Lao
This article was added by the user . TheWorldNews is not responsible for the content of the platform.

ທາງການໄທ ຈະລຶບລ້າງການຄ້າມະນຸດຂ້າມຊາດໃຫ້ໄດ້ໃນປີ 2027, ແຕ່ 70 ເປີເຊັນຂອງແຮງງານຕ່າງຊາດທັງໝົດໃນປະເທດໄທ ຍັງເປັນແຮງງານທີ່ຜິດກົດໝາຍ

ທາງການໄທ ຈະລຶບລ້າງການຄ້າມະນຸດຂ້າມຊາດໃຫ້ໄດ້ໃນປີ 2027, ແຕ່ 70 ເປີເຊັນຂອງແຮງງານຕ່າງຊາດທັງໝົດໃນປະເທດໄທ ຍັງເປັນແຮງງານທີ່ຜິດກົດໝາຍ ເຊິ່ງລວມເຖິງແຮງງານຈາກລາວນໍາອີກດ້ວຍ, ຊົງຣິດ ໂພນເງິນ ມີລານງານຈາກບາງກອກ.

ທ່ານສົມສັກ ເທບສຸທິນ, ລັດຖະມົນຕີກະຊວງຍຸຕິທໍາຂອງໄທຖະແຫຼງວ່າ ລັດ ຖະບານໄທໄດ້ວາງເປົ້າໝາຍຈະດໍາເນີນມາດຕະການປາບປາມ ເພື່ອກວດລ້າງການຄ້າມະນຸດຂ້າມຊາດໃຫ້ໄດ້ໂດຍສົມບູນ ພາຍໃນປີ 2027 ເພື່ອເຮັດໃຫ້ສະ ຖານະຂອງປະເທດໄທ ເລື່ອນລະດັບຈາກ Tier 2 ຂຶ້ນມາຢູ່ໃນລະດັບ Tier 1 ຂອງບັນຊີລາຍຊື່ປະເທດທີ່ດໍາເນີນມາດຕະການປາບປາມການຄ້າມະນຸດຢ່າງຈິງຈັງ (TIP Report) ເຊິ່ງຈັດທໍາໂດຍທາງການສະຫະລັດອາເມຣິການັ້ນ ລັດຖະບານໄທຖືວ່າເປັນວາລະແຫ່ງຊາດທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງແທ້ຈິງດ້ວຍ ເນື່ອງຈາກວ່າໃນປັດຈຸບັນນີ້ ປະເທດໄທມີສະຖານະເປັນທັງຕົ້ນທາງ-ປາຍທາງ ແລະທາງຜ່ານຂອງການຄ້າມະນຸດຂ້າມຊາດນັ້ນເອງ, ດັ່ງທີ່ທ່ານສົມສັກ ໄດ້ໃຫ້ການຢືນຢັນວ່າ:

“ເນື່ອງຈາກສະພາບພູມສາດ ເສດຖະກິດ ສັງຄົມ ເຮັດໃຫ້ປະເທດໄທ ເປັນປະ ເທດຕົ້ນທາງ ປະເທດທາງຜ່ານ ແລະປະເທດປາຍທາງຂອງການຄ້າມະນຸດ ທີ່ຜ່ານມາ ລັດຖະບານໄທມອງເຫັນເຖິງຄວາມສໍາຄັນຂອງບັນຫາມາໂດຍຕະຫຼອດ ແລະໄດ້ພະຍາຍາມປ້ອງກັນ ແລະແກ້ໄຂບັນຫາດັ່ງກ່າວຢ່າງເຕັມທີ່ ໂດຍພົນເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄດ້ປະກາດໃຫ້ບັນກາການຄ້າມະ ນຸດ ເປັນວາລະແຫ່ງຊາດທີ່ທຸກໜ່ວຍງານຕ້ອງຮ່ວມມືກັນແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປຈາກປະເທດໄທ.”

ສ່ວນທ່ານອະດິສອນ ເກິດມົງຄົນ, ຜູ້ປະສານງານເຄືອຂ່າຍດ້ານແຮງງານອົບພະຍົບໃນອາຊຽນເປີດເຜີຍວ່າ ໃນປັດຈຸບັນ ມີແຮງງານພະມ້າ ລາວ ແລະກໍາປູເຈຍ ເກືອບເຖິງ 7 ແສນຄົນໃນປະເທດໄທທີ່ບໍ່ມີສິດໄດ້ຮັບສະວັດດີການດ້ານສຸຂະພາບ ເພາະວ່າເປັນແຮງງານທີ່ລັກລອບເຮັດວຽກຜິດກົດໝາຍ ສ່ວນອີກ 2 ແສນກວ່າຄົນຍັງບໍ່ມີຂໍ້ມູນທີ່ຈະແຈ້ງ ຈຶ່ງມີພຽງ 4 ແສນກວ່າຄົນທີ່ເປັນແຮງງານຖືກກົດໝາຍ ແລະໄດ້ຮັບການຄຸ້ມຄອງສະວັດດີການດ້ານສຸຂະພາບ ເຊິ່ງກໍເຊັ່ນດຽວກັນກັບປະເທດອື່ນໆໃນອາຊຽນດ້ວຍກັນທີ່ປາກົດວ່າມີແຮງງານອົບພະຍົບກວ່າ 70 ເປີເຊັນ ທີ່ເປັນແຮງງານຜິດກົດໝາຍ, ດັ່ງທີ່ທ່ານອະດິສອນ ໄດ້ໃຫ້ ການຢືນຢັນວ່າ:

