Lao
This article was added by the user . TheWorldNews is not responsible for the content of the platform.

ທາງການໄທ ຈະລົງໂທດຂັ້ນສູງສຸດ ຕໍ່ນາຍຈ້າງທີ່ຈ້າງແຮງງານຜິດກົດໝາຍ ແລະບັນດາແຮງງານຜິດກົດໝາຍ

ທາງການໄທ ຈະລົງໂທດຂັ້ນສູງສຸດ ລວມທັງການປັບໄໝ ແລະການຂັງຄຸກຕໍ່ນາຍຈ້າງທີ່ຈ້າງແຮງງານຜິດກົດໝາຍ, ສ່ວນແຮງງານຜິດກົດໝາຍກໍຈະຖືກປັບໄໝ ແລະຫ້າມເຂົ້າປະເທດໄທຮອດ 3 ປີ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານສຸຊາດ ຊົມກລິ່ນ, ລັດຖະມົນຕີກະຊວງແຮງງານໄທຖະແຫຼງວ່າ ໃນປັດຈຸ ບັນນາຍຈ້າງໄທສາມາດທີ່ຈະຈ້າງແຮງງານຈາກລາວ ມຽນມາ ກໍາປູເຈຍ ແລະຫວຽດນາມ ໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຕາມບັນທຶກຄວາມເຂົ້າໃຈຮ່ວມ ຫຼື (MOU) ລະຫວ່າງລັດຖະບານໄທ ແລະ 4 ປະເທດດັ່ງກ່າວນັ້ນ ໂດຍເຖິງແມ່ນວ່າໃນໄລຍະທີ່ຜ່ານມາລັດຖະບານໄທຈະອະນຸຍາດໃຫ້ຕໍ່ອາ ຍຸການຈ້າງແຮງງານ ລາວ ກໍາປູເຈຍ ມຽນມາ ແລະຫວຽດນາມ ໃນໄທ ອອກໄປເຖິງປີ 2025 ກໍຕາມ, ແຕ່ວ່າກໍກາຍກໍານົດທີ່ນາຍຈ້າງຈະຕ້ອງດໍາເນີນການແຈ້ງຂໍ້ມູນເພື່ອຂຶ້ນທະບຽນແຮງງານທຸກຄົນ ຕາມລະບຽບກົດໝາຍໄປແລ້ວໃນຂະນະນີ້ ເຊິ່ງເຮັດໃຫ້ແຮງງານທີ່ບໍ່ໄດ້ຂຶ້ນທະບຽນດັ່ງກ່າວຖືເປັນແຮງງານຜິດກົດໝາຍໃນໄທ ແລະຈະຕ້ອງເດີນທາງອອກຈາກໄທ, ໂດຍຖ້າຫາກວ່ານາຍຈ້າງໃນໄທຍັງສືບຕໍ່ ຈ້າງແຮງງານເຫຼົ່ານີ້ມາເລື້ອຍໆ ກໍຈະຖືກລົງໂທດຕາມກົດໝາຍທັງນາຍຈ້າງ ແລະແຮງງານຜິດກົດໝາຍນັ້ນ, ດັ່ງທີ່ທ່ານສຸຊາດ ຢືນຢັນວ່າ:

“ເຮົາກໍພະຍາຍາມທີ່ຈະປະຊາສໍາພັນມາຕະຫຼອດເວລາວ່າ ໃຜທີ່ມີນາຍຈ້າງທີ່ຜິດຊ່ວງນັ້ນ ເຮົາກໍຈະປະຊາສໍາພັນທຸກມື້ໃຫ້ມາລົງທະບຽນ ແລະມື້ນີ້ເຮົາບອກແລ້ວ ເຮົາຈັບໝົດແລ້ວ ເຮົາບັງຄັບໃຊ້ກົດໝາຍແນ່ນອນ, ສ່ວນນາຍຈ້າງ ຫຼືຄົນທີ່ເບິ່ງວ່າ ອ່າວເປັນຫຍັງ? ເຮົາບັງຄັບໃຊ້ກົດໝາຍແລ້ວເຮົາຈະຢູ່ແບບໃດ? ເຮົາກໍມີຊ່ອງທາງ MOU ຫັ້ນເດ, ເຮົາເປີດຊ່ອງທາງ MOU ເຊິ່ງເປັນຊ່ອງທາງທີ່ຂໍໄດ້ທຸກເວລາຢູ່ແລ້ວ.”

ພ້ອມກັນນີ້ ໂດຍບັນດານາຍຈ້າງທີ່ຈ້າງແຮງງານ ລາວ ມຽນມາ ກໍາປູເຈຍ ແລະຫວຽດນາມ ໂດຍບໍ່ມີໃບອະນຸຍາດເຮັດວຽກ ຫຼື ແຮງງານທີ່ລັກລອບເຮັດວຽກໃນໄທໂດຍຜິດກົດໝາຍດັ່ງກ່າວຈະມີໂທດຖືກປັບໄໝຕັ້ງແຕ່ 10,000 ຫາ 100,000 ບາດຕໍ່ການຈ້າງແຮງງານຜິດກົດໝາຍ 1 ຄົນ, ແລະຖ້າຫາກວ່າໄດ້ເຮັດຜິດອີກຄັ້ງກໍຈະມີໂທດຂັງຄຸກບໍ່ເກີນ 1 ປີ ແລະປັບໄໝຕັ້ງແຕ່ 50,000-200,000 ບາດ, ພ້ອມກັນນັ້ນ ກໍຈະຖືກຫ້າມຈ້າງແຮງງານຕ່າງດ້າວເປັນເວລາ 3 ປີອີກດ້ວຍ, ສ່ວນທາງດ້ານແຮງງານທີ່ຜິດກົດໝາຍນັ້ນກໍຈະຖືກປັນໄໝ 5,000 ຫາ 50,000 ບາດ ແລະຖືກສົ່ງໂຕກັບປະເທດ, ພ້ອມທັງຈະຖືກຫ້າມເຂົ້າໄປໄທເຖິງ 3 ປີອີກດ້ວຍ.

