສັດ ກວດການຖືພາ ສັກຢາກັນພະຍາດປາກເປື່ອຍລົງເລັບ 2 ເຂັມ ຈັດເກັບໂຕຢ່າງ ແລະວິໄຈພະບາດເປັນປະຈຳ ຕິດຕາມການນຳໃຊ້ອາຫານ ແລະຢາປິ່ນປົວຄວບຄຸມການເຄື່ອນຍ້າຍ ແລະຂົນສົ່ງທີ່ໄດ້ມາດຕະຖານສາກົນ ໃນການຄວບຄຸມພະຍາດ ແລະຕ້ອງກັກສັດ 30 ວັນ ກ່ອນທີ່ຈະສົ່ງຈາກລາວໄປຈີນ.

ພ້ອມກັນນັ້ນ ປະກາດແຈ້ງການສະບັບນີ້ ກໍຍັງໄດ້ກຳໜົດໃຫ້ສະຖານທີ່ກັກກັນສັດ ຕ້ອງຢູ່ໃນເຂດທີ່ປອດຈາກພະຍາດໃນວົງລັດສະໝີໃຫ້ບໍ່ຕ່ຳກວ່າ 3 ກິໂລແມັດ ທັງຍັງຈະຕ້ອງຜ່ານການກວດກາ ແລະໄດ້ຮັບໃບຢັ້ງຢືນສຸຂະພາບສັດຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະສັດຕະວະແພດຂັ້ນສູນກາງຂອງລາວແລະຈີນ ຮ່ວມກັນອີກດ້ວຍ ຫາກບໍ່ສະນັ້ນແລ້ວ ທາງການຈີນ ຈະບໍ່ອະນຸ ຍາດໃຫ້ນຳເຂົ້າງົວ-ຄວາຍຈາກລາວໄປຈີນ ຢ່າງເດັດຂາດ ຊຶ່ງເມື່ອພິຈາລະນາຈາກ 12 ເງື່ອນໄຂດັ່ງກ່າວ ກໍພົບວ່າ ຍັງບໍ່ມີຊາວກະສິກອນໃນລາວ ລາຍໃດທີ່ສາມາດປະຕິບັດຕາມໄດ້ເລີຍ ຈຶ່ງມີພຽງບໍລິສັດຈີນເທົ່ານັ້ນທີ່ມີຄວາມສາມາດດັ່ງກ່າວທີ່ພາກັນເຂົ້າມາລົງທຶນໃນລາວເພີ້ມຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ໃນແຂວງອຸດົມໄຊ ໃຫ້ການຢືນຢັນວ່າ:

“ທາງແຂວງພວກເຮົາ ກະສາມາດປຸກລະດົມໂຄສະນາດຶງດູດຍາດແຍ່ງການລົງ ທຶນເຂົ້າໃນການພັດທະນາ ແຂວງພວກເຮົານີ້ ໄດ້ຫຼາຍພໍສົມຄວນ ຊຶ່ງສະແດງອອກໃນແຕ່ລະໄລຍະຂອງແຜນພັດທະນາເສດຖະກິດ-ສັງຄົມ ສຳລັບປີ 2022 ນີ້ ພວກເຮົາກະສາມາດດຶງດູດນັກລົງທຶນຕ່າງປະເທດນີ້ ມາລົງທຶນແຂວງພວກເຮົານີ້ ກໍມີຫຼາຍໂຄງການເນາະ ໃນນີ້ອັນພົ້ນເດັ່ນກະແມ່ນລົງທຶນທາງດ້ານການຜະລິດກະສິກຳ ເປັນສິນຄ້າ ການປູກ-ການລ້ຽງ ຊຶ່ງມີນັກທຸລະກິດຊາວຈີນ ກຳ ລັງພວມສຶກສາສຳຫຼວດກໍຄືວ່າ ມີຫຼາຍ.”