“ການເຂົ້າເຖິງເລື້ອງຂອງສະຫວັດດີພາບດ້ານສຸຂະພາບ ຖ້າເຮົາເບິ່ງໂຕເລກຂອງຄົນທີ່ຄວນເຂົ້າເຖິງ ເຮົາຈະພົບວ່າມີຄົນເກືອບ 7 ແສນຄົນທີ່ບໍ່ຢູ່ໃນລະບົບໃດເລີຍ ມີພຽງປະມານ 4 ແສນຄົນທີ່ຢູ່ໃນລະບົບ ແລະອີກປະມານ 2 ແສນກວ່າຄົນຍັງບໍ່ມີຂໍ້ມູນຈະແຈ້ງ, ສະນັ້ນ ຈະເຫັນໄດ້ວ່າຫຼາຍກວ່າ 70 ເປີເຊັນຂອງແຮງງານຂ້າມຊາດນີ້ ບໍ່ມີລະບົບປະກັນສຸຂະພາບໃດໆເລີຍໃນອາຊຽນເຮົານີ້ ມີແຮງງານທີ່ເປັນແຮງງານຍ້າຍຖິ່ນຫຼາຍກວ່າ 70 ເປີເຊັນ ຄືແຮງງານທີ່ບໍ່ມີຝີມື ບໍ່ມີເອກະສານ ກໍຄືເດີນທາງຂ້າມຊາຍແດນໂດຍບໍ່ໄດ້ຮັບອະນຸຍາດ.”

ກ່ອນໜ້ານີ້ ທາງການສະຖານທູດລາວປະຈໍານະຄອນຫຼວງກົວລາລໍາເປີ ປະ ເທດມາເລເຊຍ ໄດ້ຮັບຂໍ້ມູນຈາກກະຊວງແຮງງານຂອງມາເລເຊຍວ່າ ມີແຮງງານລາວຫຼາຍກວ່າ 2,000 ຄົນທີ່ລັກລອບເຮັດວຽກໂດຍຜິດກົດໝາຍໃນມາເລເຊຍ ແລະຈາກການສອບສວນຍັງພົບດ້ວຍວ່າ ພວກເຂົາເຈົ້າຕົກເປັນຜູ້ເຄາະຮ້າຍຈາກຂະບວນການຄ້າມະນຸດຂ້າມຊາດ ເຊິ່ງຖືກບັງຄັບໃຫ້ເປັນກໍາມະກອນເຮືອປະມົງຢູ່ໃນເຂດທະເລຂອງມາເລເຊຍ ໂດຍບໍ່ໄດ້ຮັບຄ່າຈ້າງ ແລະການຄຸ້ມຄອງສະວັດດີການຕາມກົດໝາຍແຮງງານແຕ່ຢ່າງໃດ.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານໄທເປີດເຜີຍວ່າ ມີແຮງງານລາວທີ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທຈໍານວນ 213,203 ຄົນ ແລະນາຍຈ້າງໃນໄທຍັງຕ້ອງການທີ່ຈະຈ້າງແຮງງານເພີ້ມອີກກວ່າ 4 ແສນຄົນໃນປັດຈຸ ບັນ ເຊິ່ງລັດຖະບານໄທອະນຸຍາດໃຫ້ນໍາເຂົ້າແຮງງານໄດ້ໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວເທົ່ານັ້ນ ແລະແຮງງານຕ້ອງໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19 ຈໍານວນ 2 ເຂັມ ແລະກັກບໍລິເວນ 7 ມື້, ສ່ວນແຮງງານທີ່ໄດ້ຮັບຢາວັກຊີນ 1 ເຂັມນັ້ນ ຈະຕ້ອງໄດ້ສັກເຂັມທີ 2 ແລະກັກບໍລິເວນ 14 ມື້ ໂດຍນາຍຈ້າງໃນໄທຕ້ອງຮັບຜິດຊອບຄ່າໃຊ້ຈ່າຍ ທັງຄ່າກວດຫາໂຄວິດ-19 ແລະຄ່າປະກັນສຸຂະພາບຂອງແຮງງານລາວທີ່ຈະເຂົ້າມາເຮັດວຽກໃນໄທດັ່ງກ່າວ.

ທັງນີ້ ໂດຍການລະບາດໄວຣັສໂຄວິດ-19 ໄດ້ເຮັດໃຫ້ແຮງງານລາວທີ່ລັກລອບເຮັດວຽກໂດຍຜິດກົດໝາຍໃນໄທ ແລະຖືກເລີກຈ້າງນັ້ນ ຕ້ອງພາກັນກັບຄືນມາ ລາວຫຼາຍກວ່າ 439,000 ຄົນໃນປີ 2020 ຫາປີ 2021 ແລະຄາດວ່າຍັງເຫຼືອແຮງງານລາວອີກ ຫຼາຍກວ່າ 15,500 ຄົນທີ່ຍັງລັກລອບເຮັດວຽກໂດຍຜິດກົດໝາຍຢູ່ໃນໄທມາເລື້ອຍໆ ເພາະຄ່າຈ້າງສູງກວ່າລາວເກີນກວ່າ 5 ເທົ່າກໍຄື 350 ບາດ ຫຼື 192,500 ກີບຕໍ່ມື້ ໃນຂະນະທີ່ຄ່າຈ້າງຂັ້ນຕໍ່າຢູ່ລາວ ບໍ່ເຖິງ 37,000 ກີບຕໍ່ມື້, ສ່ວນການແກ້ບັນຫາຫວ່າງງານທີ່ຮຸນແຮງຂຶ້ນນັບມື້ ໂດຍສະເພາະແມ່ນແຮງງານລາວທີ່ຖືກເລີກຈ້າງເພາະຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນໄທນັ້ນ ທາງການລາວກໍສາມາດສ້າງການຮອງຮັບໄດ້ພຽງ 45,500 ຄົນເທົ່ານັ້ນ.