ໃນປັດຈຸບັນ ມີແຮງງານຈາກ ມຽນມາ ລາວ ກໍາປູເຈຍ ແລະຫວຽດນາມ ທີ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທ 2,131,751 ຄົນ, ໃນນີ້ແບ່ງເປັນແຮງງານມຽນມາ 1,462,935 ຄົນ, ກໍາປູເຈຍ 455,476 ຄົນ, ລາວ 213,203 ຄົນ ແລະຫວຽດນາມ 137 ຄົນ, ແຕ່ວ່າ ນາຍຈ້າງໃນໄທຍັງຕ້ອງການຈ້າງແຮງງານຈາກ 4 ປະເທດເພີ້ມຂຶ້ນກວ່າ 4 ແສນຄົນ ເຊິ່ງລັດຖະບານໄທອະນຸຍາດໃຫ້ນໍາເຂົ້າແຮງງານໄດ້ໂດຍຜ່ານບໍລິສັດຈັດຫາງານເທົ່ານັ້ນ, ໂດຍແຮງງານທຸກຄົນຕ້ອງໄດ້ຮັບຢາວັກຊີນກັນໂຄວິດ-19 ຈຊານວນ 2 ເຂັມ ແລະກັກບໍລິເວນ 7 ມື້.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານໄທກໍເປີດເຜີຍວ່າ ການລະບາດຂອງພະຍາດໄວຣັສໂຄວິດ-19 ໄດ້ເຮັດໃຫ້ແຮງງານລາວຖືກເລີກຈ້າງໃນໄທ ແລະໄດ້ພາກັນເດີນທາງກັບຄືນມາລາວ 439,000 ກວ່າຄົນໃນຊ່ວງປີ 2020 ຫາ2021 ພ້ອມທັງຄາດວ່າມີແຮງງານລາວ 15,500 ກວ່າຄົນທີ່ຍັງລັກລອບເຮັດວຽກໃນໄທຢູ່ຕະຫຼອດມາ ເພາະຄ່າຈ້າງສູງກວ່າໃນລາວເກີນກວ່າ 4 ເທົ່າກໍຄື 354 ບາດ ຫຼື 177,000 ກີບຕໍ່ມື້ ໃນຂະນະທີ່ຄ່າຈ້າງຂັ້ນຕໍ່າຢູ່ລາວບໍເຖິງ 40,000 ກີບຕໍ່ມື້, ແລະແຮງງານລາວສ່ວນຫຼາຍກໍບໍ່ສາມາດຕອບສະໜອງຕໍ່ບໍລິສັດຕ່າງຊາດທີ່ລົງທຶນໃນລາວໄດ້ດ້ວຍນັ້ນ ຈຶ່ງເຮັດໃຫ້ເກີດບັນຫາຂາດແຮງງານທີ່ມີຝີມືໃນລາວມາຕະຫຼອດ, ດັ່ງທີ່ນັກທຸລະກິດໄທ ທີ່ລົງທຶນໃນລາວໄດ້ໃຫ້ການຢືນຢັນວ່າ:

“ຝີມືແຮງງານຢູ່ທີ່ລາວນັ້ນມັນບໍ່ເຖິງ ມັນບໍ່ພໍທີ່ຈະປ້ອນຕະຫຼາດ ຖ້າເກີດຕ້ອງ ການແຮງງານລະດັບທີ່ມີຝີມືແດ່, ແຕ່ຖ້າເປັນແຮງງານລະດັບ Labor ຂອງລາວນີ້ ກໍອາດຈະມີຢູ່ໃດ, ແຕ່ປະເດັນມັນຢູ່ທີ່ວ່າ ເຂົາມີການປ່ຽນວຽກຢູ່ເລື້ອຍໆ ແລ້ວມັນເຮັດໃຫ້ເປັນບັນຫາກັບທຸລະກິດບາງຢ່າງ ເຮັດໃຫ້ທຸລະກິດບໍ່ສະໝໍ່າສະເໝີປານໃດ, ດັ່ງນັ້ນ ປະເດັນໃນເລື້ອງຂອງໂຕແຮງງານຝີມືນີ້ ອາດຈະຍັງຫາຍາກ ແລ້ວກໍລະດັບແຮງງານທີ່ເປັນກໍາມະກອນນີ້ຕ້ອງຄວບຄຸມເຂົາໃຫ້ດີ ແລ້ວກໍປະເມີນປະສິດທິພາບຂອງເຂົາໃຫ້ດີ.”

ສ່ວນທ່ານອະດິສອນ ເກີດມົງຄົນ, ຜູ້ປະສານງານເຄືອຂ່າຍແຮງງານອົບພະຍົບໃນອາຊຽນເປີດເຜີຍວ່າ ການທີ່ແຮງງານລາວຕ້ອງຈ່າຍຄ່າທໍານຽມ 10 ກວ່າລ້ານກີບເພື່ອມາເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທນັ້ນ ເປັນຄ່າໃຊ້ຈ່າຍທີ່ແພງເກີນໄປ ຈຶ່ງເຮັດໃຫ້ແຮງງານລາວສ່ວນຫຼາຍລັກລອບເຮັດວຽກໃນໄທຕໍ່ໄປ ເພາະພວກເຂົາເຈົ້າບໍ່ມີເງິນ 10 ກວ່າລ້ານກີບເພື່ອຈ່າຍຄ່າທໍານຽມດັ່ງກ່າວນັ້ນເອງ.