ທັງນີ້ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບບໍລິສັດຮ່ວມທຶນກະສິກຳຄົບວົງຈອນຈຳກັດ ແລະບໍລິສັດຮຸ້ຍຝູ ເທັກໂນໂລຈີ-ຊີວະພາບ ຈຳກັດຈາກຈີນ ເມື່ອບໍ່ນານມານີ້ ເພື່ອເປັນຫຸ້ນສ່ວນກັນ ໃນການພັດທະນາລະບົບອຸດສາຫະກຳສົ່ງອອກຊີ້ນງົວຈາກລາວໄປຈີນໃຫ້ໄດ້ຕາມໂຄວຕາທີ່ທາງການຈີນຕົກລົງຈະຮັບຊີ້ນງົວຈາກລາວ 5 ແສນໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມາ ຫາກແຕ່ວ່າ ຊາວກະສິ ກອນລາວກໍຍັງບໍ່ສາມາດປະຕິບັດໄດ້ເລີຍ ຈົນເຖິງປັດຈຸບັນນີ້ ຊຶ່ງນອກຈາກຈະມີສາເຫດມາຈາກການລະບາດຂອງພະຍາດໄວຣັສໂຄວິດ-19 ແລະການ ລະບາດພະຍາດຜິວໜັງອັກເສບຕິດຕໍ່ງົວ-ຄວາຍໃນປີ 2021 ແລ້ວກໍຍັງເປັນຍ້ອນລະບົບການລ້ຽງງົວ-ຄວາຍໃນລາວ ທີ່ບໍ່ໄດ້ມາດຕະຖານຕາມຕ້ອງການຂອງຈີນອີກດ້ວຍ ຈຶ່ງເຮັດໃຫ້ມີການລົງນາມ ໃນ MOU ເພື່ອໃຫ້ບໍລິສັດຈີນ ເປັນຜູ້ຮັບຜິດຊອບໃນການພັດທະນາລະບົບອຸດສາຫະກຳສົ່ງອອກຊີ້ນງົວໃນ ລາວດັ່ງກ່າວ.

ທັງນີ້ ໂດຍການລະບາດພະຍາດຜິວໜັງອັກເສບຕິດ ຕໍ່ງົວ-ຄວາຍໃນປີ 2021 ໄດ້ສົ່ງຜົນກະທົບເຮັດໃຫ້ຊາວກະສິກອນລາວ ສາມາດສົ່ງງົວໄປຈີນ ໄດ້ພຽງ 2,013 ໂຕຫຼືບໍ່ເຖິງ 5 ເປີເຊັນຂອງແຜນການ ຍ້ອນວ່າ ທາງການຈີນ ໄດ້ເພີ້ມຄວາມເຂັ້ມງວດໃນການກວດກາສຸຂະພາບງົວ-ຄວາຍ ກ່ອນທີ່ຈະນຳເຂົ້າຈາກລາວ ນັບແຕ່ເດືອນມິຖຸນາ 2021 ຈົນເຖິງເດືອນເມສາ 2022 ຈຶ່ງໄດ້ເລີ້ມຜ່ອນ ຜັນໃຫ້ນຳເຂົ້າງົວ-ຄວາຍພຽງ 1 ໝື່ນກວ່າໂຕຈາກທັງໝົດ 3 ໝື່ນກວ່າໂຕທີ່ໄດ້ມາດຕະຖານຕາມເງື່ອນໄຂທີ່ທາງການຈີນກຳໜົດ ໃນປັດຈຸບັນລາວມີຟາມລ້ຽງງົວ-ຄວາຍ ທີ່ໄດ້ມາດຕະຖານພຽງ 290 ແຫ່ງ ມີງົວ 45,000 ກວ່າໂຕແລະມີຄວາຍ 7,000 ກວ່າໂຕ ໃນນີ້ ລວມເຖິງຟາມໃນແຂວງຊຽງຂວາງ ຂອງບໍລິສັດຍີ່ປຸ່ນ ທີ່ມີລະບົບການລ້ຽງມາດຕະຖານທີ່ສຸດ ແຕ່ມີງົວ 2,000 ໂຕເທົ່ານັ້ນ.